ເພງ^ສັນລະເສີນ 102 - ພຣະຄຳພີສັກສິຄຳພາວັນນາອະທິຖານຂອງຊາຍໜຸ່ມທີ່ທຸກໃຈ 1 ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຟັງຄຳພາວັນນາອະທິຖານແດ່ ໂຜດຟັງຄຳຂໍຮ້ອງໃຫ້ຊ່ວຍເຫຼືອຂອງຂ້ານ້ອຍດ້ວຍ. 2 ເມື່ອຂ້ານ້ອຍເດືອດຮ້ອນຂໍຢ່າປິ່ນໜ້າໜີໄປຈາກຂ້ານ້ອຍ ເມື່ອຂ້ານ້ອຍຮ້ອງຫາໂຜດຟັງແລະຟ້າວຕອບດ້ວຍ. 3 ຊີວິດຂອງຂ້ານ້ອຍນັ້ນຫາຍໄປດັ່ງຄວັນໄຟ ຮ່າງກາຍກໍຖືກເຜົາດັ່ງຢູ່ໃນເຕົາອົບຮ້ອນ. 4 ຂ້ານ້ອຍຖືກຕີຈົນລົ້ມດັ່ງຫຍ້າທີ່ຫ່ຽວແຫ້ງໄປ ຂ້ານ້ອຍບໍ່ຢາກກິນຫຍັງທັງເຂົ້າແລະນໍ້າ. 5 ຂ້ານ້ອຍຮ້ອງໄຫ້ຄວນຄາງດ້ວຍສຽງດັງ ແລະຈ່ອຍຜອມເຫັນແຕ່ໜັງຕິດກະດູກ. 6 ຂ້ານ້ອຍຄືນົກປ່າໃນຖິ່ນແຫ້ງແລ້ງກັນດານ ດັ່ງນົກເຄົ້າໃນບ່ອນຮົກຮ້າງເພພັງນັ້ນ. 7 ເມື່ອຂ້ານ້ອຍເນີ້ງຕົວລົງກໍນອນບໍ່ຫລັບ ດັ່ງນົກງອຍຢູ່ດຽວດາຍທີ່ຫລັງຄາເຮືອນນັ້ນ. 8 ສັດຕູດູໝິ່ນປະໝາດຂ້ານ້ອຍທັງເວັນທັງຄືນ ໂດຍໃຊ້ຊື່ຂ້ານ້ອຍເປັນຄຳສາບແຊ່ງ. 9-10 ເພາະພຣະອົງຄຽດຮ້າຍກິ້ວໂກດຂ້ານ້ອຍ ອາຫານທີ່ຂ້ານ້ອຍກິນກໍຄືຂີ້ເຖົ່າໄຟເທົ່ານັ້ນ ແລະເຄື່ອງດື່ມກໍຈະປົນກັບນໍ້າຕາ ພຣະອົງຍົກຂ້ານ້ອຍຂຶ້ນແລະໂຍນລົງດ້ວຍ. 11 ຊີວິດຂອງຂ້ານ້ອຍເປັນດັ່ງເງົາໃນຕອນແລງ ຂ້ານ້ອຍເປັນດັ່ງຫຍ້າທີ່ຫ່ຽວແຫ້ງ. 12 ຂ້າແດ່ພຣະເຈົ້າຢາເວ ແຕ່ພຣະອົງເປັນກະສັດສືບໄປ ທຸກຊົ່ວເຊັ່ນຄົນຈະລະນຶກເຖິງພຣະນາມຂອງພຣະອົງຢູ່ບໍ່ຂາດ. 13 ພຣະອົງຈະລຸກຂຶ້ນມາດຳເນີນການ ແລະຈະສົງສານພູເຂົາຊີໂອນດ້ວຍ. ເວລາແຫ່ງພຣະເມດຕາໄດ້ມາສູ່ເມືອງນີ້ແລ້ວ ເວລາທີ່ກຳນົດໄວ້ກໍມາຮອດມາເຖິງແລ້ວ. 14 ພວກຜູ້ຮັບໃຊ້ຂອງພຣະອົງຮັກເມືອງນີ້ຫລາຍ ແມ່ນວ່າຖືກທຳລາຍມາແລ້ວກໍຕາມ, ແຕ່ເຂົາເຫຼົ່ານັ້ນກໍຍັງເມດຕາສົງສານ ເຖິງວ່າເປັນເມືອງຮົກຮ້າງເພພັງກໍຕາມ. 15 ຊົນຊາດທັງປວງຈະຢ້ານຢຳພຣະນາມຂອງພຣະເຈົ້າຢາເວ ກະສັດທັງຫລາຍໃນໂລກຈະຢ້ານຢຳສະຫງ່າຣາສີຂອງພຣະອົງ. 16 ເມື່ອພຣະເຈົ້າຢາເວສ້າງຊີໂອນຂຶ້ນໃຫມ່ ພຣະອົງຈະປາກົດດ້ວຍສະຫງ່າຣາສີຂອງພຣະອົງ. 17 ຝ່າຍປະຊາຊົນທີ່ຖືກປະຖິ້ມນັ້ນ ພຣະອົງຈະຟັງ ແລະຈະໄດ້ຍິນຄຳພາວັນນາອະທິຖານຂອງພວກເຂົາ. 18 ຈົ່ງບັນທຶກສິ່ງທີ່ຊົງກະທຳໃຫ້ແກ່ຄົນລຸ້ນຫລັງ ເພື່ອວ່າຄົນທີ່ບໍ່ທັນເກີດມາຈະໄດ້ຍ້ອງຍໍສັນລະເສີນພຣະເຈົ້າຢາເວ. 19 ພຣະເຈົ້າຢາເວແລເບິ່ງຈາກບ່ອນບໍຣິສຸດທີ່ສູງ ຄືເບິ່ງແຜ່ນດິນໂລກເຮົາຈາກສະຫວັນ. 20 ພຣະອົງໄດ້ຍິນພວກນັກໂທດຮ້ອງຄວນຄາງ ແລະໃຫ້ຄົນມີໂທດປະຫານຖືກປົດປ່ອຍ. 21 ດັ່ງນັ້ນ ພຣະນາມຂອງພຣະເຈົ້າຢາເວຈຶ່ງຈະຖືກປະກາດໃນພູເຂົາຊີໂອນ ແລະຈະເປັນທີ່ຍ້ອງຍໍສັນລະເສີນໃນນະຄອນເຢຣູຊາເລັມ. 22 ເມື່ອບັນດາຊົນຊາດແລະອານາຈັກມາຮວມກັນ ເພື່ອນ້ອມນະມັດສະການພຣະເຈົ້າຢາເວ. 23 ເມື່ອຍັງໜຸ່ມພຣະອົງໄດ້ກະທຳໃຫ້ຂ້ານ້ອຍອ່ອນແອ ແລະໄດ້ບັນດານໃຫ້ຊີວິດຂ້ານ້ອຍສັ້ນເຂົ້າ. 24 ຂ້າແດ່ພຣະເຈົ້າ ຢ່າເອົາຂ້ານ້ອຍໄປດຽວນີ້ ເພາະວ່າຍັງບໍ່ໄດ້ເຖົ້າແກ່ຊະຣາເທື່ອ. 25 ພຣະອົງດຳລົງຢູ່ສືບໆໄປ. ພຣະອົງສ້າງແຜ່ນດິນໂລກແຕ່ດົນນານແລ້ວ ແລະພຣະອົງໄດ້ສ້າງຟ້າສະຫວັນ ດ້ວຍມືຂອງພຣະອົງເອງ. 26 ຟ້າດິນຈະສະຫລາຍແຕ່ພຣະອົງຈະດຳລົງຢູ່ ສິ່ງເຫຼົ່ານີ້ຈະເກົ່າແລະຂາດໄປດັ່ງເຄື່ອງນຸ່ງຫົ່ມ. ພຣະອົງຈະໂຍນມັນຖິ້ມດັ່ງໂຍນເຄື່ອງນຸ່ງອອກໄປ ແລະມັນກໍຈະສູນຫາຍສະຫລາຍໄປສິ້ນ. 27 ແຕ່ພຣະອົງຍັງເປັນຢູ່ຢ່າງເດີມສະເໝີໄປ ຊີວິດຂອງພຣະອົງກໍບໍ່ສິ້ນສຸດເປັນຈັກເທື່ອ. 28 ລູກຫລານຂອງພວກຂ້ານ້ອຍນັ້ນຈະຢູ່ຢ່າງປອດໄພ ເຊື້ອສາຍຈະປອດໄພເພາະພຣະອົງປົກປ້ອງຄຸ້ມຄອງ. |
@ 2012 United Bible Societies. All Rights Reserved.