Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 107 - ພຣະຄຳພີສັກສິ


ໝວດ​ທີ 5 (ເພງ​ສັນລະເສີນ 107–150) ການ​ສັນລະເສີນ​ພຣະຄຸນ​ຄວາມດີ​ຂອງ​ພຣະເຈົ້າ

1 ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເພາະ​ພຣະຄຸນຄວາມດີ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່ ຕະຫລອດໄປ​ເປັນນິດ.

2 ບັນດາ​ຄົນ​ທີ່​ພຣະອົງ​ຊົງໄຖ່​ໃຫ້​ພົ້ນໄພ​ເອີຍ ຈົ່ງ​ທ່ອງຈຳ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ນີ້​ເຖີດ. ຜູ້​ທີ່​ພຣະອົງ​ໄດ້ໄຖ່​ອອກ​ຈາກ​ເງື້ອມມື​ຂອງ​ສັດຕູ

3 ແລະ​ໄດ້​ນຳ​ກັບຄືນ​ມາ​ຈາກ​ຕ່າງ​ປະເທດ ຄື​ຈາກ​ທິດ​ຕາເວັນອອກ ແລະ​ຈາກ​ທິດ​ຕາເວັນຕົກ ຈາກ​ທິດເໜືອ ແລະ​ຈາກ​ທິດໃຕ້.

4 ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ປ່ຽວ ມີ​ຄົນ​ທ່ຽວ​ໄປມາ ແຕ່​ກໍ​ບໍ່​ອາດ​ພົບ​ທາງ​ທີ່​ຈະ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ​ໄດ້.

5 ພວກເຂົາ​ພາກັນ​ຫິວເຂົ້າ​ກະຫາຍ​ນໍ້າ​ເຕັມທີ ຄວາມຫວັງ​ທັງໝົດ​ທີ່​ມີ​ກໍໄດ້​ສູນ​ໄປສິ້ນ.

6 ເມື່ອ​ເດືອດຮ້ອນ​ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍ ແລະ​ພຣະອົງ​ກໍ​ຊ່ວຍຊູ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກໂສກ.

7 ພຣະອົງ​ໄດ້​ນຳ​ພວກເຂົາ​ມຸ້ງໜ້າ​ໄປ​ຕາມ​ທາງ​ຊື່ ສູ່​ນະຄອນ​ໜຶ່ງ​ບ່ອນ​ທີ່​ພວກເຂົາ​ອາໄສ​ຢູ່​ໄດ້.

8 ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ສຳລັບ​ການ​ອັດສະຈັນ​ທີ່​ຊົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ນັ້ນ.

9 ພຣະອົງ​ກະທຳ​ໃຫ້​ຜູ້​ຫິວນໍ້າ​ກິນ​ອີ່ມ​ຢ່າງ​ພໍໃຈ ແຕ່​ໃຫ້​ຜູ້​ຫິວເຂົ້າ​ເຕັມ​ໄປ​ດ້ວຍ​ຂອງດີ​ທຸກຢ່າງ.

10 ບາງຄົນ​ຢູ່​ໃນ​ຄວາມມືດ​ຢ່າງ​ໂສກເສົ້າ​ລະທົມ​ໃຈ ຄື​ນັກໂທດ​ທັງຫລາຍ​ທີ່​ທົນທຸກ​ເພາະ​ຖືກ​ລ່າມໂສ້

11 ເພາະ​ໄດ້​ກະບົດ​ຕໍ່​ຂໍ້ຄຳສັ່ງ​ອົງ​ຊົງ​ຣິດອຳນາດ​ສູງສຸດ ທັງ​ປະຕິເສດ​ຖ້ອຍຄຳ​ຂອງ​ພຣະອົງ​ດ້ວຍ.

12 ພວກເຂົາ​ອິດເມື່ອຍ​ຍ້ອນ​ເຮັດ​ວຽກ​ການ​ໜັກ ພວກເຂົາ​ລົ້ມລົງ​ແລະ​ບໍ່ມີ​ຜູ້ໃດ​ຊ່ວຍ​ໄດ້.

13 ເມື່ອ​ເດືອດຮ້ອນ​ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍ ແລະ​ພຣະອົງ​ກໍ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກໂສກ.

14 ພຣະອົງ​ເຮັດ​ໃຫ້​ພົ້ນ​ໂສກເສົ້າ​ແລະ​ມືດມົວ ແລະ​ຫັກ​ໂສ້​ທີ່​ໄດ້​ລ່າມ​ພວກເຂົາ​ໃຫ້​ເປັນ​ຕ່ອນໆ.

15 ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ສຳລັບ​ການ​ອັດສະຈັນ​ທີ່​ຊົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ນັ້ນ.

16 ພຣະອົງ​ມ້າງ​ປະຕູ​ເຮັດ​ດ້ວຍ​ທອງສຳຣິດ​ຢ່າງດີ ແລະ​ຫັກ​ທ່ອນເຫລັກ​ຈົນ​ໝຸ່ນ​ທະລາຍ​ໄປສິ້ນ.

17 ບາງຄົນ​ໂງ່ຈ້າ​ທົນທຸກ​ຍ້ອນ​ການບາບ​ຂອງຕົນ ຍ້ອນ​ຄວາມ​ຊົ່ວຮ້າຍ​ທີ່​ຕົນ​ໄດ້​ກະທຳ​ໄວ້.

18 ພວກເຂົາ​ອ່ອນແຮງ​ໂພດ​ຈົນ​ບໍ່​ຢາກ​ກິນ​ຫຍັງ​ເລີຍ ທັງ​ຢູ່​ໃກ້ຊິດ​ກັບ​ຮ່ອມ​ແຫ່ງ​ຄວາມຕາຍ​ດ້ວຍ.

19 ເມື່ອ​ເດືອດຮ້ອນ​ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍ ແລະ​ພຣະອົງ​ກໍ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກໂສກ.

20 ໂດຍ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ພະຍາດ​ຂອງ​ພວກເຂົາ​ໄດ້​ຫາຍດີ ພຣະອົງ​ໄດ້​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຂຸມຝັງສົບ.

21 ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ສຳລັບ​ການ​ອັດສະຈັນ​ທີ່​ຊົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ນັ້ນ.

22 ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ ດ້ວຍ​ການ​ຖວາຍ​ເຄື່ອງບູຊາ​ແລະ​ດ້ວຍ​ບົດເພງ ອັນ​ຍິນດີ​ທີ່​ກ່າວ​ເຖິງ​ພຣະ​ຣາຊກິດ​ນັ້ນ.

23 ບາງຄົນ​ຂີ່​ເຮືອ​ທ່ອງທ່ຽວ​ໄປມາ​ໃນ​ມະຫາສະໝຸດ ຫາ​ລ້ຽງ​ຊີວິດ​ຕົນ​ຕາມ​ທ້ອງ​ທະເລ​ກວ້າງ.

24 ພວກເຂົາ​ໄດ້​ເຫັນ​ສິ່ງ​ທີ່​ພຣະເຈົ້າຢາເວ​ກະທຳ ຄື​ສິ່ງ​ອັດສະຈັນ​ທີ່​ຊົງ​ເຮັດ​ເທິງ​ຄື້ນ​ທະເລ​ນັ້ນ.

25 ພໍ​ພຣະອົງ​ໃຫ້​ຄຳສັ່ງ ລົມ​ອັນ​ແຮງກ້າ​ກໍ​ເລີ່ມ​ພັດ​ມາ ຟອງ​ຄື້ນ​ທະເລ​ກໍ​ເຄື່ອນໄຫວ​ໄປມາ​ໂລດ.

26 ເຮືອ​ໂຍກ​ຂຶ້ນ​ສູ່​ທ້ອງຟ້າ ໂຍບ​ລົງ​ສູ່​ທ້ອງ​ທະເລ ໃນ​ອັນຕະລາຍ​ຢ່າງນີ້ ມະນຸດ​ກໍ​ຂາດ​ຄວາມ​ກ້າຫານ.

27 ພວກເຂົາ​ຍ່າງ​ສະດຸດ​ລົ້ມ ແລະ​ໂຊເຊ​ດັ່ງ​ຄົນ​ເມົາເຫຼົ້າ ຄວາມ​ຊຳນານ​ຂອງ​ພວກເຂົາ​ລ້ວນແຕ່​ໄຮ້ປະໂຫຍດ.

28 ເມື່ອ​ເດືອດຮ້ອນ ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍ ແລະ​ພຣະອົງ​ກໍ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກໂສກ.

29 ພຣະອົງ​ເຮັດ​ໃຫ້​ພະຍຸ​ອັນ​ບ້າຄັ່ງ​ຢຸດ​ນິ້ງ​ສະຫງັດ​ລົງ ແລະ​ຄື້ນ​ໃນ​ທະເລ​ກໍ​ມິດງຽບ​ໝົດສິ້ນ.

30 ເພາະ​ຄວາມງຽບ​ສະຫງັດ​ນັ້ນ​ພວກເຂົາ​ຕ່າງ​ກໍ​ດີໃຈ, ແລ້ວ​ພຣະອົງ​ກໍ​ນຳ​ພວກເຂົາ​ມາ​ຮອດ​ທ່າ​ເຮືອ ຕາມ​ທີ່​ພວກເຂົາ​ຕ້ອງການ.

31 ພວກເຂົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ ສຳລັບ​ການ​ອັດສະຈັນ​ທີ່​ຊົງ​ໄດ້​ກະທຳ​ໃຫ້​ພວກເຂົາ​ນັ້ນ.

32 ພວກເຂົາ​ຕ້ອງ​ປະກາດ​ຄວາມ​ຍິ່ງໃຫຍ່​ໃນ​ທີ່​ຊຸມນຸມຊົນ ແລະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຕໍ່​ກອງ​ປະຊຸມ​ພວກຜູ້ນຳ.

33 ພຣະອົງ​ໄດ້​ເຮັດ​ໃຫ້​ແມ່ນໍ້າ​ບົກແຫ້ງ​ໝົດ ແລະ​ເຮັດ​ໃຫ້​ນໍ້າພຸ​ເຊົາ​ໄຫລ​ດ້ວຍ.

34 ພຣະອົງ​ໄດ້​ເຮັດ​ໃຫ້​ດິນ​ດີ​ກາຍເປັນ​ດິນ​ເຄັມ​ໄປ​ໝົດ ເພາະ​ຄວາມຊົ່ວ​ຂອງ​ພວກ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ.

35 ພຣະອົງ​ໃຫ້​ມີ​ໜອງ​ນໍ້າ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ມີ​ນໍ້າບໍ່​ໄຫລ​ໃນ​ດິນ​ແຫ້ງແລ້ງ.

36 ພຣະອົງ​ໃຫ້​ຜູ້​ອຶດຢາກ​ຕັ້ງ​ຫຼັກແຫຼ່ງ​ຢູ່​ອາໄສ ໃນ​ທີ່ນັ້ນ​ພວກເຂົາ​ໄດ້​ສ້າງ​ນະຄອນ​ອາໄສ​ຢູ່.

37 ພວກເຂົາ​ໄຖ​ນາ​ແລະ​ຫວ່ານກ້າ​ທັງ​ປູກ​ຕົ້ນອະງຸ່ນ ແລະ​ໄດ້​ເກັບ​ຜົນລະປູກ​ຢ່າງ​ອຸດົມສົມບູນ​ຍິ່ງ.

38 ພຣະອົງ​ອວຍພອນ​ຄົນ​ຂອງ​ພຣະອົງ​ໃຫ້​ມີ​ຫລາຍ ແລະ​ຮັກສາ​ຝູງສັດ​ຂອງ​ພວກເຂົາ​ບໍ່​ໃຫ້​ຫລຸດໜ້ອຍ.

39 ເມື່ອ​ໄພ່ພົນ​ຂອງ​ພຣະເຈົ້າ​ພ່າຍແພ້​ແລະ​ອັບອາຍ ຍ້ອນ​ຖືກ​ກົດຂີ່​ຢ່າງ​ທາລຸນ​ແລະ​ຖືກ​ທົນທຸກ.

40 ພຣະອົງ​ໄດ້​ໝິ່ນປະໝາດ​ຜູ້​ທີ່​ກົດຂີ່​ພວກເຂົາ ແລະ​ໃຫ້​ທຽວ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ເປົ່າປ່ຽວ.

41 ແຕ່​ພຣະອົງ​ຊ່ວຍກູ້​ເອົາ​ຄົນ​ທີ່​ລຳບາກ​ເຂັນໃຈ ແລະ​ເຮັດ​ໃຫ້​ຄອບຄົວ​ຂອງ​ພວກເຂົາ​ເພີ່ມ​ທະວີ​ດັ່ງ​ຝູງສັດ​ຕ່າງໆ.

42 ເມື່ອ​ຄົນ​ຊອບທຳ​ເຫັນ​ເຫດການ​ນີ້​ຕ່າງ​ກໍ​ດີໃຈ ແຕ່​ຄົນຊົ່ວຮ້າຍ​ທຸກຄົນ​ຕ່າງ​ກໍ​ງັບ​ປາກ​ມິດງຽບ.

43 ຂໍ​ໃຫ້​ຄົນມີ​ປັນຍາ​ຄິດເຖິງ​ສິ່ງ​ເຫຼົ່ານີ້​ດີໆ ຂໍ​ໃຫ້​ພວກເຂົາ​ພິຈາລະນາ​ເບິ່ງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan