ສຸພາສິດ 21 - ພຣະຄຳພີສັກສິ1 ພຣະເຈົ້າຢາເວຄວບຄຸມຈິດໃຈຂອງກະສັດໄດ້ງ່າຍດັ່ງຊີ້ທາງໃຫ້ສາຍນໍ້າລ່ອງໄຫລ. 2 ທຸກສິ່ງທີ່ມະນຸດເຮັດເບິ່ງຄືຖືກຕ້ອງໝົດ, ແຕ່ຢ່າລືມວ່າແມ່ນໃນຈິດໃຈທີ່ພຣະເຈົ້າຢາເວພິຈາລະນາເບິ່ງ. 3 ສຳລັບພຣະເຈົ້າຢາເວແລ້ວ ເຮັດສິ່ງທີ່ຖືກຕ້ອງແລະເປັນທຳ ກໍມີຄ່າກວ່ານຳເຄື່ອງບູຊາມາຖວາຍໃຫ້. 4 ການຫລອກລວງແລະການອວດດີ ສິ່ງເຫຼົ່ານີ້ເປັນບາບກຳທີ່ຄວບຄຸມຄົນຊົ່ວຮ້າຍ. 5 ການວາງແຜນຢ່າງຖ້ວນຖີ່ພາໃຫ້ເກີດຜົນດີ ການວາງແຜນຢ່າງໄວວາພາໃຫ້ທຸກໄດ້. 6 ຊັບສົມບັດທີ່ໄດ້ມາໂດຍທາງບໍ່ຊອບກໍສູນເສຍຢ່າງໄວວາ, ແຕ່ເປັນຄືບ້ວງແຮ້ວທີ່ນຳພາໄປສູ່ຄວາມຕາຍ. 7 ຄົນຊົ່ວຮ້າຍຮັບເຄາະເພາະຄວາມໂຫດຫ້ຽມຂອງຕົນ ເຂົາບໍ່ຍອມປະພຶດໃນສິ່ງທີ່ຖືກຕ້ອງ. 8 ຄົນມີຄວາມຜິດຍ່າງໃນທາງທີ່ຄົດລ້ຽວ ຄົນບໍ່ມີຄວາມຜິດເຮັດໃນສິ່ງທີ່ຖືກຕ້ອງ. 9 ອາໄສຢູ່ເທິງຫລັງຄາເຮືອນ ກໍດີກວ່າຢູ່ຮ່ວມເຮືອນກັບເມຍທີ່ຈູ້ຈີ້. 10 ຄົນຊົ່ວຮ້າຍຫິວໂຫຍຢາກເຮັດຊົ່ວ ສ່ວນຄວາມເມດຕານັ້ນເຂົາບໍ່ມີຕໍ່ໃຜເລີຍ. 11 ເມື່ອຄົນຫລອກລວງຖືກລົງໂທດ ແມ່ນແຕ່ຄົນທີ່ບໍ່ຮູ້ຄິດກໍໄດ້ຮັບບົດຮຽນ. 12 ພຣະເຈົ້າອົງຊົງຊອບທຳນັ້ນ ຮູ້ວ່າຄົນຊົ່ວຮ້າຍເປັນຢູ່ຢ່າງໃດ ແລະນຳເຂົາໄປສູ່ໄພພິບັດໄວຂຶ້ນ. 13 ຜູ້ທີ່ບໍ່ຍອມຟັງຄຳຂໍຮ້ອງຂອງຄົນທຸກ ກໍຈະບໍ່ໄດ້ຮັບຄວາມຊ່ວຍເຫລືອເມື່ອຕົນຮ້ອງຂໍ. 14 ໃຜໃຈຮ້າຍເຈົ້າຈົ່ງເອົາຂອງຂວັນໃຫ້ລັບໆແລ້ວຄວາມຮ້າຍນັ້ນກໍຈະຜ່ອນຄາຍລົງ. 15 ຄົນຊອບທຳມີຄວາມສຸກເມື່ອໄດ້ຮັບຄວາມຍຸດຕິທຳ, ແຕ່ຄົນຊົ່ວພັດໄດ້ຮັບຄວາມສິ້ນຫວັງ. 16 ຄວາມຕາຍພວມຄອຍຖ້າຜູ້ທີ່ຫັນເຫໜີຈາກແນວທາງທີ່ດີ. 17 ຜູ້ທີ່ມັກສະໜຸກຈະທຸກລຳບາກ ຜູ້ທີ່ມັກດື່ມເຫຼົ້າແກ້ມອາຫານແພງໆຈະບໍ່ຮັ່ງມີຈັກເທື່ອ. 18 ເມື່ອຄົນຊົ່ວຊອກຫາເຮັດໃຫ້ຄົນດີທົນທຸກແລ້ວ ການທົນທຸກນັ້ນກໍຈະສະໜອງເຂົາຄືນ. 19 ຢູ່ຖິ່ນແຫ້ງແລ້ງກັນດານ ກໍດີກວ່າຢູ່ຮ່ວມເຮືອນຊານກັບເມຍທີ່ມັກຈົ່ມແລະຈູ້ຈີ້. 20 ຄົນມີປັນຍາໃຊ້ຊີວິດຢ່າງຮັ່ງມີແລະຫລູຫລາ, ແຕ່ຄົນໂງ່ຈ້າຫາໄດ້ໄວເທົ່າໃດ ກໍຈ່າຍໝົດໄວເທົ່ານັ້ນ. 21 ຄົນສັດຊື່ແລະມີໃຈເມດຕາຈະໄດ້ຊີວິດຍືນຍາວ ລາວຈະໄດ້ຮັບຄວາມນັບຖືແລະຄວາມເປັນທຳດ້ວຍ. 22 ນາຍພົນທີ່ສະຫລາດສາມາດຢຶດເມືອງທີ່ມີທະຫານໆ ພ້ອມທັງທະລຸກຳແພງເມືອງອັນເຂັ້ມແຂງທີ່ປ້ອງກັນເຂົາໄວ້ນັ້ນ. 23 ຄົນທີ່ລະວັງຄຳເວົ້າ ຄວາມເດືອດຮ້ອນບໍ່ມາຕຳ. 24 ຄົນໂອຫັງອວດດີດູຖູກທຸກແນວ ການປະພຶດຂອງລາວກໍລ້ວນແຕ່ຂີ້ສະຫາວທັງນັ້ນ. 25 ຄົນຂີ້ຄ້ານທີ່ບໍ່ຍອມເຮັດວຽກ ກໍກຳລັງຂ້າຕົນເອງໃຫ້ຕາຍ. 26 ບາງຄົນໃຊ້ຊີວິດຢູ່ເພື່ອໂລບມາກໂລພາ, ແຕ່ວ່າຄົນຊອບທຳສາມາດໃຫ້ດ້ວຍໃຈສັດທາຍິ່ງ. 27 ເຄື່ອງຖວາຍບູຊາຂອງຄົນຊົ່ວເປັນໜ້າກຽດຊັງ ໂດຍສະເພາະເມື່ອເຂົາຖວາຍດ້ວຍເຈດຕະນາອັນບໍ່ດີ. 28 ຄຳພະຍານຂອງຄົນຂີ້ຕົວະເປັນທີ່ເຊື່ອຖືບໍ່ໄດ້, ແຕ່ຄຳເວົ້າຂອງຄົນທີ່ຄິດຮອບຄອບກໍເປັນທີ່ຍອມຮັບນັບຖື. 29 ຄົນຊອບທຳນັ້ນໝັ້ນໃຈໃນຕົນເອງ ສ່ວນຄົນຊົ່ວຊ້າທຳທ່າເປັນຄົນດີທຸກວິທີ. 30 ຄວາມເຂົ້າໃຈຄວາມຫລັກແຫລມແຖມປັນຍາ ກໍບໍ່ມີຄຸນຄ່າ ຖ້າພຣະເຈົ້າຢາເວຕໍ່ສູ້ເຂົາ. 31 ແມ່ນວ່າມີຝູງມ້າຕຽມເຮັດເສິກກໍດີ, ແຕ່ແມ່ນພຣະເຈົ້າຢາເວທີ່ເປັນຜູ້ໃຫ້ໄຊຊະນະ. |
@ 2012 United Bible Societies. All Rights Reserved.