ສຸພາສິດ 15 - ພຣະຄຳພີສັກສິ1 ຄຳຕອບອັນອ່ອນຫວານລະງັບຄວາມໂກດໄວ້, ແຕ່ຄຳເວົ້າຫຍາບຊ້າຍົວະໃຫ້ໂມໂຫ. 2 ສົບປາກຂອງຄົນມີປັນຍາແຈກຈ່າຍຄວາມຮູ້ທີ່ຈັບໃຈ, ແຕ່ປາກຂອງຄົນໂງ່ຈ້າພັດເຜີຍຄວາມໂງ່ງ່າວຂອງຕົນອອກມາ. 3 ທຸກເຫດການທີ່ເກີດຂຶ້ນພຣະເຈົ້າຢາເວຮູ້ເຫັນ ພຣະອົງເປັນຜູ້ເຝົ້າເບິ່ງທັງຄົນດີແລະຄົນຊົ່ວດ້ວຍ. 4 ລີ້ນທີ່ອ່ອນສຸພາບເປັນຕົ້ນໄມ້ແຫ່ງຊີວິດ, ແຕ່ຄຳເວົ້າຈາທີ່ຫຍາບຄາຍເຮັດໃຫ້ຈິດໃຈຊອກຊໍ້າ. 5 ຄົນໂງ່ຈ້າປະໝາດຄຳພໍ່ບອກສອນ, ແຕ່ຄົນມີປັນຍາຮັບເອົາໄປປະຕິບັດພ້ອມ. 6 ເມື່ອຕົກທີ່ລຳບາກຄົນຊົ່ວສູນສິ້ນຊັບສົມບັດ, ແຕ່ຄົນຊອບທຳຮັກສາຊັບສົມບັດໄວ້ໄດ້. 7 ສົບປາກຂອງຄົນມີປັນຍາກະຈາຍຄວາມຮູ້, ແຕ່ຄົນໂງ່ຈ້າບໍ່ເປັນເຊັ່ນນັ້ນ. 8 ຄົນທ່ຽງທຳພາວັນນາອະທິຖານພຣະເຈົ້າຢາເວຕອບ, ແຕ່ເຄື່ອງຖວາຍບູຊາຂອງຄົນຊົ່ວຊ້າພຣະອົງກຽດຊັງ. 9 ຄວາມປະພຶດຂອງຄົນຊົ່ວຊ້າພຣະເຈົ້າຢາເວກຽດຊັງ, ແຕ່ພຣະອົງຮັກແພງຜູ້ທີ່ປະພຶດຖືກຕ້ອງ. 10 ຜູ້ທີ່ປະຖິ້ມທາງດີຍ່ອມມີໂທດໜັກ, ແຕ່ຜູ້ທີ່ບໍ່ຍອມຮັບຄຳແອບສອນຍ່ອມສູນເສຍຊີວິດ. 11 ພຣະເຈົ້າຢາເວຮູ້ທຸກສິ່ງທີ່ເກີດຂຶ້ນໃນແດນມໍຣະນາ ມະນຸດຄິດຫຍັງພຣະອົງກໍຮູ້. 12 ຄົນໂອຫັງກຽດຊັງການແອບສອນ ພວກເຂົາຈະບໍ່ຂໍຄຳແນະນຳຈາກຄົນມີປັນຍາຈັກເທື່ອ. 13 ຄວາມສຸກເຮັດໃຫ້ໃບໜ້າສົດຊື່ນ, ແຕ່ຄວາມທຸກເຮັດໃຫ້ໃບໜ້າໝົ່ນໝອງ. 14 ຄົນສະຫລາດຮູ້ຢາກຮໍ່າຢາກຮຽນ, ແຕ່ຄົນເບົາປັນຍາພໍໃຈໃນຄວາມໂງ່ຈ້າ. 15 ຄົນທຸກລຳບາກດີ້ນຮົນເປັນປະຈຳ, ແຕ່ຄົນທີ່ຈິດໃຈເປັນສຸກກໍຊື່ນໃຈໄປເລື້ອຍໆ. 16 ເປັນຄົນທຸກຢຳເກງພຣະເຈົ້າຢາເວ ກໍດີກວ່າເປັນຄົນຮັ່ງມີທີ່ເດືອດຮ້ອນ. 17 ກິນຜັກເປັນອາຫານກັບຄົນທີ່ຕົນຮັກ ກໍດີກວ່າກິນຊີ້ນໃນທີ່ມີຄວາມກຽດຊັງ. 18 ຄົນໃຈຮ້ອນເຮັດໃຫ້ເກີດຜິດຖຽງກັນ, ແຕ່ຄວາມອົດທົນພາກພຽນນຳເອົາສັນຕິສຸກມາໃຫ້. 19 ຄົນຂີ້ຄ້ານພົບຄວາມລຳບາກທຸກທາງ, ແຕ່ຄົນສັດຊື່ກໍຫວິດພົ້ນຄວາມເດືອດຮ້ອນ. 20 ລູກທີ່ມີປັນຍາເຮັດໃຫ້ພໍ່ມີຄວາມສຸກ ລູກທີ່ໂງ່ຈ້າເບົາປັນຍາເຮັດໃຫ້ແມ່ຖືກໝິ່ນປະໝາດ. 21 ຄົນໂງ່ຈ້າລ່າເລີງໃນຄວາມໂງ່ງ່າວຂອງຕົນ, ແຕ່ຄົນມີປັນຍາຈະເຮັດໃນສິ່ງທີ່ຖືກຕ້ອງ. 22 ມີທີ່ປຶກສາຫລາຍຄົນ ແຜນການກໍສຳເລັດ ປາສະຈາກທີ່ປຶກສາແລ້ວ ແຜນການກໍຫລົ້ມເຫລວ. 23 ຮູ້ຈັກໃຊ້ຄຳເວົ້າທີ່ຖືກກາລະເທສະ ພາໃຫ້ເກີດຄວາມຊົມຊື່ນຍິນດີ. 24 ຄົນມີປັນຍາເດີນທາງຂຶ້ນໄປສູ່ຊີວິດ ລາວຫລີກເວັ້ນທາງລົງໄປສູ່ຄວາມຕາຍ. 25 ພຣະເຈົ້າຢາເວຈະທຳລາຍເຮືອນຂອງຄົນອວດດີ, ແຕ່ພຣະອົງຈະຄຸ້ມຄອງທີ່ດິນຂອງຍິງໝ້າຍ. 26 ພຣະເຈົ້າຢາເວຊັງຄວາມຄິດຊົ່ວ, ແຕ່ພຣະອົງເຫັນຊອບນຳຖ້ອຍຄຳທີ່ມີໃຈໄມຕີ. 27 ຄົນທີ່ຫາກຳໄລໃນທາງລັດ ກໍນຳຄວາມລຳບາກມາສູ່ຄອບຄົວ ຄົນທີ່ບໍ່ຮັບສິນຈ້າງລາງວັນ ກໍຈະຊື່ນຊົມຍິນດີກັບຊີວິດອັນຍືນໝັ້ນ. 28 ຄົນດີນັ້ນຄິດກ່ອນຈຶ່ງຕອບ, ແຕ່ຄົນຊົ່ວນັ້ນຕອບໄປໂລດ ຈຶ່ງນຳຄວາມເດືອດຮ້ອນມາສູ່ຕົນ. 29 ພຣະເຈົ້າຢາເວຊົງຮັບຟັງຄຳພາວັນນາອະທິຖານຂອງຄົນຊອບທຳ, ແຕ່ພຣະອົງບໍ່ສົນໃຈນຳຄົນຊົ່ວ. 30 ໜ້າຕາຍິ້ມແຍ້ມເຮັດໃຫ້ມີຄວາມສຸກ ແລະຂ່າວດີເຮັດໃຫ້ມີຈິດໃຈສະບາຍຂຶ້ນ. 31 ຄົນມີປັນຍາເອົາໃຈໃສ່ເມື່ອຕົນຖືກແອບສອນ. 32 ຜູ້ທີ່ບໍ່ຍອມຮັບການແອບສອນກໍເຮັດໃຫ້ຕົນເຈັບປວດ, ແຕ່ຜູ້ທີ່ຍອມຮັບການແອບສອນກໍຊ່ວຍຕົນໃຫ້ເປັນຄົນສະຫລາດຂຶ້ນ. 33 ການຢຳເກງພຣະເຈົ້າຢາເວເປັນການຮຽນຮູ້ໃນຕົວ, ຄົນທີ່ຖ່ອມຕົວລົງກໍໄດ້ຮັບກຽດ. |
@ 2012 United Bible Societies. All Rights Reserved.