Biblia Todo Logo
Bìoball air-loidhne

- Sanasan -

ສຸພາສິດ 16 - ພຣະຄຳພີສັກສິ


ພຣະເຈົ້າຢາເວ​ໃນ​ຊີວິດ​ປະຈຳວັນ

1 ມະນຸດ​ເປັນ​ຜູ້​ວາງແຜນ, ແຕ່​ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ຄຳ​ຊີ້ຂາດ.

2 ມະນຸດ​ຄິດ​ວ່າ​ຕົນ​ເຮັດ​ທຸກສິ່ງ​ຖືກຕ້ອງ, ແຕ່​ພຣະເຈົ້າຢາເວ​ຢັ່ງຮູ້​ພາຍໃນ​ຈິດໃຈ.

3 ຈົ່ງ​ມອບ​ແຜນການ​ທັງສິ້ນ​ໄວ້​ກັບ​ພຣະເຈົ້າຢາເວ ແລະ​ທຸກສິ່ງ​ກໍ​ຈະ​ສຳເລັດຜົນ.

4 ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ກໍ​ມີ​ເປົ້າໝາຍ​ແນ່ນອນ ແລະ​ຊາຕາກຳ​ຂອງ​ຄົນ​ອະທຳ​ກໍ​ຄື​ຄວາມພິນາດ.

5 ພຣະເຈົ້າຢາເວ​ກຽດຊັງ​ທຸກຄົນ​ທີ່​ເວົ້າ​ຄຳ​ຫຍາບຊ້າ​ຈອງຫອງ, ໂທດກຳ​ຈະ​ຕ້ອງ​ມາ​ເຖິງ​ພວກເຂົາ​ຢ່າງ​ແນ່ແທ້.

6 ຈົ່ງ​ສັດຊື່​ແລະ​ທ່ຽງທຳ​ແລະ​ພຣະເຈົ້າ​ກໍ​ຈະ​ຍົກ​ບາບ​ໃຫ້, ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ແລະ​ສິ່ງ​ຊົ່ວຮ້າຍ​ຈະ​ບໍ່​ມາ​ຖືກ​ເຈົ້າ.

7 ເມື່ອ​ເຈົ້າ​ເຮັດ​ໃຫ້​ພຣະເຈົ້າຢາເວ​ພໍໃຈ​ເຈົ້າ​ກໍ​ເຮັດ​ໃຫ້ ສັດຕູ​ກາຍເປັນ​ມິດ.

8 ມີ​ລາຍໄດ້​ໜ້ອຍ​ທີ່​ໄດ້​ມາ​ດ້ວຍ​ຄວາມສັດຊື່ ກໍ​ດີກວ່າ​ມີ​ລາຍໄດ້​ຫລາຍ​ທີ່​ໄດ້​ມາ​ດ້ວຍ​ການ​ສໍ້ໂກງ.

9 ມະນຸດ​ວາງ​ແຜນການ, ແຕ່​ພຣະເຈົ້າຢາເວ​ປະທານ​ຄວາມ​ສຳເລັດ​ໃຫ້.


ວ່າ​ດ້ວຍ​ກະສັດ

10 ກະສັດ​ເວົ້າ​ດ້ວຍ​ອຳນາດ​ທີ່​ມາ​ຈາກ​ພຣະເຈົ້າ ເພິ່ນ​ຈຶ່ງ​ຕັດສິນໃຈ​ຖືກຕ້ອງ​ເລື້ອຍໆ.

11 ພຣະເຈົ້າຢາເວ​ຢາກ​ໃຫ້​ຕາຊິງ​ກັບ​ການ​ວັດແທກ​ຖືກຕ້ອງ​ແລະ​ການ​ຄ້າຂາຍ​ເປັນທຳ.

12 ບັນດາ​ກະສັດ​ບໍ່​ຫ່ອນ​ທົນ​ຕໍ່​ຄວາມ​ຊົ່ວຊ້າ ເພາະວ່າ​ຄວາມ​ຍຸດຕິທຳ​ພາ​ໃຫ້​ການ​ປົກຄອງ​ປະເທດ​ເຂັ້ມແຂງ.

13 ກະສັດ​ຢາກ​ໄດ້ຍິນ​ສົບປາກ​ທີ່​ເວົ້າ​ຄວາມຈິງ ແລະ​ເພິ່ນ​ຍິ່ງ​ພໍໃຈ​ນຳ​ຜູ້​ເວົ້າ​ເຊັ່ນນັ້ນ.

14 ຄົນມີ​ປັນຍາ​ຍ່ອມ​ເຮັດ​ໃຫ້​ກະສັດ​ມີ​ຄວາມສຸກ ຖ້າ​ກະສັດ​ເກີດ​ໂມໂຫ​ກໍ​ເຮັດ​ໃຫ້​ບາງຄົນ​ຕ້ອງ​ເສຍ​ຊີວິດ.

15 ຮອຍຍິ້ມ​ຂອງ​ກະສັດ​ເປັນ​ສັນຍານ​ແຫ່ງ​ຊີວິດ ແລະ​ຄຸນງາມ​ຄວາມດີ​ຂອງ​ເພິ່ນ​ເປັນ​ດັ່ງ​ເມກ​ທີ່​ນຳ​ຝົນ​ປາຍ​ລະດູ​ມາ.


ຊີວິດ​ຝ່າຍ​ສັງຄົມ​ແລະ​ສິນທຳ

16 ມີ​ປັນຍາ​ແລະ​ຄວາມຮູ້ ກໍ​ດີກວ່າ​ມີ​ເງິນຄຳ​ຕັ້ງ​ຫລວງຫລາຍ.

17 ຄົນດີ​ຜີກ​ໜີ​ຈາກ​ທາງຊົ່ວ​ໄດ້​ສັນໃດ ຜູ້​ທີ່​ເຝົ້າ​ລະວັງ​ທາງເດີນ​ກໍ​ຊ່ວຍ​ຊີວິດ​ຂອງຕົນ​ໄດ້​ສັນນັ້ນ.

18 ຄວາມ​ອວດຕົວ​ຈອງຫອງ​ນຳ​ໄປ​ສູ່​ການທຳລາຍ ແລະ​ຄຳເວົ້າ​ຫຍາບຊ້າ​ກໍ​ນຳ​ໄປ​ສູ່​ການ​ຫຼົ້ມຈົມ.

19 ຖ່ອມໃຈ​ຢູ່​ກັບ​ຄົນ​ທຸກໄຮ້ ກໍ​ດີກວ່າ​ເປັນ​ຫຸ້ນສ່ວນ​ໃນ​ສິ່ງຂອງ​ຂອງ​ຄົນ​ອວດດີ​ປຸ້ນ​ມາ.

20 ຈົ່ງ​ເອົາໃຈໃສ່​ເຮັດ​ຕາມ​ຄຳ​ບອກສອນ ແລະ​ເຈົ້າ​ຈະ​ສຳເລັດຜົນ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ແລະ​ເຈົ້າ​ຈະ​ມີ​ຄວາມສຸກ.

21 ຜູ້​ທີ່​ເຂົ້າໃຈ​ດີ​ກໍ​ເປັນ​ຄົນ​ມີ​ປັນຍາ ຄຳເວົ້າ​ອັນ​ໜ້າຮັກ​ກໍ​ຊະນະ​ໃຈ​ຄົນ.

22 ສຳລັບ​ຄົນ​ມີ​ປັນຍາ​ນັ້ນ ປັນຍາ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ, ແຕ່​ການ​ສອນ​ຄົນໂງ່ຈ້າ​ນັ້ນ ເປັນການ​ເສຍ​ເວລາ.

23 ຄົນສະຫລາດ​ຄິດ​ກ່ອນ​ຈຶ່ງ​ເວົ້າ ແລ້ວ​ຄຳເວົ້າ​ເຮັດ​ໃຫ້​ເກີດ​ການ​ເຊື່ອຖື.

24 ຄຳເວົ້າ​ດີ​ເປັນ​ດັ່ງ​ນໍ້າເຜິ້ງ​ຄື​ຫວານຊື່ນ ແລະ​ຊ່ວຍຊູ​ສຸຂະພາບ​ຂອງເຈົ້າ​ໃຫ້​ເຂັ້ມແຂງ.

25 ທາງ​ທີ່​ມະນຸດ​ຄິດວ່າ​ຖືກຕ້ອງ ອາດ​ນຳ​ໄປ​ສູ່​ຄວາມຕາຍ.

26 ຄວາມຫິວ​ເຮັດ​ໃຫ້​ຄົນງານ​ດຸໝັ່ນ ເພາະ​ຄວາມ​ຕ້ອງການ​ຕອບ​ສະໜອງ​ຄວາມຫິວ​ນັ້ນ.

27 ຄົນ​ຊົ່ວຮ້າຍ​ແຈກຈ່າຍ​ແນວ​ບໍ່​ດີ ລີ້ນ​ລາວ​ເປັນ​ດັ່ງ​ໄຟ​ທີ່​ລຸກ​ໄໝ້​ດ້ວຍ​ຄຳເວົ້າ​ອັນ​ຊົ່ວຊ້າ.

28 ຄົນ​ເລ້ຫລ່ຽມ​ກໍ່​ໃຫ້​ເກີດ​ການ​ຜິດຖຽງກັນ ຄົນ​ມັກ​ເວົ້າ​ຂວັນ​ນິນທາ​ທຳລາຍ​ມິດຕະພາບ.

29 ຄົນ​ທີ່​ໃຊ້​ຄວາມ​ຮຸນແຮງ​ຫລອກລວງ​ໝູ່ເພື່ອນ ແລະ​ນຳ​ເຂົາເຈົ້າ​ໄປ​ສູ່​ຄວາມ​ຈິບຫາຍ.

30 ຄົນ​ທີ່​ຂະຫຍິບ​ຕາ​ຍິ້ມແຍ້ມ​ໃຫ້​ຄ່ອຍ​ລະວັງ​ເອົາ ໃຈ​ເຂົາ​ຄິດ​ຮ້າຍ​ໝາຍແຕ່​ທຳລາຍ​ຄົນ.

31 ຊີວິດ​ທີ່​ຍືນໝັ້ນ​ເປັນ​ບຳເໜັດ​ຂອງ​ຜູ້​ຊອບທຳ ຜົມ​ຫງອກ​ເປັນ​ມົງກຸດ​ອັນ​ມີ​ສະຫງ່າຣາສີ.

32 ມີ​ຄວາມ​ອົດທົນ​ກໍ​ດີກວ່າ​ມີ​ອຳນາດ ຄວບຄຸມ​ຕົນເອງ​ໄດ້​ກໍ​ດີກວ່າ​ຄວບຄຸມ​ເມືອງ​ທັງໝົດ.

33 ມະນຸດ​ໃຊ້​ສະຫລາກ​ຢາກ​ຮູ້​ພຣະປະສົງ, ແຕ່​ແມ່ນ​ພຣະເຈົ້າຢາເວ​ເອງ​ທີ່​ເປັນ​ຜູ້​ໃຫ້​ຄຳ​ຊີ້ຂາດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan