ສຸພາສິດ 30 - ພຣະຄຳພີສັກສິຖ້ອຍຄຳຂອງອາກູ 1 ຕໍ່ໄປນີ້ແມ່ນຖ້ອຍຄຳຂອງອາກູລູກຊາຍຂອງຢາເກ: “ຂ້າແດ່ພຣະເຈົ້າ ຂ້ານ້ອຍອິດເມື່ອຍອ່ອນແຮງ ຂ້າແດ່ພຣະເຈົ້າ ຂ້ານ້ອຍອິດເມື່ອຍອ່ອນແຮງ. 2 ຂ້ານ້ອຍເປັນເໝືອນສັດໂຕໜຶ່ງ ແທນທີ່ຈະເປັນຄົນ ຂ້ານ້ອຍຂາດຄວາມຮູ້ສຶກ ສົມກັບທີ່ຄົນຄວນມີນັ້ນ. 3 ຂ້ານ້ອຍບໍ່ເຄີຍຮຽນຮູ້ເຖິງເລື່ອງຂອງປັນຍາ ແລະບໍ່ຮູ້ຫຍັງເລີຍກ່ຽວກັບເລື່ອງຂອງຜູ້ບໍຣິສຸດ. 4 ຜູ້ໃດທີ່ມີຄວາມຮອບຮູ້ ກ່ຽວກັບສະຫວັນແດ່ເດ? ຜູ້ໃດແດ່ທີ່ເຄີຍໃຊ້ມືຂອງຕົນຈັບລົມ? ຫລືເອົາຜ້າມາຫໍ່ນໍ້າເໝືອນດັ່ງຫໍ່ສິ່ງຂອງໄດ້? ຫລືໝາຍເຂດແດນທີ່ເທິງແຜ່ນດິນໂລກເຮົາ? ເພິ່ນຄືໃຜ? ເຈົ້າຮູ້ບໍ່ໃຜເປັນລູກຂອງເພິ່ນ? 5 ທຸກຖ້ອຍຄຳຂອງພຣະເຈົ້າເປັນທີ່ໄວ້ໃຈໄດ້ສະເໝີ ພຣະອົງເປັນຄືໂລ້ຕ້ານທານສຳລັບຜູ້ທີ່ຊອກຫາໃຫ້ພຣະອົງປົກປ້ອງ. 6 ຢ່າຕື່ມຫຍັງໃສ່ຖ້ອຍຄຳຂອງພຣະອົງ ຖ້າບໍ່ດັ່ງນັ້ນ ພຣະອົງຈະຕຳໜິ ແລະຢືນຢັນວ່າເຈົ້າເປັນຄົນຂີ້ຕົວະ.” ສຸພາສິດອື່ນໆຕື່ມ 7 ຂໍພຣະອົງຊ່ວຍໃຫ້ຂ້ານ້ອຍມີສອງຢ່າງ ກ່ອນທີ່ຂ້ານ້ອຍຕາຍໄປຄື: 8 ຂໍຢ່າໃຫ້ຂ້ານ້ອຍເປັນຄົນຂີ້ຕົວະ ແລະຂໍຢ່າໃຫ້ຂ້ານ້ອຍເປັນຄົນຮັ່ງມີ ຫລືເປັນຄົນທຸກ. ສະນັ້ນ ໂຜດໃຫ້ຂ້ານ້ອຍມີອາຫານຕາມຄວາມເໝາະສົມ. 9 ຖ້າຂ້ານ້ອຍມີຫລາຍເກີນໄປ ຂ້ານ້ອຍອາດເວົ້າວ່າຂ້ານ້ອຍບໍ່ຕ້ອງການພຣະເຈົ້າຢາເວກໍໄດ້, ແຕ່ຖ້າຂ້ານ້ອຍທຸກໂພດ ຂ້ານ້ອຍອາດເປັນຄົນຂີ້ລັກແລະກະບົດ ຊຶ່ງຈະນຳຄວາມເສຍຫາຍມາສູ່ພຣະນາມພຣະເຈົ້າຂອງຂ້ານ້ອຍ. 10 ຢ່າຕິຕຽນຄົນຮັບໃຊ້ຕໍ່ໜ້ານາຍຂອງລາວຈັກເທື່ອ ເຈົ້າຈະຖືກດ່າແລະເຈັບຊໍ້າໃຈຍ້ອນ. 11 ຜູ້ທີ່ດ່າພໍ່ແລະບໍ່ຊົມເຊີຍແມ່ຂອງຕົນ ຄົນຢ່າງນີ້ກໍມີ. 12 ຜູ້ທີ່ຄິດວ່າຕົນສະອາດບໍຣິສຸດ ໃນເມື່ອຕົນເປິເປື້ອນທີ່ສຸດ ຄົນຢ່າງນີ້ກໍມີ. 13 ຜູ້ທີ່ຄິດວ່າຕົນເປັນຄົນດີເລີດ ດີເລີດສໍ່າໃດກັນເດ ຄົນຢ່າງນີ້ກໍມີ. 14 ຜູ້ທີ່ເອົາປຽບຢ່າງໂຫດຫ້ຽມຕໍ່ຄົນທຸກແລະຄົນຂັດສົນນັ້ນ ຄືວິທີໃຊ້ຊີວິດຂອງເຂົາ ຄົນຢ່າງນີ້ກໍມີ. ສຸພາສິດສອດຕົວເລກ 15 ຄົນທີ່ຂູດເນື້ອເຖືອໜັງມີລູກສາວຢູ່ສອງຄົນ ແລະທັງສອງຊື່ວ່າ, “ເອົາມາ! ເອົາມາ!” ມີຢູ່ສີ່ຢ່າງທີ່ບໍ່ຮູ້ອີ່ມເປັນຈັກເທື່ອຄື: 16 ແດນມໍຣະນາ ຍິງທີ່ບໍ່ມີລູກ ດິນແຫ້ງແລ້ງທີ່ຕ້ອງການຝົນ ແລະໄຟທີ່ລຸກໄໝ້ມອດບໍ່ໄດ້. 17 ຜູ້ທີ່ເຍາະເຍີ້ຍພໍ່ ຫລືຊັງແມ່ຂອງຕົນທີ່ເຖົ້າແກ່ແລ້ວ ຈະຖືກຝູງແຮ້ງ ຫລືຝູງກາເຈາະແກ່ນຕາແລະກັດກິນ. 18 ມີຢູ່ສີ່ຢ່າງທີ່ຂ້ອຍບໍ່ເຂົ້າໃຈແລະອັດສະຈັນໃຈທີ່ສຸດຄື: 19 ນົກອິນຊີທີ່ບິນໄປມາໃນທ້ອງຟ້າ ງູທີ່ເລືອໄປມາເທິງໂງ່ນຫີນ ເຮືອທີ່ແລ່ນໄປມາໃນທະເລ ແລະຊາຍຍິງທີ່ຮັກກັນ. 20 ຍິງທີ່ບໍ່ສັດຊື່ ກໍປະພຶດດັ່ງນີ້: ນາງຫລິ້ນຊູ້ເໝືອນກັບກິນແລ້ວເຊັດປາກ ແລະບອກວ່າ, “ຂ້ອຍບໍ່ໄດ້ເຮັດຜິດຫຍັງ.” 21 ມີຢູ່ສີ່ຢ່າງທີ່ໂລກຜ່ອນສັ້ນຜ່ອນຍາວໃຫ້ບໍ່ໄດ້ດັ່ງນີ້: 22 ທາດຮັບໃຊ້ກາຍເປັນກະສັດ ຄົນໂງ່ຈ້າທີ່ມີຢູ່ມີກິນຕາມໃຈມັກ 23 ຜູ້ຍິງເປັນຕາຊັງກໍຍັງໄດ້ຜົວ ແລະສາວໃຊ້ຂຶ້ນແທນນາຍຍິງຂອງຕົນ. 24 ຢູ່ໃນໂລກນີ້ມີສັດສີ່ຈຳພວກທີ່ເປັນສັດນ້ອຍໆ ແລະສະຫລາດຫລັກແຫລມທີ່ສຸດຄື: 25 ມົດ ມັນອ່ອນແອ, ແຕ່ມັນຮິບໂຮມເອົາອາຫານໄວ້ໃນຍາມຮ້ອນ. 26 ຕຸ່ນ ມັນບໍ່ແຂງແຮງຄືກັນ, ແຕ່ມັນເຮັດທີ່ຢູ່ຂອງມັນໃສ່ເທິງໂງ່ນຫີນ. 27 ຕັກແຕນ ມັນບໍ່ມີກະສັດ, ແຕ່ມັນເຄື່ອນຍ້າຍໄປມາຢ່າງເປັນລະບຽບ. 28 ຂີ້ກ້ຽມ ເຈົ້າຈັບໂຕໜຶ່ງໄວ້ໄດ້, ແຕ່ເຈົ້າກໍເຫັນມັນຫລາຍໂຕຢູ່ໃນຣາຊວັງ. 29 ມີສິ່ງທີ່ມີຊີວິດຢູ່ສີ່ປະເພດຊຶ່ງເປັນໜ້າຈັບໃຈເມື່ອມັນຍ່າງຍ້າຍໄປມາຄື: 30 ສິງ ເປັນສັດທີ່ແຂງແຮງກວ່າໝູ່ ແລະບໍ່ຢ້ານຫຍັງເລີຍ, 31 ແບ້, ໄກ່ໂອກ ທີ່ເປັນເຈົ້າທ່າເຈົ້າທາງ ແລະບັນດາກະສັດ ທີ່ນຳໜ້າປະຊາຊົນຂອງຕົນ. 32 ຖ້າເຈົ້າເປັນຄົນອວດດີແລະວາງແຜນຊົ່ວ ຈົ່ງຢຸດຄິດສາກ່ອນ. 33 ຖ້າເຈົ້າບີບນໍ້ານົມ ເຈົ້າຈະໄດ້ເນີຍກິນ ຖ້າເຈົ້າຊັດດັງຄົນອື່ນ ເລືອດດັງກໍຈະອອກ ຖ້າເຈົ້າຊວນໃຫ້ໂມໂຫ ເຈົ້າຈະໄດ້ຮັບຄວາມເດືອດຮ້ອນ. |
@ 2012 United Bible Societies. All Rights Reserved.