Biblia Todo Logo
Bìoball air-loidhne

- Sanasan -

ສຸພາສິດ 28 - ພຣະຄຳພີສັກສິ

1 ຄົນຊົ່ວຮ້າຍ​ແລ່ນ​ໜີໄປ​ໂດຍ​ບໍ່ມີ​ໃຜ​ໄລ່​ຕາມ, ແຕ່​ຄົນ​ສັດຊື່​ກ້າຫານ​ດັ່ງ​ສິງ​ໂຕໜຶ່ງ.

2 ເມື່ອ​ປະເທດ​ຊາດ​ເຮັດ​ບາບ ກໍ​ຈະ​ມີ​ຜູ້ປົກຄອງ​ຄົນ​ໃໝ່​ແລ້ວ​ຄົນ​ໃໝ່​ອີກ​ຕໍ່ໄປ. ແຕ່​ປະເທດ​ຊາດ​ຈະ​ເຂັ້ມແຂງ​ແລະ​ໝັ້ນຄົງ ເມື່ອ​ມີ​ຜູ້ນຳ​ທີ່​ສະຫລາດ​ແລະ​ຢັ່ງຮູ້.

3 ຄົນ​ມີ​ອຳນາດ​ທີ່​ຂົ່ມເຫັງ​ຄົນທຸກ ກໍ​ສໍ່າກັບ​ຜົນລະປູກ​ທີ່​ຖືກ​ຝົນ​ທຳລາຍ.

4 ຜູ້​ທີ່​ບໍ່​ນັບຖື​ກົດໝາຍ​ກໍ​ກາຍເປັນ​ຝ່າຍ​ຂອງ​ຄົນ​ຊົ່ວຮ້າຍ, ແຕ່​ຜູ້​ທີ່​ນັບຖື​ກົດໝາຍ​ກໍ​ກາຍເປັນ​ຝ່າຍ​ຕໍ່ຕ້ານ​ເຂົາເຈົ້າ.

5 ຄົນ​ຊົ່ວຮ້າຍ​ບໍ່​ຮູ້​ວ່າ​ຄວາມ​ຍຸດຕິທຳ​ເປັນ​ຢ່າງໃດ, ແຕ່​ຜູ້​ທີ່​ເຂົ້າໃຈ​ຄື​ຜູ້​ທີ່​ສະແຫວງຫາ​ພຣະເຈົ້າຢາເວ.

6 ເປັນ​ຄົນທຸກ​ແລະ​ສັດຊື່ ກໍ​ດີກວ່າ​ເປັນ​ຄົນ​ຮັ່ງມີ​ແຕ່​ຄົດໂກງ.

7 ຄົນໜຸ່ມ​ທີ່​ນັບຖື​ກົດໝາຍ​ກໍ​ກາຍເປັນ​ຄົນສະຫລາດ, ເປັນ​ໝູ່​ກັບ​ຄົນ​ຂີ້ໂລບ​ກໍ​ເຮັດ​ໃຫ້​ພໍ່​ແມ່​ອັບອາຍ.

8 ເປັນ​ຄົນ​ຮັ່ງມີ​ຍ້ອນ​ໂກງ​ດອກເບ້ຍ​ແລະ​ເອົາ​ປຽບ​ຄົນອື່ນ ຊັບສົມບັດ​ຂອງຕົນ​ກໍ​ຈະ​ຖືກ​ເອົາ​ໄປ​ໃຫ້​ຄົນ​ໃຈ​ບຸນ​ທີ່​ເຮັດ​ດີ​ຕໍ່​ຄົນທຸກ.

9 ຜູ້ໃດ​ທີ່​ບໍ່​ປະຕິບັດ​ຕາມ​ກົດບັນຍັດ ພຣະເຈົ້າ​ກໍ​ຈະ​ກຽດຊັງ​ຄຳພາວັນນາ​ອະທິຖານ​ຂອງ​ຜູ້ນັ້ນ.

10 ຜູ້ໃດ​ທີ່​ຫລອກລວງ​ຄົນ​ສັດຊື່​ໃຫ້​ເຮັດ​ຊົ່ວ ຄວາມຊົ່ວ​ນັ້ນ​ຈະ​ນຳ​ສະໜອງ​ຜູ້ນັ້ນ​ເອງ. ຄົນ​ບໍ່ມີ​ຄວາມຜິດ​ຈະ​ໄດ້​ຮັບ​ບຳເໜັດ​ຢ່າງດີ​ຍິ່ງ.

11 ຄົນ​ຮັ່ງມີ​ມັກ​ຄິດ​ວ່າ​ຕົນ​ມີ​ປັນຍາ, ແຕ່​ວ່າ​ຄົນທຸກ​ທີ່​ຮູ້ແຈ້ງເຫັນຈິງ​ກໍ​ຮູ້ຈັກ​ຫລາຍກວ່າ.

12 ເມື່ອ​ຄົນດີ​ມີ​ອຳນາດ​ທຸກຄົນ​ກໍ​ປິຕິ​ຍິນດີ, ແຕ່​ເມື່ອ​ມີ​ຄົນຊົ່ວ​ປົກຄອງ ປະຊາຊົນ​ຕ່າງ​ກໍ​ໜີໄປ​ຫລົບລີ້.

13 ຜູ້​ທີ່​ຊ້ອນເຊື່ອງ​ບາບກຳ​ໄວ້ ຊີວິດ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ. ຜູ້​ທີ່​ສາລະພາບ​ບາບກຳ​ຂອງຕົນ ພຣະເຈົ້າ​ຈະ​ເມດຕາ​ຜູ້ນັ້ນ.

14 ຜູ້​ທີ່​ຢຳເກງ​ຢູ່ສະເໝີ​ຈະ​ມີ​ຄວາມສຸກ ຄົນ​ດື້ດ້ານ​ໃຈແຂງ​ກໍ​ຈະ​ພິນາດ.

15 ໂຕສິງ​ຮ້ອງ​ແຜດສຽງ ໝີ​ຕຽມ​ກະໂດດ​ຄຸບ​ສັນໃດ ຜູ້ປົກຄອງ​ຊົ່ວ​ກໍ​ພ້ອມ​ທີ່​ຈະ​ຂົ່ມເຫັງ​ຄົນທຸກ​ສັນນັ້ນ.

16 ຜູ້ປົກຄອງ​ທີ່​ບໍ່ມີ​ສາມັນ​ສຳນຶກ​ກໍ​ມັກ​ກົດຂີ່​ປະຊາຊົນ ຜູ້​ກຽດຊັງ​ການ​ສໍ້ໂກງ​ກໍ​ປົກຄອງ​ດົນນານ​ໄດ້.

17 ຜູ້​ມີ​ໂທດ​ຖານ​ຂ້າ​ຄົນ ກໍ​ກຳລັງ​ແລ່ນ​ໄປ​ສູ່​ຂຸມຝັງສົບ​ຢ່າ​ພະຍາຍາມ​ຢັບຢັ້ງ​ລາວ​ໄວ້.

18 ຜູ້​ທີ່​ໃຊ້​ຊີວິດ​ໃນ​ທາງ​ສັດຊື່​ກໍ​ຈະ​ປອດໄພ ຜູ້​ທີ່​ບໍ່​ສັດຊື່​ກໍ​ຈະ​ລົ້ມລົງ​ທັນທີ.

19 ພໍ່ນາ​ທີ່​ດຸໝັ່ນ​ມີຢູ່​ມີກິນ​ພຽງພໍ ຄົນ​ທີ່​ນັ່ງ​ເສຍ​ເວລາ​ຈະ​ທຸກຈົນ​ຢູ່ເລື້ອຍ.

20 ຄົນ​ສັດຊື່​ໃຊ້​ຊີວິດ​ເຕັມ​ດ້ວຍ​ຄວາມສຸກ, ແຕ່​ຄົນ​ທີ່​ຢາກ​ຮັ່ງມີ​ໄວ​ກໍ​ຈະ​ໜີໄປ​ບໍ່​ພົ້ນ​ໂທດ.

21 ຄວາມ​ລຳອຽງ​ເປັນ​ຄວາມຜິດ, ແຕ່​ຜູ້ຕັດສິນ​ບາງຄົນ​ກໍ​ເຮັດ​ຜິດ​ຍ້ອນ​ຮັບ​ສິນບົນ​ພຽງ​ເລັກນ້ອຍ.

22 ຄົນ​ເຫັນແກ່ຕົວ​ຟ້າວຟັ່ງ​ຢາກ​ຮັ່ງ​ຢາກ​ມີ ຄວາມ​ຍາກຈົນ​ຈະ​ໂຈມຕີ​ລາວ​ເມື່ອໃດ​ແມ່ນ​ບໍ່​ຮູ້.

23 ບອກສອນ​ກັນ​ຕາມ​ຊື່ ກໍ​ດີກວ່າ​ປະຈົບ​ປະແຈງ ເພາະ​ຕໍ່ມາ​ລາວ​ຈະ​ຊົມເຊີຍ​ເຈົ້າ.

24 ຜູ້​ທີ່​ຄິດ​ວ່າ, “ການ​ລັກ​ເອົາ​ເຄື່ອງຂອງ​ພໍ່​ແມ່​ນັ້ນ​ບໍ່​ຜິດ​ຫຍັງ” ລາວ​ບໍ່ມີ​ຫຍັງ​ດີ​ລື່ນ​ກວ່າ​ຄົນ​ຂີ້ລັກ.

25 ຄົນ​ເຫັນແກ່ຕົວ ສ້າງ​ແຕ່​ຄວາມ​ເດືອດຮ້ອນ ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ຈະ​ຈະເລີນ​ຮຸ່ງເຮືອງ.

26 ເຮັດ​ຕາມໃຈ​ບັນຊາ​ພາ​ໃຫ້​ໂງ່ຈ້າ ເຮັດ​ຕາມ​ຄຳ​ຂອງ​ຄົນມີ​ປັນຍາ​ຈຶ່ງ​ຈະ​ປອດໄພ.

27 ຜູ້​ທີ່​ໃຫ້ທານ​ແກ່​ຄົນທຸກ ຈະ​ບໍ່​ຂັດສົນ​ເລີຍ ຜູ້​ທີ່​ເມີນເສີຍ​ຕໍ່​ເຂົາ ຈະ​ມີ​ຫລາຍ​ຄົນ​ສາບແຊ່ງ.

28 ເມື່ອ​ຄົນ​ບໍ່​ດີ​ຄອງ​ອຳນາດ​ປະຊາຊົນ​ກໍ​ຫລົບລີ້​ຊ້ອນຕົວ, ແຕ່​ເມື່ອ​ລາວ​ໝົດ​ອຳນາດ​ໄປ​ຄົນ​ຊອບທຳ​ຈະ​ຂຶ້ນ​ປົກຄອງ​ແທນທີ່.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan