ສຸພາສິດ 23 - ພຣະຄຳພີສັກສິ- 6 - 1 ເມື່ອເຈົ້ານັ່ງກິນເຂົ້າກັບຄົນສຳຄັນ ໃຫ້ຄິດສະເໝີວ່າຄົນນັ້ນແມ່ນໃຜ. 2 ຖ້າເຈົ້າເປັນຄົນກິນຫລາຍຈົ່ງຫັກຫ້າມຕົນເອງໄວ້. 3 ຢ່າໂລບມາກໃນອາຫານດີທີ່ຄົນຍໍມາໃຫ້ ລາວອາດເຮັດດ້ວຍເຈດຕະນາບໍ່ດີໃສ່ເຈົ້າກໍໄດ້. - 7 - 4 ຈົ່ງສະຫລາດພໍທີ່ເຈົ້າເອງຈະບໍ່ຕົກເປັນທາດຂອງເງິນ, 5 ເພາະວ່າເງິນຂອງເຈົ້າອາດສູນເສຍໄປໃນພັບຕາດຽວກໍໄດ້ ເໝືອນກັບວ່າມັນມີປີກບິນໄປສູ່ຟ້າອາກາດໄດ້ດັ່ງນົກອິນຊີ. - 8 - 6 ຢ່າກິນເຂົ້າຮ່ວມພາກັບຄົນຂີ້ຖີ່ ຫລືຄົນໂລບມາກຢາກຫລາຍໃນອາຫານຢ່າງດີທີ່ລາວຍົກມາ. 7 ລາວເວົ້າວ່າ, “ເຊີນກິນ ແລະເອົາຕື່ມອີກກໍໄດ້”, ແຕ່ທີ່ຈິງແລ້ວ ລາວບໍ່ໄດ້ໝາຍຄວາມວ່າຢ່າງນັ້ນເລີຍ. ລາວຄິດແບບໃດລາວກໍເປັນຄົນແບບນັ້ນ. 8 ແລ້ວເຈົ້າກໍຈະຮາກອອກມາ ສິ່ງທີ່ເຈົ້າກິນເຂົ້າໄປນັ້ນ ແລະຄຳປະຈົບປະແຈງຂອງເຈົ້າກໍຈະເປັນການເປົ່າໆ. - 9 - 9 ຢ່າພະຍາຍາມເວົ້າໃຫ້ຄົນໂງ່ຈ້າເຂົ້າໃຈ ລາວບໍ່ຮູ້ຈັກຄຸນຄ່າສິ່ງທີ່ເຈົ້າເວົ້ານັ້ນດອກ. - 10 - 10 ຢ່າຍົກຍ້າຍຫລັກເຂດແດນເດີມຈັກເທື່ອ ຫລືຢຶດທີ່ດິນຂອງລູກກຳພ້າ. 11 ຜູ້ປົກປ້ອງຄຸ້ມຄອງທີ່ເຂັ້ມແຂງຂອງພວກເຂົາກໍມີຣິດເດດ ແລະພຣະອົງຈະສູ້ຄະດີກັບເຈົ້າແທນພວກເຂົາ. - 11 - 12 ຈົ່ງເອົາໃຈໃສ່ຕໍ່ຄຳສັ່ງສອນຂອງຄູ ແລະຕັ້ງໜ້າຮໍ່າຮຽນເອົາເທົ່າທີ່ເຈົ້າຮຽນໄດ້. - 12 - 13 ຢ່າລັ່ງເລໃຈໃນການລົງໂທດລູກ ການແອບສອນທີ່ດີນັ້ນ ບໍ່ເຮັດໃຫ້ຕາຍດອກ, 14 ແຕ່ທີ່ຈິງແລ້ວເປັນການຊ່ວຍຊີວິດຂອງເຂົາໄວ້. ຄຳໂອວາດຂອງພໍ່ - 13 - 15 ລູກເອີຍ ຖ້າເຈົ້າກາຍເປັນຄົນມີປັນຍາ ພໍ່ຈະມີຄວາມສຸກທີ່ສຸດ. 16 ພໍ່ຈະພາກພູມໃຈ ເມື່ອໄດ້ຍິນລູກເວົ້າດ້ວຍຖ້ອຍຄຳທີ່ມີປັນຍາ. - 14 - 17 ຢ່າອິດສາຄົນບາບ, ແຕ່ຈົ່ງຢຳເກງພຣະເຈົ້າຢາເວຢູ່ສະເໝີໃນຊີວິດຂອງເຈົ້າ 18 ຖ້າເປັນດັ່ງນີ້ ເຈົ້າຈະມີອະນາຄົດອັນແຈ່ມໃສ. - 15 - 19 ລູກເອີຍ ຈົ່ງຟັງເທີ້ນ ຈົ່ງມີປັນຍາ ແລະຄິດໃຫ້ດີໆເຖິງທາງທີ່ເຈົ້າດຳເນີນຊີວິດ. 20 ຢ່າຮ່ວມສັງສັນກັບຜູ້ທີ່ດື່ມເຫຼົ້າໜັກ ຫລືກິນຫລາຍໂພດ. 21 ຄົນຂີ້ເມົາແລະຄົນຂີ້ໂລບຈະກາຍເປັນຄົນຍາກຈົນ ຖ້າເຈົ້າມີແຕ່ກິນກັບນອນບໍ່ດົນເຈົ້າກໍຈະນຸ່ງສົ້ງຂາດ. - 16 - 22 ຈົ່ງຟັງຄວາມພໍ່ຂອງເຈົ້າ ຖ້າບໍ່ມີເພິ່ນເຈົ້າກໍບໍ່ມີຊີວິດ ເມື່ອແມ່ຂອງເຈົ້າເຖົ້າແກ່ ຈົ່ງຮູ້ຈັກບຸນຄຸນຂອງເພິ່ນ. 23 ຄວາມຈິງ, ປັນຍາ, ການຮຽນຮູ້ ແລະຄວາມເຂົ້າໃຈເປັນຂອງມີຄ່າທີ່ຄວນຊື້ຫາມາໄວ້ ສິ່ງເຫຼົ່ານີ້ທັງໝົດມີຄ່າສູງທີ່ສຸດ ເກີນກວ່າທີ່ເຈົ້າຈະຂາຍອອກໄປ. 24 ຄວາມສຸກຂອງພໍ່ແມ່ນ ຄືມີລູກເປັນຄົນຊອບທຳ ເມື່ອລູກມີປັນຍາ ພໍ່ກໍພາກພູມໃຈນຳ. 25 ຈົ່ງເຮັດໃຫ້ພໍ່ແມ່ພາກພູມໃຈໃນຕົວເຈົ້າ ແລະຈົ່ງເຮັດໃຫ້ແມ່ຂອງເຈົ້າມີຄວາມສຸກ. - 17 - 26 ລູກເອີຍ ຂໍໃຈຂອງເຈົ້າໃຫ້ເຮົາເທາະ ແລະຈົ່ງໃຫ້ຕາຂອງເຈົ້າສັງເກດເບິ່ງແບບຢ່າງທັງຫຼາຍຂອງເຮົາ. 27 ຍິງໂສເພນີແລະຍິງຜິດສິນທຳນັ້ນ ເປັນບ້ວງແຮ້ວເຖິງແກ່ຄວາມຕາຍ. 28 ພວກເຂົາຄອຍຖ້າເຈົ້າດັ່ງຂະໂມຍ ແລະເຮັດໃຫ້ຊາຍຫລາຍຄົນກາຍເປັນຜູ້ບໍ່ສັດຊື່. ຮູບປະພັນຂອງຄົນຂີ້ເຫລົ້າ - 18 - 29-30 ຈົ່ງອ້າງເອົາຄົນໜຶ່ງທີ່ດື່ມເຫຼົ້າເກັ່ງມາໃຫ້ຂ້ອຍເບິ່ງດູ ຄືຜູ້ທີ່ລອງດື່ມເຫຼົ້າໃໝ່ນາໆຊະນິດຢ່າງບໍ່ຢຸດຢັ້ງ ແລ້ວຂ້ອຍກໍຈະໃຫ້ເຈົ້າເຫັນຜູ້ທີ່ມີຄວາມທຸກແລະຄວາມເສຍໃຈ ເປັນຜູ້ສ້າງແຕ່ຄວາມເດືອດຮ້ອນຢູ່ສະເໝີ ແລະຈົ່ມທຸກຢູ່ເລື້ອຍໆ ຕາຂອງລາວແດງກໍ່າແລະມີຮອຍຊໍ້າຕາມຕົນຕົວ. 31 ສະນັ້ນ ຢ່າຄິດສະອອນນຳເຫຼົ້າອະງຸ່ນເລີຍ ເຖິງແມ່ນວ່າມັນເປັນຟອງສີແດງງາມເມື່ອເຈົ້າສັ່ນ ແລະສົດໃສຈົນສ່ອງເຫັນເງົາ ເມື່ອມັນຍອບລົງກໍຕາມ, 32 ແຕ່ເມື່ອເຈົ້າດື່ມລົງໄປແລ້ວ ເຈົ້າຈະຮູ້ສຶກເຈັບປວດດັ່ງຖືກງູພິດກັດ. 33 ຕາເຈົ້າຈະມືດມົນ ແລະເຈົ້າຈະບໍ່ສາມາດຄິດ ຫລືເວົ້າໄດ້ຢ່າງແຈ່ມແຈ້ງ. 34 ເຈົ້າຈະຮູ້ສຶກດັ່ງຢູ່ໃນກາງມະຫາສະໝຸດ ແລະດັ່ງຢູ່ໃນເຮືອໃບຖືກໂຍກເຍກໄປມາຈົນເຮັດໃຫ້ວິນວຽນ. 35 ເຈົ້າຈະເວົ້າຂຶ້ນວ່າ, “ຂ້ອຍຖືກຕ່ອຍ, ຂ້ອຍຖືກຕົບຕີ, ແຕ່ບໍ່ຮູ້ສຶກເຈັບປວດແລະບໍ່ຈື່ຈຳຫຍັງໝົດ ເປັນຫຍັງຂ້ອຍຈຶ່ງລຸກຂຶ້ນບໍ່ໄດ້ ອີກຈັກສອງສາມຈອກຄົງດີ.” |
@ 2012 United Bible Societies. All Rights Reserved.