ສຸພາສິດ 31 - ພຣະຄຳພີສັກສິຄຳແນະນຳສຳລັບກະສັດ 1 ຕໍ່ໄປນີ້ ແມ່ນຄຳບອກສອນຂອງກະສັດເລມູເອນ ທີ່ໄດ້ຮັບຈາກແມ່ຂອງຕົນ: 2 “ເຈົ້າເປັນລູກທີ່ຮັກຂອງແມ່ ເປັນຄຳຕອບໃນຄຳພາວັນນາອະທິຖານຂອງແມ່ ຈະໃຫ້ແມ່ບອກເຈົ້າຢ່າງໃດ? 3 ຢ່າທຸ້ມເທເຫື່ອແຮງຂອງເຈົ້າໃນເລື່ອງເພດ ແລະໃຊ້ເງິນທັງໝົດກັບຜູ້ຍິງ ເພາະພວກນາງໄດ້ເປັນຜູ້ທີ່ທຳລາຍກະສັດຫລາຍຄົນ. 4 ເລມູເອນເອີຍ ຈົ່ງຟັງເທີ້ນ ກະສັດບາງຄົນນັ້ນ ບໍ່ຄວນດື່ມເຫຼົ້າອະງຸ່ນ ຫລືຕິດເຫຼົ້າເລີຍ. 5 ເມື່ອບັນດາກະສັດດື່ມເຫຼົ້າລົງໄປແລ້ວ ພວກເພິ່ນກໍລືມກົດໝາຍຕ່າງໆ ແລະບໍ່ຍອມຮັບຮູ້ສິດທິຂອງຄົນຂັດສົນ. 6 ເຫຼົ້າເປັນຂອງຜູ້ທີ່ກຳລັງຈະຕາຍ ເປັນຂອງພວກທີ່ມີຄວາມທຸກໃຈ. 7 ປ່ອຍໃຫ້ພວກເຂົາດື່ມລືມຄວາມຂັດສົນ ແລະຄວາມທຸກໃຈຂອງພວກເຂົາສາເຖີດ. 8 ຈົ່ງເວົ້າແທນພວກທີ່ເວົ້າແທນຕົນເອງບໍ່ໄດ້ ຈົ່ງຄຸ້ມຄອງສິດທິຂອງພວກທີ່ບໍ່ມີທີ່ເພິ່ງ. 9 ຈົ່ງເວົ້າແທນພວກເຂົາແລະເປັນຜູ້ຕັດສິນຢ່າງຊອບທຳ ຈົ່ງຄຸ້ມຄອງສິດທິຂອງຄົນທຸກຈົນແລະຄົນຂັດສົນ.” ເມຍທີ່ດີ 10 ເມຍທີ່ດີນັ້ນ ຍ່ອມປະເສີດກ່ວາເພັດນິນຈິນດາ, ແຕ່ຍາກເຫຼືອຫລາຍທີ່ຈະໄດ້ຍິງເຊັ່ນນີ້. 11 ຜົວທີ່ມີເມຍດີນັ້ນ ໄວ້ໃຈນາງໄດ້ທຸກຢ່າງ ລາວຈະບໍ່ທຸກລຳບາກຍ້ອນນາງຈັກເທື່ອເລີຍ. 12 ຕາບໃດທີ່ມີຊີວິດຢູ່ນັ້ນ ນາງເຮັດແຕ່ສິ່ງທີ່ດີຕໍ່ຜົວ ຄືບໍ່ເຮັດໃຫ້ຜົວເສຍຫາຍຍ້ອນ. 13 ນາງຊອກຫາຂົນແກະ, ຜ້າເນື້ອລະອຽດແລະເຮັດວຽກຢູ່ບໍ່ຂາດມື. 14 ນາງປຽບເໝືອນເຮືອກຳປັ່ນຂອງພໍ່ຄ້າ ທີ່ນຳອາຫານມາຈາກແດນໄກ. 15 ນາງນອນເດິກແລະຕື່ນເຊົ້າ ຈັດຕຽມອາຫານໃຫ້ຄອບຄົວ ແລະທັງບອກວຽກໃຫ້ສາວໃຊ້ນຳໄປປະຕິບັດ. 16 ນາງຊອກທີ່ດິນເຮັດສວນໝາກໄມ້ ດ້ວຍເງິນທີ່ນາງຫາມາໄດ້ເອງ. 17 ນາງເປັນຍິງທີ່ດຸໝັ່ນແຂງແຮງແລະຂະຫຍັນໝັ່ນພຽນດີ. 18 ນາງຮູ້ຈັກຄຸນຄ່າໃນສິ່ງທີ່ຕົນເຮັດທຸກຢ່າງ ແລະເຮັດວຽກຈົນເດິກດື່ນ. 19 ນາງເຂັນຝ້າຍ ແລະຕໍ່າຜ້າຂອງນາງເອງ. 20 ນາງມີໃຈກວ້າງຂວາງຕໍ່ຄົນທຸກຈົນແລະຄົນຂັດສົນ. 21 ເມື່ອຍາມໜາວມາຮອດ ນາງບໍ່ໄດ້ກັງວົນ ເພາະວ່າລູກຜົວຂອງຕົນມີເຄື່ອງນຸ່ງອັນອົບອຸ່ນແລ້ວ. 22 ນາງຕໍ່າຜ້າຫົ່ມໄວ້ ແລະນຸ່ງຜ້າໄໝສີມ່ວງເນື້ອລະອຽດອ່ອນດີ. 23 ຜົວຂອງນາງເປັນຜູ້ທີ່ມີຊື່ສຽງ ແລະເປັນຜູ້ໜຶ່ງໃນບັນດາຜູ້ນຳຂອງປະຊາຊົນ. 24 ນາງເຮັດເຄື່ອງນຸ່ງພ້ອມທັງສາຍແອວ ແລະຂາຍໃຫ້ພວກພໍ່ຄ້າ. 25 ນາງເປັນຍິງທີ່ແຂງແຮງແລະໜ້າເຄົາຣົບນັບຖື ແລະບໍ່ຢ້ານກົວຕໍ່ອະນາຄົດ. 26 ນາງເວົ້າຈາດ້ວຍປັນຍາອັນສຸພາບອ່ອນຫວານ. 27 ນາງຫຍຸ້ງຢູ່ກັບວຽກສະເໝີ ແລະເອົາໃຈໃສ່ໃນຄວາມຕ້ອງການຂອງຄອບຄົວ. 28 ພວກລູກໆຕ່າງກໍພໍໃຈໃນຕົວນາງ ແລະຜູ້ເປັນຜົວກໍຍ້ອງຍໍຊົມເຊີຍນາງດ້ວຍ. 29 ລາວເວົ້າວ່າ, “ຍິງທີ່ເປັນເມຍດີນັ້ນມີຢູ່ຫລາຍຄົນ, ແຕ່ເຈົ້າເປັນເມຍທີ່ດີກວ່າຍິງອື່ນໆ.” 30 ສະເໜ່ເປັນສິ່ງທີ່ຫລອກລວງ ແລະຄວາມງາມກໍສູນເສຍໄປໄດ້, ແຕ່ຍິງທີ່ຢຳເກງພຣະເຈົ້າຢາເວ ສົມຄວນໄດ້ຮັບຄຳຊົມເຊີຍ. 31 ສິ່ງທັງໝົດທີ່ນາງໄດ້ເຮັດນັ້ນ ກໍເປັນທີ່ໄວ້ວາງໃຈ ນາງສົມຄວນໄດ້ຮັບຄວາມນັບຖືຈາກທຸກໆຄົນ. |
@ 2012 United Bible Societies. All Rights Reserved.