Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 110 - ພຣະຄຳພີສັກສິ


ອົງພຣະ​ຜູ້​ເປັນເຈົ້າ​ແລະ​ກະສັດ​ທີ່​ຊົງ​ເລືອກ

1 ພຣະເຈົ້າຢາເວ​ກ່າວ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ ວ່າ, “ຈົ່ງ​ນັ່ງ​ທີ່​ກໍ້າ​ຂວາມື​ຂອງເຮົາ ຈົນກວ່າ​ເຮົາ​ໄດ້​ມອບ​ເຫຼົ່າ​ສັດຕູ ໃຫ້​ກົ້ມ​ລົງ​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.”

2 ຈາກ​ພູເຂົາ​ຊີໂອນ, ພຣະອົງ​ຈະ​ແຜ່​ອຳນາດ​ແຫ່ງ​ກະສັດ ໂດຍ​ກ່າວ​ວ່າ, “ຈົ່ງ​ປົກຄອງ​ສັດຕູ​ຂອງເຈົ້າ.”

3 ໃນ​ວັນ​ທີ່​ເຈົ້າ​ຕໍ່ສູ້​ເຫຼົ່າ​ສັດຕູ​ໝູ່ມານ ປະຊາຊົນ​ຈະ​ຂານ​ອາສາ​ເຂົ້າ​ຮັບໃຊ້​ເຈົ້າ. ຊາຍໜຸ່ມ​ຈະ​ມາ​ຫາ​ເຈົ້າ​ທີ່​ເນີນພູ​ສັກສິດ ດັ່ງ​ນໍ້າ​ຄ້າງ​ຢອດ​ລົງ​ໃນ​ຍາມ​ເຊົ້າຕູ່.

4 ພຣະເຈົ້າຢາເວ​ສັນຍາ​ໄວ້​ຢ່າງ​ເດັດດ່ຽວ ພຣະອົງ​ຈະ​ບໍ່​ຄືນ​ຄຳ​ເປັນ​ຈັກເທື່ອ ຄື​ວ່າ, “ເຈົ້າ​ຈະ​ໄດ້​ເປັນ​ປະໂຣຫິດ​ສືບໆໄປ ຕາມ​ແບບ​ດຽວ​ກັນ​ກັບ​ເມຄີເຊເດັກ.”

5 ອົງພຣະ​ຜູ້​ເປັນເຈົ້າ​ຢູ່​ທີ່​ກໍ້າ​ຂວາມື​ຂອງ​ທ່ານ​ໃດ ບັນດາ​ກະສັດ​ຈະ​ເສຍໄຊ ເມື່ອ​ພຣະອົງ​ໃຈຮ້າຍ.

6 ພຣະອົງ​ຈະ​ພິພາກສາ​ລົງໂທດ​ຊົນຊາດ​ທັງຫລາຍ ແລະ​ເຮັດ​ໃຫ້​ຊາກສົບ​ຢາຍ​ຢູ່​ເຕັມ​ສະໜາມຮົບ. ພຣະອົງ​ຈະ​ທຳລາຍ​ພວກ​ກະສັດ​ໃຫ້​ໝຸ່ນ​ທະລາຍ​ໄປ ຕາຍ​ຢຽດຢາຍ​ກັນ​ຢູ່​ເຕັມ​ແຜ່ນດິນ​ໂລກ.

7 ກະສັດ​ຈະ​ດື່ມ​ນໍ້າ​ໃນ​ຫ້ວຍ​ທີ່​ໄຫລ​ຜ່ານ​ໃກ້​ຫົນທາງ ແລ້ວ​ຈະ​ມີ​ກຳລັງ​ວັງຊາ​ຢືນ​ຢ່າງ​ມີໄຊ​ໄດ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan