Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 11 - ພຣະຄຳພີສັກສິ


ບົດເພງ​ແຫ່ງ​ຄວາມ​ໄວ້ວາງໃຈ​ໃນ​ອົງພຣະ​ຜູ້​ເປັນເຈົ້າ

1 ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ເພື່ອ​ຄວາມ​ປອດໄພ ເຫດໃດ​ໜໍ​ຈຶ່ງ​ເວົ້າ​ໃຫ້​ຂ້ອຍ​ວ່າ, “ຈົ່ງ​ໜີໄປ​ລີ້​ທີ່​ພູເຂົາ​ເໝືອນ​ດັ່ງ​ນົກ

2 ເພາະ​ຄົນຊົ່ວຮ້າຍ​ໄດ້​ກົ່ງ​ໜ້າທະນູ​ແລະ​ຍິງ​ລູກສອນ​ໄປ​ໃສ່ ຄົນ​ຊອບທຳ​ຈາກ​ບ່ອນ​ມືດ.

3 ເມື່ອ​ຮາກຖານ​ໄດ້​ຖືກ​ທຳລາຍ​ລົງ​ແລ້ວ ຄົນດີ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່?”

4 ພຣະເຈົ້າຢາເວ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ພຣະເຈົ້າຢາເວ​ປະທັບ​ເທິງ​ພຣະ​ບັນລັງ ຢູ່​ໃນ​ສະຫວັນ ພຣະອົງ​ເຝົ້າເບິ່ງ​ມະນຸດ​ທຸກແຫ່ງ​ທຸກຫົນ ແລະ​ທັງ​ຮູ້ວ່າ​ຄົນ​ກຳລັງ​ເຮັດ​ຫຍັງ​ຢູ່​ດ້ວຍ.

5 ພຣະເຈົ້າຢາເວ​ກວດກາ​ເບິ່ງ​ຄົນ​ຊອບທຳ ແລະ​ຄົນຊົ່ວ​ເໝືອນກັນ ພຣະອົງ​ກຽດຊັງ​ຄົນ​ທິ່​ເຮັດ​ການ​ໂຫດຮ້າຍ.

6 ພຣະອົງ​ສົ່ງ​ຖ່ານໄຟ ແລະ​ມາດ​ທີ່​ລຸກ​ໄໝ້​ຢູ່ ລົງ​ມາ​ສູ່​ຄົນຊົ່ວຮ້າຍ​ທັງຫລາຍ ພຣະອົງ​ໄດ້​ລົງໂທດ​ພວກເຂົາ ໂດຍ​ສົ່ງ​ລົມຮ້ອນ​ມາ​ເຜົາໄໝ້.

7 ພຣະເຈົ້າຢາເວ​ເຮັດ​ຖືກຕ້ອງ​ແລະ​ຮັກ​ການ​ກະທຳ​ດີ ຜູ້​ທີ່​ເຮັດ​ຢ່າງ​ນີ້​ກໍ​ຈະ​ອາໄສ​ຢູ່​ຊ້ອງໜ້າ​ພຣະອົງ​ໄດ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan