Biblia Todo Logo
Bìoball air-loidhne

- Sanasan -

ສຸພາສິດ 8 - ພຣະຄຳພີສັກສິ


ປັນຍາ​ເປັນ​ສິ່ງ​ປະເສີດ

1 ຈົ່ງ​ຟັງ​ເທີ້ນ ປັນຍາ​ກຳລັງ​ປະກາດ​ອອກ​ໄປ ປັນຍາ​ເຮັດ​ໃຫ້​ຄົນ​ທັງຫລາຍ​ໄດ້ຍິນ​ສຽງ​ເອີ້ນ.

2 ປັນຍາ​ຢືນ​ຢູ່​ເທິງ​ເນີນພູ​ໃກ້​ຖະໜົນ​ຍ່າງ ທີ່​ທາງ​ສີ່​ແຍກ​ປັນຍາ​ກໍ​ຢືນ​ຢູ່​ທີ່​ນັ້ນ.

3 ປັນຍາ​ຢືນ​ຢູ່​ທີ່​ປາກ​ປະຕູ​ທາງ​ເຂົ້າ​ເມືອງ ໃກ້​ກັບ​ປະຕູ ປັນຍາ​ປະກາດ​ຂຶ້ນ​ວ່າ,

4 “ເຮົາ​ຮຽກຮ້ອງ​ຫາ​ເຈົ້າ ໂອ ມະນຸດ​ເອີຍ ເຮົາ​ເອີ້ນ​ຫາ​ທຸກຄົນ​ທີ່​ເທິງ​ແຜ່ນດິນ​ໂລກ.

5 ຜູ້​ບໍ່​ຮູ້​ດຽງສາ​ນັ້ນ ຈົ່ງ​ຮຽນຮູ້​ໃຫ້​ເປັນ​ຜູ້ໃຫຍ່ ຜູ້ໂງ່ຈ້າ ກໍ​ຈົ່ງ​ຮຽນຮູ້​ໃຫ້​ເຂົ້າໃຈ​ເທີ້ນ

6 ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ເຮົາ​ກ່າວ​ນີ້​ສຳຄັນ​ຫລາຍ ທຸກສິ່ງ​ທີ່​ເຮົາ​ເວົ້າ​ຈາ​ລ້ວນແຕ່​ຖືກຕ້ອງ​ທັງສິ້ນ.

7 ສິ່ງ​ທີ່​ເຮົາ​ເວົ້າ ລ້ວນແຕ່​ເປັນ​ຄວາມຈິງ ການ​ໂອ້ລົມ​ອັນ​ຜິດໆ ເຮົາ​ກຽດຊັງ​ທັງສິ້ນ.

8 ທຸກໆ​ສິ່ງ​ທີ່​ເຮົາ​ເວົ້າ ລ້ວນແຕ່​ເປັນ​ຄວາມຈິງ ບໍ່ມີ​ຄຳໃດ ທີ່​ບິດເບືອນ​ແລະ​ລໍ້ລວງ​ຈັກດີ້.

9 ຜູ້​ທີ່​ຮູ້ແຈ້ງເຫັນຈິງ​ທຸກສິ່ງ​ກໍ​ແຈ່ມແຈ້ງ​ດີ ທຸກສິ່ງ​ເປັນ​ເລື່ອງ​ງ່າຍ​ສຳລັບ​ຜູ້​ທີ່​ຮູ້ຈັກ​ດີ.

10 ຈົ່ງ​ເລືອກ​ເອົາ​ຄຳສັ່ງສອນ​ຂອງເຮົາ​ນັ້ນ ແທນ​ທີ່​ຈະ​ເລືອກ​ເອົາ​ເງິນ ຈົ່ງ​ເລືອກ​ເອົາ​ຄວາມຮູ້​ຫລາຍກວ່າ ເລືອກ​ຊອກຫາ​ຄຳ​ນໍ້າໜຶ່ງ.

11 ເພາະ​ເຮົາ​ຄື​ປັນຍາ​ມີຄ່າ​ກວ່າ​ເພັດພອຍ ສິ່ງ​ທີ່​ເຈົ້າ​ປາຖະໜາ​ຈະ​ທຽບ​ກັບ​ປັນຍາ​ບໍ່ໄດ້.

12 ເຮົາ​ເປັນ​ປັນຍາ​ຄື​ຜູ້​ທີ່​ຮູ້ແຈ້ງເຫັນຈິງ ເຮົາ​ຮູ້ຈັກ​ປະພຶດ​ໃນ​ທາງ​ທີ່​ຊອບ.

13 ການ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ແມ່ນ​ການ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ ເຮົາ​ຊັງ​ຄວາມ​ຫຍາບຊ້າ​ແລະ​ການ​ອວດດີ ທາງ​ຊົ່ວຮ້າຍ​ອັບປີ​ແລະ​ຄຳເວົ້າ​ຕົວະ.

14 ເຮົາ​ມີ​ຄຳແນະນຳ​ທີ່​ດີ ແລະ​ສະຕິປັນຍາ​ທີ່​ຖືກຕ້ອງ ເຮົາ​ມີ​ຄວາມ​ເຂົ້າໃຈ​ແລະ​ມີ​ກຳລັງ​ດ້ວຍ.

15 ເຮົາ​ຊ່ວຍ​ກະສັດ​ໃຫ້​ໄດ້​ຂຶ້ນ​ປົກຄອງ​ເມືອງ ແລະ​ຜູ້ປົກຄອງ​ໃຫ້​ອອກ​ກົດໝາຍ​ຖືກຕ້ອງ.

16 ຜູ້ປົກຄອງ​ທຸກຄົນ​ທົ່ວ​ທັງໂລກ ໄດ້​ປົກຄອງ​ເພາະ​ເຮົາ​ຊ່ວຍເຫຼືອ​ພວກເຂົາ ລວມທັງ​ພວກ​ມີຍົດສັກ ແລະ​ເຈົ້າຂຸນ​ມຸນນາຍ​ດ້ວຍ.

17 ເຮົາ​ຮັກ​ພວກ​ທີ່​ຮັກ​ເຮົາ ຜູ້​ທີ່​ຊອກຫາ​ເຮົາ​ກໍ​ພົບ​ເຮົາ​ໄດ້.

18 ເຮົາ​ມີ​ຊັບສົມບັດ​ແລະ​ມີ​ກຽດ ເພື່ອ​ຈະ​ຢິບ​ຍື່ນໃຫ້​ຄົນ ຕະຫລອດ​ທັງ​ຄວາມ​ຈະເລີນ​ຮຸ່ງເຮືອງ ແລະ​ຄວາມ​ສຳເລັດຜົນ​ດ້ວຍ.

19 ສິ່ງ​ທີ່​ໄດ້​ຈາກ​ເຮົາ​ກໍດີກວ່າ​ຄຳ​ບໍຣິສຸດ ໝາກ​ຜົນ​ຂອງເຮົາ ກໍດີກວ່າ​ເງິນສົດ​ຫລາຍເທົ່າ.

20 ເຮົາ​ຍ່າງ​ໃນ​ຮ່ອມ​ແຫ່ງ​ຄວາມ​ຊອບທຳ ຕາມ​ທາງ​ເດີນ​ແຫ່ງ​ຄວາມ​ຍຸດຕິທຳ​ດ້ວຍ.

21 ເຮົາ​ເອົາ​ຊັບສົມບັດ​ໃຫ້​ພວກ​ທີ່​ຮັກ​ເຮົາ ແລະ​ບັນຈຸ​ຊັບ​ໄວ້​ເຕັມ​ເຮືອນ​ຂອງ​ພວກ​ເຂົາເຈົ້າ.

22 ພຣະເຈົ້າຢາເວ​ສ້າງ​ເຮົາ​ກ່ອນ​ສິ່ງ​ທັງໝົດ ເປັນ​ກິດຈະການ​ທຳອິດ​ດົນນານ​ມາ​ແລ້ວ.

23 ເຮົາ​ໄດ້​ຖືກ​ສ້າງ​ມາ​ຕັ້ງແຕ່​ປະຖົມມະການ ເປັນ​ສິ່ງ​ທຳອິດ​ກ່ອນ​ໂລກ​ຖືກ​ສ້າງ​ຂຶ້ນ​ມາ​ພຸ້ນ.

24 ເຮົາ​ໄດ້​ເກີດ​ມາ​ກ່ອນ​ມະຫາສະໝຸດ ເມື່ອ​ຍັງ​ບໍ່ທັນ​ມີ​ບໍ່​ນໍ້າພຸ​ທັງຫລາຍ​ພຸ້ນ.

25 ເຮົາ​ໄດ້​ເກີດ​ມາ​ກ່ອນ​ພູຜາ​ທັງຫລາຍ ກ່ອນ​ພູນ້ອຍ​ຕັ້ງ​ຢູ່​ໃນ​ບ່ອນ​ຂອງມັນ

26 ກ່ອນ​ພຣະເຈົ້າ​ໄດ້​ສ້າງ​ແຜ່ນດິນ​ໂລກ​ມາ ທົ່ງ​ໄຮ່​ທົ່ງນາ​ແມ່ນແຕ່​ດິນ​ກຳ​ທຳອິດ​ພຸ້ນ.

27 ເຮົາ​ຢູ່​ທີ່​ນັ້ນ​ເມື່ອ​ຊົງ​ຕັ້ງ​ຟ້າ​ສະຫວັນ, ເມື່ອ​ຊົງ​ຄຶງ​ຂອບຟ້າ​ກວມ​ມະຫາສະໝຸດ​ໄວ້.

28 ເມື່ອ​ຊົງ​ເຮັດ​ໃຫ້​ມີ​ເມກ​ໃນ​ທ້ອງຟ້າ ໄຂ​ບໍ່​ນໍ້າ​ທັງຫລາຍ​ຂອງ​ມະຫາສະໝຸດ​ນັ້ນ

29 ແລະ​ວາງ​ຂອບເຂດ​ໃຫ້​ນໍ້າ​ໃນ​ທ້ອງ​ທະເລ ເພື່ອ​ບໍ່​ໃຫ້​ຂຶ້ນ​ກາຍ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້. ເຮົາ​ໄດ້​ຢູ່​ໃນ​ທີ່ນັ້ນ​ແລ້ວ​ແຕ່​ໃດໆ​ມາ ເວລາ​ທີ່​ຊົງ​ວາງ​ຮາກຖານ​ແຜ່ນດິນ​ໂລກ.

30 ເຮົາ​ຢູ່​ໃກ້ຊິດ​ຕິດແທດ​ຄຽງຂ້າງ​ພຣະອົງ ດັ່ງ​ນັກ​ສະຖາປານິກ​ຄື​ນັກ​ກໍ່ສ້າງ​ຜູ້ໜຶ່ງ ເຮົາ​ເປັນ​ບໍ່​ເກີດ​ຂອງ​ຄວາມ​ຊົມຊື່ນ​ຍິນດີ​ຂອງ​ພຣະອົງ ປະຈຳ​ວັນ​ມ່ວນຊື່ນ​ຢູ່​ເລື້ອຍໆ​ຢູ່​ຊ້ອງໜ້າ​ພຣະອົງ

31 ມີ​ຄວາມສຸກ​ສຳລານ​ຢູ່​ກັບ​ໂລກ​ມະນຸດ​ເຮົາ ແລະ​ພຶງ​ພໍໃຈ​ຢູ່​ກັບ​ມວນ​ມະນຸດ​ຊາດ.

32 ບັດນີ້ ຈົ່ງ​ຟັງ​ເຮົາ​ເຖີດ ຄົນໜຸ່ມ​ທັງຫລາຍ ຈົ່ງ​ເຮັດ​ຕາມ​ທີ່​ເຮົາ​ກ່າວ​ແລະ​ມີ​ຄວາມສຸກ​ໄດ້.

33 ຈົ່ງ​ຍອມ​ຟັງ​ສິ່ງ​ທີ່​ເຈົ້າ​ໄດ້​ຮັບ​ສັ່ງສອນ​ມາ ຢ່າ​ລະເລີຍ, ແຕ່​ໃຫ້​ເປັນ​ຄົນມີ​ປັນຍາ​ເຖີດ.

34 ຄົນ​ທີ່​ຟັງ​ເຮົາ​ນັ້ນ ລາວ​ຈະ​ມີ​ຄວາມສຸກ ຄື​ຜູ້​ທີ່​ຄອຍ​ຢູ່​ທີ່​ປະຕູ​ເຮືອນ​ຂອງເຮົາ​ທຸກໆ​ວັນ.

35 ຄົນໃດ​ທີ່​ພົບ​ເຮົາ​ນັ້ນ ລາວ​ກໍ​ພົບ​ຊີວິດ ແລະ​ພຣະເຈົ້າຢາເວ​ຈະ​ພຶງ​ພໍໃຈ​ນຳ​ລາວ.

36 ຄົນ​ທີ່​ບໍ່​ພົບ​ເຮົາ​ນັ້ນ ກໍ​ທຳຮ້າຍ​ຕົນເອງ ຄົນ​ທີ່​ກຽດຊັງ​ເຮົາ​ກໍ​ຮັກ​ຄວາມຕາຍ​ເທົ່ານັ້ນ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan