ສຸພາສິດ 22 - ພຣະຄຳພີສັກສິ1 ຖ້າຕ້ອງເລືອກເອົາລະຫວ່າງຊື່ສຽງດີກັບຄວາມຮັ່ງມີ ຈົ່ງເລືອກເອົາຊື່ສຽງດີສາເຖີດ. 2 ຄົນຮັ່ງມີກັບຄົນທຸກບໍ່ແຕກຕ່າງກັນຫຍັງ ຜູ້ສ້າງເຂົາມາແມ່ນພຣະເຈົ້າຢາເວ. 3 ຄົນທີ່ຢັ່ງຮູ້ຍ່ອມເຫັນຄວາມເດືອດຮ້ອນຈະມາເຖິງ ຈຶ່ງຮູ້ຈັກຊ່ອນຊົ້ນຕົນຫລົບຫລີກມັນໄດ້, ແຕ່ຄົນບໍ່ຄິດຈະຍ່າງກົງເຂົ້າໄປແລະກໍເສຍໃຈຕໍ່ມາພາຍຫລັງ. 4 ຄົນທີ່ຖ່ອມຕົວຢຳເກງພຣະເຈົ້າຢາເວຈະເກີດຮັ່ງຄູນມີ ທັງຈະມີກຽດກັບຊື່ສຽງແລະຊີວິດອັນຍືນຍາວດ້ວຍ. 5 ທາງຂອງຄົນຊົ່ວມີທັງບ້ວງແຮ້ວແລະໜາມ, ແຕ່ຄົນທີ່ຮັກຊີວິດຈະຜີກໜີຈາກມັນໄດ້. 6 ຈົ່ງອົບຮົມເດັກນ້ອຍໃນທາງທີ່ຖືກຕ້ອງ ແລະເມື່ອເຂົາເປັນຜູ້ໃຫຍ່ແລ້ວ ເຂົາຈະບໍ່ໜີຈາກທາງນັ້ນ. 7 ຄົນຮັ່ງມີປົກຄອງເໜືອຄົນທຸກຈົນ ແລະການເປັນໜີ້ຄົນຍ່ອມເຮັດໃຫ້ຕົນເປັນທາດຮັບໃຊ້ໄດ້. 8 ຖ້າເຈົ້າຫວ່ານຄວາມອະຍຸດຕິທຳ ກໍຈະໄດ້ເກັບກ່ຽວຄວາມເດືອດຮ້ອນ ແລະຫາກກົດຂີ່ຄົນອື່ນກໍບໍ່ໄປເຖິງໃສ. 9 ຈົ່ງແບ່ງອາຫານໃຫ້ຄົນທຸກດ້ວຍໃຈສັດທາ ແລະພຣະພອນກໍຈະເປັນຂອງເຈົ້າ. 10 ຈົ່ງກຳຈັດຄົນອວດດີໃຫ້ໝົດສິ້ນ ແລະການໂຕ້ຖຽງກັນກໍຈະບໍ່ມີ ແລ້ວການວິວາດສຽດສີກັນກໍຈະຫາຍໄປສິ້ນ. 11 ຜູ້ທີ່ຈະເປັນເພື່ອນກັບກະສັດໄດ້ຕ້ອງມີຄວາມຈິງໃຈ ແລະກ່າວຈາສຸພາບອ່ອນຫວານ. 12 ຕາຂອງພຣະເຈົ້າຢາເວເຝົ້າຮັກສາຄວາມຮູ້ໄວ້, ແຕ່ຈະບໍ່ເຫັນດີນຳຄຳເວົ້າຂອງຄົນຂີ້ຕົວະ. 13 ຄົນຂີ້ຄ້ານມັກແຕ່ຢູ່ໃນເຮືອນ ລາວເວົ້າບິດເບືອນວ່າມີໂຕສິງຢູ່ນອກບ້ານ ແລະສິງອາດຄຸບກິນລາວຕາມທາງກໍໄດ້. 14 ປາກຂອງຄົນຫລິ້ນຊູ້ສູ່ຜົວເມຍເປັນບ້ວງແຮ້ວແກ່ຕົນ ມັນຄອຍດັກຈັບຄົນທີ່ພຣະເຈົ້າຢາເວໂກດຮ້າຍ. 15 ເດັກນ້ອຍມັກເຮັດສິ່ງທີ່ບໍ່ມີເຫດຜົນ, ແຕ່ການແອບສອນຢ່າງດີດັດແປງນິໄສໄດ້. 16 ຜູ້ທີ່ຂົ່ມເຫັງຄົນທຸກ ກໍເທົ່າກັບໃຫ້ລາວໄດ້ປຽບໃນທີ່ສຸດ ຜູ້ທີ່ເອົາຂອງຂວັນໃຫ້ຄົນຮັ່ງມີ ກໍເທົ່າກັບເຮັດໃຫ້ຕົນທຸກຈົນລົງເທົ່ານັ້ນ. ຄຳເວົ້າສາມສິບຕອນຂອງຄົນມີປັນຍາ 17 ຈົ່ງຟັງເທີ້ນ ຂ້ອຍຈະສັ່ງສອນເຈົ້າໃຫ້ຮູ້ເຖິງຄຳເວົ້າຂອງຄົນມີປັນຍາ ຈົ່ງສຶກສາຮຽນຮູ້ເອົາຄຳສັ່ງສອນຂອງພວກເພິ່ນ. 18 ຖ້າເຈົ້າຈົດຈຳແລະເລົ່າຂຶ້ນໃຈເອົາຄຳສັ່ງສອນນີ້ ເຈົ້າກໍຈະເບີກບານໃຈ. 19 ຂ້ອຍຢາກໃຫ້ເຈົ້າໄວ້ວາງໃຈໃນພຣະເຈົ້າຢາເວ. ດ້ວຍເຫດນີ້ ຂ້ອຍຈຶ່ງບອກເຈົ້າເຖິງຄຳສັ່ງສອນນັ້ນໃນບັດນີ້. 20 ຂ້ອຍໄດ້ຂຽນຄຳເວົ້າສາມສິບຕອນສຳລັບເຈົ້າ ຊຶ່ງປະກອບດ້ວຍຄວາມຮູ້ ແລະຄຳແນະນຳທີ່ດີທັງນັ້ນ. 21 ແລະຄຳເວົ້າເຫຼົ່ານີ້ ກໍຈະສັ່ງສອນເຈົ້າເຖິງຄວາມຈິງອັນແທ້. ເມື່ອເຈົ້າຖືກໃຊ້ອອກໄປຊອກສະແຫວງຫາ ເຈົ້າກໍຈະນຳເອົາຄຳຕອບອັນຖືກຕ້ອງກັບຄືນມາ. - 1 - 22 ຢ່າເອົາປຽບຄົນທຸກຍ້ອນວ່າເຈົ້າໄດ້ປຽບພວກເຂົາ ຢ່າເອົາປຽບຄົນທີ່ຖືກນຳຂຶ້ນສານໂດຍບໍ່ມີທາງສູ້. 23 ພຣະເຈົ້າຢາເວຈະເປັນຜູ້ໂຕ້ຖຽງຄະດີໃຫ້ພວກເຂົາ ແລະຂົມຂູ່ເອົາຊີວິດຄົນທີ່ຂົມຂູ່ຊີວິດພວກເຂົານັ້ນ. - 2 - 24 ຢ່າເປັນໝູ່ກັບຄົນມີແນວຄິດ ແລະໃຊ້ຄວາມຮຸນແຮງ. 25 ເຈົ້າອາດຮຽນເອົານິໄສຂອງພວກເຂົາ ແລະບໍ່ອາດປ່ຽນນິໄສນັ້ນໄດ້. - 3 - 26 ຢ່າສັນຍາຮັບຜິດຊອບໃຊ້ໜີ້ໃຫ້ຄົນອື່ນໃດ. 27 ຖ້າເຈົ້າບໍ່ສາມາດຈ່າຍໜີ້ນັ້ນໄດ້ ເຂົາກໍຈະເອົາແມ່ນແຕ່ບ່ອນນອນຂອງເຈົ້າໄປ. - 4 - 28 ຢ່າຍົກຍ້າຍຫລັກເຂດແດນ ທີ່ພວກບັນພະບຸລຸດຂອງເຈົ້າໄດ້ປັກຕັ້ງໄວ້. - 5 - 29 ຈົ່ງນຳເອົາຄົນທີ່ເຮັດວຽກດີມາໃຫ້ຂ້ອຍເບິ່ງ ແລະຂ້ອຍຈະໃຫ້ເຈົ້າເຫັນຜູ້ທີ່ເຮັດວຽກດີຍອດຢ້ຽມ ແລະສົມທີ່ຈະເປັນເພື່ອນຂອງບັນດາກະສັດ. |
@ 2012 United Bible Societies. All Rights Reserved.