Biblia Todo Logo
Bìoball air-loidhne

- Sanasan -

ສຸພາສິດ 5 - ພຣະຄຳພີສັກສິ


ຄຳເຕືອນ​ໃນ​ເລື່ອງ​ຫລິ້ນຊູ້

1 ລູກ​ເອີຍ ຈົ່ງ​ເອົາໃຈໃສ່​ຟັງ​ປັນຍາ​ແລະ​ຄວາມ​ຮູ້ແຈ້ງເຫັນຈິງ.

2 ແລ້ວ​ເຈົ້າ​ກໍ​ຈະ​ຮູ້ຈັກ​ປະພຶດ​ຕົນ​ຢ່າງ​ເໝາະສົມ ແລະ​ຖ້ອຍຄຳ​ຂອງເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ມີ​ຄວາມຮູ້.

3 ຮີມ​ສົບ​ເມຍ​ຂອງ​ຊາຍ​ອື່ນ​ອາດ​ຫວານຊື່ນ​ດັ່ງ​ນໍ້າເຜິ້ງ ແລະ​ການ​ຈູບ​ຂອງ​ນາງ​ອາດ​ຫລ່ຽນ​ໄຫລ​ດັ່ງ​ນໍ້າມັນ​ໝາກກອກເທດ,

4 ແຕ່​ໃນທີ່ສຸດ ນາງ​ບໍ່ໄດ້​ປະ​ຫຍັງ​ໄວ້​ໃຫ້​ນອກຈາກ​ຄວາມ​ຂົມຂື່ນ​ແລະ​ເຈັບປວດ.

5 ນາງ​ຈະ​ນຳ​ເອົາ​ເຈົ້າ​ລົງ​ໄປ​ໃນ​ໂລກ​ຂອງ​ຄົນຕາຍ ຫົນທາງ​ທີ່​ນາງ​ຍ່າງ​ແມ່ນ​ນຳ​ໄປ​ສູ່​ຄວາມຕາຍ.

6 ນາງ​ບໍ່​ຢູ່​ໃນ​ທາງ​ທີ່​ນຳ​ໄປ​ສູ່​ຊີວິດ, ແຕ່​ເດີນ​ໂຊເຊ​ໄປ​ແລະ​ບໍ່​ຮູ້ຈັກ​ຄັກແນ່​ວ່າ​ແມ່ນ​ຫຍັງ​ກຳລັງ​ເກີດຂຶ້ນ.

7 ພວກ​ລູກໆ​ເອີຍ ບັດນີ້​ຈົ່ງ​ຟັງ​ພໍ່​ເທີ້ນ ແລະ​ຢ່າ​ລືມໄລ​ຄຳ​ທີ່​ພໍ່​ບອກສອນ.

8 ຈົ່ງ​ຫລີກ​ໜີ​ຈາກ​ຜູ້ຍິງ​ຢ່າງ​ນັ້ນ ແມ່ນແຕ່​ປະຕູ​ເຮືອນ​ຂອງ​ນາງ​ກໍ​ຢ່າ​ສູ່​ໄປ​ໃກ້

9 ຖ້າ​ເຈົ້າ​ໄປ ເຈົ້າ​ຈະ​ເອົາ​ກຽດ​ທີ່​ເຄີຍ​ມີ​ໃຫ້​ຄົນອື່ນ ແລະ​ພວກເຈົ້າ​ຈະ​ຕາຍ​ແຕ່​ຍັງ​ໜຸ່ມ​ດ້ວຍ​ນໍ້າມື​ຂອງ​ພວກ​ທີ່​ຂາດ​ຄວາມ​ເມດຕາ.

10 ແມ່ນແລ້ວ ຄົນ​ແປກໜ້າ​ຈະ​ເອົາ​ຊັບສິນ​ທັງໝົດ​ຂອງ​ພວກເຈົ້າ​ໄປ ແລະ​ສິ່ງ​ທີ່​ພວກເຈົ້າ​ຊອກ​ຫາ​ມາ​ໄດ້​ທັງໝົດ​ກໍ​ຈະ​ຕົກ​ເປັນ​ຂອງ​ຄົນອື່ນ.

11 ເຈົ້າ​ຈະ​ນອນ​ຄວນຄາງ​ຕາຍ​ຢູ່​ເທິງ​ຕຽງ ເນື້ອໜັງ​ຕົນຕົວ​ຂອງເຈົ້າ​ຈະ​ມີ​ແນວ​ກັດກິນ

12 ແລະ​ເຈົ້າ​ກໍ​ຈະ​ເວົ້າ​ວ່າ, “ຊັ້ນແຫລະ ເພາະ​ຂ້ອຍ​ບໍ່​ມັກ​ໃຫ້​ຄົນອື່ນ​ຕັກເຕືອນ ແລະ​ບໍ່​ຍອມ​ໃຫ້​ຜູ້​ອື່ນ​ດັດແປງ​ກໍ່ສ້າງ.

13 ຂ້ອຍ​ບໍ່ໄດ້​ຟັງ​ຄຳ​ຂອງ​ຄູ​ສັ່ງສອນ. ຂ້ອຍ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳເວົ້າ​ຂອງເພິ່ນ.

14 ແລະ​ໃນ​ທັນໃດນັ້ນ ຂ້ອຍ​ພົບ​ວ່າ​ຕົນເອງ​ໄດ້​ຖືກ​ຂາຍໜ້າ​ໃນ​ທ່າມກາງ​ມະຫາຊົນ.”

15 ຈົ່ງ​ສັດຊື່​ຕໍ່​ເມຍ​ຂອງເຈົ້າ ແລະ​ມອບ​ຄວາມຮັກ​ໃຫ້​ແກ່​ນາງ​ແຕ່​ຜູ້ດຽວ.

16 ລູກ​ທີ່​ເຈົ້າ​ໄດ້​ນຳ​ຍິງ​ຄົນອື່ນ​ບໍ່ມີ​ຫຍັງ​ດີ​ສຳລັບ​ເຈົ້າ.

17 ລູກ​ຂອງ​ເຈົ້າ​ຄວນ​ໃຫຍ່​ຂຶ້ນ​ມາ​ເພື່ອ​ຊ່ວຍເຫລືອ​ເຈົ້າ ແລະ​ບໍ່ແມ່ນ​ສຳລັບ​ຊ່ວຍ​ຜູ້​ອື່ນ.

18 ສະນັ້ນ ຈົ່ງ​ເປັນ​ສຸກ​ຢູ່​ກັບ​ເມຍ​ຂອງເຈົ້າ ແລະ​ຈົ່ງ​ພົບ​ຄວາມ​ຊົມຊື່ນ​ຍິນດີ​ກັບ​ຍິງ​ທີ່​ເຈົ້າ​ແຕ່ງງານ​ນຳ

19 ຄື​ຜູ້​ທີ່​ເປັນ​ໜ້າຮັກ​ດັ່ງ​ກວາງແມ່ ແລະ​ງາມ​ສະຫງ່າ​ດັ່ງ​ເຍືອງຜາ. ຈົ່ງ​ໃຫ້​ສະເໜ່​ຂອງ​ນາງ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກໃຈ ຈົ່ງ​ໃຫ້​ຄວາມຮັກ​ຂອງ​ນາງ​ຈັບໃຈ​ຂອງເຈົ້າ​ໄວ້.

20 ລູກ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຕ້ອງ​ເອົາ​ຄວາມຮັກ​ຂອງ​ເຈົ້າ​ໃຫ້​ແກ່​ຍິງ​ອື່ນ? ເປັນຫຍັງ​ເຈົ້າ​ຈຶ່ງ​ໄປ​ຫາ​ຄວາມສຸກ​ກັບ​ເມຍ​ຂອງ​ຊາຍ​ອື່ນ?

21 ພຣະເຈົ້າຢາເວ​ເຫັນ​ທຸກໆ​ສິ່ງ​ທີ່​ເຈົ້າ​ເຮັດ​ເດີ ບໍ່​ວ່າ​ເຈົ້າ​ໄປ​ທາງ​ໃດ​ພຣະອົງ​ກຳລັງ​ເຝົ້າເບິ່ງ​ຢູ່.

22 ຄວາມຜິດ​ນັ້ນ ຄຸມຂັງ​ຜູ້​ທີ່​ເຮັດ​ຜິດ ການບາບ​ຂອງ​ຄົນຊົ່ວ​ກໍ​ເປັນ​ບ້ວງແຮ້ວ. ພວກເຂົາ​ຖືກ​ຈັບ​ໃນ​ຕາໜ່າງ​ແຫ່ງ​ບາບ​ຂອງ​ພວກ​ເຂົາເອງ.

23 ພວກເຂົາ​ຕາຍໄປ​ເພາະ​ພວກເຂົາ​ບໍ່ມີ​ການຄວບຄຸບ​ຕົນເອງ. ຄວາມ​ໂງ່ຈ້າ​ອັນ​ສຸດຂີດ​ຂອງ​ພວກເຂົາ​ສົ່ງ​ພວກເຂົາ​ໄປ​ສູ່​ຂຸມຝັງສົບ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan