ສຸພາສິດ 6 - ພຣະຄຳພີສັກສິຄຳຕັກເຕືອນຕໍ່ຄວາມໂງ່ຈ້າ 1 ລູກເອີຍ ເຈົ້າໄດ້ສັນຍາຮັບຜິດຊອບຕໍ່ໜີ້ສິນຂອງຄົນອື່ນບໍ? 2 ເຈົ້າຖືກຈັບຍ້ອນຖ້ອຍຄຳຈາກສົບຂອງເຈົ້າ ຫລືຖືກບ້ວງແຮ້ວຍ້ອນຄຳສັນຍາຈາກປາກຂອງເຈົ້າເອງບໍ? 3 ລູກເອີຍ ຖ້າເປັນດັ່ງນັ້ນ ເຈົ້າກໍຢູ່ໃຕ້ອຳນາດຂອງຄົນນັ້ນສາແລ້ວ ແຕ່ນີ້ແມ່ນວິທີອອກຂອງເຈົ້າເດີ: ຈົ່ງຟ້າວໄປຫາລາວແລະຂໍໃຫ້ລາວປ່ອຍເຈົ້າ. 4 ຢ່າໃຫ້ເຈົ້າໄດ້ນອນເສີຍຫລືຢຸດພັກຜ່ອນ. 5 ຈົ່ງອອກໜີຈາກບ້ວງແຮ້ວດັ່ງນົກຫລືກວາງທີ່ກຳລັງປົບໜີຈາກນາຍພານ. 6 ຄົນຂີ້ຄ້ານຄວນຮຽນຮູ້ເອົາບົດຮຽນຈາກຊີວິດຂອງມົດ 7 ພວກມັນບໍ່ມີຜູ້ນຳ ບໍ່ມີນາຍ ຫລືຜູ້ປົກຄອງ, 8 ແຕ່ພວກມັນສະສົມອາຫານໄວ້ໃນລະດູຮ້ອນເພື່ອຕຽມໄວ້ສຳລັບລະດູໜາວ. 9 ຄົນຂີ້ຄ້ານຈະນອນຢຽດຢູ່ດົນປານໃດ? ເມື່ອໃດນໍລາວຈຶ່ງຈະຕື່ນຂຶ້ນ? 10 ລາວເວົ້າວ່າ, “ຂ້ອຍຈະນອນພັກຜ່ອນໜ້ອຍໜຶ່ງ, ຂໍຢຽດເສັ້ນຢຽດເອັນ ມືກອດເອິກນອນພັກຜ່ອນບຶດໜຶ່ງເສຍກ່ອນ.” 11 ແຕ່ໃນຂະນະທີ່ລາວນອນຫລັບຢູ່ນັ້ນ ຄວາມທຸກລຳບາກກໍຈະມາໂຈມຕີລາວດັ່ງມີຄົນໜຶ່ງຖືອາວຸດມາປຸ້ນລາວ. 12 ຄົນໂລເລກັບຄົນຊົ່ວຮ້າຍມັກທ່ຽວໄປຫາຕົວະ. 13 ພວກເຂົາຍິກຄີ້ວລິ່ວຕາເພື່ອຫລອກລວງເຈົ້າ 14 ແຜນການອັນຊົ່ວຮ້າຍໃນແນວຄິດອັນເປິເປື້ອນຂອງພວກເຂົານັ້ນ ສ້າງຄວາມເດືອດຮ້ອນໃຫ້ທຸກບ່ອນ. 15 ດ້ວຍເຫດນັ້ນ ຄວາມພິນາດຈະທຳລາຍພວກເຂົາໂດຍບໍ່ຮູ້ຕົວ ແລະເຄາະຮ້າຍອັນເຖິງຕາຍກໍຈະຕົກຖືກພວກເຂົາເຈົ້າ. 16-19 ມີເຈັດຢ່າງທີ່ພຣະເຈົ້າຢາເວກຽດຊັງ ແລະຜ່ອນຜັນໃຫ້ບໍ່ໄດ້: ຕາທີ່ຈອງຫອງ ລີ້ນທີ່ເວົ້າຕົວະ ມືທີ່ຂ້າຄົນບໍ່ມີຄວາມຜິດ ໃຈທີ່ຄິດແຜນການຊົ່ວຮ້າຍ ຕີນທີ່ຟ້າວແລ່ນໄປເຮັດຊົ່ວ ຜູ້ທີ່ເວົ້າຄຳພະຍານບໍ່ຈິງຕໍ່ສູ້ຄົນອື່ນ ແລະຜູ້ທີ່ຫາເລື່ອງໃຫ້ພີ່ນ້ອງຜິດຖຽງກັນ. ຄຳເຕືອນຕໍ່ສູ້ການຫລິ້ນຊູ້ສູ່ຜົວເມຍ 20 ລູກເອີຍ ຈົ່ງເຮັດຕາມຄຳທີ່ພໍ່ບອກສອນ ແລະຢ່າລືມໄລຄຳສັ່ງສອນຂອງແມ່ເຈົ້າ. 21 ຈົ່ງຖືຮັກສາຖ້ອຍຄຳຂອງເພິ່ນໄວ້ສະເໝີ ແລະຝັງຖ້ອຍຄຳນັ້ນໄວ້ຢູ່ໃນຈິດໃຈເຈົ້າ. 22 ຄຳສັ່ງສອນຂອງເພິ່ນຈະນຳພາເມື່ອເຈົ້າເດີນທາງ ຄຸ້ມຄອງເຈົ້າຍາມກາງຄືນ ແລະແນະນຳເຈົ້າໃນເວລາກາງເວັນ. 23 ຄຳສັ່ງສອນຂອງເພິ່ນເປັນແສງແຈ້ງເຍືອງທາງເດີນ ຄຳບອກເຕືອນຂອງເພິ່ນສັ່ງສອນເຈົ້າໃຫ້ຮູ້ຈັກການດຳເນີນຊີວິດ. 24 ຖ້ອຍຄຳນັ້ນ ຮັກສາເຈົ້າໃຫ້ພົ້ນຈາກຍິງຊົ່ວໄດ້ ຄືຈາກຄຳເວົ້າອັນລໍ້ລວງຂອງເມຍຄົນອື່ນ. 25 ຢ່າໃຫ້ຄວາມງາມຂອງນາງເປັນທີ່ຍົວະເຍົ້າໃຈເຈົ້າໄດ້ ຢ່າໃຫ້ສາຍຕາອັນຫວານແກມລວງຂອງນາງ ເປັນແຮ້ວດັກຈັບເຈົ້າໄດ້. 26 ສຳລັບຍິງໂສເພນີນັ້ນ ຈ້າງນອນນຳໄດ້ດ້ວຍລາຄາພຽງໜ້ອຍດຽວ, ແຕ່ສຳລັບຍິງທີ່ມີຜົວແມ່ນຈະທຳລາຍຊີວິດຂອງເຈົ້າ. 27 ໃຜແດ່ທີ່ຫອບຖ່ານໄຟແດງໃສ່ໜ້າເອິກໂດຍເສື້ອຂອງຕົນບໍ່ໄໝ້? 28 ໃຜແດ່ທີ່ຍ່າງໃນຖ່ານໄຟແດງແລ້ວໂດຍທີ່ໄຟບໍ່ໄໝ້ຕີນ? 29 ຜູ້ທີ່ນອນນຳເມຍຂອງຊາຍອື່ນກໍເປັນອັນຕະລາຍ. ດັ່ງນີ້ແຫລະ ຜູ້ໃດກໍຕາມທີ່ເຮັດດັ່ງນີ້ ຈະໄດ້ຮັບໂທດຢ່າງທໍລະມານ. 30 ຄົນເຮົາບໍ່ຫ່ອນຊັງຄົນຂີ້ລັກໄດ້ ຖ້າລາວລັກຍ້ອນຄວາມຫິວ, 31 ແຕ່ຖ້າຖືກຈັບໄດ້ ລາວຕ້ອງຈ່າຍຄືນເຈັດເທົ່າ ຄືລາວຕ້ອງເສຍທຸກສິ່ງທີ່ຕົນມີຢູ່. 32 ແຕ່ຊາຍທີ່ຫລິ້ນຊູ້ເປັນຜູ້ໄຮ້ຄວາມຮູ້ສຶກ ລາວມີແຕ່ທຳລາຍຕົນເອງ. 33 ລາວຈະຖືກລົດກຽດແລະຖືກຕົບຕີ ລາວຈະເປັນທີ່ອັບອາຍຕໍ່ໄປເລື້ອຍໆ. 34 ຜົວເກີດໂມໂຫຂຶ້ນຍ້ອນຫຶງຫວງເມຍ ການແກ້ແຄ້ນຂອງລາວບໍ່ມີຂອບເຂດ. 35 ລາວຈະບໍ່ຍອມຮັບເອົາຄ່າທຳຂວັນໃດໆ ຂອງຂວັນກອງຖ້ວມຫົວ ກໍຈະບໍ່ຊ່ວຍໃຫ້ລາວຊ່ວງເຊົາໂມໂຫໄດ້. |
@ 2012 United Bible Societies. All Rights Reserved.