ເພງ^ສັນລະເສີນ 109 - ພຣະຄຳພີສັກສິຄົນຖືກເດືອດຮ້ອນຈົ່ມທຸກ 1 ຂ້າແດ່ພຣະເຈົ້າແຫ່ງຄຳສັນລະເສີນ ຂໍຢ່າເມີນເສີຍມິດງຽບໄປເລີຍ. 2 ຄົນຂີ້ຕົວະແລະຄົນຊົ່ວຮ້າຍໂຈມຕີຂ້ານ້ອຍຢູ່ ພວກເຂົາໃຊ້ຄວາມບໍ່ຈິງເວົ້າຕໍ່ສູ້ຂ້ານ້ອຍຢູ່. 3 ຄຳເວົ້າທີ່ພວກເຂົາເວົ້າໃສ່ນັ້ນ ມີແຕ່ສິ່ງຊົ່ວຮ້າຍ ແລະຄຳເວົ້າທີ່ໂຈມຕີກໍບໍ່ມີເຫດຜົນຫຍັງ. 4 ພວກເຂົາຕໍ່ຕ້ານເຖິງແມ່ນວ່າຂ້ານ້ອຍຮັກພວກເຂົາ ແລະພາວັນນາອະທິຖານເພື່ອພວກເຂົາ ຢູ່ບໍ່ຂາດ. 5 ພວກເຂົາຕອບສະໜອງໂດຍຄວາມຊົ່ວແທນຄວາມດີ ແລະໃຊ້ຄວາມກຽດຊັງຕອບແທນຄວາມຮັກ. 6 ຂໍຊົງໂຜດເລືອກເອົາຄົນອະທຳມາຕັດສິນເຂົາ ແລະໃຫ້ສັດຕູຄົນໜຶ່ງຂອງເຂົາຟ້ອງເຂົາຄືນສາ. 7 ຂໍໃຫ້ເຂົາຖືກຕັດສິນວ່າເປັນຜູ້ມີຄວາມຜິດ ແມ່ນແຕ່ຄຳພາວັນນາອະທິຖານຂອງເຂົາກໍຂໍໃຫ້ຖືວ່າຜິດດ້ວຍ 8 ຂໍໃຫ້ຊີວິດຂອງເຂົານັ້ນຈົບສິ້ນລົງຢ່າງໄວວາ ເພື່ອໃຫ້ຄົນອື່ນມາຮັບໜ້າທີ່ແທນເຂົາ. 9 ຂໍໃຫ້ລູກຂອງເຂົາກາຍເປັນກຳພ້າພໍ່ ແລະຂໍໃຫ້ເມຍຂອງເຂົາກາຍເປັນນາງໝ້າຍເຊັ່ນກັນ. 10 ຂໍໃຫ້ລູກຂອງເຂົານັ້ນຂາດເຮືອນຢູ່ແລະຂໍທານກິນ ຂໍໃຫ້ຖືກໄລ່ໜີ ຈາກບ່ອນເພພັງທີ່ພວກເຂົາຢູ່. 11 ຂໍໃຫ້ເຈົ້າໜີ້ຂົນເອົາຊັບສິນທີ່ເຂົາມີໜີໄປໝົດ ໃຫ້ຄົນແປກໜ້າຂົນເອົາທຸກສິ່ງທີ່ເຂົາຫາມາໄດ້. 12 ຂໍຢ່າໃຫ້ຜູ້ໃດຜູ້ໜຶ່ງສະແດງຄວາມອີດູຕົນເຂົາ ຫລືສົງສານລູກຂອງເຂົາທີ່ປະໄວ້ໃຫ້ເປັນກຳພ້າ. 13 ຂໍໃຫ້ລູກຫລານຂອງເຂົາທຸກຄົນນັ້ນຕາຍໄປໝົດສິ້ນ ໃຫ້ຊື່ສຽງຂອງເຂົາສູນສິ້ນໄປໃນຄົນລຸ້ນຫລັງເຖີດ. 14 ຂໍໃຫ້ພຣະເຈົ້າຢາເວຈົດຈຳຄວາມຊົ່ວປູ່ຍ່າຕາຍາຍຂອງເຂົາ ຢ່າອະໄພການບາບຂອງແມ່ເຂົາຈັກເທື່ອ. 15 ຂໍໃຫ້ພຣະເຈົ້າຢາເວຈົດຈຳການບາບຂອງພວກເຂົາຢູ່ສະເໝີ ແຕ່ຂໍໃຫ້ພວກເຂົາເອງຖືກລືມໄລໄປຢ່າງໝົດສິ້ນ. 16 ສຳລັບຄົນຢ່າງນີ້ບໍ່ເຄີຍຄິດເມດຕາສົງສານຜູ້ໃດ ເຂົາກົດຂີ່ທັງຂ້າຄົນຂັດສົນ ແລະຂາດທີ່ເພິ່ງ. 17 ຂໍໃຫ້ເຂົາຖືກປ້ອຍດ່າເພາະມັກສາບແຊ່ງຄົນ ຢ່າໃຫ້ມີຜູ້ໃດອວຍພອນເຂົາ ຍ້ອນເຂົາບໍ່ເຄີຍອວຍພອນຄົນອື່ນ. 18 ຄຳປ້ອຍດ່າຂອງເຂົານັ້ນຖືເປັນຂອງທຳມະດາ ເໝືອນກັບວ່າມັນເປັນຄືການນຸ່ງເສື້ອຜ້າ. ຂໍໃຫ້ຄຳສາບແຊ່ງເປັນດັ່ງນໍ້າເຂົ້າໄປໃນຮ່າງກາຍ ແລະໃຫ້ເປັນດັ່ງນໍ້າມັນຊືມເຂົ້າໃນກະດູກດ້ວຍ. 19 ຂໍໃຫ້ມັນຫຸ້ມຫໍ່ຕົນຕົວໄວ້ເໝືອນດັ່ງເຄື່ອງນຸ່ງຖື ແລະອ້ອມເຂົາຢູ່ສະເໝີດັ່ງສາຍຮັດແອວໄວ້. 20 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລົງໂທດສັດຕູຢ່າງນີ້ເຖີດ ຄືພວກທີ່ເວົ້າຊົ່ວຊ້າຕໍ່ສູ້ຂ້ານ້ອຍນັ້ນ. 21 ແຕ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດຊ່ວຍຊູຂ້ານ້ອຍຕາມທີ່ຊົງສັນຍາໄວ້ ເພາະຄວາມຮັກຂອງພຣະອົງດີເລີດປະເສີດຫລາຍ ໂຜດຊ່ວຍກູ້ເອົາຂ້ານ້ອຍໄວ້ດ້ວຍ. 22 ຂ້ານ້ອຍລຳບາກ ແລະຂັດສົນທີ່ສຸດ ເຈັບປວດໃຈໜັກໜາ. 23 ຂ້ານ້ອຍເກືອບສາບສູນໄປເປັນດັ່ງເງົາໃນຕອນຄໍ່ານັ້ນ ຂ້ານ້ອຍຖືກພັດໃຫ້ໜີໄປດັ່ງແມງໄມ້. 24 ຫົວເຂົ່າຂອງຂ້ານ້ອຍກໍເມື່ອຍອ່ອນແຮງ ເພາະອົດອາຫານ ຂ້ານ້ອຍຈຶ່ງມີແຕ່ໜັງຕິດກະດູກ. 25 ເມື່ອຄົນເຫັນແລ້ວ ເຂົາກໍເຍາະເຍີ້ຍຫົວຂວັນ ເຂົາແກວ່ງຫົວຢ່າງດູຖູກໝິ່ນປະໝາດ. 26 ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ ໂຜດຊ່ວຍເຫຼືອຂ້ານ້ອຍດ້ວຍ ຍ້ອນຄວາມຮັກອັນໝັ້ນຄົງຂອງພຣະອົງ ໂຜດຊ່ວຍຂ້ານ້ອຍໃຫ້ພົ້ນດ້ວຍ. 27 ຂ້າແດ່ພຣະເຈົ້າຢາເວເອີຍ ໂຜດເຮັດໃຫ້ພວກສັດຕູໄດ້ຮູ້ແລະໄດ້ເຫັນວ່າ ພຣະອົງເປັນຜູ້ຊ່ວຍຊູຂ້ານ້ອຍໃຫ້ພົ້ນໄພ. 28 ພວກເຂົາພາກັນຢາກສາບແຊ່ງນິນທາຂ້ານ້ອຍ ແຕ່ພຣະອົງຈະອວຍພອນແກ່ຂ້ານ້ອຍໄດ້. ຂໍໃຫ້ພວກທີ່ຂົ່ມເຫັງຂ້ານ້ອຍນັ້ນພ່າຍແພ້ໜີໄປ ແລະໃຫ້ຜູ້ຮັບໃຊ້ຂອງພຣະອົງຊົມຊື່ນຍິນດີເຖີດ. 29 ຂໍໃຫ້ພວກສັດຕູເຕັມໄປແຕ່ຄວາມອັບອາຍ ແລະໃຫ້ຫົ່ມຄວາມອັບອາຍດັ່ງຫົ່ມເສື້ອຜ້າ. 30 ຂ້ານ້ອຍຈະໂມທະນາຂອບພຣະຄຸນພຣະເຈົ້າຢາເວດ້ວຍສຽງດັງ ແລະຈະຍ້ອງຍໍສັນລະເສີນພຣະອົງໃນທີ່ຊຸມນຸມຊົນນັ້ນ 31 ເພາະພຣະອົງປົກປ້ອງຄຸ້ມຄອງຄົນຍາກຄົນຈົນ ແລະຊ່ວຍພວກເຂົາໃຫ້ພົ້ນຈາກຄົນທີ່ຢາກຂ້າພວກເຂົານັ້ນ. |
@ 2012 United Bible Societies. All Rights Reserved.