ເພງ^ສັນລະເສີນ 1 - ພຣະຄຳພີສັກສິໝວດທີ 1 (ເພງສັນລະເສີນ ບົດທີ 1–41) ຄວາມສຸກອັນແທ້ຈິງ 1 ຄວາມສຸກເປັນຂອງບຸກຄົນ ຜູ້ທີ່ບໍ່ເຮັດຕາມຄຳແນະນຳຂອງຄົນຊົ່ວຮ້າຍ ຫລືບໍ່ປະພຶດຕາມແບບຢ່າງຂອງຄົນບາບ ຫລືບໍ່ຕິດພັນຢູ່ກັບຄົນປະໝາດພຣະເຈົ້າ. 2 ແຕ່ພວກເຂົາພົບຄວາມຊົມຊື່ນຍິນດີຢູ່ໃນພຣະຄຳຂອງພຣະເຈົ້າຢາເວ ແລະພາວັນນາເອົາທັງເວັນທັງຄືນ. 3 ພວກເຂົາເປັນດັ່ງຕົ້ນໄມ້ທີ່ໃຫຍ່ຢູ່ໃກ້ລຳນໍ້າ ຊຶ່ງເກີດໝາກຕາມລະດູການ ແລະໃບກໍບໍ່ຫ່ຽວແຫ້ງຈັກເທື່ອ. ທຸກສິ່ງທີ່ພວກເຂົາກະທຳກໍຈະເລີນຮຸ່ງເຮືອງຂື້ນ. 4 ແຕ່ຄົນຊົ່ວຮ້າຍບໍ່ເປັນດັ່ງນັ້ນເລີຍ ເປັນດັ່ງຂີ້ແກບທີ່ລົມພັດປີວໄປ. 5 ເຫດສະນັ້ນ ຄົນອະທຳຈະບໍ່ຢືນຢູ່ໄດ້ ເມື່ອເຖິງວັນພຣະເຈົ້າພິພາກສາ ແລະຄົນບາບກໍຈະບໍ່ຢູ່ ໃນທີ່ຊຸມນຸມຊົນຂອງຄົນຊອບທຳ. 6 ເພາະວ່າພຣະເຈົ້າຢາເວ ຊົງພິທັກຮັກສາຄົນຊອບທຳ ແຕ່ທາງຂອງຄົນອະທຳຈະຈິບຫາຍໄປ. |
@ 2012 United Bible Societies. All Rights Reserved.