ສຸພາສິດ 7 - ພຣະຄຳພີສັກສິ1 ລູກເອີຍ ຈົ່ງຈື່ຈຳສິ່ງທີ່ພໍ່ບອກສອນ ແລະຢ່າລືມໄລສິ່ງທີ່ພໍ່ບອກເຈົ້າໃຫ້ປະພຶດ. 2 ຈົ່ງເຮັດຕາມສິ່ງທີ່ພໍ່ບອກ ແລະເຈົ້າກໍຈະມີຊີວິດ. ຈົ່ງຕັ້ງໜ້າຮັກສາຄຳສັ່ງສອນຂອງພໍ່ໄວ້ດັ່ງເຈົ້າຮັກສາແກ້ວຕາເຈົ້າເອງ. 3 ຈົ່ງຖືຮັກສາຄຳສັ່ງສອນຂອງພໍ່ໄວ້ກັບເຈົ້າຢູ່ທຸກເວລາ ຈົ່ງບັນທຶກສິ່ງນັ້ນໄວ້ຢູ່ໃນຈິດໃຈເຈົ້າ. 4 ຈົ່ງຮັກແພງປັນຍາ ດັ່ງຮັກແພງນ້ອງສາວ ແລະຮັກແພງຄວາມເຂົ້າໃຈອັນແທ້ຈິງ ດັ່ງຮັກແພງໝູ່ທີ່ໃກ້ຊິດສະໜິດແໜ້ນ. 5 ຖ້ອຍຄຳນັ້ນຈະຮັກສາເຈົ້າໄວ້ ບໍ່ໃຫ້ໄປຫຍຸ້ງກ່ຽວກັບເມຍຂອງຄົນອື່ນ ແລະຈາກບັນດາຜູ້ຍິງທີ່ປາກຫວານໃຈສົ້ມ. ຍິງທີ່ຜິດສິນທຳ 6 ວັນໜຶ່ງ ຂ້າພະເຈົ້າໄດ້ຫລຽວອອກໄປທາງປ່ອງຢ້ຽມເຮືອນຂອງເຮົາ 7 ແລະຂ້າພະເຈົ້າໄດ້ເຫັນຊາຍໜຸ່ມຫລາຍຄົນທີ່ຍັງອ່ອນຕໍ່ໂລກຍ່າງໄປມາ, ແຕ່ໃນບັນດາຄົນເຫຼົ່ານັ້ນ ຂ້າພະເຈົ້າໄດ້ສັງເກດເຫັນຊາຍຄົນໜຶ່ງທີ່ໂງ່ຈ້າເບົາປັນຍາຜິດທຳມະດາ. 8 ລາວຍ່າງໄປຕາມຖະໜົນເຖິງແຈທາງບ່ອນຍິງຄົນໜຶ່ງອາໄສຢູ່ ລາວຍ່າງຊື່ໄປທີ່ເຮືອນຂອງນາງ 9 ໃນເວລາມືດຄຶ້ມຂອງຕອນແລງມື້ໜຶ່ງ. 10 ແລ້ວນາງກໍອອກມາພົບຊາຍຄົນນີ້ໂດຍແຕ່ງຕົວດັ່ງຍິງແມ່ຈ້າງວາງອຸບາຍຫລອກລໍ້ຄົນ. 11 ນາງເປັນແມ່ເລງທີ່ບໍ່ມີຢາງອາຍ ແລະມັກຍ່າງໄປຕາມຖະໜົນຫົນທາງເລື້ອຍໆ. 12 ນາງມັກຢືນຄອຍຖ້າຢູ່ຕາມແຈທາງ ບາງເທື່ອກໍຢູ່ກາງຖະໜົນ ບາງເທື່ອກໍຢູ່ຕາມທ້ອງຕະຫລາດ. 13 ນາງໂດດກອດຊາຍໜຸ່ມທັງຈູບລາວ ແລະໃຊ້ແສງຕາຈ້ອງເບິ່ງໜ້າລາວພ້ອມທັງເວົ້າວ່າ, 14 “ມື້ນີ້ຂ້ອຍໄດ້ນຳເຄື່ອງໄປຖວາຍບູຊາ ແລະກໍໄດ້ຊີ້ນມາຈາກເຄື່ອງບູຊານັ້ນ. 15 ດັ່ງນັ້ນ ຂ້ອຍຈຶ່ງອອກມາຄອຍຖ້າເຈົ້າ ຂ້ອຍຕ້ອງການພົບເຈົ້າ ແລະເຈົ້າກໍຢູ່ທີ່ນີ້ແລ້ວເດ 16 ຂ້ອຍໄດ້ປູບ່ອນນອນຂອງຂ້ອຍໄວ້ດ້ວຍຜ້າປ່ານຫລາຍສີຈາກເອຢິບ. 17 ຂ້ອຍພົມຜ້າປູບ່ອນດ້ວຍນໍ້າຫອມຈາກຢາງໄມ້, ນໍ້າຫອມອາໂລ ແລະກຳຍານຫອມ. 18 ມາເທາະ ໃຫ້ພວກເຮົາມາອີ່ມເອີບຄວາມຮັກນຳກັນຕະຫລອດຄືນ. ພວກເຮົາຈະມີຄວາມສຸກຢູ່ໃນອ້ອມກອດຂອງກັນແລະກັນ. 19 ຜົວຂອງຂ້ອຍບໍ່ຢູ່ເຮືອນເພາະລາວເດີນທາງໄກ. 20 ລາວໄດ້ຖືເງິນໄປນຳເປັນຈຳນວນຫລວງຫລາຍ ແລະຈະກັບມາພາຍໃນສອງອາທິດ.” 21 ນາງຫລອກລໍ້ຊາຍຄົນນີ້ໃຫ້ຫລົງສະເໜ່ ດ້ວຍຄຳເວົ້າຈາອັນອ່ອນຫວານຂອງນາງ. 22 ທັນໃດນັ້ນ ລາວກໍຕິດຕາມນາງໄປດັ່ງງົວເຖິກທີ່ຖືກຈູງໄປຂ້າ ດັ່ງກວາງທີ່ຖືກຕ້ອນລົງໄປໃນຫລຸມ 23 ບ່ອນທີ່ລູກທະນູຈະແທງທະລຸຫົວໃຈ. ຊາຍຄົນນີ້ເປັນດັ່ງນົກກຳລັງເຂົ້າໄປໃນຕະຂ່າຍ ໂດຍບໍ່ຮູ້ວ່າຊີວິດຕົນນັ້ນຕົກຢູ່ໃນອັນຕະລາຍ. 24 ພວກລູກໆເອີຍ ບັດນີ້ຈົ່ງຟັງພໍ່ເທີ້ນ ຈົ່ງເອົາໃຈໃສ່ຕໍ່ຄຳທີ່ພໍ່ບອກສອນ. 25 ຢ່າໃຫ້ແມ່ຍິງເຊັ່ນນັ້ນຊະນະໃຈເຈົ້າໄດ້ ຢ່າຫລົງໄຫລໄປກັບນາງ. 26 ນາງໄດ້ເຮັດໃຫ້ຜູ້ຊາຍຫລາຍຄົນຈິບຫາຍ ແລະຍັງເປັນຕົ້ນເຫດໃຫ້ຫລາຍຄົນຕາຍໄປຈົນນັບບໍ່ຖ້ວນ. 27 ຖ້າພວກເຈົ້າໄປທີ່ເຮືອນຂອງນາງ ກໍສໍ່າກັບວ່າໄປສູ່ໂລກຂອງຄົນຕາຍເສຍແລ້ວ ຄືໄປສູ່ຄວາມຕາຍທາງລັດ. |
@ 2012 United Bible Societies. All Rights Reserved.