Biblia Todo Logo
Bìoball air-loidhne

- Sanasan -

ສຸພາສິດ 4 - ພຣະຄຳພີສັກສິ


ປັນຍາ​ໃຫ້​ປະໂຫຍດ​ອັນ​ຍິ່ງໃຫຍ່

1 ພວກ​ລູກໆ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ພໍ່​ຂອງ​ພວກເຈົ້າ​ບອກສອນ ຈົ່ງ​ຕັ້ງ​ຈິດ​ຕັ້ງໃຈ​ຟັງ ແລະ​ພວກເຈົ້າ​ກໍ​ຈະ​ມີ​ຄວາມ​ເຂົ້າໃຈ.

2 ສິ່ງ​ທີ່​ພໍ່​ບອກສອນ​ພວກເຈົ້າ​ນີ້​ເປັນ​ສິ່ງ​ທີ່​ດີ ສະນັ້ນ ຈົ່ງ​ພາກັນ​ຈື່ຈຳ​ເອົາ​ໄວ້​ໝົດ​ທຸກສິ່ງ.

3 ເມື່ອ​ພໍ່​ຍັງ​ເປັນ​ເດັກນ້ອຍ​ຢູ່​ນັ້ນ ຄື​ເປັນ​ລູກ​ຄົນດຽວ​ຂອງ​ພໍ່ແມ່

4 ປູ່​ຂອງ​ເຈົ້າ​ກໍໄດ້​ບອກສອນ​ພໍ່​ເໝືອນກັນ ເພິ່ນ​ເຄີຍ​ເວົ້າ​ວ່າ, “ຈົ່ງ​ຈື່ຈຳ​ຄຳ​ທີ່​ພໍ່​ບອກສອນ​ແລະ​ຢ່າ​ລືມໄລ​ຈັກເທື່ອ. ຈົ່ງ​ເຮັດ​ຕາມ​ຄຳ​ທີ່​ພໍ່​ບອກສອນ​ແລະ​ເຈົ້າ​ຈະ​ມີ​ຊີວິດ​ຢູ່.

5 ຈົ່ງ​ຮັບ​ເອົາ​ປັນຍາ​ແລະ​ຄວາມ​ຮູ້​ແຈ້ງ​ເຫັນຈິງ ຢ່າ​ລືມໄລ​ແລະ​ຢ່າ​ຫລີກ​ໜີ​ຈາກ​ຖ້ອຍຄຳ​ແຫ່ງ​ປາກ​ຂອງເຮົາ.

6 ຢ່າ​ປະຖິ້ມ​ປັນຍາ ເພາະ​ປັນຍາ​ຈະ​ຄຸ້ມຄອງ​ເຈົ້າ​ໄວ້ ຈົ່ງ​ຮັກແພງ​ປັນຍາ ແລະ​ປັນຍາ​ຈະ​ຮັກສາ​ເຈົ້າ​ໄວ້​ໃຫ້​ປອດໄພ.

7 ປັນຍາ​ແມ່ນ​ສິ່ງ​ສຳຄັນ​ອັນ​ສຸດ​ຍອດ. ສະນັ້ນ ຈົ່ງ​ຫາ​ເອົາ​ປັນຍາ​ໃຫ້​ໄດ້ ຈົ່ງ​ຍອມ​ເສຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່​ເພື່ອ​ຈະ​ກາຍເປັນ​ຄົນມີ​ປັນຍາ.

8 ຈົ່ງ​ຮັກແພງ​ປັນຍາ ແລະ​ປັນຍາ​ຈະ​ເຮັດ​ໃຫ້​ເຈົ້າ​ຍິ່ງໃຫຍ່ ຈົ່ງ​ກອດ​ເອົາ​ປັນຍາ​ໄວ້ ເພາະ​ປັນຍາ​ຈະ​ນຳ​ເອົາ​ກຽດສັກສີ​ມາ​ສູ່​ເຈົ້າ.

9 ປັນຍາ​ຈະ​ເປັນ​ມົງກຸດ​ອັນ​ສະຫງ່າຣາສີ​ເທິງ​ຫົວ​ຂອງ​ເຈົ້າ.”

10 ລູກ​ເອີຍ ຈົ່ງ​ຟັງ ຈົ່ງ​ເອົາໃຈໃສ່​ຕໍ່​ຄຳ​ທີ່​ພໍ່​ບອກສອນ ເພື່ອ​ເຈົ້າ​ຈະ​ມີ​ຊີວິດ​ຍືນຍາວ.

11 ພໍ່​ໄດ້​ບອກສອນ​ເຈົ້າ​ເຖິງ​ປັນຍາ ແລະ​ການ​ດຳເນີນ​ຊີວິດ​ໃນ​ທາງ​ອັນ​ຖືກຕ້ອງ.

12 ບໍ່ມີ​ສິ່ງໃດ​ທີ່​ຈະ​ຂັດຂວາງ​ທາງເດີນ​ຂອງເຈົ້າ ຖ້າ​ເຈົ້າ​ດຳເນີນ​ຊີວິດ​ຢ່າງ​ຄົນມີ​ປັນຍາ ເມື່ອ​ເຈົ້າ​ແລ່ນ ເຈົ້າ​ຈະ​ບໍ່​ເຕະ​ສະດຸດ​ລົ້ມ.

13 ຈົ່ງ​ຈື່ຈຳ​ເອົາ​ໄວ້​ສະເໝີ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນຮູ້​ມາ​ແລ້ວ​ນັ້ນ. ການ​ສຶກສາ​ຄື​ຊີວິດ​ຂອງເຈົ້າ ຈົ່ງ​ເຝົ້າ​ຮັກສາ​ເອົາ​ສິ່ງ​ນີ້​ໄວ້​ໃຫ້​ດີ.

14 ຢ່າ​ຍ່າງ​ຕາມ​ທາງ​ຂອງ​ຄົນຊົ່ວຮ້າຍ ຢ່າ​ເຮັດ​ຕາມ​ແບບຢ່າງ​ຂອງ​ຄົນ​ບໍ່​ດີ.

15 ຢ່າ​ເຮັດ​ເຊັ່ນນັ້ນ​ເດີ ຈົ່ງ​ຫລີກເວັ້ນ​ຈາກ​ຄວາມຊົ່ວ ຈົ່ງ​ຜີກ​ໜີ​ແລະ​ເດີນ​ໄປ​ຕາມ​ທາງ​ຂອງເຈົ້າ.

16 ຄົນຊົ່ວ​ບໍ່​ຫ່ອນ​ນອນ​ຫລັບ​ໄດ້​ຈົນກວ່າ​ພວກເຂົາ​ໄດ້​ໄປ​ເຮັດ​ຜິດ​ມາ. ພວກເຂົາ​ນອນ​ມືນ​ຕາ ຈົນກວ່າ​ໄດ້​ທຳຮ້າຍ​ຄົນ​ແລ້ວ​ຈຶ່ງ​ນອນ​ຫລັບ​ໄດ້.

17 ການ​ຊົ່ວຊ້າ​ແລະ​ການ​ຮຸນແຮງ​ຄື​ເຄື່ອງ​ກິນ​ແລະ​ເຄື່ອງ​ດື່ມ​ຂອງ​ພວກເຂົາ.

18 ທາງ​ຂອງ​ຄົນ​ຊອບທຳ​ເດີນ​ໄປ​ນັ້ນ​ເປັນ​ດັ່ງ​ຕາເວັນ​ຂຶ້ນ​ໃນ​ຍາມ​ເຊົ້າ ໂດຍ​ສ່ອງແສງ​ເຫລື້ອມໃສ​ຂຶ້ນ​ໄປ​ຈົນກວ່າ​ກາງເວັນ​ມາຮອດ.

19 ສ່ວນ​ທາງ​ຂອງ​ຄົນຊົ່ວຮ້າຍ​ນັ້ນ​ກໍ​ມືດມິດ​ດັ່ງ​ກາງຄືນ. ພວກເຂົາ​ລົ້ມລົງ​ແຕ່​ບໍ່​ເຫັນ​ສິ່ງ​ທີ່​ພວກເຂົາ​ສະດຸດ​ລົ້ມ​ນັ້ນ​ໄດ້.

20 ລູກ​ເອີຍ ຈົ່ງ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ພໍ່​ບອກສອນ. ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພໍ່.

21 ຢ່າ​ປ່ອຍ​ໃຫ້​ຖ້ອຍຄຳ​ນັ້ນ​ໜີໄປ​ຈາກ​ເຈົ້າ ຈົ່ງ​ຈື່ຈຳ​ແລະ​ເກັບກຳ​ເອົາ​ຖ້ອຍຄຳ​ນັ້ນ​ໄວ້​ໃນ​ໃຈ​ເຈົ້າ.

22 ຖ້ອຍຄຳ​ເຫຼົ່ານັ້ນ​ຈະ​ໃຫ້​ຊີວິດ​ແກ່​ຜູ້​ທີ່​ຄົ້ນພົບ ແລະ​ປິ່ນປົວ​ເນື້ອກາຍ​ຂອງ​ຜູ້ນັ້ນ​ທັງສິ້ນ.

23 ຈົ່ງ​ລະວັງ​ສິ່ງ​ທີ່​ເຈົ້າ​ຄິດ​ຢູ່ໃນໃຈ​ໃຫ້​ດີ ເພາະ​ຊີວິດ​ຂອງ​ຄົນ​ຖືກ​ຫລໍ່ຫລອມ​ຂຶ້ນ​ໂດຍ​ຄວາມ​ນຶກຄິດ.

24 ຢ່າ​ໃຫ້​ປາກ​ເຈົ້າ​ເວົ້າ​ຈັກເທື່ອ​ເຖິງ​ສິ່ງ​ທີ່​ບໍ່​ເປັນ​ຄວາມຈິງ. ຢ່າ​ຫຍຸ້ງກ່ຽວ​ກັບ​ສິ່ງໃດໆ​ທີ່​ພົວພັນ​ກັບ​ການ​ຫລອກລວງ.

25 ຈົ່ງ​ໃຫ້​ສາຍຕາ​ເຈົ້າ​ຈ້ອງເບິ່ງ​ຊື່​ໜ້າ​ຄົນ ແນມ​ໄປ​ຢ່າງ​ຊື່​ກົງ​ດ້ວຍ​ຄວາມ​ໜັກແໜ້ນ.

26 ຈົ່ງ​ວາງແຜນ​ຢ່າງ​ຮອບຄອບ​ໃນ​ສິ່ງ​ທີ່​ເຈົ້າ​ກະທຳ ແລະ​ສິ່ງໃດໆ​ທີ່​ເຈົ້າ​ກະທຳ​ໄປ​ກໍ​ຈະ​ເປັນ​ການ​ຖືກຕ້ອງ.

27 ຈົ່ງ​ຫລີກເວັ້ນ​ຈາກ​ຄວາມຊົ່ວ ແລະ​ຍ່າງ​ຊື່​ກົງ​ໄປ ຢ່າ​ກ້າວ​ອອກ​ໄປ​ຈາກ​ທາງ​ເດີນ​ທີ່​ຖືກຕ້ອງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan