ສຸພາສິດ 19 - ພຣະຄຳພີສັກສິ1 ເປັນຄົນທຸກຈົນທີ່ສັດຊື່ກໍດີກວ່າຄົນໂງ່ຈ້າທີ່ກ່າວຄຳຕົວະ. 2 ການກະຕືລືລົ້ນທີ່ຂາດຄວາມຮູ້ບໍ່ເປັນການດີ ການຟ້າວຟັ່ງນຳຄົນໄປສູ່ຄວາມຜິດພາດ. 3 ບາງຄົນເຮັດສິ່ງໂງ່ງ່າວກໍທຳລາຍຕົນເອງ ແລ້ວກໍເປັ່ງສຽງກ່າວຫາພຣະເຈົ້າຢາເວ. 4 ຄົນຮັ່ງມີພົບໝູ່ເພື່ອນໃໝ່ຢູ່ເລື້ອຍໄປ, ແຕ່ຄົນທຸກໄຮ້ສູນເສຍແມ່ນແຕ່ເພື່ອນຄົນດຽວທີ່ຕົນມີຢູ່. 5 ຄົນເວົ້າຕົວະໃນສານກໍຈະຖືກໂທດ ທາງຫລີກລຽງໂທດນັ້ນຈະບໍ່ມີເລີຍ. 6 ທຸກຄົນຊອກເອົາໃຈຄົນສຳຄັນ ດັ່ງທຸກຄົນມັກເປັນໝູ່ກັນກັບຜູ້ທີ່ເອົາຂອງຂວັນໃຫ້. 7 ຄົນຍາກຈົນນັ້ນພີ່ນ້ອງຕ່າງກໍກຽດຊັງ ແລະໝູ່ເພື່ອນຍິ່ງຫັນຫລັງຫລີກໜີໄກຫ່າງ ເຖິງແມ່ນວ່າ ລາວພະຍາຍາມຢ່າງສຸດຂີດ ກໍຈະບໍ່ໄດ້ຜູ້ໃດຜູ້ໜຶ່ງມາເປັນເພື່ອນເລີຍ. 8 ຄິດເຖິງຕົນຈຶ່ງທົນຮຽນເອົາທຸກສິ່ງ ຊີວິດຈະຈະເລີນຍິ່ງ ຖ້ານຳສິ່ງຮຽນຮູ້ໄປປະຕິບັດ. 9 ຜູ້ເວົ້າຕົວະຢູ່ໃນສານກໍພານຫາໂທດ ລາວຈະໜີໂທດບໍ່ມົ້ມຢ່າງແນ່ນອນ. 10 ຄົນໂງ່ຈ້າບໍ່ຄວນດຳເນີນຊີວິດຢ່າງຟຸມເຟືອຍ ຂ້າທາດບໍ່ຄວນປົກຄອງເຈົ້ານາຍ. 11 ຄົນທີ່ມີຈິດສຳນຶກດີກໍຈະຄວບຄຸມອາຣົມຂອງຕົນ ແລະເບິ່ງຂ້າມການທໍລະຍົດໄປເສຍກໍເປັນສັກສີແກ່ເຂົາ. 12 ຄວາມໂກດຮ້າຍຂອງກະສັດເປັນດັ່ງສຽງໂຕສິງແຜດສຽງ, ແຕ່ຄວາມເມດຕາຂອງເພິ່ນກໍເປັນດັ່ງນໍ້າຄ້າງເທິງຫຍ້າອ່ອນ. 13 ລູກໂງ່ຈ້າສາມາດທຳລາຍພໍ່ຂອງຕົນ. ແລະເມຍທີ່ມັກທະເລາະວິວາດ ກໍເປັນເໝືອນນໍ້າຝົນຝອຍຢົດລົງບໍ່ຢຸດ. 14 ເງິນຄຳແລະເຮືອນເປັນມໍຣະດົກຕົກທອດມາຈາກບິດາມານດາ, ແຕ່ວ່າເມຍຜູ້ຮອບຄອບນັ້ນ ແມ່ນຂອງໂຜດໃຫ້ມາຈາກພຣະເຈົ້າຢາເວ. 15 ຄົນຂີ້ຄ້ານນອນນິ້ງຕໍ່ໄປເສີຍ ຄົນບໍ່ເຮັດຫຍັງເລີຍກໍຈະຫິວໂຫຍເປັນແນ່. 16 ຈົ່ງຖືຮັກສາບັນດາກົດບັນຍັດໄວ້ ເພື່ອເຈົ້າຈະໄດ້ມີຊີວິດຍືນຍາວ ຜູ້ທີ່ບໍ່ສົນໃຈກໍຈະເສຍຊີວິດ. 17 ໃຫ້ທານແກ່ຄົນທຸກກໍເທົ່າກັບເອົາໃຫ້ພຣະເຈົ້າຢາເວຢືມ ແລະພຣະອົງຈະຈ່າຍຄືນໃຫ້ແກ່ຜູ້ທີ່ເຮັດເຊັ່ນນັ້ນ. 18 ຈົ່ງແອບສອນລູກຂອງເຈົ້າເມື່ອເຂົາຍັງໜຸ່ມ ຖ້າບໍ່ດັ່ງນັ້ນ ກໍເທົ່າກັບເປັນການສົ່ງເສີມເຂົາໃຫ້ທຳລາຍຕົນເອງ. 19 ປ່ອຍໃຫ້ຄົນໂມໂຫຮັບຜົນກຳທີ່ລາວເຮັດ ເພາະຖ້າເຈົ້າຊ່ວຍລາວເທື່ອໜຶ່ງແລ້ວ ເຈົ້າກໍຈະຊ່ວຍລາວອີກໃນຄັ້ງຕໍ່ໄປ. 20 ຜູ້ທີ່ຟັງຄຳແນະນຳແລະມີໃຈຢາກຮໍ່າຮຽນ ກໍຈະເປັນຄົນມີປັນຍາໃນມື້ໜຶ່ງ. 21 ມະນຸດວາງແຜນໄວ້ຫລາຍໆຢ່າງ, ແຕ່ພຣະປະສົງຂອງພຣະເຈົ້າຢາເວຈະດີເດັ່ນກວ່າ. 22 ເປັນຄົນໂລບມາກກໍເປັນໜ້າອັບອາຍ. ເປັນຄົນທຸກຈົນກໍດີກວ່າເປັນຄົນຂີ້ຕົວະ. 23 ການຢຳເກງພຣະເຈົ້າຢາເວນຳໄປສູ່ຊີວິດ ຄືມີຊີວິດຍືນຍາວ ປາສະຈາກໂພຍໄພ ແລະປອດໄພຈາກການທຳຮ້າຍ. 24 ຄົນຂີ້ຄ້ານໃຊ້ມືຈັບອາຫານ, ແຕ່ບໍ່ມີແຮງພໍຍັດອາຫານໃສ່ປາກ. 25 ເມື່ອຄົນອວດດີໄດ້ຮັບໂທດ ຄົນໂງ່ຈ້າກໍຈະໄດ້ຮັບບົດຮຽນ ເມື່ອຄົນຮູ້ຈັກຄິດຖືກຕຳໜິ ກໍເທົ່າກັບສອນລາວໃຫ້ຮຽນຮູ້. 26 ຄົນທີ່ໄລ່ພໍ່ແມ່ຂອງຕົນໜີຈາກບ້ານ ກໍເປັນຄົນບໍ່ມີຢາງອາຍແລະໄຮ້ກຽດ. 27 ຄົນທີ່ເຊົາຮຽນຮູ້ກໍຈະລະເລີຍຕໍ່ສິ່ງທີ່ຕົນໄດ້ຮຽນຮູ້ມາ. 28 ຄວາມຍຸດຕິທຳຫາຍາກຫາກຕັ້ງໃຈທຳຮ້າຍຄົນ ຄົນຊົ່ວຮັກຣົດຊາດຂອງຄວາມຊົ່ວຊ້າ. 29 ໂທດມີໃຫ້ຄົນອວດດີສັນໃດ ຄົນໂງ່ຈ້າເບົາປັນຍາກໍຈະຖືກຂ້ຽນຕີສັນນັ້ນ. |
@ 2012 United Bible Societies. All Rights Reserved.