ສຸພາສິດ 26 - ພຣະຄຳພີສັກສິວ່າດ້ວຍຄົນໂງ່ຈ້າ 1 ກ່າວຊົມເຊີຍຄົນໂງ່ຈ້າບໍ່ເປັນການດີເລີຍ ເທົ່າກັບຍາມຮ້ອນມີຫິມະ ຫລືຍາມເກັບກ່ຽວມີຝົນຕົກ. 2 ຄຳປ້ອຍດ່າອາດທຳຮ້າຍຄົນ ເວັ້ນເສຍແຕ່ຕົນສົມຄວນໄດ້ຮັບ. ມັນເປັນດັ່ງນົກທີ່ບິນເວີ່ນໄປມາໂດຍຫາບ່ອນງອຍບໍ່ໄດ້. 3 ໄມ້ແສ້ມີໄວ້ສຳລັບຕີມ້າ ບັງຫຽນມີໄວ້ສຳລັບຄວບຄຸມລໍ ແລະການຂ້ຽນຕີກໍມີໄວ້ສຳລັບຄົນໂງ່ຈ້າ. 4 ຖ້າເຈົ້າຕອບຄຳຖາມອັນໂງ່ງ່າວ ເຈົ້າກໍເປັນຄົນໂງ່ເໝືອນກັນກັບຜູ້ທີ່ຖາມມາ. 5 ຄຳຕອບຢ່າງໂງ່ງ່າວມີໄວ້ສຳລັບຄຳຖາມທີ່ໂງ່ ເພື່ອຜູ້ຖາມຈະໄດ້ຮູ້ຈັກວ່າຕົນບໍ່ໄດ້ຫລັກແຫລມດັ່ງທີ່ລາວຄິດນັ້ນ. 6 ຜູ້ທີ່ໃຫ້ຄົນໂງ່ຈ້າສົ່ງຂ່າວ ກໍສໍ່າຕັດຕີນຕົນເອງ ດັ່ງຊອກຫາຄວາມເດືອດຮ້ອນມາໃສ່ຕົນ. 7 ສຸພາສິດທີ່ຄົນໂງ່ຈ້າເວົ້າ ກໍດັ່ງຂາຄົນພິການທີ່ອ່ອນແຮງ. 8 ຊົມເຊີຍຄົນໂງ່ຈ້າ ກໍເທົ່າກັບມັດກ້ອນຫີນໃສ່ກະຖຸນ. 9 ຄົນໂງ່ຈ້າທີ່ຍົກເອົາຖ້ອຍຄຳອັນມີປັນຍາມາເວົ້າ ກໍເທົ່າກັບຄົນຂີ້ເມົາພະຍາຍາມເອົາໜາມອອກຈາກມືຕົນ. 10 ນາຍຈ້າງທີ່ຮັບຄົນໂງ່ຈ້າເຮັດວຽກ ກໍສ້າງຄວາມຫຍຸ້ງຍາກໃຫ້ລູກຈ້າງທຸກຄົນ. 11 ຄົນໂງ່ຈ້າທີ່ເຮັດສິ່ງໂງ່ໆເປັນຄັ້ງທີສອງ ກໍເທົ່າກັບໝາຄືນໄປເລຍກິນຮາກ. 12 ຄົນໂງ່ຈ້າທີ່ສຸດ ກໍຍັງດີກວ່າຄົນທີ່ຖືຕົນເປັນຄົນມີປັນຍາໃນເມື່ອຕົນບໍ່ມີ. ຮູບປະພັນຂອງຄົນຂີ້ຄ້ານ 13 ຄົນຂີ້ຄ້ານມັກເວົ້າວ່າມີໂຕສິງຢູ່ນອກບ້ານ ແລະໂຕສິງຮ້າຍຢູ່ຕາມຖະໜົນຫົນທາງ. 14 ປະຕູປິດເປີດໄປມາດ້ວຍບານພັບສັນໃດ ຄົນຂີ້ຄ້ານເຂົ້າໄປຫາແຕ່ທີ່ນອນສັນນັ້ນ. 15 ຄົນຂີ້ຄ້ານ ຂີ້ຄ້ານແມ່ນແຕ່ໃຊ້ມືຈັບອາຫານຍັດໃສ່ປາກຂອງຕົນ. 16 ຄົນຂີ້ຄ້ານຈະຄິດວ່າຕົນສະຫລາດກວ່າຊາຍເຈັດຄົນ ຜູ້ທີ່ໃຫ້ເຫດຜົນດີໆແກ່ຄວາມຄິດເຫັນຂອງເຂົາເຈົ້າໄດ້. ຄຳສຸພາສິດອື່ນໆ 17 ສົນນຳການຜິດຖຽງກັນທີ່ບໍ່ກ່ຽວກັບຕົນ ກໍສໍ່າກັບດຶງຫູໝາທີ່ຍ່າງກາຍໄປນັ້ນ. 18-19 ຜູ້ທີ່ຫລອກລວງຄົນອື່ນໃຫ້ຫລົງຜິດ ແລ້ວອ້າງວ່າຕົນເຮັດຢອກ ກໍເທົ່າກັບຄົນບ້າຫລິ້ນອາວຸດອັນຕະລາຍ. 20 ບໍ່ມີຟືນໄຟກໍມອດ ບໍ່ມີຄົນປາກບອນກໍບໍ່ມີການຜິດຖຽງກັນ. 21 ຖ່ານເຮັດໃຫ້ຖ່ານໄຟແດງ ຟືນເຮັດໃຫ້ໄຟລຸກ, ຄົນທີ່ສ້າງຄວາມເດືອດຮ້ອນ ເຮັດໃຫ້ເກີດຜິດຖຽງກັນ. 22 ການເວົ້າຂວັນຄົນເຮັດໃຫ້ມີຣົດຊາດແທ້ ແລະຊັກຊວນຜູ້ຟັງຢາກໃຫ້ກືນເຂົ້າໄປ. 23 ຄຳເວົ້າອັນບໍ່ຈິງໃຈ ທີ່ເຊື່ອງຊ້ອນແນວຄິດບໍ່ຈິງ ກໍສໍ່າກັບເງິນສົດ ໂອບໝໍ້ດິນດາກ. 24 ຄົນໜ້າຊື່ໃຈຄົດ ແຝງຄວາມກຽດຊັງໄວ້ໃນຄຳເວົ້າອັນປະຈົບປະແຈງ. 25 ມັນເປັນຄຳເວົ້າອັນມ່ວນຫູ, ແຕ່ຢ່າສູ່ເຊື່ອລາວເວົ້າ ເພາະຄວາມກຽດຊັງຄອງໃຈລາວຢູ່. 26 ລາວອາດປິດບັງຄວາມກຽດຊັງໄວ້, ແຕ່ທຸກຄົນຈະໄດ້ເຫັນຄວາມຊົ່ວທີ່ລາວກະທຳ. 27 ຜູ້ທີ່ຫ້າງແຮ້ວໃສ່ຄົນອື່ນ ແຮ້ວນັ້ນຊໍ້າພັດລັ່ນຖືກຕົນເອງ. ຜູ້ທີ່ເຮັດໃຫ້ຫີນກິ້ງລົງ ກໍຖືກຫີນນັ້ນກິ້ງທັບ. 28 ລີ້ນທີ່ຂີ້ຕົວະກຽດຊັງຜູ້ທີ່ມັນທຳລາຍ ແລະປາກທີ່ປະຈົບປະແຈງກໍນຳໄປສູ່ການທຳລາຍ. |
@ 2012 United Bible Societies. All Rights Reserved.