ສຸພາສິດ 17 - ພຣະຄຳພີສັກສິ1 ກິນເຂົ້າແຫ້ງຢ່າງສະຫງົບສຸກໃນບ້ານ ກໍດີກວ່າກິນລ້ຽງໃນງານທີ່ມີຄວາມວຸ້ນວາຍ. 2 ຄົນຮັບໃຊ້ຜູ້ສະຫລາດມີສິດເໜືອລູກທີ່ໄຮ້ຄ່າຂອງນາຍ ແລະທັງຮັບສ່ວນແບ່ງແຫ່ງມູນມໍຣະດົກຢູ່ໃນຄອບຄົວດ້ວຍ. 3 ເງິນຄຳຖືກທົດລອງດ້ວຍໄຟສັນໃດ ໃຈມະນຸດກໍຖືກພຣະເຈົ້າຢາເວລອງເບິ່ງສັນນັ້ນ. 4 ຄົນຊົ່ວຊ້າມັກຟັງຄວາມຄິດທີ່ຊົ່ວໆ ແລະຄົນຂີ້ຕົວະກໍມັກຟັງເລື່ອງທີ່ຕົວະຕົ້ມ. 5 ຜູ້ທີ່ຫົວຂວັນຄົນທຸກ ກໍໝິ່ນປະໝາດພຣະເຈົ້າຜູ້ສ້າງເຂົາມາ ຜູ້ທີ່ຊໍ້າຕື່ມຄົນໄດ້ຮັບເຄາະກຳກໍຈະໄດ້ຮັບໂທດ. 6 ພໍ່ເຖົ້າແມ່ເຖົ້າພູມໃຈໃນລູກຫລານຂອງຕົນ ດັ່ງພວກລູກທີ່ພູມໃຈໃນຕົວຜູ້ເປັນພໍ່ແມ່. 7 ຄົນທີ່ໜ້ານັບຖືເວົ້າຕົວະບໍ່ໄດ້ສັນໃດ ຄົນໂງ່ຈ້າກໍເວົ້າບໍ່ເປັນຕາຟັງສັນນັ້ນ. 8 ບາງຄົນຄິດວ່າສິນບົນເປັນດັ່ງອຳນາດວິເສດ ເຂົາເຊື່ອວ່າມັນເຮັດໄດ້ທຸກສິ່ງ. 9 ລືມໄລຄວາມຜິດພາດແມ່ນອູ້ມຊູຄວາມເປັນມິດ ເວົ້າແຕ່ຄວາມເກົ່າຢູ່ເລື້ອຍພາໃຫ້ເກີດຜິດຖຽງກັນ. 10 ຄຳຕິຕຽນຄັ້ງດຽວເກີດປະໂຫຍດແກ່ຄົນມີປັນຍາ ຫລາຍກວ່າຄົນໂງ່ຈ້າຖືກຂ້ຽນຕີເຖິງຮ້ອຍບາດ. 11 ຄົນຊົ່ວຮ້າຍຫາເຫດແຕ່ທຳລາຍສັນໃດ ຄວາມຕາຍຈະມາເຖິງເຂົາດັ່ງຄົນນຳຂ່າວບໍ່ດີມາບອກສັນນັ້ນ. 12 ພົບໝີແມ່ທີ່ລູກນ້ອຍຖືກລັກໄປ ກໍດີກວ່າພົບຄົນໂງ່ຈ້າທີ່ອັບປັນຍາ. 13 ຄວາມລຳບາກຈະບໍ່ຫວິດຈາກເຮືອນໄປໄດ້ ສຳລັບຜູ້ທີ່ເຮັດຄວາມຊົ່ວຕອບແທນຄວາມດີ. 14 ເລີ່ມຜິດຖຽງກັນກໍສໍ່າກັບເຂື່ອນເລີ່ມແຕກ ຢຸດຕິເລື່ອງລາວກ່ອນເກີດການຜິດຖຽງກັນ. 15 ສອງສິ່ງທີ່ພຣະເຈົ້າຢາເວກຽດຊັງສໍ່າກັນ ຄືກ່າວໂທດໃສ່ຜູ້ບໍ່ມີຄວາມຜິດ ແລະປ່ອຍຄົນຜິດໃຫ້ໜີໄປໂດຍບໍ່ໄດ້ຮັບໂທດ. 16 ເປັນຫຍັງຄົນໂງ່ຈ້າຈຶ່ງມີເງິນໃນມືເພື່ອຊື້ປັນຍາ ໃນເມື່ອເຂົາບໍ່ມີໃຈຢາກໄດ້. 17 ເພື່ອນມິດສະແດງຄວາມຮັກຕໍ່ກັນຢູ່ທຸກເວລາ ເປັນອ້າຍເອື້ອຍນ້ອງກັນຕ້ອງແບ່ງປັນຄວາມສຸກທຸກ. 18 ຄົນທີ່ໄຮ້ສະຕິເທົ່ານັ້ນ ທີ່ຍອມປະກັນໃຊ້ໜີ້ໃຫ້ຄົນອື່ນ. 19 ຄົນທີ່ມັກເລື່ອງກໍຫາເຫດໃສ່ຕົນເອງ ຄົນຂີ້ສະຫາວ ກໍກ້າວໄປສູ່ຄວາມພິນາດ. 20 ຄົນທີ່ຄິດຊົ່ວແລະເວົ້າຊົ່ວບໍ່ຫ່ອນພົບສິ່ງທີ່ດີ ນອກຈາກໄພພິບັດຈະມາຊໍ້າຕື່ມເທົ່ານັ້ນ. 21 ພໍ່ທີ່ມີລູກເຮັດໃນສິ່ງທີ່ຊົ່ວຊ້າ ກໍພາໃຫ້ຕົນຮັບແຕ່ຄວາມໂສກເສົ້າລະທົມໃຈ. 22 ຄວາມຊື່ນບານໃຈພາໃຫ້ມີສຸຂະພາບດີ ຄວາມໂສກເສົ້າເຮັດໃຫ້ຊີວິດຄ່ອຍໆດັບໄປ. 23 ຜູ້ຕັດສິນຂີ້ໂກງຍ່ອມຮັບສິນບົນ ຈຶ່ງໃຊ້ໜ້າທີ່ຂອງຕົນບິດເບືອນຄວາມຍຸດຕິທຳ. 24 ຄົນທີ່ມີປັນຍາແນເປົ້າໝາຍໃສ່ການກະທຳທີ່ມີປັນຍາ ແຕ່ຄົນໂງ່ຈ້າເຮັດໄປຢ່າງບໍ່ມີຈຸດໝາຍ. 25 ລູກໂງ່ຈ້າເຮັດໃຫ້ພໍ່ທຸກໃຈແລະເຮັດໃຫ້ແມ່ເສຍໃຈຢ່າງຂົມຂື່ນ. 26 ຄົນດີຖືກລົງໂທດ ເພາະຄວາມຍຸດຕິທຳຖືກບິດເບືອນ, ຄົນບໍ່ມີຄວາມຜິດຖືກປັບໄໝ ແມ່ນບໍ່ເປັນການຖືກຕ້ອງ. 27 ຄົນທີ່ເຊື່ອໝັ້ນໃນຕົນເອງເປັນຄົນບໍ່ມັກເວົ້າຫລາຍ ຄົນທີ່ທຸ່ນທ່ຽງກໍເປັນຜູ້ຮູ້ແຈ້ງເຫັນຈິງ. 28 ຄັນຄົນໂງ່ຈ້າທີ່ມິດງຽບຢູ່ ກໍນັບວ່າລາວເປັນຜູ້ມີປັນຍາ ເມື່ອລາວງັບປາກໄວ້ກໍຖືວ່າລາວມີຄວາມຄິດ. |
@ 2012 United Bible Societies. All Rights Reserved.