Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 106 - ພຣະຄຳພີສັກສິ


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ດີ​ຕໍ່​ໄພ່ພົນ​ຂອງ​ພຣະອົງ

1 ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ຊົງ​ດີ​ຕໍ່​ໄພ່ພົນ​ຂອງ​ພຣະອົງ ແລະ​ຄວາມຮັກ​ຂອງ​ພຣະອົງ ກໍ​ດຳລົງຢູ່​ສືບໆໄປ​ເປັນນິດ.

2 ຜູ້ໃດ​ສາມາດ​ບອກ​ໄດ້​ເຖິງ​ສິ່ງ​ຍິ່ງໃຫຍ່​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ? ຫລື ຜູ້ໃດ​ສາມາດ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຢ່າງ​ເຖິງຈິດ​ເຖິງໃຈ​ໄດ້?

3 ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຄື​ຜູ້​ທີ່​ປະຕິບັດ​ຕາມ​ສິ່ງ​ຖືກຕ້ອງ​ຢູ່​ເລື້ອຍໆ.

4 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ ເມື່ອ​ພຣະອົງ​ຊ່ວຍເຫຼືອ​ໄພ່ພົນ​ຂອງ​ພຣະອົງ. ຂໍ​ຊົງ​ໂຜດ​ຮວມ​ເອົາ​ຂ້ານ້ອຍ​ເຂົ້າ​ນຳ ເມື່ອ​ພຣະອົງ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.

5 ຂໍ​ຊົງ​ໂຜດ​ໃຫ້​ໄດ້​ເຫັນ​ຄວາມຈະເລີນ​ຮຸ່ງເຮືອງ ຂອງ​ຜູ້​ທີ່​ເປັນ​ໄພ່ພົນ​ຂອງ​ພຣະອົງ​ດ້ວຍ ແລະ​ໃຫ້​ໄດ້​ມີ​ສ່ວນ​ໃນ​ຄວາມສຸກ​ຂອງ​ພວກເຂົາ ຄື​ໄດ້​ພາກພູມ​ໃຈ​ນຳ​ຊົນຊາດ​ຂອງ​ພຣະອົງ.

6 ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຄື​ກັບ​ປູ່ຍ່າຕາຍາຍ ແລະ​ໄດ້​ກະທຳ​ຜິດ​ແລະ​ປະພຶດ​ຢ່າງ​ຊົ່ວຮ້າຍ.

7 ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ໃນ​ເອຢິບ ບໍ່ໄດ້​ເຂົ້າໃຈ​ເຖິງ​ພຣະ​ຣາຊກິດ​ອັນ​ຍິ່ງໃຫຍ່, ພວກເພິ່ນ​ລືມໄລ​ຄວາມຮັກ​ທີ່​ພຣະອົງ​ໂຜດ​ໃຫ້​ເຫັນ ແລະ​ໄດ້​ກະບົດ​ຕໍ່ສູ້​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ທີ່​ທະເລແດງ

8 ແຕ່​ເພາະ​ພຣະອົງ​ໄດ້​ສັນຍາ ພຣະອົງ​ຈຶ່ງ​ຊ່ວຍ​ພວກເພິ່ນ​ໃຫ້​ພົ້ນໄພ ເພື່ອ​ສຳແດງ​ໃຫ້​ເຫັນ​ເຖິງ​ຣິດທານຸພາບ​ຂອງ​ພຣະອົງ.

9 ພຣະອົງ​ສັ່ງ​ທະເລແດງ​ໃຫ້​ແຫ້ງລົງ​ໝົດ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ ຂ້າມ​ໄປ​ຕາມ​ເທິງ​ດິນແຫ້ງ.

10 ພຣະອົງ​ໄດ້​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນ​ທີ່​ກຽດຊັງ​ພວກເພິ່ນ ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ພວກເພິ່ນ​ຈາກ​ເຫຼົ່າ​ສັດຕູ​ດ້ວຍ.

11 ແຕ່​ເຫຼົ່າ​ສັດຕູ​ຂອງ​ພວກເພິ່ນ​ໄດ້​ຈົມ​ນໍ້າ​ຕາຍ ຈົນ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ເຫຼືອ​ຢູ່.

12 ແລ້ວ​ປະຊາຊົນ​ກໍໄດ້​ເຊື່ອ​ຖ້ອຍຄຳ​ຂອງ​ພຣະອົງ ຕ່າງ​ກໍ​ຮ້ອງເພງ​ສັນລະເສີນ​ຖວາຍ​ແດ່​ພຣະອົງ.

13 ແຕ່​ພວກເພິ່ນ​ພັດ​ໄດ້​ລືມໄລ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ໂດຍໄວ ແລະ​ໄດ້​ກະທຳ​ໄປ​ໂດຍ​ບໍ່​ຂໍ​ຄຳແນະນຳ​ຈາກ​ພຣະອົງ.

14 ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ພວກເພິ່ນ​ເຕັມ​ແຕ່​ຕັນ​ຫາ​ພາໂລ ຈຶ່ງ​ຖື​ຕົວ​ເປັນ​ເຫດ​ເອົາ​ພຣະເຈົ້າ​ມາ​ທົດສອບ.

15 ສະນັ້ນ ພຣະອົງ​ຈຶ່ງ​ໃຫ້​ຕາມ​ທີ່​ພວກເພິ່ນ​ໄດ້​ຂໍ ແຕ່​ໄດ້​ສົ່ງ​ພະຍາດ​ອັນ​ຮ້າຍແຮງ​ມາ​ໃນ​ທ່າມກາງ​ພວກເພິ່ນ.

16 ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ພວກເຂົາ​ອິດສາ​ໂມເຊ ທັງ​ອາໂຣນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ດ້ວຍ.

17 ແລ້ວ​ແຜ່ນດິນ​ກໍໄດ້​ຍະ ແລະ​ກືນ​ກິນ​ດາທານ ທັງ​ໄດ້​ຖົມ​ອາບີຣາມ​ກັບ​ຄອບຄົວ​ຂອງ​ພວກເຂົາ​ດ້ວຍ.

18 ໄຟ​ໄດ້​ຕົກ​ມາ​ຖືກ​ໝູ່ຄະນະ​ຂອງ​ພວກເຂົາ ແລ້ວ​ກໍ​ໄໝ້​ເຜົາຜານ​ປະຊາຊົນ​ຜູ້​ຊົ່ວຮ້າຍ.

19 ທີ່​ພູເຂົາ​ຊີນາຍ​ພວກເຂົາ​ໄດ້​ສ້າງ​ຮູບ​ໜຶ່ງ​ເປັນ​ງົວຄຳ​ ແລະ​ພາກັນ​ຂາບໄຫວ້​ຮູບປັ້ນ​ເປັນ​ງົວຄຳ​ນັ້ນ.

20 ພວກເຂົາ​ເອົາ​ພຣະເຈົ້າ​ຜູ້​ເປັນ​ກຽດສັກສີ​ຂອງ​ພວກຕົນ ປ່ຽນ​ກັບ​ຮູບ​ສັດເດຍລະສານ​ທີ່​ກິນ​ຫຍ້າ​ໂຕໜຶ່ງ.

21 ພວກເຂົາ​ໄດ້​ລືມໄລ​ພຣະເຈົ້າ​ຜູ້​ທີ່​ຊ່ວຍ​ໃຫ້​ພົ້ນໄພ ດ້ວຍ​ຣິດທານຸພາບ​ໃນ​ເອຢິບ​ນັ້ນ.

22 ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ນັ້ນ ໜ້າ​ອັດສະຈັນ​ຫລາຍ ເປັນ​ສິ່ງ​ປະຫລາດ​ໃຈ​ທີ່​ເກີດຂຶ້ນ​ໃນ​ທະເລແດງ​ນັ້ນ

23 ເມື່ອ​ພຣະອົງ​ບອກ​ວ່າ ພຣະອົງ​ຈະ​ທຳລາຍ​ປະຊາຊົນ​ຂອງ​ພຣະອົງ ໂມເຊ​ຄົນ​ທີ່​ຊົງ​ໄດ້​ເລືອກເອົາ​ກໍ​ລຸກ​ຂຶ້ນ​ຂັດຄ້ານ​ໄວ້. ເພິ່ນ​ໄດ້​ຢັບຢັ້ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ໂດຍ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ຖືກ​ທຳລາຍ.

24 ແລ້ວ​ພວກເຂົາ​ກໍໄດ້​ປະຕິເສດ​ດິນແດນ​ທີ່​ໃຫ້​ພໍໃຈ ເພາະ​ບໍ່ໄດ້​ເຊື່ອຟັງ​ຄຳສັນຍາ​ຂອງ​ພຣະອົງ.

25 ພວກເຂົາ​ອາໄສ​ຜ້າເຕັນ​ຢູ່​ແລະ​ຈົ່ມວ່າ​ຢ່າງ​ບໍ່​ພໍໃຈ ແລະ​ບໍ່​ຍອມ​ຟັງ​ສຽງ​ຂອງ​ພຣະເຈົ້າຢາເວ.

26 ສະນັ້ນ ພຣະອົງ​ຈຶ່ງ​ໃຊ້​ຖ້ອຍຄຳ​ເຕືອນ​ຢ່າງ​ແຂງແຮງ​ວ່າ​ພວກເຂົາ​ຈະ​ຕາຍ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ

27 ແລະ​ຈະ​ໃຫ້​ລູກຫລານ​ແຕກ​ໄປ​ຢູ່​ທ່າມກາງ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ ໂດຍ​ປ່ອຍ​ໃຫ້​ຕາຍ​ຢູ່​ໃນ​ປະເທດ​ຕ່າງດ້າວ.

28 ແລ້ວ​ທີ່​ເປອໍ​ພວກເຂົາ​ກໍໄດ້​ຮ່ວມ​ຂາບໄຫວ້​ພະບາອານ ແລະ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ພະ​ທີ່​ບໍ່ມີ​ຊີວິດ.

29 ພວກເຂົາ​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ໂດຍ​ກະທຳ​ຜິດ ແລະ​ພະຍາດ​ອັນ​ຮ້າຍແຮງ​ກໍໄດ້​ລະບາດ​ເຂົ້າ​ໄປ​ໃນ​ທ່າມກາງ​ພວກ​ເຂົາເຈົ້າ.

30 ແຕ່​ຟີເນຮາ​ໄດ້​ລຸກ​ຂຶ້ນ​ລົງໂທດ​ຜູ້​ທີ່​ເຮັດ​ຜິດ ແລ້ວ​ໂຣກ​ລະບາດ​ກໍໄດ້​ຢຸດ​ສະໜິດ​ຈົນ​ສິ້ນ.

31 ພຣະອົງ​ຈຶ່ງ​ຖື​ວ່າ​ລາວ​ນັ້ນ​ຊອບທຳ​ສະເໝີມາ ຕະຫລອດ​ຈາກ​ຄົນ​ເຊັ່ນນີ້​ເຖິງ​ຄົນ​ເຊັ່ນໜ້າ​ສືບໆໄປ.

32 ທີ່​ບໍ່ນໍ້າ​ເມຣິບາ ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ ແລະ​ໂມເຊ​ກໍ​ເດືອດຮ້ອນ​ນຳ​ເພາະ​ເລື່ອງ​ນັ້ນ.

33 ພວກເຂົາ​ໄດ້​ເຮັດ​ໃຫ້​ເພິ່ນ​ຂົມຂື່ນ​ລະທົມ​ໃຈ ຈົນ​ເພິ່ນ​ໄດ້​ເວົ້າຈາ​ໄປ​ໂດຍ​ບໍ່​ທັນ​ໄດ້​ຄິດ​ສາກ່ອນ.

34 ພວກເຂົາ​ບໍ່ໄດ້​ຂ້າ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ​ເຫຼົ່ານັ້ນ​ໝົດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ບັນຊາ​ໄວ້,

35 ແຕ່​ພັດ​ໄດ້​ແຕ່ງງານ​ກັບ​ພວກ​ເຂົາເຈົ້າ ແລະ​ເອົາ​ວິທີ​ປ່າເຖື່ອນ​ຂອງ​ພວກເຂົາ​ມາ​ປະຕິບັດ​ຕາມ.

36 ພວກເຂົາ​ໄດ້​ຂາບໄຫວ້​ຮູບເຄົາຣົບ​ທັງຫລາຍ ເປັນເຫດ​ແຫ່ງ​ຄວາມ​ຈິບຫາຍ​ທີ່​ພວກເຂົາ​ໄດ້​ຮັບ.

37 ພວກເຂົາ​ໄດ້​ຖວາຍ​ລູກ​ຊາຍ​ຍິງ​ຂອງ​ຕົນເອງ ໃຫ້​ເປັນ​ເຄື່ອງ​ບູຊາ​ແກ່​ຮູບປັ້ນ ຂອງ​ຊາວ​ການາອານ​ນັ້ນ.

38 ພວກເຂົາ​ໄດ້​ຂ້າ​ເດັກນ້ອຍ​ເຫຼົ່ານັ້ນ​ທີ່​ບໍ່ມີ​ຄວາມຜິດ ແລະ​ດິນແດນ​ກໍ​ເປັນ​ມົນທິນ​ຍ້ອນ​ການ​ນັ້ນ.

39 ພວກເຂົາ​ເປັນ​ມົນທິນ​ຍ້ອນ​ພວກເຂົາ​ກະທຳ​ຜິດ ແລະ​ເປັນ​ຄົນ​ທີ່​ບໍ່​ສັດຊື່​ຕໍ່​ພຣະເຈົ້າ.

40 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ໄພ່ພົນ​ຂອງ​ພຣະອົງ ພຣະອົງ​ເບື່ອໜ່າຍ​ກຽດຊັງ​ພວກເຂົາ.

41 ພຣະອົງ​ຈຶ່ງ​ປະ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ຄົນ​ທີ່​ບໍ່​ນັບຖື​ພຣະອົງ ແລະ​ສັດຕູ​ກໍໄດ້​ມາ​ປົກຄອງ​ເໜືອ​ພວກ​ເຂົາເຈົ້າ.

42 ພວກເຂົາ​ຖືກ​ກົດຂີ່​ໂດຍ​ສັດຕູ ແລະ​ພວກເຂົາ​ກໍ​ຕົກ ຢູ່​ໃຕ້​ອຳນາດ​ຂອງ​ເຫຼົ່າ​ສັດຕູ​ຈົນ​ໝົດສິ້ນ.

43 ຫລາຍ​ຄັ້ງ​ພຣະອົງ​ໄດ້​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ, ແຕ່​ພວກເຂົາ​ພັດ​ເລືອກ​ກະບົດ​ຕໍ່​ພຣະອົງ ຈຶ່ງ​ຈົມ​ຢູ່​ໃນ​ການບາບ​ຂອງ​ພວກເຂົາ​ເອງ.

44 ເຖິງປານນັ້ນ ພຣະອົງ​ກໍ​ຍັງ​ຟັງ​ສຽງ​ຮ້ອງທູນ​ຂອງ​ພວກເຂົາ, ຈຶ່ງ​ກັບ​ມາ​ສົນໃຈ​ໃນ​ຄວາມທຸກ​ຂອງ​ພວກເຂົາ

45 ເພື່ອ​ເຫັນ​ແກ່​ພວກເຂົາ ພຣະອົງ​ຈຶ່ງ​ຈົດຈຳ​ພັນທະສັນຍາ​ຂອງ​ພຣະອົງ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ພຣະອົງ​ຈຶ່ງ​ຊົງ​ເມດຕາ​ພວກ​ເຂົາເຈົ້າ.

46 ພຣະອົງ​ໄດ້​ເຮັດ​ໃຫ້​ພວກ​ທີ່​ກົດຂີ່​ພວກເຂົາ ເມດຕາ​ສົງສານ​ພວກເຂົາ​ດ້ວຍ.

47 ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນໄພ​ແລະ​ນຳ​ຄືນ​ມາ ຈາກ​ທ່າມກາງ​ບັນດາ​ຊົນຊາດ​ດ້ວຍ ເພື່ອ​ວ່າ​ຈະ​ໄດ້​ໂມທະນາ​ຂອບພຣະຄຸນ ແລະ​ສັນລະເສີນ​ພຣະນາມ​ອັນ​ບໍຣິສຸດ​ນັ້ນ.

48 ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ບັດນີ້​ແລະ​ຕະຫລອດໄປ ໃຫ້​ທຸກຄົນ​ກ່າວ​ວ່າ, “ອາແມນ.” ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan