ສຸພາສິດ 18 - ພຣະຄຳພີສັກສິ1 ຄົນທີ່ບໍ່ຖືກກັບໝູ່ເພື່ອນກໍສົນໃຈນຳແຕ່ຕົນເອງ ລາວບໍ່ເຫັນດີກັບສິ່ງທີ່ທຸກໆຄົນຮູ້ວ່າຖືກຕ້ອງ. 2 ຄົນໂງ່ຈ້າບໍ່ສົນເຖິງຄວາມເຂົ້າໃຈ ລາວຢາກເຮັດໄປແຕ່ສິ່ງທີ່ສໍ່ໃຫ້ເຫັນວ່າຕົນເປັນຄົນສະຫລາດ. 3 ບາບກັບຄວາມອັບອາຍໄປຄູ່ກັນ ເມື່ອສິ້ນກຽດສັກສີຄວາມປະໝາດກໍເກີດຂຶ້ນແທນທີ່. 4 ຄຳເວົ້າຂອງຄົນອາດເປັນບໍ່ເກີດແຫ່ງປັນຍາ ເລິກດັ່ງມະຫາສະໝຸດແລະສົດໃສດັ່ງສາຍນໍ້າ. 5 ເຂົ້າຂ້າງຄົນຜິດແລະບິດເບືອນຄວາມຍຸດຕິທຳເປັນການບໍ່ຖືກຕ້ອງ. 6 ເມື່ອຄົນໂງ່ຈ້າເລີ່ມຜິດຖຽງກັນ ການຊົກຕ່ອຍກັນກໍມັກເກີດຂຶ້ນ. 7 ເມື່ອຄົນໂງ່ຈ້າລັ່ນປາກກໍກຳລັງທຳລາຍຕົນເອງ ຍ້ອນຕິດກັບດັກໃນຖ້ອຍຄຳທີ່ຕົນເວົ້ານັ້ນ. 8 ການເວົ້າຂວັນນິນທາຄົນເໝືອນອາຫານທີ່ມີຣົດຊາດແຊບ ແລະມັນຊຶມເຂົ້າໄປເຖິງສ່ວນເລິກຂອງຮ່າງກາຍ. 9 ຄົນຂີ້ຄ້ານກໍຊົ່ວຊ້າສໍ່າກັບຄົນທີ່ທຳລາຍໝູ່ເພື່ອນຂອງຕົນເອງ. 10 ພຣະນາມຂອງພຣະເຈົ້າຢາເວເປັນດັ່ງປ້ອມທີ່ເຂັ້ມແຂງ ຄືບ່ອນທີ່ຄົນຊອບທຳໄປຢູ່ຢ່າງປອດໄພໄດ້. 11 ຄົນຮັ່ງມີຄິດເອົາເອງວ່າຊັບສົມບັດປ້ອງກັນຕົນໄດ້ດັ່ງປ້ອມມີກຳແພງປ້ອງກັນເມືອງ. 12 ການອວດດີນັ້ນນຳຄົນໄປສູ່ໄພພິບັດ ການຖ່ອມຕົວນຳຄົນໃຫ້ມີກຽດ. 13 ຟັງກ່ອນຈຶ່ງຕອບ ການຕອບກ່ອນໂດຍບໍ່ຟັງເປັນຄວາມໂງ່ງ່າວແລະຄວາມອັບອາຍ. 14 ຈິດໃຈຂອງຄົນທົນຕໍ່ຄວາມເຈັບປ່ວຍໄດ້, ແຕ່ຜູ້ທີ່ມີຈິດໃຈຊອກຊໍ້າຈະທົນໄດ້ຢ່າງໃດ? 15 ຄົນສະຫລາດຢາກຮໍ່າຮຽນສຶກສາ ໂດຍຕັ້ງໃຈຫາຄວາມຮູ້ໃສ່ຕົວໄວ້. 16 ມີຂອງຂວັນໄປພ້ອມໄຂປ່ອງທາງສູ່ທຸກຢ່າງ ຄົນສຳຄັນກໍເຂົ້າພົບໄດ້ຢ່າງແສນງ່າຍດາຍ. 17 ຄົນທຳອິດທີ່ເວົ້າໃນສານເບິ່ງຄືເປັນຜູ້ຖືກຕ້ອງ ຈົນກວ່າຄູ່ແຂ່ງໂຕ້ແຍ້ງລາວຄືນ. 18 ຖ້າວ່າສອງຄົນມີອຳນາດໂຕ້ຖຽງກັນໃນສານ ຈົ່ງລະງັບເຫດການໂດຍການໃຊ້ສະຫລາກ. 19 ຄວາມຊ່ວຍເຫລືອຂອງອ້າຍເອື້ອຍນ້ອງ ກໍສໍ່າກັບກຳແພງເມືອງທີ່ເຂັ້ມແຂງ, ແຕ່ການຜິດຖຽງກັນ ກໍສໍ່າກັບເຫລັກໄລປະຕູອັດຕັນຕົນໄວ້. 20 ຄົນຊ່າງເວົ້າກໍສາມາດຫາລ້ຽງທ້ອງຂອງຕົນ ຄຳປາກຂອງຄົນພາໃຫ້ຕົນອີ່ມທ້ອງ. 21 ຄຳປາກຊີ້ຂາດຊີວິດວ່າຈະຢູ່ຫລືຕາຍ ຄົນປາກບອນກໍຮັບກຳຍ້ອນຄຳປາກ. 22 ຜູ້ທີ່ມີເມຍກໍພົບຂອງມີຄ່າ ເປັນການສະແດງວ່າພຣະເຈົ້າຢາເວດີຕໍ່ຕົນ. 23 ຄົນທຸກຈົນອ້ອນວອນຂໍຄວາມເມດຕາ, ແຕ່ຄົນຮັ່ງມີຕອບຄືນມາຢ່າງຫຍາບຊ້າ. 24 ເພື່ອນບາງຄົນນຳຄວາມຈິບຫາຍມາໃຫ້, ແຕ່ໝູ່ເພື່ອນບາງຄົນສັດຊື່ກວ່າອ້າຍເອື້ອຍນ້ອງ. |
@ 2012 United Bible Societies. All Rights Reserved.