ເພງ^ສັນລະເສີນ 113 - ພຣະຄຳພີສັກສິຍ້ອງຍໍສັນລະເສີນຄຸນຄວາມດີຂອງອົງພຣະຜູ້ເປັນເຈົ້າ 1 ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ. ພວກທ່ານຜູ້ຮັບໃຊ້ຂອງພຣະເຈົ້າຢາເວເອີຍ ຈົ່ງພາກັນຍ້ອງຍໍສັນລະເສີນພຣະນາມຂອງພຣະເຈົ້າຢາເວ. 2 ຂໍໃຫ້ພຣະນາມຂອງພຣະເຈົ້າຢາເວເປັນທີ່ຍົກຍໍສັນລະເສີນ ໃນບັດນີ້ແລະຕະຫລອດໄປເປັນນິດເທີ້ນ. 3 ຈາກທິດຕາເວັນອອກໄປຫາທິດຕາເວັນຕົກ ຈົ່ງຍ້ອງຍໍສັນລະເສີນພຣະນາມຂອງພຣະເຈົ້າຢາເວ. 4 ພຣະເຈົ້າຢາເວປົກຄອງຢູ່ເໜືອຊົນຊາດທັງຫລາຍ ສະຫງ່າຣາສີຂອງພຣະອົງກໍຢູ່ເໜືອຟ້າສະຫວັນ. 5 ບໍ່ມີໃຜທີ່ເປັນດັ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ພຣະອົງຢູ່ໃນບ່ອນສູງສຸດທີ່ທາງເບື້ອງເທິງພຸ້ນ, 6 ແຕ່ພຣະອົງຫລຽວລົງມາເບິ່ງຈັກກະວານ ແລະແຜ່ນດິນໂລກ. 7 ພຣະອົງຍົກຍໍຄົນທຸກຂຶ້ນຈາກຂີ້ຝຸ່ນດິນ ຍົກຄົນຂັດສົນຈາກຄວາມທຸກລຳບາກ 8 ແລະເຮັດໃຫ້ພວກເຂົາໄດ້ເປັນເພື່ອນພວກເຈົ້າຊາຍ ຄືເຈົ້າຊາຍທັງຫລາຍທີ່ເປັນປະຊາຊົນຂອງພຣະເຈົ້າ. 9 ພຣະອົງໃຫ້ກຽດຍິງທີ່ບໍ່ມີລູກໂດຍໃຫ້ນາງມີເຮືອນຢູ່ ໃຫ້ນາງມີຄວາມສຸກໂດຍໃຫ້ນາງມີລູກ. ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ. |
@ 2012 United Bible Societies. All Rights Reserved.