ສຸພາສິດ 25 - ພຣະຄຳພີສັກສິສຸພາສິດໂຊໂລໂມນຕື່ມອີກ 1 ຕໍ່ໄປນີ້ ແມ່ນສຸພາສິດອື່ນໆອີກຂອງເຈົ້າໂຊໂລໂມນ ຊຶ່ງຄົນຢູ່ໃນວັງຂອງກະສັດເຮເຊກີຢາແຫ່ງຢູດາຍໄດ້ກ່າຍອອກມາ. 2 ຄວາມຍິ່ງໃຫຍ່ຂອງພຣະເຈົ້າຄືການເຊື່ອງສິ່ງຕ່າງໆ, ແຕ່ກຽດສັກສີຂອງກະສັດຄືເພິ່ນຄົ້ນສິ່ງຕ່າງໆໃຫ້ປາກົດ. 3 ພວກເຮົາຮູ້ບໍ່ໄດ້ຈັກເທື່ອເຖິງຄວາມສູງຂອງຟ້າສະຫວັນ ແລະຄວາມເລິກຂອງແຜ່ນດິນໂລກສັນໃດ ພວກເຮົາກໍຮູ້ບໍ່ໄດ້ຈັກເທື່ອເຖິງສິ່ງທີ່ກະສັດຄິດສັນນັ້ນ ຄວາມຄິດຂອງເພິ່ນຢູ່ເໜືອພວກເຮົາ. 4 ສິ່ງເປິເປື້ອນຖືກຊຳລະອອກຈາກເງິນ ກໍເພື່ອນາຍຊ່າງຈະໃຊ້ເງິນເຮັດເຄື່ອງເອ້. 5 ກຳຈັດທີ່ປຶກສາຜູ້ຊົ່ວຊ້າອອກໜີຈາກກະສັດ ເຮັດໃຫ້ລັດຖະບານຂອງເພິ່ນເຫັນແຈ້ງຄວາມຍຸດຕິທຳ. 6 ເມື່ອເຈົ້າຢືນຢູ່ຕໍ່ໜ້າກະສັດນັ້ນ ຢ່າທຳທ່າອ້າງຕົວວ່າເປັນຄົນສຳຄັນ. 7 ຖືກເລື່ອນຊັ້ນສູງກໍດີກວ່າຖືກປົດໃຫ້ຄົນອື່ນມາແທນທີ່. 8 ເມື່ອເຈົ້າເຫັນເຖິງບາງສິ່ງຢ່າຟ້າວແລ່ນໄປສານ, ຕໍ່ມາ ຖ້າພະຍານຄົນອື່ນຢືນຢັນວ່າເຈົ້າຜິດ ເຈົ້າຈະເຮັດຢ່າງໃດໄດ້? 9 ຖ້າເຈົ້າກັບເພື່ອນບ້ານຄິດເຫັນແຕກຕ່າງກັນ ຈົ່ງຕົກລົງກັນເອງ ແລະຢ່າເປີດເຜີຍໃຫ້ໃຜຮູ້. 10 ບໍ່ດັ່ງນັ້ນ ທຸກຄົນກໍຈະຮູ້ເລື່ອງນຳ ແລະເຈົ້າຈະໄດ້ຮັບຄວາມອັບອາຍບໍ່ສິ້ນສຸດເປັນຈັກເທື່ອ. 11 ຄວາມຄິດເຫັນອັນເດັ່ນຊັດ ກໍເໝືອນດັ່ງກີ້ຄຳທີ່ປະດັບຢູ່ໃນເງິນ. 12 ຜູ້ທີ່ຍອມຟັງຄຳເຕືອນຂອງຄົນມີປັນຍາ ກໍມີຄຸນຄ່າກວ່າແຫວນ ຫລືເຄື່ອງເອ້ທີ່ເປັນຄຳນໍ້າໜຶ່ງ. 13 ນໍ້າເຢັນໃຫ້ຄວາມສົດຊື່ນແກ່ຜູ້ເກັບກ່ຽວໃນຍາມຮ້ອນສັນໃດ ຜູ້ນຳຂ່າວທີ່ເຊື່ອໃຈໄດ້ກໍເຮັດໃຫ້ຜູ້ໃຊ້ຕົນໄປຊື່ນບານໃຈສັນນັ້ນ. 14 ຄົນທີ່ສັນຍາຈະເອົາຂອງໃຫ້, ແຕ່ບໍ່ໃຫ້ຈັກເທື່ອ ກໍເທົ່າກັບເມກໝອກແລະລົມບໍ່ມີຝົນ. 15 ໃຊ້ຄວາມອົດທົນຊັກຊວນ ກໍທຳລາຍການຂັດຂວາງອັນແຂງແກ່ນໄດ້ ແລະຍັງເຮັດໃຫ້ບັນດາຜູ້ປົກຄອງຍອມເຮັດຕາມໄດ້. 16 ຢ່າກິນນໍ້າເຜິ້ງເກີນຄວາມຕ້ອງການ ກິນຫລາຍເກີນໄປອາດເຮັດໃຫ້ເຈົ້າຮາກອອກ. 17 ຢ່າໄປຢ້ຽມເພື່ອນບ້ານດຸຫລາຍ ເພາະລາວອາດຈະຊັງແລະເບື່ອໜ່າຍເຈົ້າກໍໄດ້. 18 ການໃສ່ຮ້າຍຄົນອື່ນເປັນເໝືອນດາບ ໄມ້ຄ້ອນ ຫລືລູກທະນູອັນແຫລມຄົມທີ່ທຳລາຍຄົນ. 19 ການເພິ່ງພາຜູ້ທີ່ເຊື່ອໃຈບໍ່ໄດ້ໃນຍາມຂັບຂັນ ກໍເທົ່າກັບມີແຂ້ວຄອນຫຍໍ້າເຂົ້າ ຫລືມີຕີນພິການຍ່າງໄປ. 20 ຮ້ອງເພງໃຫ້ຄົນທຸກໃຈຟັງ ກໍສໍ່າກັບແກ້ເສື້ອໃນຍາມໜາວ ຫລືເອົາເກືອໂຮຍໃສ່ບາດ. 21 ຖ້າສັດຕູຂອງເຈົ້າຫິວເຂົ້າ ຈົ່ງເອົາໃຫ້ລາວກິນ ຖ້າລາວຫິວນໍ້າ ຈົ່ງເອົາໃຫ້ລາວດື່ມ. 22 ການເຮັດເຊັ່ນນີ້ຈະເຮັດໃຫ້ລາວຢູ່ບໍ່ສະບາຍ ພຣະເຈົ້າຢາເວຈະໃຫ້ບຳເໜັດແກ່ເຈົ້າ. 23 ລົມທິດເໜືອນຳເອົາຝົນມາສັນໃດ ຄົນປາກບອນກໍນຳເອົາຄວາມໂກດຮ້າຍມາສັນນັ້ນ. 24 ອາໄສຢູ່ເທິງຫລັງຄາເຮືອນ ກໍດີກວ່າຢູ່ຮ່ວມເຮືອນກັບເມຍທີ່ຈູ້ຈີ້. 25 ຍິນຂ່າວດີຈາກແດນໄກ ກໍເທົ່າກັບໄດ້ດື່ມນໍ້າເຢັນເມື່ອຄໍແຫ້ງ. 26 ຄົນດີທີ່ຍອມເຮັດຕາມຄົນຊົ່ວ ກໍເທົ່າກັບບໍ່ນໍ້າທີ່ເປິເປື້ອນ ຫລືນໍ້າສ້າງທີ່ເປັນພິດໄພ. 27 ກິນນໍ້າເຜິ້ງຫລາຍບໍ່ເປັນການດີສັນໃດ ຢາກໄດ້ຄຳຍ້ອງຍໍຫລາຍກໍບໍ່ເປັນການດີສັນນັ້ນ. 28 ເມືອງທີ່ບໍ່ມີກຳແພງປ້ອງກັນ ກໍເທົ່າກັບຄົນທີ່ຄວບຄຸມຄວາມຮ້າຍບໍ່ໄດ້. |
@ 2012 United Bible Societies. All Rights Reserved.