ເພງ^ສັນລະເສີນ 101 - ພຣະຄຳພີສັກສິຄຳສັນຍາຂອງກະສັດ 1 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະຮ້ອງເພງເຖິງຄວາມສັດຊື່ ແລະຄວາມເປັນທຳຂອງພຣະອົງ. 2 ຂ້ານ້ອຍຈະດຳເນີນຊີວິດໂດຍບໍ່ມີຄວາມຜິດ ເມື່ອໃດເດພຣະອົງຈະມາພົບ? ຢູ່ໃນເຮືອນຂ້ານ້ອຍຈະດຳເນີນຊີວິດຢູ່ຢ່າງບໍຣິສຸດ ຈະບໍ່ໂຍະຍານໃຫ້ເລີຍກັບຄວາມຊົ່ວຊ້າ. 3 ຂ້ານ້ອຍຈະບໍ່ກະທຳຊົ່ວອີກຈັກເທື່ອ ຂ້ານ້ອຍກຽດຊັງການກະທຳຂອງຄົນທີ່ຫັນໜີຈາກພຣະເຈົ້າ ແລະຈະບໍ່ກ່ຽວຂ້ອງສິ່ງໃດໆກັບເຂົາເຈົ້າ. 4 ຂ້ານ້ອຍຈະບໍ່ຢູ່ໃກ້ກັບຄົນບໍ່ຈິງໃຈ ທັງຈະບໍ່ກ່ຽວພັນກັບຄວາມຊົ່ວຮ້າຍ. 5 ຂ້ານ້ອຍຈະກຳຈັດທຸກຄົນທີ່ຊຸບຊິບເລື່ອງບໍ່ດີ ແລະຈະບໍ່ໂຍະຍານໃຫ້ແກ່ຄົນອວດຕົວຈອງຫອງດ້ວຍ. 6 ຂ້ານ້ອຍຈະເຫັນພ້ອມກັບຄົນສັດຊື່ຕໍ່ພຣະອົງ ແລະຈະໃຫ້ພວກເຂົາອາໄສຢູ່ກັບຂ້ານ້ອຍ. ຄົນທີ່ດຳເນີນຊີວິດຢ່າງສັດຊື່ແທ້ຈິງ ກໍຈະໄດ້ຮັບອະນຸຍາດໃຫ້ຮັບໃຊ້ຂ້ານ້ອຍໄດ້. 7 ຈະບໍ່ມີຄົນຂີ້ຕົວະເຫຼືອຢູ່ໃນວັງຂອງຂ້ານ້ອຍເລີຍ ຄົນໜ້າຊື່ໃຈຄົດຈະຢູ່ຕໍ່ໜ້າຂ້ານ້ອຍບໍ່ໄດ້. 8 ແຕ່ລະວັນ ຂ້ານ້ອຍຈະທຳລາຍຄົນຊົ່ວຮ້າຍ ຢູ່ໃນດິນແດນຂອງພວກຂ້ານ້ອຍ. ຂ້ານ້ອຍຈະຂັບໄລ່ຄົນຊົ່ວທັງໝົດອອກໄປ ຈາກນະຄອນຂອງພຣະເຈົ້າຢາເວ. |
@ 2012 United Bible Societies. All Rights Reserved.