Biblia Todo Logo
Bìoball air-loidhne

- Sanasan -

ສຸພາສິດ 29 - ພຣະຄຳພີສັກສິ

1 ຄົນ​ທີ່​ສືບຕໍ່​ດື້ດ້ານ​ຕໍ່​ຄຳ​ບອກສອນ ກໍ​ຈະ​ຫຼົ້ມຈົມ​ຈົນ​ເຫລືອແກ້​ໃນ​ມື້​ໜຶ່ງ.

2 ເມື່ອ​ຄົນ​ຊອບທຳ​ຄອງ​ອຳນາດ ປະຊາຊົນ​ກໍ​ເປັນ​ສຸກ ແຕ່​ເມື່ອ​ຄົນ​ອະທຳ​ຄອງ​ອຳນາດ​ປະຊາຊົນ​ກໍ​ເປັນທຸກ.

3 ລູກ​ທີ່​ເຫັນ​ຄຸນຄ່າ​ຂອງ​ປັນຍາ ບິດາ​ກໍ​ພາກພູມ​ໃຈ​ນຳ. ຄົນ​ໂງ່ງ່າວ​ເສຍ​ເງິນ​ຍ້ອນ​ໃຊ້​ຈ່າຍ​ກັບ​ໂສເພນີ.

4 ເມື່ອ​ກະສັດ​ເປັນຫ່ວງ​ນຳ​ຄວາມ​ຍຸດຕິທຳ ປະເທດ​ຊາດ​ກໍ​ເຂັ້ມແຂງ, ແຕ່​ເມື່ອ​ເພິ່ນ​ເປັນຫ່ວງ​ນຳ​ແຕ່​ເງິນຄຳ ເພິ່ນ​ກໍ​ຈະ​ເຮັດ​ໃຫ້​ປະເທດ​ຊາດ​ຫຼົ້ມຈົມ​ລົງ​ໄດ້.

5 ຄົນ​ທີ່​ປະຈົບ​ປະແຈງ​ໝູ່ຄູ່ ກໍ​ຫ້າງແຮ້ວ​ໃສ່​ຕົນເອງ.

6 ຄົນ​ຊົ່ວຮ້າຍ​ຖືກ​ແຮ້ວ​ໃນ​ບາບກຳ​ຂອງຕົນ ໃນ​ຂະນະທີ່​ຄົນ​ສັດຊື່ ມີ​ຄວາມສຸກ​ແລະ​ມີ​ອິດສະລະພາບ.

7 ຄົນດີ​ຮູ້ຈັກ​ສິດທິ​ຂອງ​ຄົນທຸກ, ແຕ່​ຄົນຊົ່ວ​ບໍ່​ເຂົ້າໃຈ​ໃນ​ເລື່ອງ​ນີ້​ເລີຍ.

8 ຄົນ​ທີ່​ບໍ່​ນັບຖື​ຜູ້ອື່ນ ພາ​ໃຫ້​ທັງ​ເມືອງ​ຫຍຸ້ງຍາກ ຄົນ​ມີ​ປັນຍາ​ກໍ​ໃຫ້​ທຸກສິ່ງ​ສະຫງົບສຸກ​ໄດ້.

9 ເມື່ອ​ຄົນ​ມີ​ປັນຍາ​ຟ້ອງ​ຄົນ​ໂງ່ຈ້າ ຄົນ​ໂງ່ຈ້າ​ກໍ​ມີ​ແຕ່​ເວົ້າຈາ​ດົ່ງດັງ​ຫຍໍ້ຫຍັນ.

10 ຄົນ​ກະຫາຍ​ເລືອດ​ກຽດຊັງ​ຄົນ​ສັດຊື່, ແຕ່​ຄົນ​ຊອບທຳ​ຈະ​ຄຸ້ມຄອງ ຊີວິດ​ຂອງ​ລາວ​ໄວ້.

11 ຄົນ​ໂງ່ຈ້າ​ເປັ່ງ​ຄວາມ​ໂມໂຫ​ອອກ​ມາ, ແຕ່​ວ່າ​ຄົນ​ທີ່​ຢັ້ງຄິດ​ກໍ​ທົນທານ​ແລະ​ອົດທົນ​ໄວ້​ໄດ້.

12 ຖ້າ​ຜູ້ປົກຄອງ​ເອົາໃຈໃສ່​ຕໍ່​ຄຳ​ລາຍງານ​ບໍ່ຈິງ, ຂ້າຣາຊການ​ຂອງເພິ່ນ​ທັງໝົດ​ຈະ​ເປັນ​ຄົນ​ຂີ້ຕົວະ.

13 ຄົນທຸກ​ແລະ​ຜູ້​ຂົ່ມເຫັງ​ຄົນທຸກ​ນັ້ນ ມີ​ສິ່ງ​ທີ່​ເໝືອນກັນ ຄື​ພຣະເຈົ້າຢາເວ​ປະທານ​ຄວາມ​ສະຫວ່າງ​ໃຫ້​ແກ່​ຕາ​ຂອງ​ເຂົາ​ທັງສອງ.

14 ຖ້າ​ກະສັດ​ປົກປ້ອງ​ສິດທິ​ຂອງ​ຄົນທຸກ ເພິ່ນ​ກໍ​ຈະ​ປົກຄອງ​ໄດ້​ດົນນານ.

15 ການ​ແອບສອນ​ແລະ​ການວາງ​ລະບຽບ​ນັ້ນ​ເປັນ​ການດີ​ສຳລັບ​ເດັກ ຖ້າ​ລູກ​ເຮັດ​ຕາມໃຈ​ຕົນເອງ ແມ່​ກໍ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ.

16 ເມື່ອ​ຄົນຊົ່ວ​ຄອງ​ອຳນາດ ອາດຊະຍາກຳ​ກໍ​ທະວີຄູນ, ແຕ່​ຄົນ​ຊອບທຳ​ຈະ​ເຫັນ​ລາວ​ຫຼົ້ມຈົມ​ລົງ​ໃນ​ມື້​ໜຶ່ງ.

17 ຈົ່ງ​ຕີສອນ​ລູກ​ຂອງເຈົ້າ ແລະ​ພວກເຂົາ​ຈະ​ໃຫ້​ເຈົ້າ​ໄດ້​ເຊົາເມື່ອຍ ພວກເຂົາ​ຈະ​ໃຫ້​ຄວາມ​ປິຕິ​ຍິນດີ​ແກ່​ໃຈ​ຂອງເຈົ້າ.

18 ຊົນຊາດ​ໃດ​ທີ່​ບໍ່ມີ​ນິມິດ ຊົນຊາດ​ນັ້ນ​ກໍ​ຈະ​ຈິບຫາຍ, ແຕ່​ຄວາມສຸກ​ເປັນ​ຂອງ​ຄົນ​ທີ່​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະເຈົ້າ.

19 ພຽງແຕ່​ໃຊ້​ຖ້ອຍຄຳ​ເທົ່ານັ້ນ ຈະ​ສອນ​ຄົນ​ຮັບໃຊ້​ບໍ່ໄດ້ ເຖິງ​ແມ່ນ​ວ່າ​ພວກເຂົາ​ເຂົ້າໃຈ, ແຕ່​ພວກເຂົາ​ກໍ​ຈະ​ບໍ່​ເຮັດ​ຕາມ.

20 ຄົນ​ໂງ່ຈ້າ​ກໍ​ຍັງ​ມີ​ຄວາມຫວັງ​ກວ່າ​ຄົນ​ທີ່​ເວົ້າ​ບໍ່​ຄິດ.

21 ຜູ້​ທີ່​ລ້ຽງດູ​ຄົນ​ຮັບໃຊ້​ຕາມໃຈ​ພວກເຂົາ​ຕັ້ງແຕ່​ພວກເຂົາ​ຍັງ​ເປັນ​ເດັກນ້ອຍ​ມາ, ມື້ໜຶ່ງ ລາວ​ຈະ​ເປັນ​ເຈົ້າຂອງ​ທຸກສິ່ງ​ທີ່​ເຈົ້າ​ມີ.

22 ຄົນ​ທີ່​ໂມໂຫ​ງ່າຍ ກໍ່​ໃຫ້​ເກີດ​ຜິດຖຽງກັນ ແລະ​ນຳ​ຄວາມ​ເດືອດຮ້ອນ​ມາ​ໃຫ້.

23 ການ​ອວດດີ​ພາ​ໃຫ້​ຕົນ​ຕົກຕໍ່າ, ແຕ່​ການ​ຖ່ອມຕົວ​ນັ້ນ​ເຮັດ​ໃຫ້​ຄົນ​ນັບຖື.

24 ຜູ້​ທີ່​ສົມຮູ້​ຮ່ວມຄິດ​ກັບ​ຄົນ​ຂີ້ລັກ ກໍ​ເປັນ​ສັດຕູ​ຕໍ່​ຕົນເອງ ລາວ​ຈະ​ຖືກ​ບອກ​ໃຫ້​ສາບານ, ແຕ່​ບໍ່​ກ້າ​ເປີດເຜີຍ​ຄວາມຈິງ​ໄດ້.

25 ຜູ້​ທີ່​ກັງວົນ​ນຳ​ຄົນ​ເວົ້າ​ໃຫ້ ກໍ​ເປັນ​ອັນຕະລາຍ, ແຕ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ກໍ​ມີ​ຄວາມ​ປອດໄພ.

26 ທຸກຄົນ​ຍ່ອມ​ຕ້ອງການ​ຄົນດີ​ມາ​ປົກຄອງ, ແຕ່​ຄວາມ​ຍຸດຕິທຳ​ໄດ້​ມາ​ທາງ​ພຣະເຈົ້າຢາເວ​ເທົ່ານັ້ນ.

27 ຄົນ​ຊອບທຳ​ກຽດຊັງ​ຄົນຊົ່ວ​ແລະ​ຄົນຊົ່ວ​ກໍ​ກຽດຊັງ​ຄົນ​ຊອບທຳ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan