Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 105 - ພຣະຄຳພີສັກສິ


ພຣະເຈົ້າ​ແລະ​ປະຊາຊົນ​ຂອງ​ພຣະອົງ.
( 1 ຂຄ 16:8-22 )

1 ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຈົ່ງ​ປະກາດ​ພຣະນາມ​ຂອງ​ພຣະອົງ ຈົ່ງ​ບອກ​ຊົນຊາດ​ທັງຫລາຍ ໃນ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ.

2 ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະອົງ ຈົ່ງ​ກ່າວ​ເຖິງ​ສິ່ງ​ອັດສະຈັນ​ທີ່​ຊົງ​ໄດ້​ກະທຳ​ນັ້ນ.

3 ຈົ່ງ​ອວດ​ພຣະນາມ​ບໍຣິສຸດ​ຂອງ​ພຣະອົງ ທຸກຄົນ​ທີ່​ສະແຫວງຫາ​ພຣະເຈົ້າຢາເວ ຈົ່ງ​ຊື່ນໃຈ​ຍິນດີ​ເທີ້ນ.

4 ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ ແລະ​ພຣະກຳລັງ​ຂອງ​ພຣະອົງ ແລະ​ສືບຕໍ່​ສະແຫວງຫາ​ພຣະພັກ​ຂອງ​ພຣະອົງ​ເລື້ອຍໄປ.

5-6 ພວກເຈົ້າ​ຜູ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເອີຍ ພວກເຈົ້າ​ຜູ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ​ຜູ້​ທີ່​ພຣະອົງ​ຊົງ​ເລືອກໄວ້ ຈົ່ງ​ຈົດຈຳ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ຊົງ​ກະທຳ ແລະ​ການ​ພິພາກສາ​ທີ່​ພຣະອົງ​ໄດ້​ມອບ​ໃຫ້.

7 ພຣະອົງ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຂໍ້ຄຳສັ່ງ​ຂອງ​ພຣະອົງ​ໃຊ້​ກັນ​ຢູ່​ທົ່ວ​ໂລກ.

8 ພຣະອົງ​ຈະ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ສືບໆໄປ ເປັນ​ພຣະສັນຍາ​ສຳລັບ​ຫລາຍ​ຊົ່ວພັນ​ເຊັ່ນຄົນ.

9 ພຣະອົງ​ຈະ​ຮັກສາ​ຄຳ​ຕົກລົງ​ທີ່​ມີ​ກັບ​ອັບຣາຮາມ ແລະ​ຄຳສັນຍາ​ທີ່​ມີ​ກັບ​ອີຊາກ.

10 ພຣະເຈົ້າ​ໄດ້​ເຮັດ​ພັນທະສັນຍາ​ກັບ​ຢາໂຄບ​ຄື​ກັນ ເປັນ​ພັນທະສັນຍາ​ຢ່າງດຽວ​ທີ່​ມີ​ຢູ່​ເປັນນິດ.

11 ພຣະອົງ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ມອບ​ການາອານ​ໃຫ້ ເປັນ​ກຳມະສິດ​ຂອງ​ພວກເຈົ້າ​ແຕ່​ເທົ່ານັ້ນ.”

12 ປະຊາຊົນ​ຂອງ​ພຣະເຈົ້າ​ມີ​ຈຳນວນ​ໜ້ອຍ ເປັນ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ການາອານ​ນັ້ນ.

13 ພວກເພິ່ນ​ທ່ອງທ່ຽວ​ຈາກ​ປະເທດ​ນີ້​ສູ່​ປະເທດ​ອື່ນ ຈາກ​ອານາຈັກ​ນີ້​ໄປ​ສູ່​ອານາຈັກ​ອື່ນ​ອີກ.

14 ພຣະອົງ​ບໍ່​ໃຫ້​ຜູ້ໃດ​ກົດຂີ່​ພວກເພິ່ນ ເພື່ອ​ປົກປ້ອງ ພຣະອົງ​ໄດ້​ເຕືອນ ບັນດາ​ກະສັດ​ດັ່ງນີ້:

15 “ຢ່າ​ທຳຮ້າຍ​ຜູ້ຮັບໃຊ້​ທີ່​ເຮົາ​ໄດ້​ເຈີມໄວ້ ຢ່າ​ແຕະຕ້ອງ​ບັນດາ​ຜູ້ທຳນວາຍ​ຂອງເຮົາ.”

16 ພຣະອົງ​ສົ່ງ​ການ​ອຶດຢາກ​ມາ​ສູ່​ປະເທດ​ຂອງ​ພວກເພິ່ນ ແລະ​ໄດ້​ເອົາ​ອາຫານ​ທັງໝົດ​ໜີໄປ​ດ້ວຍ.

17 ແຕ່​ພຣະອົງ​ໄດ້​ສົ່ງ​ຊາຍ​ຄົນ​ໜຶ່ງ​ໄປ​ກ່ອນໜ້າ​ພວກເພິ່ນ ຄື​ໂຢເຊັບ​ຜູ້​ທີ່​ໄດ້​ຖືກ​ຂາຍ​ໃຫ້​ໄປ​ເປັນ​ທາດ.

18 ຕີນ​ຂອງ​ເພິ່ນ​ຖືກ​ພວກເຂົາ​ລ່າມໂສ້​ແລະ​ຄໍ​ຂອງ​ເພິ່ນ ກໍ​ຖືກ​ພວກເຂົາ​ໃສ່​ປອກເຫລັກ

19 ຈົນ​ສິ່ງ​ທີ່​ເພິ່ນ​ໄດ້​ທຳນວາຍ​ນັ້ນ​ກາຍເປັນຈິງ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ພິສູດ​ວ່າ​ເພິ່ນ​ຖືກຕ້ອງ.

20 ແລ້ວ​ກະສັດ​ແຫ່ງ​ເອຢິບ​ກໍໄດ້​ປົດປ່ອຍ​ໃຫ້​ເພິ່ນ​ໄປ ຜູ້ປົກຄອງ​ນາໆ​ຊາດ​ໄດ້​ປ່ອຍ​ເພິ່ນ​ໃຫ້​ເປັນ​ອິດສະຫລະ.

21 ເພິ່ນ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ຮັບຜິດຊອບ​ລັດຖະບານ ເພິ່ນ​ໄດ້​ປົກຄອງ​ປະຊາຊົນ​ທົ່ວ​ທັງ​ແດນດ້າວ

22 ທັງ​ມີ​ອຳນາດ​ເໜືອ​ຂ້າຣາຊການ​ທັງໝົດ ມີ​ອຳນາດ​ແນະນຳ​ທີ່ປຶກສາ​ຂອງ​ກະສັດ​ດ້ວຍ.

23 ແລ້ວ​ຢາໂຄບ​ກໍໄດ້​ໄປ​ທີ່​ເອຢິບ ແລະ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ທີ່ນັ້ນ.

24 ພຣະເຈົ້າຢາເວ​ໄດ້​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ທະວີ​ຫລາຍ​ຂຶ້ນ ແລະ​ໃຫ້​ພວກເຂົາ​ເຂັ້ມແຂງ​ກວ່າ​ພວກ​ສັດຕູ​ດ້ວຍ.

25 ຊາວ​ເອຢິບ​ຈຶ່ງ​ກຽດຊັງ​ປະຊາຊົນ​ຂອງ​ພຣະອົງ ແລະ​ໃຊ້​ອຸບາຍ​ຕໍ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ.

26 ແລ້ວ​ພຣະອົງ​ກໍໄດ້​ສົ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄປ ແລະ​ສົ່ງ​ອາໂຣນ​ຜູ້​ທີ່​ພຣະອົງ​ໄດ້​ເລືອກໄວ້.

27 ທັງສອງ​ໄດ້​ກະທຳ​ຣິດທານຸພາບ​ຂອງ​ພຣະອົງ​ໃຫ້​ເຫັນ ໂດຍ​ໄດ້​ເຮັດ​ການ​ອັດສະຈັນ​ຕ່າງໆ​ໃນ​ປະເທດ​ເອຢິບ​ນັ້ນ.

28 ພຣະອົງ​ໄດ້​ສົ່ງ​ຄວາມມືດ​ມາ​ສູ່​ເອຢິບ ແຕ່​ຊາວ​ເອຢິບ​ບໍ່ໄດ້​ເຊື່ອຟັງ ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

29 ພຣະອົງ​ໄດ້​ປ່ຽນ​ນໍ້າ​ໃຫ້​ກາຍເປັນ​ເລືອດ​ໄຫລ​ນອງ ແລະ​ໄດ້​ເຮັດ​ໃຫ້​ປາ​ຂອງ​ພວກເຂົາ​ຕາຍ​ໝົດກ້ຽງ.

30 ປະເທດ​ຂອງ​ພວກເຂົາ​ໄດ້​ຖືກ​ຝູງ​ກົບ​ມາ​ຮາວີ​ ແມ່ນແຕ່​ໃນ​ວັງ​ກໍ​ເຕັມ​ໄປ​ດ້ວຍ​ຝູງ​ກົບ​ທັງນັ້ນ.

31 ພຣະອົງ​ໄດ້​ສັ່ງ​ໃຫ້​ຝູງ​ຮີ້ນ​ແລະ​ຝູງເຫລືອກ​ມາ ມີ​ຈຳນວນ​ມາກມາຍ​ໄຕ່​ຢູ່​ທົ່ວ​ປະເທດ​ຂອງ​ພວກເຂົາ.

32 ພຣະອົງ​ສົ່ງ​ໝາກເຫັບ​ແລະ​ຟ້າ​ແມບເຫລື້ອມ ແທນ​ທີ່​ຈະ​ເປັນ​ນໍ້າ​ຝົນ​ລົງ​ມາ​ສູ່​ດິນແດນ​ນັ້ນ.

33 ພຣະອົງ​ທຳລາຍ​ເຄືອ​ອະງຸ່ນ​ແລະ​ຕົ້ນ​ເດື່ອເທດ ແລະ​ເຮັດ​ໃຫ້​ຕົ້ນໄມ້​ຕ່າງໆ​ຫັກ​ລົ້ມລົງ​ໝົດສິ້ນ.

34 ພຣະອົງ​ໄດ້​ໃຫ້​ຄຳສັ່ງ​ແລະ​ຝູງ​ຕັກແຕນ​ກໍໄດ້​ມາ ພວກມັນ​ມາ​ຢ່າງ​ມະຫາສານ ຈົນ​ນັບ​ບໍ່ໄດ້.

35 ພວກມັນ​ກິນ​ພືດພັນ​ທັງໝົດ​ທີ່​ໄດ້​ເກີດ​ໃນ​ດິນແດນ ແລະ​ກິນ​ຜົນລະປູກ​ທຸກ​ແນວ​ຕາມ​ພື້ນດິນ​ນັ້ນ.

36 ພຣະອົງ​ໄດ້​ຂ້າ​ລູກຊາຍກົກ​ທັງຫລາຍ ຂອງ​ທຸກໆ​ຄອບຄົວ​ໃນ​ເອຢິບ​ຖິ້ມ.

37 ແລ້ວ​ພຣະອົງ​ກໍໄດ້​ນຳ​ພວກ​ອິດສະຣາເອນ​ອອກ​ໄປ ພວກເຂົາ​ໄດ້​ຖື​ເອົາ​ເງິນ​ແລະ​ຄຳ​ໄປ​ນຳ​ດ້ວຍ, ທຸກຄົນ​ຕ່າງ​ກໍ​ມີ​ສຸຂະພາບ​ແຂງແຮງ​ດີ ພ້ອມ​ທັງ​ມີ​ກຳລັງ​ເຂັ້ມແຂງ​ດີ​ດ້ວຍ.

38 ຊາວ​ເອຢິບ​ຕ່າງ​ກໍ​ເກີດ​ຄວາມຢ້ານ​ຢ່າງ​ໃຫຍ່ຫລວງ ຕ່າງ​ກໍ​ດີໃຈ​ເມື່ອ​ເຫັນ​ພວກເຂົາ​ໜີໄປ​ແລ້ວ.

39 ພຣະອົງ​ໄດ້​ໃຊ້​ເມກ​ປົກບັງ​ປະຊາຊົນ​ຂອງ​ພຣະອົງ ແລະ​ໃຊ້​ໄຟ​ເພື່ອ​ເປັນ​ແສງ​ສະຫວ່າງ​ໃນ​ເວລາ​ກາງຄືນ.

40 ພວກເພິ່ນ ຮຽກຮ້ອງ​ແລະ​ພຣະອົງ​ໄດ້​ສົ່ງ​ນົກ​ຂຸ້ມ​ມາ ພຣະອົງ​ປະທານ​ອາຫານ​ຈາກ​ສະຫວັນ​ໃຫ້​ພວກເພິ່ນ​ຢ່າງ​ອຸດົມສົມບູນ.

41 ພຣະອົງ​ໄດ້​ແຍກ​ຫີນ ແລະ​ນໍ້າ​ໄດ້​ໄຫລພຸ້ງ​ອອກ​ມາ ມັນ​ໄຫລ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ເໝືອນ​ດັ່ງ​ແມ່ນໍ້າ.

42 ພຣະອົງ​ໄດ້​ລະນຶກເຖິງ​ພຣະສັນຍາ​ອັນ​ສັກສິດ ທີ່​ມີ​ຕໍ່​ອັບຣາຮາມ​ຜູ້ຮັບໃຊ້​ຂອງ​ພຣະອົງ.

43 ດັ່ງນັ້ນ ພຣະອົງ​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ອອກ​ໄປ ຢ່າງ​ຊົມຊື່ນ​ຍິນດີ ຄື​ຄົນ​ທັງຫຼາຍ​ທີ່​ພຣະອົງ​ໄດ້​ເລືອກໄວ້​ນັ້ນ​ດ້ວຍ​ການຮ້ອງເພງ.

44 ພຣະອົງ​ໄດ້​ຍົກ​ດິນແດນ​ຂອງ​ຊົນຊາດ​ອື່ນ​ໃຫ້​ພວກເພິ່ນ ແລະ​ໃຫ້​ຢຶດເອົາ​ໄຮ່​ນາ​ຂອງ​ຄົນ​ເຫຼົ່ານັ້ນ

45 ເພື່ອ​ວ່າ​ປະຊາຊົນ​ຂອງ​ພຣະອົງ​ຈະ​ເຊື່ອຟັງ​ກົດບັນຍັດ ແລະ​ຖື​ຮັກສາ​ຂໍ້ຄຳສັ່ງ​ທັງໝົດ​ຂອງ​ພຣະອົງ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan