ເພງ^ສັນລະເສີນ 111 - ພຣະຄຳພີສັກສິຄຳໂມທະນາຂອບພຣະຄຸນສຳລັບພຣະພອນ 1 ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ. ຂ້ານ້ອຍຈະໂມທະນາຂອບພຣະຄຸນພຣະເຈົ້າຢາເວ ດ້ວຍສຸດຈິດສຸດໃຈຂອງຂ້ານ້ອຍ ໃນທີ່ຊຸມນຸມຊົນຂອງພຣະອົງ. 2 ພາລະກິດທີ່ພຣະເຈົ້າຢາເວກະທຳນັ້ນກໍຍິ່ງໃຫຍ່ຫລາຍ ທຸກຄົນທີ່ຊົມຊື່ນຍິນດີກໍຢາກເຂົ້າໃຈໃນການກະທຳນີ້. 3 ທຸກສິ່ງທີ່ພຣະອົງກະທຳນັ້ນເຕັມດ້ວຍກຽດສັກສີ ຄວາມຊອບທຳຊົງມີຢູ່ສືບໄປເປັນນິດ. 4 ພຣະເຈົ້າຢາເວຢາກໃຫ້ພຣະຣາຊກິດອັນອັດສະຈັນຂອງພຣະອົງເປັນທີ່ຈົດຈຳ ເພາະພຣະອົງມີໃຈເມດຕາແລະກະລຸນາດ້ວຍ. 5 ພຣະອົງໂຜດອາຫານໃຫ້ຜູ້ທີ່ຢຳເກງພຣະອົງ ແລະບໍ່ໃຫ້ລືມພັນທະສັນຍາຂອງພຣະອົງຈັກເທື່ອ. 6 ພຣະອົງໄດ້ສຳແດງຣິດທານຸພາບໃຫ້ປະຊາຊົນຂອງພຣະອົງໄດ້ເຫັນ ໃຫ້ດິນແດນຂອງຄົນຕ່າງດ້າວເປັນກຳມະສິດແກ່ພວກເຂົາ. 7 ທຸກສິ່ງທີ່ພຣະອົງຊົງກະທຳນັ້ນກໍສັດຊື່ແລະທ່ຽງທຳ ຂໍ້ຄຳສັ່ງທຸກຂໍ້ກໍເປັນທີ່ໄວ້ວາງໃຈໄດ້ 8 ຊຶ່ງດຳລົງຢູ່ໄດ້ຕະຫລອດທຸກຍຸກທຸກສະໄໝ ທັງເປັນຄວາມຈິງແລະຄວາມຊອບທຳດ້ວຍ. 9 ພຣະອົງມາປົດປ່ອຍແລະຕັ້ງພັນທະສັນຍາ ອັນຕະຫລອດໄປໄວ້ກັບເຂົາເຈົ້າ. ພຣະນາມຂອງພຣະອົງກໍບໍຣິສຸດ ແລະໜ້າຢຳເກງ. 10 ຄວາມຢຳເກງພຣະເຈົ້າຢາເວ ເປັນບໍ່ເກີດແຫ່ງສະຕິປັນຍາ ຜູ້ທີ່ເຊື່ອຟັງຂໍ້ຄຳສັ່ງຈະເຂົ້າໃຈຢ່າງເລິກເຊິ່ງ ຄຳຍ້ອງຍໍສັນລະເສີນຈົ່ງມີແດ່ພຣະອົງຕະຫລອດໄປ. |
@ 2012 United Bible Societies. All Rights Reserved.