Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 100 - ພຣະຄຳພີສັກສິ


ບົດເພງ​ແຫ່ງ​ຄຳ​ຍ້ອງຍໍ​ສັນລະເສີນ

1 ທົ່ວ​ທັງ​ໂລກ​ເອີຍ ຈົ່ງ​ຮ້ອງເພງ​ຖວາຍ ຄຳ​ສັນລະເສີນ​ແດ່​ພຣະເຈົ້າຢາເວ.

2 ຈົ່ງ​ນະມັດສະການ​ພຣະເຈົ້າຢາເວ​ຢ່າງ​ຊົມຊື່ນ​ຍິນດີ ມາ​ຮ້ອງເພງ​ອັນ​ມ່ວນຊື່ນ​ຢູ່​ຊ້ອງໜ້າ​ພຣະອົງ.

3 ຈົ່ງ​ຮູ້ຈັກ​ວ່າ​ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ຜູ້​ສ້າງ​ພວກເຮົາ ພວກເຮົາ​ເປັນ​ໄພ່ພົນ​ແລະ​ຝູງແກະ​ຂອງ​ພຣະອົງ.

4 ຈົ່ງ​ເຂົ້າ​ໄປ​ປະຕູ​ພຣະວິຫານ ດ້ວຍ​ຈິດໃຈ​ໂມທະນາ​ຂອບພຣະຄຸນ ຈົ່ງ​ເຂົ້າ​ໄປ​ໃນ​ເດີ່ນ​ພຣະວິຫານ ດ້ວຍ​ການ​ຍ້ອງຍໍ​ສັນລະເສີນ. ຈົ່ງ​ຖວາຍ​ຄຳ​ໂມທະນາ​ຂອບພຣະຄຸນ ແລະ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ​ເຖີດ.

5 ພຣະເຈົ້າຢາເວ​ຊົງຄຸນ​ຄວາມດີ ແລະ​ຄວາມຮັກ ແລະ​ຄວາມສັດຊື່​ຂອງ​ພຣະອົງ ກໍ​ດຳລົງຢູ່​ສືບໄປ​ເປັນນິດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan