Biblia Todo Logo
Bìoball air-loidhne

- Sanasan -

ສຸພາສິດ 24 - ພຣະຄຳພີສັກສິ


- 19 -

1 ຢ່າ​ອິດສາ​ຄົນຊົ່ວ​ແລະ​ຢ່າ​ປາຖະໜາ​ເປັນ​ໝູ່​ກັບ​ເຂົາເຈົ້າ.

2 ພວກເຂົາ​ຫາ​ແຕ່​ກໍ່​ຄວາມ​ເດືອດຮ້ອນ​ເທົ່ານັ້ນ ພວກເຂົາ​ອ້າ​ປາກ​ເວົ້າ​ເມື່ອໃດ ກໍ​ເຮັດ​ໃຫ້​ຄົນ​ເຈັບໃຈ​ເມື່ອນັ້ນ.


- 20 -

3 ມີ​ປັນຍາ​ແລະ​ມີ​ຄວາມ​ເຂົ້າໃຈ​ຈຶ່ງ​ສ້າງ​ເຮືອນ​ໄດ້.

4 ມີ​ຄວາມຮູ້​ຈຶ່ງ​ໄດ້​ຂອງ​ມີຄ່າ ແລະ​ງົດງາມ​ມາ​ບັນຈຸ​ໄວ້​ເຕັມເຮືອນ.


- 21 -

5 ເປັນ​ຄົນມີ​ປັນຍາ​ກໍ​ດີກວ່າ​ເປັນ​ຄົນ​ມີ​ກຳລັງ, ແມ່ນແລ້ວ ຄວາມຮູ້​ສຳຄັນ​ກວ່າ​ກຳລັງ.

6 ເພາະວ່າ​ໂດຍ​ການ​ນຳ​ທີ່​ສະຫລາດ ເຈົ້າ​ກໍ​ສາມາດ​ເຂົ້າ​ສູ່​ສະໜາມຮົບ​ໄດ້. ຍິ່ງ​ເຈົ້າ​ມີ​ທີ່​ປືກສາ​ຫລາຍ​ເທົ່າໃດ ເຈົ້າ​ກໍ​ຍິ່ງ​ຫວັງ​ໄດ້​ຊະນະ​ຫລາຍ​ເທົ່ານັ້ນ.


- 22 -

7 ຄຳ​ເວົ້າ​ທີ່​ມີ​ປັນຍາ​ກໍ​ເລິກໂພດ​ສຳລັບ​ຄົນ​ໂງ່ຈ້າ ເມື່ອ​ມີ​ການ​ສົນທະນາ​ເຖິງ​ເລື່ອງ​ສຳຄັນ​ລາວ​ກໍ​ບໍ່ມີ​ຫຍັງ​ຈະ​ເວົ້າ.


- 23 -

8 ຖ້າ​ເຈົ້າ​ວາງແຜນ​ຊົ່ວຮ້າຍ​ຢູ່​ເລື້ອຍໆ ເຈົ້າ​ຈະ​ມີ​ຊື່ສຽງ​ໃນ​ຖານະ​ເປັນ​ຜູ້​ກໍ່​ຄວາມ​ວຸ້ນວາຍ.

9 ການ​ປອງຮ້າຍ​ໃດໆ​ທີ່​ຄົນ​ໂງ່ຈ້າ​ຄິດ​ຂຶ້ນ ແມ່ນ​ເປັນ​ບາບ​ທັງນັ້ນ. ຄົນ​ທີ່​ຢຽບຫຍາມ​ຄົນອື່ນ ກໍ​ເປັນ​ທີ່​ກຽດຊັງ​ຂອງ​ຄົນ​ທັງຫລາຍ.


- 24 -

10 ຖ້າ​ເຈົ້າ​ເປັນ​ຄົນ​ອ່ອນແອ​ໃນ​ຍາມ​ຄັບຂັນ ເຈົ້າ​ກໍ​ເປັນ​ຄົນ​ອ່ອນແອ​ແທ້ໆ.


- 25 -

11 ຢ່າ​ລັ່ງເລ​ໃຈ​ທີ່​ຈະ​ຊ່ວຍ​ຄົນ​ກຳລັງ​ຈະ​ຖືກ​ປະຫານ​ຊີວິດ​ຢ່າງ​ບໍ່​ຍຸດຕິທຳ.

12 ເຈົ້າ​ອາດ​ເວົ້າ​ວ່າ​ບໍ່ແມ່ນ​ທຸລະ​ຂອງເຈົ້າ, ແຕ່​ພຣະເຈົ້າ​ຮູ້​ແລະ​ຕັດສິນ​ຄວາມ​ຕັ້ງໃຈ​ຂອງເຈົ້າ. ພຣະອົງ​ເຝົ້າເບິ່ງ​ເຈົ້າ​ຢູ່ ພຣະອົງ​ຮູ້ຈັກ​ທຸກຢ່າງ​ດີ ແລະ​ພຣະອົງ​ຈະ​ຕອບແທນ​ຕາມ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.


- 26 -

13 ລູກ​ເອີຍ ຈົ່ງ​ກິນ​ນໍ້າເຜິ້ງ​ເພາະ​ມັນ​ແຊບ​ດີ ນໍ້າເຜິ້ງ​ຈາກ​ຮັງ​ມີ​ຣົດ​ຫວານ

14 ການ​ຮູ້ຈັກ​ປັນຍາ​ກໍ​ດີ​ສຳລັບ​ຈິດໃຈ​ຂອງເຈົ້າ ຈົ່ງ​ຮັບ​ເອົາ​ປັນຍາ ແລະ​ເຈົ້າ​ຈະ​ມີ​ອະນາຄົດ​ອັນ​ແຈ່ມໃສ.


- 27 -

15 ຢ່າ​ເປັນ​ດັ່ງ​ຄົນ​ຊົ່ວຮ້າຍ​ທີ່​ວາງແຜນ​ປຸ້ນ​ຄົນ​ສັດຊື່ ຫລື​ຢຶດ​ບ້ານເຮືອນ​ຂອງ​ລາວ​ໄປ.

16 ບໍ່​ວ່າ​ຄົນ​ສັດຊື່​ນັ້ນ​ຈະ​ຫຼົ້ມຈົມ​ເຖິງ​ເຈັດ​ຄັ້ງ​ກໍຕາມ ລາວ​ກໍ​ຈະ​ລຸກ​ຂຶ້ນ​ຕັ້ງ​ຕົວ​ໃໝ່​ໄດ້​ສະເໝີ, ແຕ່​ຄົນ​ຊົ່ວຮ້າຍ​ນັ້ນ​ລົ້ມລົງ​ຄັ້ງດຽວ ແຕ່​ຈະ​ລຸກ​ຂຶ້ນ​ບໍ່​ໄດ້ ແລະ​ຄວາມ​ພິນາດ​ຈິບຫາຍ​ນັ້ນ​ມັນ​ທຳລາຍ​ຄົນ​ຊົ່ວຮ້າຍ​ລົງເລີຍ.


- 28 -

17 ຢ່າ​ດີໃຈ​ເມື່ອ​ສັດຕູ​ຂອງເຈົ້າ​ໄດ້​ຮັບ​ໄພພິບັດ ແລະ​ຢ່າ​ດີໃຈ​ເມື່ອ​ລາວ​ສະດຸດ​ລົ້ມ.

18 ຖ້າ​ເຈົ້າ​ສົມນໍ້າໜ້າ​ລາວ​ພຣະເຈົ້າຢາເວ​ຮູ້ຈັກ​ແລະ​ພຣະອົງ​ກໍ​ບໍ່ມັກ ແລະ​ບາງທີ​ພຣະອົງ​ອາດ​ບໍ່​ລົງໂທດ​ລາວ​ກໍໄດ້.


- 29 -

19 ຢ່າ​ອຸກໃຈ​ຍ້ອນ​ຄົນຊົ່ວ ຢ່າ​ຄິດ​ອິດສາ​ເຂົາເຈົ້າ.

20 ຄົນ​ຊົ່ວຮ້າຍ​ບໍ່ມີ​ອະນາຄົດ​ດີ​ເລີຍ ຊີວິດ​ຂອງ​ເຂົາ​ເປັນ​ດັ່ງ​ໂຄມໄຟ​ທີ່​ຈວນ​ຈະ​ມອດ.


- 30 -

21 ລູກ​ເອີຍ ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ແລະ​ໃຫ້ກຽດ​ແກ່​ກະສັດ. ຢ່າ​ມີ​ສ່ວນ​ໃນ​ພວກ​ທີ່​ກະບົດ​ຕໍ່​ພວກເພິ່ນ,

22 ຄົນ​ຢ່າງນັ້ນ​ກໍ​ຈະ​ຖືກ​ທຳລາຍ​ໄດ້​ໃນ​ຊົ່ວ​ບຶດດຽວ ແລະ​ຜູ້ໃດ​ຮູ້​ບໍ່​ວ່າ​ແມ່ນ​ໄພພິບັດ​ຢ່າງໃດ​ທີ່​ພຣະອົງ​ທັງສອງ​ນຳມາ?


ຄຳກ່າວ​ຂອງ​ຄົນມີ​ປັນຍາ

23 ຄົນມີ​ປັນຍາ​ຍັງ​ໄດ້​ກ່າວ​ຕື່ມ​ອີກ​ດັ່ງນີ້: ບໍ່​ເປັນ​ການ​ດີ​ເລີຍ ທີ່​ຕັດສິນ​ເຂົ້າຂ້າງ​ອອກຂາ.

24 ຖ້າ​ຜູ້ຕັດສິນ​ປະກາດ​ວ່າ​ຄົນ​ເຮັດ​ຜິດ​ນັ້ນ​ບໍ່ມີ​ຄວາມຜິດ ລາວ​ກໍ​ຈະ​ຖືກ​ຄົນ​ດ່າ​ຄົນ​ຊັງ,

25 ແຕ່​ຖ້າ​ຜູ້ຕັດສິນ​ລົງໂທດ​ຄົນ​ເຮັດ​ຜິດ ລາວ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ ແລະ​ຊົມຊື່ນ​ຍິນດີ​ໃນ​ຊື່ສຽງ​ດີ​ທີ່​ຕົນ​ໄດ້​ຮັບ.

26 ຄຳຕອບ​ທີ່​ສັດຊື່ ເປັນ​ເຄື່ອງໝາຍ​ແຫ່ງ​ການ​ເປັນ​ເພື່ອນແທ້.

27 ຢ່າ​ປຸກ​ເຮືອນ​ແລະ​ສ້າງ​ຄອບຄົວ ຈົນກວ່າ​ເຈົ້າ​ເຮັດ​ໄຮ່​ໄຖ​ນາ​ແລ້ວໆ ແລະ​ແນ່ໃຈ​ວ່າ​ເຈົ້າ​ສາມາດ​ກຸ້ມຕົນເອງ​ໄດ້.

28 ຢ່າ​ເປັນ​ພະຍານ​ບໍ່ຈິງ​ຕໍ່ສູ້​ຜູ້​ບໍ່ມີ​ຄວາມຜິດ ຫລື​ກ່າວ​ຄຳຕົວະ​ກ່ຽວກັບ​ລາວ.

29 ຢ່າ​ເວົ້າ​ວ່າ, “ຂ້ອຍ​ຈະ​ເຮັດ​ຕໍ່​ລາວ​ດັ່ງ​ທີ່​ລາວ​ເຮັດ​ຕໍ່​ຂ້ອຍ ຂ້ອຍ​ຈະ​ແກ້ແຄ້ນ​ລາວ​ຄືນ.”


ຮູບປະພັນ​ຂອງ​ຄົນ​ຂີ້ຄ້ານ

30 ມື້​ໜຶ່ງ ຂ້ອຍ​ໄດ້​ຍ່າງ​ຜ່ານ​ໄປ​ທີ່​ທົ່ງນາ ແລະ​ສວນອະງຸ່ນ​ຂອງ​ຄົນ​ໂງ່ຈ້າ.

31 ສວນ​ນັ້ນ​ເຕັມ​ໄປ​ດ້ວຍ​ພຸ່ມໜາມ ແລະ​ມີ​ຫຍ້າ​ປົ່ງຂຶ້ນ​ທົ່ວໄປ ກຳແພງ​ຫີນ​ທີ່​ອ້ອມຮອບ​ສວນ​ນັ້ນ​ກໍ​ເພພັງ​ລົງ.

32 ຂ້ອຍ​ຄິດ​ພິຈາລະນາ​ເບິ່ງ​ສິ່ງ​ທີ່​ໄດ້​ເຫັນ​ນັ້ນ ແລະ​ໄດ້​ຖອດຖອນ​ເອົາ​ບົດຮຽນ​ດັ່ງນີ້:

33 ເຊືອບຫລັບ​ໄປ​ໜ້ອຍໜຶ່ງ ພໍ​ຢຽດເສັ້ນ​ຢຽດເອັນ ເອົາ​ມື​ໄຂ່ວກັນ​ພັກຜ່ອນ​ຈັກ​ໜ້ອຍໜຶ່ງ,

34 ແຕ່​ໃນ​ຂະນະທີ່​ເຈົ້າ​ກຳລັງ​ນອນຫລັບ​ຢູ່ນັ້ນ ຄວາມ​ຍາກຈົນ​ຈະ​ມາ​ຖືກ​ເຈົ້າ​ດັ່ງ​ພວກ​ນັກປຸ້ນ​ທີ່​ຖື​ອາວຸດ​ມາ​ໂຈມຕີ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan