Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 114 - ພຣະຄຳພີສັກສິ


ບົດເພງ​ແຫ່ງ​ການ​ຊ່ວຍກູ້

1 ເມື່ອ​ປະຊາຊົນ​ອິດສະຣາເອນ​ອອກ ມາ​ຈາກ​ເອຢິບ ເມື່ອ​ເຊື້ອສາຍ​ຢາໂຄບ ອອກ​ໜີ​ຈາກ​ດິນແດນ​ຄົນຕ່າງຊາດ.

2 ເຜົ່າ​ຢູດາ​ກາຍເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ບໍຣິສຸດ ອິດສະຣາເອນ​ກາຍເປັນ​ກຳມະສິດ​ຂອງ​ພຣະເຈົ້າ.

3 ທະເລແດງ​ໄດ້​ຫລຽວເບິ່ງ ແລະ​ປົບໜີໄປ ແມ່ນໍ້າ​ຈໍແດນ​ໄດ້​ຢຸດ​ໄຫລ​ແລ້ວ​ກໍ​ໄຫລ​ຄືນ​ມາ​ອີກ.

4 ໜ່ວຍ​ພູ​ກະໂດດ​ເຕັ້ນ​ດັ່ງ​ຝູງ​ແບ້ເຖິກ ແລະ​ພູນ້ອຍ​ກໍ​ເຕັ້ນ​ຂຶ້ນລົງ​ດັ່ງ​ແກະນ້ອຍ.

5 ມີ​ຫຍັງ​ນໍ​ທີ່​ເກີດຂຶ້ນ ໂອ ເຈົ້າ​ທະເລ​ເອີຍ ຈຶ່ງ​ເຮັດ​ໃຫ້​ເຈົ້າ​ປົບໜີ​ເປີດ​ໄປ​ຢ່າງ​ນັ້ນ? ໂອ ແມ່ນໍ້າ​ຈໍແດນ​ເອີຍ ເຈົ້າ​ເດ​ເປັນ​ຈັ່ງ​ໃດ? ເປັນຫຍັງ​ຈຶ່ງ​ຢຸດ​ໄຫລ​ແລະ​ໄຫລ​ຄືນ​ມາ​ອີກ?

6 ພູເຂົາ​ເອີຍ ເປັນຫຍັງ​ຈຶ່ງ​ເຕັ້ນ​ດັ່ງ​ຝູງ​ແບ້ເຖິກ? ພູນ້ອຍ​ເອີຍ ເປັນຫຍັງ​ຈຶ່ງ​ເຕັ້ນ​ດັ່ງ​ແກະນ້ອຍ?

7 ແຜ່ນດິນ​ໂລກ​ເອີຍ ຈົ່ງ​ສັ່ນສະເທືອນ​ຕໍ່ໜ້າ​ພຣະເຈົ້າຢາເວ, ຢູ່​ຕໍ່ໜ້າ​ພຣະເຈົ້າ​ຂອງ​ຢາໂຄບ.

8 ຜູ້​ຊົງ​ປ່ຽນ​ໂງ່ນຫີນ​ໃຫ້​ກາຍເປັນ​ສະ​ທີ່​ມີ​ນໍ້າ​ອອກບໍ່​ ແລະ​ປ່ຽນ​ເນີນຜາ​ໃຫ້​ເປັນ​ບໍ່​ນໍ້າພຸ​ໄຫລ​ອອກ​ມາ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan