Biblia Todo Logo
Bìoball air-loidhne

- Sanasan -

ສຸພາສິດ 2 - ພຣະຄຳພີສັກສິ


ປັນຍາ​ກັ້ນກາງ​ຄວາມ​ຊົ່ວຊ້າ

1 ລູກ​ເອີຍ ຈົ່ງ​ຮໍ່າຮຽນ​ເອົາ​ສິ່ງ​ທີ່​ພໍ່​ບອກສອນ ແລະ​ຢ່າ​ລືມ​ສິ່ງ​ທີ່​ພໍ່​ບອກ​ໃຫ້​ປະພຶດ.

2 ຈົ່ງ​ໃຊ້​ຫູ​ຟັງ​ສິ່ງ​ທີ່​ມີ​ປັນຍາ ແລະ​ຈົ່ງ​ໃສ່​ໃຈ​ປະຕິບັດ​ຕາມ​ຄວາມ​ເຂົ້າໃຈ​ໃນ​ປັນຍາ​ນັ້ນ.

3 ໃຫ້​ສະແຫວງ​ຫາ​ຄວາມຮູ້ ແລະ​ວິງວອນ​ຂໍ​ຄວາມ​ເຂົ້າໃຈ.

4 ຈົ່ງ​ຊອກຫາ​ປັນຍາ​ດັ່ງ​ເຈົ້າ​ຊອກຫາ​ເງິນ ຫລື​ຂຸມ​ຊັບ​ທີ່​ຖືກ​ເຊື່ອງ​ໄວ້.

5 ຖ້າ​ເຮັດ​ເຊັ່ນ​ນີ້ ເຈົ້າ​ກໍ​ຈະ​ຮູ້ຈັກ​ຄວາມ​ຢຳເກງ​ພຣະເຈົ້າຢາເວ ແລະ​ເຈົ້າ​ຈະ​ບັນລຸ​ຜົນ​ສຳເລັດ​ໃນ​ການ​ຮຽນຮູ້​ເຖິງ​ພຣະເຈົ້າ.

6 ແມ່ນ​ພຣະເຈົ້າຢາເວ​ທີ່​ເປັນ​ຜູ້​ໂຜດ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມ​ເຂົ້າໃຈ​ແມ່ນ​ມາ​ຈາກ​ພຣະອົງ.

7 ພຣະອົງ​ຊົງ​ສະສົມ​ສະຕິປັນຍາ​ໄວ້​ໃຫ້​ຄົນ​ທ່ຽງທຳ ພຣະເຈົ້າ​ຊົງ​ເປັນ​ໂລ້​ໃຫ້​ແກ່​ຜູ້​ທີ່​ດຳເນີນ​ໃນ​ຄວາມສັດຊື່.

8 ພຣະອົງ​ຊົງ​ປົກປ້ອງ​ທາງ​ຂອງ​ຄວາມ​ຍຸດຕິທຳ ແລະ​ເຝົ້າ​ຮັກສາ​ທາງ​ຂອງ​ຄົນ​ທີ່​ເຊື່ອ​ໃນ​ພຣະອົງ.

9 ຖ້າ​ເຈົ້າ​ເຊື່ອຟັງ​ເຮົາ ເຈົ້າ​ກໍ​ຈະ​ຮູ້ຈັກ​ສິ່ງ​ທີ່​ຖືກຕ້ອງ ສິ່ງ​ທີ່​ເປັນທຳ​ແລະ​ສິ່ງ​ທີ່​ດີງາມ, ເຈົ້າ​ຈະ​ເຂົ້າໃຈ​ແນວທາງ​ອັນ​ດີງາມ​ທຸກຢ່າງ.

10 ເຈົ້າ​ຈະ​ກາຍເປັນ​ຄົນມີ​ປັນຍາ ແລະ​ຄວາມຮູ້​ຂອງເຈົ້າ​ກໍ​ຈະ​ໃຫ້​ເຈົ້າ​ມີ​ຄວາມສຸກ​ສະບາຍ​ໃຈ.

11 ຄວາມ​ເຂົ້າໃຈ​ອັນ​ແທ້ຈິງ​ກັບ​ຄວາມ​ສະຫລາດ​ຈະ​ປົກປ້ອງ​ເຈົ້າ

12 ແລະ​ຈະ​ກີດກັ້ນ​ເຈົ້າ​ໄວ້​ບໍ່​ໃຫ້​ປະພຶດ​ຜິດ ສິ່ງ​ເຫຼົ່ານີ້​ຈະ​ຮັກສາ​ເຈົ້າ​ໄວ້​ໃຫ້​ພົ້ນ​ຈາກ​ຄົນ​ທີ່​ມັກ​ສ້າງ​ຄວາມ​ເດືອດຮ້ອນ​ທາງ​ວາຈາ​ຄື:

13 ຄົນ​ທີ່​ໄດ້​ປະຖິ້ມ​ຊີວິດ​ອັນ​ຊອບທຳ ແລະ​ໄປ​ດຳເນີນ​ຊີວິດ​ໃນ​ຄວາມ​ມືດມົນ​ແຫ່ງ​ບາບ,

14 ຄົນ​ທີ່​ພົບ​ຄວາມ​ສະໜຸກ​ໃນ​ທາງ​ປະພຶດ​ຊົ່ວ ແລະ​ຄົນ​ທີ່​ພໍອົກ​ພໍໃຈ​ໃນ​ການ​ຊົ່ວຮ້າຍ​ນັ້ນ,

15 ຄື​ຄົນ​ທີ່​ທັງ​ຊີວິດ​ຂອງ​ເຂົາ​ລ້ວນແຕ່​ຄົດໂກງ​ທັງສິ້ນ.

16 ເຈົ້າ​ຈະ​ສາມາດ​ປ້ອງກັນ​ຕົວ​ໄດ້​ຈາກ​ຍິງ​ຊົ່ວ​ແຜດສະຫຍາ ທີ່​ຊອກຫາ​ລໍ້ລວງ​ເຈົ້າ​ໃຫ້​ເຮັດ​ຜິດ​ດ້ວຍ​ຄຳເວົ້າຈາ​ອັນ​ຮຽບຮ້ອຍ

17 ເປັນ​ຍິງ​ທີ່​ບໍ່​ສັດຊື່​ຕໍ່​ຜົວ​ຄົນ​ທຳອິດ​ຂອງຕົນ ແລະ​ລືມໄລ​ຄຳ​ສາບານ​ອັນ​ສັກສິດ​ທີ່​ຕົນ​ເຄີຍ​ມີ.

18 ຖ້າ​ເຈົ້າ​ໄປ​ບ່ອນ​ນາງ​ຢູ່​ອາໄສ ກໍ​ເທົ່າກັບ​ເຈົ້າ​ໄດ້​ເດີນ​ໄປ​ສູ່​ຄວາມຕາຍ​ເສຍ​ແລ້ວ.

19 ບໍ່ມີ​ໃຜ​ທີ່​ໄປ​ຫາ​ນາງ​ແລ້ວ ເຄີຍ​ກັບຄືນ​ມາ ລາວ​ບໍ່ໄດ້​ຄືນ​ມາ​ສູ່​ຫົນທາງ​ແຫ່ງ​ຊີວິດ​ອີກ​ຈັກເທື່ອ.

20 ສະນັ້ນ ເຈົ້າ​ຈຶ່ງ​ຕ້ອງ​ເອົາ​ແບບຢ່າງ​ຂອງ​ຄົນ​ຜູ້ດີ ແລະ​ດຳເນີນ​ຊີວິດ​ຂອງຕົນ​ຕາມ​ທາງ​ຊອບທຳ.

21 ເພາະ​ຄົນ​ຊອບທຳ​ຈະ​ໄດ້​ຢູ່​ໃນ​ດິນແດນ ແລະ​ຄົນ​ສັດຊື່​ຄົງ​ຢູ່​ໃນ​ນັ້ນ.

22 ແຕ່​ພຣະເຈົ້າ​ຈະ​ຕັດ​ຄົນຊົ່ວຮ້າຍ​ອອກ​ໄປ​ຈາກ​ດິນແດນ ແລະ​ຄົນ​ຄົດໂກງ​ຈະ​ຖືກ​ຖອນຮາກ​ອອກ​ຈາກ​ແຜ່ນດິນ​ນັ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan