ເພງ^ສັນລະເສີນ 112 - ພຣະຄຳພີສັກສິຄວາມສຸກຂອງຜູ້ທີ່ຢຳເກງພຣະເຈົ້າ 1 ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ. ຄວາມສຸກເປັນຂອງຜູ້ທີ່ຢຳເກງພຣະເຈົ້າຢາເວ ຄືຜູ້ທີ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງດ້ວຍໃຈຊົມຊື່ນຍິນດີ. 2 ລູກຂອງພວກເຂົານັ້ນຈະມີອຳນາດຢູ່ໃນດິນແດນ ຕະຫຼອດທັງເຊື້ອສາຍກໍຈະໄດ້ຮັບພຣະພອນດ້ວຍ. 3 ຄອບຄົວຂອງຄົນນີ້ຈະຮັ່ງມີເປັນດີ ແລະຈະຈະເລີນຮຸ່ງເຮືອງເລື້ອຍໆ. 4 ແສງສະຫວ່າງສ່ອງແຈ້ງໃນຄວາມມືດສຳລັບຄົນສັດຊື່ ຄືພວກຄົນທີ່ເມດຕາປານີແລະເຮັດຖືກຕ້ອງ. 5 ຄວາມສຸກເປັນຂອງຜູ້ທີ່ມີໃຈເຜື່ອແຜ່ແລະໃຫ້ຢືມ ຄືຜູ້ທີ່ດຳເນີນທຸລະກິດດ້ວຍຄວາມສັດຊື່. 6 ສ່ວນຄົນຊອບທຳນັ້ນລາວຈະບໍ່ຫຼົ້ມຈົມລົງເລີຍ ລາວຈະເປັນທີ່ຈົດຈຳແກ່ທຸກຄົນຕະຫລອດໄປ. 7 ລາວບໍ່ຢ້ານຕໍ່ຂ່າວບໍ່ດີທີ່ມີມາເຖິງ ຄວາມເຊື່ອລາວເຂັ້ມແຂງ ເພາະລາວໄວ້ວາງໃຈໃນພຣະເຈົ້າຢາເວ. 8 ລາວບໍ່ກັງວົນໃຈ ແລະຢ້ານກົວຕໍ່ສິ່ງໃດໆ ລາວແນ່ໃຈວ່າຈະໄດ້ເຫັນສັດຕູພ່າຍແພ້. 9 ລາວໃຫ້ທານຢ່າງເຜື່ອແຜ່ແກ່ຄົນຂັດສົນ ແລະຄວາມເມດຕາກໍບໍ່ເຄີຍລົດໜ້ອຍລົງ ລາວຈະມີອຳນາດທັງຈະມີຄົນເຄົາຣົບນັບຖືດ້ວຍ. 10 ເມື່ອຄົນຊົ່ວເຫັນການນີ້ແລ້ວກໍເກີດຄວາມບໍ່ພໍໃຈ ຈຶ່ງມີໃຈຢາກຮ້າຍດ້ວຍຄວາມກຽດຊັງຍິ່ງ. ຝ່າຍຄົນຊົ່ວຊ້ານັ້ນຈະສູນຫາຍໄປໃນທີ່ສຸດ ແລະຄວາມປາຖະໜາຂອງພວກເຂົາກໍສູນຫາຍໄປດ້ວຍ. |
@ 2012 United Bible Societies. All Rights Reserved.