ສຸພາສິດ 9 - ພຣະຄຳພີສັກສິປັນຍາແລະຄວາມໂງ່ຈ້າ 1 ປັນຍາໄດ້ສ້າງເຮືອນຂອງຕົນດ້ວຍເສົາເຈັດຕົ້ນ. 2 ປັນຍາໄດ້ຂ້າສັດສຳລັບງານກິນລ້ຽງສະຫລອງ ປົນເຄື່ອງເທດໃສ່ເຫຼົ້າອະງຸ່ນ ແລະຈັດແຈງໂຕະໄວ້ດ້ວຍ. 3 ປັນຍາສົ່ງສາວໃຊ້ທັງຫລາຍອອກໄປເອີ້ນຈາກທີ່ສູງສຸດຢູ່ໃນເມືອງວ່າ, 4 “ຈົ່ງເຂົ້າມາເຖີດຄົນໂງ່ຈ້າເອີຍ.” ແລະຕໍ່ຄົນໂງ່ຈ້ານັ້ນປັນຍາໄດ້ເວົ້າວ່າ, 5 “ຈົ່ງມາກິນເຂົ້າແລະດື່ມເຫຼົ້າອະງຸ່ນທີ່ເຮົາໄດ້ປະສົມໄວ້. 6 ຈົ່ງໜີຈາກໝູ່ທີ່ໂງ່ຈ້ານັ້ນສາ ແລ້ວເຈົ້າກໍຈະມີຊີວິດຢູ່ ຈົ່ງເດີນຕາມທາງແຫ່ງຄວາມຮອບຮູ້.” 7 ຖ້າເຈົ້າບອກສອນຄົນອວດດີຜູ້ໜຶ່ງ ເຈົ້າກໍຈະໄດ້ຮັບແຕ່ການດູໝິ່ນນິນທາ. ຖ້າເຈົ້າຕັກເຕືອນຄົນຊົ່ວຜູ້ໜຶ່ງ ເຈົ້າກໍຈະໄດ້ຮັບແຕ່ຄວາມເຈັບປວດ. 8 ຢ່າບອກສອນຄົນທີ່ອວດດີຈັກເທື່ອ ເພາະລາວຈະຊັງເຈົ້າຍ້ອນຄຳບອກສອນນັ້ນ ແຕ່ຖ້າເຈົ້າບອກສອນຄົນມີປັນຍາ ລາວຈະນັບຖືເຈົ້າ. 9 ທຸກສິ່ງທີ່ເຈົ້າເວົ້າກັບຄົນມີປັນຍາຈະເພີ່ມປັນຍາໃຫ້ລາວ. ສິ່ງໃດທີ່ເຈົ້າບອກຄົນຊອບທຳກໍເທົ່າກັບເພີ່ມຄວາມຮູ້ແກ່ລາວຕື່ມຂຶ້ນ. 10 ການຢຳເກງພຣະເຈົ້າຢາເວເປັນບໍ່ເກີດແຫ່ງປັນຍາ. ຖ້າເຈົ້າຮູ້ອົງບໍຣິສຸດເຈົ້າກໍມີຄວາມຮູ້ແຈ້ງເຫັນຈິງ. 11 ປັນຍາຈະເຮັດໃຫ້ເຈົ້າມີຊີວິດຍືນຍາວ. 12 ຖ້າເຈົ້າມີປັນຍາ ເຈົ້າເອງກໍຈະໄດ້ຮັບຜົນກຳໄລເພີ່ມ, ແຕ່ຖ້າເຈົ້າບໍ່ຍອມຮັບປັນຍາ ເຈົ້າເອງກໍຈະທົນທຸກ. 13 ຄວາມໂງ່ຈ້າເປັນດັ່ງແມ່ຍິງທີ່ມັກຈົ່ມວ່າ ອັບປັນຍາ ແລະໜ້າດ້ານ. 14 ນາງນັ່ງທີ່ປະຕູເຮືອນຂອງຕົນ ຫລືນັ່ງຢູ່ບ່ອນສູງໆໃນເມືອງ 15 ແລະເອີ້ນໃສ່ຄົນຜ່ານໄປມາ ຜູ້ທີ່ໃສ່ໃຈກິດທຸລະຂອງຕົນເອງວ່າ, 16 “ຄົນໂງ່ຈ້າເອີຍ ລ້ຽວເຂົ້າມາພີ້” ນາງເວົ້າຕໍ່ຄົນໂງ່ຈ້າວ່າ, 17 “ນໍ້າທີ່ລັກມາກໍຫວານກວ່າ ເຂົ້າທີ່ລັກມາກໍແຊບດີ.” 18 ຜູ້ທີ່ຕົກເປັນເຫຍື່ອຂອງນາງບໍ່ຮູ້ຈັກວ່າມີຄົນຕາຍຢູ່ທີ່ນັ້ນ ຜູ້ທີ່ເຂົ້າໄປແລ້ວນັ້ນ ບັດນີ້ ກໍຢູ່ໃນແດນມໍຣະນາເສຍແລ້ວ. |
@ 2012 United Bible Societies. All Rights Reserved.