ສຸພາສິດ 27 - ພຣະຄຳພີສັກສິ1 ຢ່າອວດເຖິງເລື່ອງຂອງມື້ອື່ນ ເພາະເຈົ້າບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນແຕ່ລະວັນ. 2 ໃຫ້ຄົນອື່ນຍ້ອງເຈົ້າ ແລະຢ່າສູ່ຍ້ອງຕົນເອງຈັກເທື່ອ ຄົນແປກໜ້າຍ້ອງເຈົ້າ ກໍດີກວ່າເຈົ້າຍ້ອງເຈົ້າເອງ. 3 ຄວາມເດືອດຮ້ອນທີ່ຄົນໂງ່ຈ້າກໍ່ຂຶ້ນ ແມ່ນໜັກກວ່າຫີນແລະດິນຊາຍ. 4 ຄວາມໂກດຮ້າຍຄືການຫ້ຽມໂຫດແລະການທຳລາຍ, ແຕ່ຄວາມອິດສາບໍ່ມີຫຍັງປຽບປານເທົ່າ. 5 ດັດແປງກໍ່ສ້າງກັນຢ່າງເປີດເຜີຍ ກໍດີກວ່າມີຄວາມຮັກແຕ່ບໍ່ສະແດງອອກ. 6 ໝູ່ເພື່ອນແທ້ເຮັດໃຫ້ເຈັບຊໍ້າເພາະເຈດຕະນາດີ, ແຕ່ຖ້າສັດຕູເອົາແຂນກ່າຍບ່າໃຫ້ຄອຍລະວັງເອົາໄວ້. 7 ເມື່ອກິນອີ່ມແລ້ວແມ່ນແຕ່ນໍ້າເຜິ້ງກໍບໍ່ຢາກກິນ, ແຕ່ເມື່ອຫິວໂຫຍຂົມກໍວ່າຫວານໄດ້. 8 ຄົນທີ່ໜີໄປຈາກເຮືອນ ກໍເໝືອນດັ່ງນົກທີ່ໜີໄປຈາກຮັງ. 9 ເຄື່ອງສຳອາງແລະນໍ້າຫອມໃຫ້ຈິດໃຈສົດຊື່ນ, ແຕ່ຄວາມລຳບາກໃຫ້ຈິດໃຈລະທົມ. 10 ຢ່າລືມໄລໝູ່ຄູ່ຫລືໝູ່ຄູ່ຂອງພໍ່ເຈົ້າ. ເມື່ອຍາມເດືອດຮ້ອນຢ່າຫາອ້າຍເອື້ອຍນ້ອງຂອງເຈົ້າໃຫ້ຊ່ວຍເຫລືອ ເພື່ອນບ້ານທີ່ໃກ້ຄຽງຊ່ວຍເຫລືອເຈົ້າໄດ້ດີກວ່າອ້າຍເອື້ອຍນ້ອງຜູ້ທີ່ຢູ່ຫ່າງໄກ. 11 ລູກເອີຍ ຈົ່ງເປັນຄົນມີປັນຍາ ແລ້ວພໍ່ກໍມີຄວາມສຸກ ເມື່ອມີຜູ້ຕິຕຽນພໍ່ກໍຈະຕອບເຂົາໄດ້. 12 ຄົນທີ່ຢັ່ງຮູ້ ຍ່ອມເຫັນຄວາມເດືອດຮ້ອນຈະມາເຖິງ ຈຶ່ງຮູ້ຈັກຊ່ອນຊົ້ນຕົນຫລົບຫລີກໄປໄດ້, ແຕ່ຄົນບໍ່ຄິດຈະຍ່າງກົງເຂົ້າໄປ ແລະເສຍໃຈຕໍ່ມາພາຍຫລັງ. 13 ຜູ້ທີ່ຍອມຮັບໃຊ້ໜີ້ໃຫ້ຄົນແປກໜ້າ ກໍສໍ່າກັບວ່າເອົາຊັບຂອງຕົນໄປປະກັນ. 14 ຖ້າເຈົ້າປຸກເພື່ອນບ້ານດ້ວຍສຽງດັງແຕ່ເຊົ້າ ກໍສໍ່າກັບປຸກລາວຂຶ້ນມາດ່າ. 15 ເມຍຈູ້ຈີ້ກໍເໝືອນນໍ້າຢອດຍ້ອຍລົງດັ່ງສາຍຝົນ. 16 ບອກໃຫ້ນາງຢຸດກໍສໍ່າກັບຫ້າມລົມ ຫລືໃຊ້ມືກຳນໍ້າມັນມື່ນ. 17 ເຫຼັກຝົນເຫຼັກໃຫ້ຄົມສັນໃດ ການຮຽນຮູ້ຈາກຜູ້ອື່ນກໍຝົນຕົນໃຫ້ສຽບແຫລມສັນນັ້ນ. 18 ຜູ້ທີ່ບົວລະບັດຕົ້ນໝາກເດື່ອເທດ ກໍຈະໄດ້ກິນໝາກຂອງມັນ. ຄົນຮັບໃຊ້ທີ່ບົວລະບັດນາຍຂອງຕົນກໍຈະໄດ້ຮັບກຽດ. 19 ເຈົ້າເຫັນໜ້າຕົນເອງໃນນໍ້າໄດ້ສັນໃດ ເຈົ້າກໍເຫັນຈິດໃຈເຈົ້າເອງໄດ້ສັນນັ້ນ. 20 ນະຣົກແລະແດນຄົນຕາຍບໍ່ຈັກອີ່ມສັນໃດ ຕັນຫາຂອງຄົນກໍບໍ່ມີທີ່ສິ້ນສຸດເປັນສັນນັ້ນ. 21 ໄຟໃຊ້ເພື່ອລອງເບິ່ງຄຳແລະເງິນສັນໃດ ຄຳຍ້ອງຍໍຊົມເຊີຍມີໄວ້ສຳລັບພິສູດຄົນສັນນັ້ນ. 22 ເຖິງແມ່ນເຈົ້າຕີຄົນໂງ່ຈ້າຈົນລາວເກືອບຕາຍ, ແຕ່ເຈົ້າກໍຕີຄວາມໂງ່ງ່າວອອກຈາກລາວບໍ່ໄດ້. 23 ຈົ່ງເຝົ້າລະວັງຝູງແກະແລະຝູງງົວຂອງເຈົ້າໄວ້ໃຫ້ດີ 24 ເພາະຊັບສົມບັດເປັນຂອງອະນິຈັງ ແມ່ນແຕ່ບັນລັງກໍບໍ່ແມ່ນສືບທອດໃຫ້ກັນຕະຫລອດໄປໄດ້. 25 ຈົ່ງຕັດຫຍ້າທີ່ທົ່ງ ແລະຕັດຫຍ້າແຫ້ງທີ່ເນີນພູໃນຂະນະທີ່ຫຍ້າອ່ອນປົ່ງຂຶ້ນໃໝ່. 26 ລູກແກະຈະໃຫ້ເສື້ອຜ້າແກ່ເຈົ້າແລະແບ້ກໍຈະເປັນຄ່ານາ. 27 ເຈົ້າຈະມີນໍ້ານົມແບ້ໄວ້ເປັນອາຫານແກ່ເຈົ້າຢ່າງພຽງພໍ ທັງເປັນອາຫານແກ່ຄົວເຮືອນຂອງເຈົ້າ ແລະເພື່ອລ້ຽງຊີບສາວໃຊ້ຂອງເຈົ້າ. |
@ 2012 United Bible Societies. All Rights Reserved.