ເພງ^ສັນລະເສີນ 10 - ພຣະຄຳພີສັກສິຄຳພາວັນນາອະທິຖານຂໍຄວາມຍຸດຕິທຳ 1 ຂ້າແດ່ພຣະເຈົ້າຢາເວ ເຫດໃດພຣະອົງຈຶ່ງຢູ່ຫ່າງໄກ? ແລະຫລົບຊ່ອນພຣະອົງເມື່ອພວກຂ້ານ້ອຍຍາກລຳບາກ? 2 ຄົນຊົ່ວຮ້າຍຂົ່ມເຫັງຄົນຍາກຈົນຢ່າງຈອງຫອງ ຈົ່ງຈັບພວກເຂົາໃສ່ແຮ້ວທີ່ພວກເຂົາຫ້າງເອງນັ້ນ. 3 ຄົນຊົ່ວຮ້າຍອວດອ້າງຈອງຫອງໃນການເຮັດຊົ່ວຂອງຕົນ ຄົນມັກໂລບກໍສາບແຊ່ງແລະປະຕິເສດພຣະເຈົ້າຢາເວ. 4 ຄົນຊົ່ວຮ້າຍບໍ່ສະແຫວງຫາພຣະອົງເລີຍ ດ້ວຍຄວາມຈອງຫອງ ພວກເຂົາຄິດວ່າ, “ບໍ່ມີພຣະເຈົ້າ.” 5 ຄົນຊົ່ວຮ້າຍສຳເລັດຜົນໃນທຸກໆສິ່ງ ແຕ່ພວກເຂົາບໍ່ສາມາດເຂົ້າໃຈການຕັດສິນຂອງພຣະອົງໄດ້ ພວກເຂົາຈຶ່ງກ່າວຄຳເຍາະເຍີ້ຍໃສ່ຄູ່ຕໍ່ສູ້. 6 ພວກເຂົາຄິດໃນໃຈຂອງພວກເຂົາເອງວ່າ, “ພວກເຮົາຈະບໍ່ພາດທ່າເສຍທີ ພວກເຮົາຈະບໍ່ພົບຄວາມເດືອດຮ້ອນຈັກເທື່ອ.” 7 ຄຳເວົ້າຂອງພວກເຂົາເຕັມໄປດ້ວຍຄຳສາບແຊ່ງ ມີທັງຄຳຕົວະແລະຄຳຂູ່ເຂັນດ້ວຍ ລີ້ນຂອງພວກເຂົາມັກເວົ້າໃນສິ່ງທີ່ບໍ່ດີ ເປັນຖ້ອຍຄຳທີ່ໜ້າກຽດຊັງແລະຊົ່ວຮ້າຍທັງສິ້ນ. 8 ພວກເຂົາຜົກຈອບຢູ່ຕາມໝູ່ບ້ານນ້ອຍໆ ພວກເຂົາຄອຍຂ້າຄົນທີ່ບໍ່ມີຄວາມຜິດ ພວກເຂົາຄິດປອງຮ້າຍຄົນທີ່ຂາດທີ່ເພິ່ງ. 9 ພວກເຂົາເປັນດັ່ງໂຕສິງທີ່ລໍຖ້າຄຸບເຫຍື່ອຢູ່ໃນຂຸມຂອງມັນ ເພື່ອຄອຍຜົກຈອບຈັບເອົາຄົນຍາກລຳບາກ ພວກເຂົາຫ້າງແຮ້ວໄວ້ເພື່ອຈັບ ແລະລາກເອົາໄປເປັນເຫຍື່ອ. 10 ຄົນຂາດທີ່ເພິ່ງກໍຖືກຕີລົ້ມຕາຍລົງ ພວກເຂົາລົ້ມລົງດ້ວຍກຳລັງຂອງຄົນຊົ່ວນັ້ນ. 11 ຄົນຊົ່ວຮ້າຍໄດ້ຄິດໃນໃຈວ່າ, “ພຣະເຈົ້າລືມແລ້ວ ພຣະອົງປິດຕາຂອງພຣະອົງໄວ້ ແລະກໍຈະບໍ່ເຫັນເລີຍ.” 12 ຂ້າແດ່ພຣະເຈົ້າຢາເວ ຂໍຊົງລຸກຂື້ນເຖີດ ຈົ່ງລົງໂທດຄົນຊົ່ວເຫຼົ່ານັ້ນ ຂ້າແດ່ພຣະເຈົ້າ ໂຜດຄິດເຖິງຜູ້ທີ່ທົນທຸກດ້ວຍ 13 ເຫດໃດຄົນຊົ່ວຈຶ່ງປະນາມພຣະເຈົ້າໄດ້ນໍ? ໂດຍເວົ້າກັບຕົວເອງວ່າ, “ພຣະອົງຈະບໍ່ລົງໂທດຂ້ອຍດອກ?” 14 ແຕ່ພຣະອົງເຫັນ ທັງສັງເກດເບິ່ງຄວາມເດືອດຮ້ອນ ຄວາມທໍລະມານ ແລະພ້ອມສະເໝີທີ່ຈະຊ່ວຍເຫລືອ ຄົນຂາດທີ່ເພິ່ງກໍມອບຕົວໄວ້ກັບພຣະອົງ ອົງຊົງຊ່ວຍເຫລືອຄົນຂັດສົນຢູ່ສະເໝີ. 15 ໂຜດທຳລາຍອຳນາດຂອງຄົນທີ່ຊົ່ວຮ້າຍທັງຫລາຍ ໂຜດລົງໂທດຈົນພວກເຂົາຫລາບບໍ່ຢາກເຮັດຜິດອີກ. 16 ພຣະເຈົ້າຢາເວຄືກະສັດສືບໄປ ຜູ້ທີ່ຂາບໄຫວ້ພະອື່ນຈະສູນສິ້ນໄປ ຈາກດິນແດນຂອງພຣະອົງ. 17 ຂ້າແດ່ພຣະເຈົ້າຢາເວ ພຣະອົງຊົງຟັງຄຳພາວັນນາອະທິຖານຂອງຜູ້ຕໍ່າຕ້ອຍ ພຣະອົງຊົງປະທານຄວາມກ້າຫານໃຫ້ແກ່ເຂົາເຈົ້າ. 18 ພຣະອົງຊົງຟັງສຽງຮ້ອງໄຫ້ຂອງຜູ້ທີ່ຖືກຂົ່ມເຫັງ ແລະສຽງຂອງລູກກຳພ້າ ແລະຕັດສິນເຂົ້າຂ້າງເຂົາເຈົ້າ ເພື່ອວ່າມະນຸດທີ່ຕາຍເປັນຈະບໍ່ໄດ້ຈອງຫອງ ສ້າງຄວາມຕົກໃຈກົວໃຫ້ພວກເຂົາຕໍ່ໄປອີກ. |
@ 2012 United Bible Societies. All Rights Reserved.