Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 103 - ພຣະຄຳພີສັກສິ


ຄວາມຮັກ​ຂອງ​ພຣະເຈົ້າ

1 ຈິດວິນຍານ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ທຸກສິ່ງ​ທີ່​ຢູ່​ພາຍ​ໃນ​ຂ້ານ້ອຍ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ບໍຣິສຸດ​ຂອງ​ພຣະອົງ

2 ຈິດວິນຍານ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຢ່າ​ລືມໄລ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ.

3 ພຣະອົງ​ຍົກ​ການບາບ​ຂອງ​ຂ້ານ້ອຍ​ໃຫ້​ໝົດໄປ ແລະ​ປິ່ນປົວ​ພະຍາດ​ທຸກ​ຊະນິດ​ຂອງ​ຂ້ານ້ອຍ.

4 ພຣະອົງ​ຮັກສາ​ຂ້ານ້ອຍ​ໄວ້​ຈາກ​ຂຸມຝັງສົບ ທັງ​ອວຍພອນ​ດ້ວຍ​ຄວາມຮັກ​ແລະ​ຄວາມ​ເມດຕາ.

5 ພຣະອົງ​ເຮັດ​ໃຫ້​ຊີວິດ​ຂອງ​ຂ້ານ້ອຍ ເຕັມ​ດ້ວຍ​ສິ່ງ​ທີ່​ດີ ໃຫ້​ຂ້ານ້ອຍ​ໜຸ່ມແໜ້ນ​ແຂງແຮງ​ດັ່ງ​ນົກອິນຊີ​ນັ້ນ.

6 ພຣະເຈົ້າຢາເວ​ຕັດສິນ​ເຂົ້າຂ້າງ​ຜູ້​ທີ່​ຖືກ​ຂົ່ມເຫັງ ແລະ​ມອບ​ສິດ​ທີ່​ພວກເຂົາ​ຄວນ​ມີ​ໃຫ້​ພວກ​ເຂົາເຈົ້າ.

7 ພຣະອົງ​ໄດ້​ໃຫ້​ໂມເຊ​ຮູ້​ເຫັນ​ແຜນການ​ຂອງ​ພຣະອົງ ໃຫ້​ຊາວ​ອິດສະຣາເອນ​ເຫັນ​ພຣະ​ຣາຊກິດ​ອັນ​ຍິ່ງໃຫຍ່.

8 ພຣະເຈົ້າຢາເວ​ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ເຕັມ​ໄປ​ດ້ວຍ​ພຣະຄຸນ ເຕັມ​ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ຊ້າ​ໃນ​ການຮ້າຍ.

9 ພຣະອົງ​ບໍ່​ສືບຕໍ່​ຕຳໜິ​ຕິຕຽນ​ສະເໝີ​ໄປ ພຣະອົງ​ບໍ່​ໂກດຮ້າຍ​ໄປຕະຫລອດ.

10 ພຣະອົງ​ບໍ່ໄດ້​ລົງໂທດ​ພວກເຮົາ​ຕາມ​ທີ່​ສົມຄວນ ຫລື​ບໍ່​ຕອບແທນ​ໃນ​ການບາບ​ແລະ​ຄວາມຜິດ​ດ້ວຍ.

11 ຟ້າ​ສະຫວັນ​ສູງ​ເໜືອ​ແຜ່ນດິນ​ໂລກ​ຫລາຍ​ເທົ່າໃດ ພຣະອົງ​ກໍ​ຮັກ​ຜູ້​ທີ່​ຢຳເກງ​ພຣະອົງ​ສູງ​ຫລາຍ​ເທົ່ານັ້ນ.

12 ທິດ​ຕາເວັນອອກ​ໄກ​ຈາກ​ທິດ​ຕາເວັນຕົກ​ເທົ່າໃດ ພຣະອົງ​ກໍ​ຍົກ​ການບາບ​ຂອງ​ພວກເຮົາ​ໄປ​ໄກ​ເທົ່ານັ້ນ.

13 ພໍ່​ເມດຕາ​ກະລຸນາ​ລູກໆ​ຫລາຍ​ເທົ່າໃດ ພຣະເຈົ້າຢາເວ​ກໍ​ເມດຕາ​ຜູ້​ທີ່​ຢຳເກງ​ພຣະອົງ​ຫລາຍ​ເທົ່ານັ້ນ.

14 ພຣະອົງ​ຮູ້​ດີ​ວ່າ​ພວກເຮົາ​ຖືກ​ສ້າງ​ມາ​ຢ່າງໃດ ແລະ​ຈົດຈຳ​ໄວ້​ວ່າ​ພວກເຮົາ​ເປັນ​ພຽງແຕ່​ຂີ້ຝຸ່ນ​ດິນ​ເທົ່ານັ້ນ.

15 ສ່ວນ​ມະນຸດ​ນັ້ນ​ຊີວິດ​ຂອງ​ພວກເຂົາ​ເໝືອນ​ຕົ້ນຫຍ້າ ທີ່​ເກີດ​ແລະ​ບານ​ເໝືອນ​ດອກໄມ້​ຕາມ​ທ້ອງ​ທົ່ງນາ.

16 ແລ້ວ​ລົມ​ກໍ​ພັດ​ແລະ​ເຮັດ​ໃຫ້​ສູນຫາຍ​ໄປ ບໍ່ມີ​ຜູ້ໃດ​ເຫັນ​ຮ່ອງຮອຍ​ມັນ​ຕໍ່ໄປ​ອີກ.

17 ແຕ່​ຄວາມຮັກ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ​ດຳລົງ​ຢູ່​ສືບໆໄປ ສຳລັບ​ທຸກຄົນ​ທີ່​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ​ກໍ​ດຳລົງຢູ່ ຕະຫລອດ​ທຸກ​ຊົ່ວເຊັ່ນລູກ​ເຊັ່ນ​ຫລານ

18 ຄື​ເປັນ​ຂອງ​ຜູ້​ທີ່​ສັດຊື່​ຕໍ່​ພັນທະສັນຍາ​ຂອງ​ພຣະອົງ ແລະ​ຂອງ​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

19 ພຣະເຈົ້າຢາເວ​ຕັ້ງ​ພຣະ​ບັນລັງ​ໄວ້​ຢູ່​ໃນ​ຟ້າ​ສະຫວັນ ຊົງ​ເປັນ​ກະສັດ​ປົກຄອງ​ເໜືອ​ສັບພະທຸກສິ່ງ.

20 ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ພວກ​ເທວະດາ​ຜູ້​ແຂງແຮງ​ແລະ​ມີ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຜູ້​ທີ່​ຍອມ​ຟັງ​ສິ່ງ​ທີ່​ພຣະອົງ​ຊົງ​ກ່າວ.

21 ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ກອງທັບ​ທັງຫລາຍ​ຂອງ​ພຣະອົງ​ຜູ້​ມີ​ຣິດ​ເອີຍ ຄື​ຜູ້ຮັບໃຊ້​ທີ່​ປະຕິບັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ​ນັ້ນ.

22 ຂໍ​ພຣະເຈົ້າຢາເວ​ຈົ່ງ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ ທຸກສິ່ງ​ທີ່​ຖືກ​ສ້າງ​ມາ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ໃນ​ທຸກບ່ອນ​ທີ່​ພຣະອົງ​ປົກຄອງ ຈິດວິນຍານ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ຍົກຍໍ​ພຣະເຈົ້າຢາເວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan