ສຸພາສິດ 20 - ພຣະຄຳພີສັກສິ1 ດື່ມເຫຼົ້າເກີນສ່ວນພາໃຫ້ເກເລ ມີແຕ່ຄົນໂງ່ຈ້າອັບປັນຍາທີ່ປ່ອຍຕົນໃຫ້ເມົາເຫຼົ້າ. 2 ຈົ່ງຢ້ານກະສັດໂກດຮ້າຍດັ່ງຢ້ານໂຕສິງຮ້ອງແຜດສຽງ ເຮັດໃຫ້ເພິ່ນໂກດຮ້າຍກໍສໍ່າກັບຂ້າຕົວຕາຍ. 3 ຫລີກໜີຈາກການຜິດຖຽງກັນພາໃຫ້ມີກຽດ ມີແຕ່ຄົນໂງ່ຈ້າເທົ່ານັ້ນທີ່ມັກຜິດຖຽງກັນ. 4 ພໍ່ນາທີ່ຂີ້ຄ້ານຄາດໄຖຕາມລະດູການ ກໍຈະບໍ່ໄດ້ເກັບກ່ຽວຫຍັງຈັກດີ້. 5 ຄວາມຄິດຄົນນັ້ນເປັນຄືນໍ້າໃນສ້າງເລິກ ຜູ້ທີ່ຮູ້ແຈ້ງເຫັນຈິງເທົ່ານັ້ນຈຶ່ງສາມາດຢັ່ງເຖິງ. 6 ມີຫລາຍຄົນກ່າວອ້າງເຖິງຄວາມສັດຊື່ຂອງຕົນ, ແຕ່ຄົນສັດຊື່ຈິງໆແມ່ນຫາຍາກແທ້ໆ. 7 ເມື່ອມີພໍ່ທີ່ສັດຊື່ແລະເຮັດໃນສິ່ງທີ່ຖືກຕ້ອງ ເຮັດໃຫ້ລູກຂອງຕົນໄດ້ຮັບພຣະພອນ. 8 ເມື່ອກະສັດນັ່ງຕັດສິນຄະດີ ເພິ່ນກໍຮູ້ທັນທີເມື່ອແນມເຫັນຄົນຊົ່ວຮ້າຍ. 9 ໃຜບອກໄດ້ແທ້ວ່າຈິດສຳນຶກຂອງຕົນຜ່ອງໃສ ແລະບາບຂອງຕົນກໍຖືກຊຳລະແລ້ວ? 10 ພຣະເຈົ້າຢາເວກຽດຊັງຜູ້ທີ່ໃຊ້ເຄື່ອງຊັ່ງກັບເຄື່ອງແທກບໍ່ສັດຊື່. 11 ແມ່ນແຕ່ຄວາມປະພຶດຂອງເດັກນ້ອຍກໍສໍ່ໃຫ້ເຫັນວ່າລາວເປັນຄົນແບບໃດ ເຮົາສາມາດບອກໄດ້ວ່າລາວເປັນຄົນສັດຊື່ແລະເປັນຄົນດີ. 12 ພຣະເຈົ້າຢາເວໄດ້ໃຫ້ພວກເຮົາມີຕາເບິ່ງແລະມີຫູຟັງ. 13 ຜູ້ທີ່ໃຊ້ເວລາແຕ່ນອນກໍຈະທຸກລຳບາກ ຄົນທີ່ຫາວຽກເຮັດກໍຈະມີຢູ່ມີກິນບໍ່ອຶດ. 14 ລູກຄ້າຈົ່ມແຕ່ວ່າຂອງແພງ, ແຕ່ພໍອອກຈາກຮ້ານໄປ ກໍຄູຍໂມ້ວ່າຕົນຊື້ຂອງໄດ້ຖືກ. 15 ຜູ້ທີ່ຮູ້ດີວ່າຕົນກຳລັງເວົ້າຫຍັງນັ້ນ ກໍດັ່ງໄດ້ຂອງມີຄ່າກວ່າຄຳແລະເພັດພອຍ. 16 ຜູ້ໃດຜູ້ໜຶ່ງທີ່ຍອມຮັບໃຊ້ໜີ້ໃຫ້ຄົນແປກໜ້າ ກໍສໍ່າກັບວ່າເອົາຊັບສິນຂອງຕົນໄປປະກັນ. 17 ຂອງທີ່ໄດ້ມາຢ່າງບໍ່ສັດຊື່ກໍດັ່ງອາຫານແຊບນົວ, ແຕ່ຕໍ່ໄປກໍຈະເປັນດັ່ງຂີ້ຊາຍຢູ່ເຕັມປາກ. 18 ຄຳແນະນຳທີ່ດີນຳໄປສູ່ຜົນສຳເລັດ ຢ່າສູ່ມີສ່ວນເຮັດເສິກໂດຍບໍ່ໄດ້ວາງແຜນການ. 19 ຄົນປາກບອນບໍ່ຫ່ອນຮັກສາຄວາມລັບໄວ້ໄດ້ ຈົ່ງໜີໃຫ້ຫ່າງຈາກຄົນທີ່ເວົ້າຫລາຍເກີນໄປ. 20 ຄົນທີ່ດ່າພໍ່ຕີແມ່ກໍຈະຈົບຊີວິດລົງ ດັ່ງຕະກຽງທີ່ມອດໃນຄວາມມືດ. 21 ຊັບສິນຍິ່ງຫາມາໄດ້ງ່າຍສັນໃດ ກໍຍິ່ງໃຫ້ຜົນໜ້ອຍດ້ອຍຄ່າສັນນັ້ນ. 22 ຢ່າສູ່ຕອບແທນຄວາມຊົ່ວດ້ວຍຕົນເອງ ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວຜູ້ທີ່ຈະຈັດການແທນ. 23 ພຣະເຈົ້າຢາເວກຽດຊັງຜູ້ທີ່ໃຊ້ເຄື່ອງຊັ່ງກັບເຄື່ອງແທກບໍ່ສັດຊື່. 24 ພຣະເຈົ້າຢາເວເປັນຜູ້ກຳນົດທາງເດີນຂອງພວກເຮົາ ໃຜແດ່ເຂົ້າໃຈທິດທາງເດີນແຫ່ງຊີວິດຂອງຕົນໄດ້? 25 ຈົ່ງຄິດໃຫ້ຖ້ວນຖີ່ກ່ອນຈຶ່ງສັນຍາຕໍ່ພຣະເຈົ້າວ່າຈະຖວາຍບູຊາ ຕໍ່ມາອາດຈະເສຍໃຈຕາມພາຍຫລັງກໍໄດ້. 26 ກະສັດທີ່ມີປັນຍາຈະຮູ້ວ່າແມ່ນໃຜເຮັດຜິດ ແລະລົງໂທດທັນໂດຍບໍ່ມີຄວາມເມດຕາຈັກດີ້. 27 ພຣະເຈົ້າຢາເວໃຫ້ຈິດໃຈ ແລະຈິດສຳນຶກແກ່ເຮົາ ເຮົາບໍ່ສາມາດປິດບັງຈາກຕົນເອງໄດ້. 28 ກະສັດຈະຄອງອຳນາດຢູ່ໄດ້ ຕາບໃດທີ່ເພິ່ນຍັງປົກຄອງຢ່າງສັດຊື່ແລະເປັນທຳ. 29 ສັກສີຂອງຄົນໜຸ່ມຄືກຳລັງ, ແຕ່ຄວາມສະຫງ່າງາມຂອງຜູ້ເຖົ້າຄືຜົມຫງອກ. 30 ບາງຄົນໄດ້ຮັບປະສົບການອັນເຈັບປວດ ຈຶ່ງເຮັດໃຫ້ຫັນປ່ຽນທິດທາງເດີນ. |
@ 2012 United Bible Societies. All Rights Reserved.