Biblia Todo Logo
Bìoball air-loidhne

- Sanasan -

ສຸພາສິດ 3 - ພຣະຄຳພີສັກສິ


ປັນຍາ​ກັບ​ຄວາມ​ເຊື່ອຟັງ

1 ລູກ​ເອີຍ ຢ່າ​ລືມໄລ​ສິ່ງ​ທີ່​ພໍ່​ບອກສອນ ຈົ່ງ​ຈື່ຈຳ​ໃສ່ໃຈ​ສະເໝີ​ສິ່ງ​ທີ່​ພໍ່​ບອກ​ໃຫ້​ປະພຶດ.

2 ຄຳສັ່ງສອນ​ຂອງ​ພໍ່​ຈະ​ໃຫ້​ລູກ​ມີ​ຊີວິດ​ຍືນຍາວ​ແລະ​ຈະເລີນ​ຮຸ່ງເຮືອງ.

3 ຢ່າ​ປະຖິ້ມ​ຈັກເທື່ອ​ຄວາມ​ຈົງຮັກ​ພັກດີ ແລະ​ຄວາມສັດຊື່ ຈົ່ງ​ເອົາ​ສິ່ງ​ເຫຼົ່ານັ້ນ​ຄ້ອງ​ຄໍ​ເຈົ້າ​ໄວ້ ຈົ່ງ​ຂຽນ​ຈົດຈຳ​ໄວ້​ຢູ່​ໃນ​ຫົວໃຈ​ຂອງເຈົ້າ.

4 ຖ້າ​ເຈົ້າ​ເຮັດ​ເຊັ່ນນີ້ ທັງ​ພຣະເຈົ້າ​ແລະ​ມະນຸດ​ກໍ​ຈະ​ພໍໃຈ​ນຳ.

5 ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ຂອງເຈົ້າ. ຢ່າ​ເຊື່ອໝັ້ນ​ຈັກເທື່ອ​ໃນ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ເຈົ້າ​ຮູ້ຈັກ.

6 ຈົ່ງ​ລະນຶກເຖິງ​ພຣະເຈົ້າ​ໃນ​ທຸກສິ່ງ​ທີ່​ເຈົ້າ​ກະທຳ ແລະ​ພຣະອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນທາງ​ອັນ​ຖືກຕ້ອງ.

7 ຢ່າ​ຄິດ​ເລີຍ​ວ່າ​ຕົນ​ເປັນ​ຄົນມີ​ປັນຍາ​ກວ່າ​ທີ່​ຕົນ​ມີ​ຢູ່ ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ເທົ່ານັ້ນ ແລະ​ຈົ່ງ​ຫລີກ​ໜີ​ຈາກ​ຄວາມ​ຊົ່ວຮ້າຍ.

8 ຖ້າ​ເຈົ້າ​ເຮັດ​ສິ່ງ​ນັ້ນ​ກໍ​ຈະ​ເປັນ​ຢາ​ດີ​ວິເສດ​ປິ່ນປົວ​ບາດແຜ​ຂອງເຈົ້າ​ໃຫ້​ຫາຍ ແລະ​ຜ່ອນຄາຍ​ຄວາມ​ເຈັບປວດ​ຂອງເຈົ້າ.

9 ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ດ້ວຍ​ຊັບສິນ​ຂອງຕົນ ດ້ວຍ​ຜົນ​ທໍາອິດ​ອັນ​ດີທີ່ສຸດ​ຈາກ​ຜົນລະປູກ​ທັງໝົດ​ຂອງເຈົ້າ.

10 ຖ້າ​ເຈົ້າ​ເຮັດ​ເຈົ້າ​ຈະ​ມີ​ເຂົ້າ​ເຕັມ​ເລົ້າ ແລະ​ມີ​ເຫຼົ້າ​ອະງຸ່ນ​ເຫລືອຫລາຍ​ຈົນ​ບໍ່ມີ​ບ່ອນ​ໃສ່.

11 ລູກ​ເອີຍ ຢ່າ​ປະໝາດ​ການ​ຕີສອນ​ຂອງ​ພຣະເຈົ້າຢາເວ ຫລື​ເບື່ອໜ່າຍ​ຕໍ່​ຄຳ​ຕັກເຕືອນ.

12 ພຣະເຈົ້າຢາເວ​ຕັກເຕືອນ​ກໍ່ສ້າງ​ຜູ້​ທີ່​ພຣະອົງ​ຊົງຮັກ ດັ່ງ​ພໍ່​ດັດແປງ​ກໍ່ສ້າງ​ລູກ​ຜູ້​ທີ່​ຕົນ​ພາກພູມ​ໃຈ​ນຳ.

13 ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄດ້​ພົບ​ປັນຍາ ແລະ​ຜູ້​ທີ່​ໄດ້​ຮັບ​ຄວາມ​ເຂົ້າໃຈ.

14 ເພາະ​ຜົນ​ທີ່​ໄດ້​ຈາກ​ປັນຍາ​ດີກວ່າ​ຜົນ​ທີ່​ໄດ້​ຈາກ​ເງິນ ແລະ​ກຳໄລ​ຈາກ​ປັນຍາ​ນັ້ນ​ດີກວ່າ​ຄຳ.

15 ປັນຍາ​ມີ​ຄຸນຄ່າ​ຫລາຍກວ່າ​ເພັດພອຍ ບໍ່ມີ​ສິ່ງໃດ​ທີ່​ເຈົ້າ​ປາຖະໜາ​ທຽບທັນ​ກັບ​ປັນຍາ​ໄດ້.

16 ປັນຍາ​ເຮັດ​ໃຫ້​ເຈົ້າ​ມີ​ຊີວິດ​ຍືນຍາວ​ທັງ​ມີ​ຊັບສິນ ແລະ​ກຽດສັກສີ​ດ້ວຍ.

17 ທາງ​ຂອງ​ປັນຍາ​ເປັນ​ທາງ​ຂອງ​ຄວາມ​ລາບລື້ນ ວິຖີ​ທາງ​ທັງສິ້ນ​ຂອງ​ປັນຍາ​ຄື​ສັນຕິສຸກ.

18 ປັນຍາ​ເປັນ​ຕົ້ນໄມ້​ແຫ່ງ​ຊີວິດ​ແກ່​ຜູ້​ທີ່​ຢຶດ​ໄວ້​ແໜ້ນ​ເອີ້ນ​ວ່າ​ຜາສຸກ.

19 ພຣະເຈົ້າຢາເວ​ໄດ້​ສ້າງ​ແຜ່ນດິນ​ໂລກ ດ້ວຍ​ປັນຍາ​ຂອງ​ພຣະອົງ ດ້ວຍ​ຄວາມ​ຮອບຮູ້​ຂອງ​ພຣະອົງ ຈຶ່ງ​ໄດ້​ຕັ້ງ​ຟ້າ​ສະຫວັນ ​ໄວ້​ໃນ​ທີ່ນັ້ນ.

20 ດ້ວຍ​ຄວາມຮອບຄອບ​ຂອງ​ພຣະອົງ​ນັ້ນ ນໍ້າ​ບາດານ​ກໍ​ພຸ​ອອກ​ມາ ແລະ​ເມກ​ກໍ​ເຮັດ​ໃຫ້​ນໍ້າໝອກ ນໍ້າ​ຄ້າງ​ຕົກລົງ​ມາ.

21 ລູກ​ເອີຍ ຈົ່ງ​ຢຶດໝັ້ນ​ໃນ​ປັນຍາ​ອັນ​ຖືກຕ້ອງ ແລະ​ຄວາມຮອບຄອບ​ອັນ​ແທ້ຈິງ​ຂອງເຈົ້າ. ຢ່າ​ປ່ອຍ​ໃຫ້​ທັງສອງ​ຢ່າງ​ໜີໄປ​ຈາກ​ສາຍຕາ​ຂອງເຈົ້າ​ໄດ້​ຈັກເທື່ອ.

22 ແລະ​ສິ່ງ​ທັງສອງ​ຈະ​ເປັນ​ຊີວິດ​ແກ່​ເຈົ້າ ແລະ​ເປັນ​ເຄື່ອງ​ເອ້​ປະດັບ​ຄໍ​ຂອງເຈົ້າ.

23 ດັ່ງນັ້ນ ເຈົ້າ​ຈະ​ເດີນ​ໄປ​ໄດ້​ຢ່າງ​ປອດໄພ ແລະ​ຕີນ​ຂອງເຈົ້າ​ຈະ​ບໍ່​ເຕະ​ສະດຸດ​ລົ້ມ​ລົງ.

24 ເຈົ້າ​ຈະ​ບໍ່​ຢ້ານ​ເມື່ອ​ເຈົ້າ​ນັ່ງ​ລົງ ແລະ​ເຈົ້າ​ຈະ​ນອນ​ຫລັບ​ສະໜິດ​ຕະຫລອດ​ຄືນ.

25 ເຈົ້າ​ຈະ​ບໍ່ໄດ້​ກັງວົນ​ເຖິງ​ຄວາມພິນາດ​ທີ່​ມາ​ຢ່າງ​ກະທັນຫັນ ຫລື​ລົມພະຍຸ​ຮ້າຍ​ທີ່​ມາ​ຖືກ​ຄົນຊົ່ວ.

26 ເພາະ​ພຣະເຈົ້າຢາເວ​ຊົງ​ເປັນ​ຄວາມ​ໝັ້ນໃຈ​ຂອງເຈົ້າ. ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ຕີນ​ເຈົ້າ​ຕົກ​ຖືກ​ບ້ວງແຮ້ວ.

27 ຢ່າ​ເກັບ​ຄວາມດີ​ໄວ້​ຈາກ​ຜູ້​ທີ່​ສົມຄວນ​ຈະ​ໄດ້​ຮັບ ໃນ​ເມື່ອ​ສິ່ງນີ້​ຢູ່​ໃນ​ອຳນາດ​ຂອງເຈົ້າ​ທີ່​ຈະ​ກະທຳ​ໄດ້.

28 ຢ່າ​ປ່ອຍ​ໃຫ້​ເພື່ອນບ້ານ​ຂອງເຈົ້າ​ລໍ​ຖ້າ​ຈົນເຖິງ​ມື້ອື່ນ ສິ່ງ​ທີ່​ເຈົ້າ​ຊ່ວຍ​ໄດ້​ໃນ​ທັນທີ​ທັນໃດ.

29 ຢ່າ​ວາງ​ອຸບາຍ​ໃດໆ​ທຳຮ້າຍ​ເພື່ອນບ້ານ​ຂອງເຈົ້າ ຜູ້​ທີ່​ຢູ່​ໃກ້​ເຈົ້າ​ແລະ​ໄວ້ວາງໃຈ​ໃນ​ຕົວ​ເຈົ້າ.

30 ຢ່າ​ຖົກຖຽງ​ກັບ​ຄົນອື່ນ​ຢ່າງ​ບໍ່ມີ​ເຫດຜົນ ໃນ​ເມື່ອ​ລາວ​ບໍ່ເຄີຍ​ທຳຮ້າຍ​ເຈົ້າ​ຈັກເທື່ອ.

31 ຢ່າ​ອິດສາ​ຄົນ​ໂຫດຮ້າຍ​ທາລຸນ ຫລື​ຕັດສິນໃຈ​ເຮັດ​ຕາມ​ທາງ​ຂອງ​ເຂົາເຈົ້າ

32 ເພາະ​ພຣະເຈົ້າຢາເວ​ກຽດຊັງ​ຜູ້​ທີ່​ຫລົບລີ້ນ​ປີ້ນຄວາມ, ແຕ່​ພຣະອົງ​ໄວ້ວາງໃຈ​ໃນ​ຄົນ​ຊອບທຳ.

33 ພຣະເຈົ້າຢາເວ​ສາບແຊ່ງ​ບ້ານເຮືອນ​ຂອງ​ຄົນຊົ່ວຮ້າຍ, ແຕ່​ອວຍພອນ​ບ້ານເຮືອນ​ຂອງ​ຄົນ​ຊອບທຳ.

34 ພຣະອົງ​ຊົງ​ຕໍ່ສູ້​ຜູ້​ທີ່​ອວດ​ວ່າ​ຕົນ​ດີ, ແຕ່​ພຣະອົງ​ຊົງ​ໃຫ້​ຄວາມ​ເມດຕາ​ແກ່​ຜູ້​ທີ່​ຖ່ອມຕົວ.

35 ຄົນມີ​ປັນຍາ​ຈະ​ໄດ້​ຮັບ​ກຽດ​ເປັນ​ມໍຣະດົກ, ສ່ວນ​ຄົນ​ໂງ່ຈ້າ​ຈະ​ໄດ້​ຮັບ​ແຕ່​ຄວາມ​ອັບອາຍ​ຕື່ມ​ຂຶ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan