Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 104 - ພຣະຄຳພີສັກສິ


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ພຣະຜູ້​ສ້າງ

1 ຈິດໃຈ​ຂອງຂ້ອຍ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ຊົງ​ຍິ່ງໃຫຍ່. ພຣະອົງ​ຫົ່ມ​ສະຫງ່າຣາສີ​ແລະ​ກຽດຕິຍົດ.

2 ພຣະອົງ​ຫຸ້ມຫໍ່​ພຣະອົງ​ເອງ​ດ້ວຍ​ແສງ​ຣັດສະໝີ ພຣະອົງ​ກາງ​ຟ້າ​ສະຫວັນ​ດັ່ງ​ກາງ​ຜ້າເຕັນ.

3 ສ້າງ​ບ່ອນ​ຢູ່​ຂອງ​ພຣະອົງ​ເທິງ​ນໍ້າ​ທັງຫລາຍ ພຣະອົງ​ໃຊ້​ກ້ອນເມກ​ເປັນ​ມ້າ​ແລະ​ຢູ່​ເທິງ​ປີກ​ລົມ​ຂີ່​ເຫາະໄປ.

4 ພຣະອົງ​ໃຊ້​ລົມ​ໃຫ້​ເປັນ​ຜູ້​ສົ່ງຂ່າວ​ຂອງ​ພຣະອົງ ແລະ​ໃຫ້​ແສງ​ຟ້າ​ແມບເຫລື້ອມ​ເປັນ​ຜູ້ຮັບໃຊ້.

5 ພຣະອົງ​ຕັ້ງ​ແຜ່ນດິນ​ໂລກ​ເທິງ​ຮາກຖານ​ອັນ​ໝັ້ນຄົງ ແລະ​ຈະ​ບໍ່​ຖືກ​ເຄື່ອນຍ້າຍ​ໄປ​ສູ່​ທີ່​ໃດ​ຈັກເທື່ອ.

6 ພຣະອົງ​ໃຫ້​ມະຫາສະໝຸດ​ຫຸ້ມຫໍ່​ດັ່ງ​ເຄື່ອງນຸ່ງຫົ່ມ​ຮ່າງກາຍ ແລະ​ໃຫ້​ນໍ້າ​ປົກຄຸມ​ຢູ່​ເທິງ​ຖ້ວມ​ພູ​ທັງຫລາຍ​ໄວ້.

7 ແຕ່​ເມື່ອ​ພຣະອົງ​ນາບຂູ່​ນໍ້າມັນ​ກໍ​ຫລົບ​ໜີໄປ ເວລາ​ມັນ​ໄດ້ຍິນ​ສຽງ​ພຣະອົງ​ຮ້ອງ​ສັ່ງ ມັນ​ກໍ​ໄຫລ​ໄປ​ໂລດ.

8 ມັນ​ໄຫລ​ຜ່ານ​ພູ​ຕ່າງໆ​ສູ່​ຮ່ອມພູ​ທັງຫລາຍ ຄື​ສູ່​ບ່ອນ​ທີ່​ພຣະອົງ​ໄດ້​ສ້າງ​ໄວ້​ສຳລັບ​ມັນ​ນັ້ນ.

9 ພຣະອົງ​ຕັ້ງ​ເຂດແດນ​ໄວ້​ເພື່ອ​ບໍ່​ໃຫ້​ນໍ້າ​ໄຫລ​ເຂົ້າ​ມາ ເພື່ອ​ວ່າ​ບໍ່​ໃຫ້​ນໍ້າ​ໄຫລ​ຖ້ວມ​ແຜ່ນດິນ​ໂລກ​ອີກ.

10 ພຣະອົງ​ສ້າງ​ນໍ້າພຸ​ໃຫ້​ໄຫລ​ໄປ​ຕາມ​ຮ່ອມພູ ແລະ​ໃຫ້​ແມ່ນໍ້າ​ໄຫລ​ຜ່ານ​ລະຫວ່າງ​ເນີນພູ​ດ້ວຍ.

11 ເປັນ​ບ່ອນ​ທີ່​ບັນດາ​ສັດປ່າ​ກິນ​ນໍ້າ​ຕາມ​ລຳທານ ແລະ​ລໍປ່າ​ທັງຫລາຍ​ກໍ​ບັນເທົາ​ກະຫາຍ​ນໍ້າ.

12 ໃນ​ທ່າມກາງ​ຕົ້ນໄມ້​ທີ່​ຢູ່​ໃກ້​ແຄມ​ລຳທານ ຝູງນົກ​ສ້າງ​ຮັງ​ພ້ອມ​ທັງ​ສົ່ງ​ສຽງ​ຮໍ່າຮ້ອງ.

13 ຈາກ​ທ້ອງຟ້າ​ພຣະອົງ​ໃຫ້​ຝົນ​ຕົກ​ໃສ່​ພູ​ທັງຫລາຍ ແລະ​ພຣະພອນ​ກໍ​ເຕັມ​ໄປ​ທົ່ວ​ທັງ​ແຜ່ນດິນ​ໂລກ.

14 ພຣະອົງ​ເຮັດ​ໃຫ້​ຫຍ້າ​ເກີດຂຶ້ນ​ສຳລັບ​ຝູງສັດ ແລະ​ພືດພັນ​ສຳລັບ​ໃຫ້​ມະນຸດ​ເພາະປູກ

15 ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ປູກຝັງ​ຕາມ​ຜືນ​ແຜ່ນດິນ ແລະ​ຜະລິດ​ເຫຼົ້າ​ອະງຸ່ນ​ທີ່​ໃຫ້​ຄວາມ​ມ່ວນຊື່ນ ນໍ້າມັນ​ໝາກກອກເທດ​ທີ່​ໃຫ້​ຄວາມ​ຊື່ນບານ ແລະ​ເຂົ້າ​ທີ່​ໃຫ້​ພວກເຂົາ​ມີ​ເຫື່ອແຮງ​ຂຶ້ນໃໝ່.

16 ສ່ວນ​ຕົ້ນ​ແປກ​ທີ່​ເລບານອນ​ກໍ​ຮັບ​ນໍ້າ​ຝົນ​ຫລາຍ ເປັນ​ຕົ້ນໄມ້​ທີ່​ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ໄດ້​ປູກ​ໄວ້.

17 ເທິງ​ຕົ້ນໄມ້​ນັ້ນ​ຝູງນົກ​ໄດ້​ເຮັດ​ຮັງ​ຂອງ​ພວກມັນ ເປັນ​ຮັງ​ນົກ​ຍາງ​ຢູ່​ເທິງ​ຕົ້ນ​ສົນ​ນັ້ນ.

18 ແບ້​ປ່າ​ກໍ​ອາໄສ​ຢູ່​ຕາມ​ເທິງ​ພູ​ທັງຫລາຍ ແລະ​ກະຕ່າຍ​ກໍ​ຫລົບລີ້​ຢູ່​ຕາມ​ໜ້າຜາ​ນັ້ນ.

19 ພຣະອົງ​ໄດ້​ສ້າງ​ດວງເດືອນ​ເພື່ອ​ໝາຍ​ເດືອນ​ປີ ແລະ​ດວງຕາເວັນ​ເພື່ອ​ໃຫ້​ຮູ້​ເວລາ​ຕັ້ງ​ໄວ້.

20 ພຣະອົງ​ໄດ້​ສົ່ງ​ຄວາມມືດ​ມາ​ເປັນ​ຕອນ​ກາງຄືນ ຊຶ່ງ​ເປັນ​ເວລາ​ທີ່​ສັດປ່າ​ອອກ​ໄປ​ທ່ອງທ່ຽວ.

21 ສິງໜຸ່ມ​ແຜດສຽງ​ຮ້ອງ​ເວລາ​ອອກ​ຊອກຫາ​ກິນ ໂດຍ​ຊອກຫາ​ອາຫານ​ທີ່​ພຣະເຈົ້າ​ຈັດ​ໄວ້​ໃຫ້.

22 ເມື່ອ​ຕາເວັນ​ຂຶ້ນ ພວກມັນ​ກໍ​ກັບຄືນ​ສູ່​ຖິ່ນ​ເດີມ ແລະ​ເອ່ນ​ຕົວ​ລົງ​ນອນ​ຢູ່​ຕາມ​ເຫວ​ຕາມ​ຖໍ້າ.

23 ແລ້ວ​ມະນຸດ​ກໍ​ອອກ​ໄປ​ເຮັດ​ວຽກງານ​ຂອງຕົນ ແລະ​ເຮັດ​ວຽກ​ຕໍ່ໄປ​ຈົນ​ຕະຫລອດ​ຮອດຄໍ່າ.

24 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ສ້າງ​ຫລາຍ​ສິ່ງ​ຫລາຍແນວ ພຣະອົງ​ໄດ້​ສ້າງ​ສັບພະທຸກສິ່ງ​ໃນ​ຈັກກະວານ​ນີ້. ພຣະອົງ​ໄດ້​ສ້າງ​ສິ່ງ​ເຫຼົ່ານີ້​ຢ່າງ​ສະຫລາດ ແຜ່ນດິນ​ໂລກ​ກໍ​ເຕັມ​ດ້ວຍ​ສິ່ງ​ທີ່​ພຣະອົງ​ໄດ້​ສ້າງ.

25 ມີ​ມະຫາສະໝຸດ​ອັນ​ເລິກ​ກວ້າງໃຫຍ່​ໄພສານ ບ່ອນ​ສັດ​ນ້ອຍໃຫຍ່​ທັງຫລາຍ​ອາໄສ​ຢູ່​ນັບ​ບໍ່ຖ້ວນ.

26 ເຮືອ​ແລ່ນ​ໄປມາ​ແລະ​ເງືອກ​ກໍ​ລອຍ​ຫລີ້ນ​ສະບາຍ ຊຶ່ງ​ເປັນ​ສັດ​ໃຫຍ່​ທີ່​ພຣະອົງ​ໄດ້​ສ້າງ​ຂຶ້ນ​ມາ​ນັ້ນ.

27 ສັດ​ທັງໝົດ​ເຫຼົ່ານັ້ນ​ເພິ່ງພາ​ອາໄສ​ພຣະອົງ ເປັນ​ຜູ້​ໃຫ້​ອາຫານ​ໃນ​ຍາມ​ພວກມັນ​ຢາກ.

28 ພວກມັນ​ກິນ​ອາຫານ​ທີ່​ພຣະອົງ​ເປັນ​ຜູ້​ຈັດຫາ ແມ່ນ​ພຣະອົງ​ທີ່​ໃຫ້​ອາຫານ​ກິນ​ອີ່ມທ້ອງ.

29 ເວລາ​ພຣະອົງ​ຫັນໜ້າ​ໜີ​ມັນ​ກໍ​ເກີດ​ຢ້ານກົວ ເມື່ອ​ຖອດ​ລົມຫາຍໃຈ​ຄືນ ພວກ​ມັນ​ກໍ​ຕາຍ​ແລະ​ກັບ​ກາຍເປັນ​ຂີ້ດິນ​ອີກ.

30 ແຕ່​ເມື່ອ​ພຣະອົງ​ສົ່ງ​ວິນຍານ​ຂອງ​ພຣະອົງ​ອອກ​ໄປ ພວກມັນ​ກໍ​ຖືກ​ສ້າງ​ຂຶ້ນ​ມາ ແລະ​ພຣະອົງ​ກໍ​ປ່ຽນ​ໂສມໜ້າ​ຂອງ​ແຜ່ນດິນ​ໂລກ​ຄືນ​ໃໝ່.

31 ຂໍ​ໃຫ້​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ດຳລົງຢູ່​ຕະຫລອດໄປ ຂໍ​ໃຫ້​ພຣະເຈົ້າຢາເວ​ພໍໃຈ​ນຳ​ສິ່ງ​ທີ່​ຖືກ​ສ້າງ​ມາ​ນັ້ນ.

32 ພໍ​ຫລຽວ​ເບິ່ງ​ແຜ່ນດິນ​ໂລກ ມັນ​ກໍ​ສັ່ນສະເທືອນ ພໍ​ພຣະອົງ​ແຕະຕ້ອງ​ພູ ຄວັນໄຟ​ກໍ​ຟົ້ງ​ອອກ​ໂລດ.

33 ຂ້ານ້ອຍ​ຈະ​ຮ້ອງເພງ​ແດ່​ພຣະເຈົ້າຢາເວ ຖວາຍ​ເປັນ​ຄຳສັນລະເສີນ​ຕະຫລອດ​ຊົ່ວຊີວິດ ຕາບໃດ​ທີ່​ຊີວິດ​ຍັງ​ມີ​ຢູ່ ຂ້ານ້ອຍ​ຈະ​ຮ້ອງເພງ ສັນລະເສີນ​ພຣະເຈົ້າ​ຂອງ​ຂ້ານ້ອຍ.

34 ຂໍ​ໃຫ້​ບົດເພງ​ນັ້ນ​ຈົ່ງ​ເປັນ​ທີ່​ພໍໃຈ​ພຣະອົງ ຂ້ານ້ອຍ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ.

35 ຂໍ​ໃຫ້​ຄົນບາບ​ຖືກ​ທຳລາຍ​ສ້ຽງ​ຈາກ​ໂລກນີ້​ສາ ຂໍ​ຢ່າ​ສູ່​ໃຫ້​ມີ​ຄົນຊົ່ວ​ຫລົງເຫລືອ​ຢູ່​ຕໍ່ໄປ​ອີກ. ຈິດວິນຍານ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ຍົກຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan