ສຸພາສິດ 14 - ພຣະຄຳພີສັກສິ1 ຍິງທີ່ມີປັນຍາສ້າງເຮືອນຂອງຕົນຂຶ້ນ, ແຕ່ຍິງທີ່ໂງ່ຈ້າທຳລາຍເຮືອນຂອງຕົນລົງ. 2 ຜູ້ທີ່ສັດຊື່ກໍຊີ້ໃຫ້ເຫັນຄວາມຢຳເກງພຣະເຈົ້າຢາເວ, ແຕ່ຜູ້ທີ່ບໍ່ສັດຊື່ກໍດູໝິ່ນປະໝາດພຣະອົງ. 3 ຄົນໂງ່ຈ້າເວົ້າສໍ່ໃຫ້ເຫັນຄວາມຈອງຫອງ, ແຕ່ຄຳເວົ້າຂອງຄົນມີປັນຍາຄຸ້ມຄອງຕົນໄວ້. 4 ບໍ່ມີຄວາຍໄຖນາ ເລົ້າເຂົ້າກໍຫວ່າງເປົ່າ, ມີເຂົ້າເຕັມເລົ້າ ເພາະມີຄວາຍໄຖນາ. 5 ພະຍານທີ່ເຊື່ອຖືໄດ້ ກໍເວົ້າແຕ່ຄວາມຈິງ, ແຕ່ພະຍານທີ່ເຊື່ອຖືບໍ່ໄດ້ ກໍຕົວະຢູ່ຕະຫລອດ. 6 ຄົນຫລອກລວງບໍ່ມີປັນຍາໄດ້ຈັກເທື່ອ, ແຕ່ຄົນສະຫລາດຮຽນຮູ້ໄດ້ໄວ. 7 ໃຫ້ຜີກໜີຈາກຄົນໂງ່ຈ້າ ເພາະວ່າເຂົາບໍ່ມີຄວາມຮູ້ສິດສອນເຈົ້າເລີຍ. 8 ປັນຍາຂອງຄົນຮອບຄອບແມ່ນເຂົ້າໃຈທາງເດີນຂອງຕົນ, ແຕ່ຄວາມໂງ່ຈ້າຂອງຄົນເບົາປັນຍາ ຄິດເອົາເອງວ່າຕົນຮູ້ຈັກທຸກຢ່າງ. 9 ຄົນໂງ່ຈ້າບໍ່ຫົວຊານຳບາບຂອງຕົນ, ແຕ່ຄົນຊອບທຳຢາກຫວິດກຳມົ້ມໂທດ. 10 ໃຈຄົນຮູ້ເຖິງຄວາມຍິນດີແລະຄວາມຂົມຂື່ນຂອງຕົນ ບໍ່ມີຜູ້ໃດສາມາດແບ່ງປັນກັນໄດ້. 11 ເຮືອນຄົນຊົ່ວນຳໄປສູ່ຄວາມຈິບຫາຍ, ແຕ່ເຮືອນຄົນດີຈະຮັ່ງມີເປັນດີຂຶ້ນ. 12 ສິ່ງທີ່ມະນຸດຄິດວ່າຖືກຕ້ອງ ອາດເປັນທາງນຳໄປສູ່ຄວາມຕາຍ. 13 ຄົນທີ່ຫົວເລາະ ອາດເຊື່ອງຊ້ອນຄວາມທຸກໃຈໄວ້ກໍມີ, ເມື່ອຄວາມສຸກໄດ້ຈາກໄປ ຄວາມທຸກໃຈກໍເຂົ້າມາແທນທີ່. 14 ຄົນຊົ່ວຈະໄດ້ຮັບຜົນກຳຊົ່ວນຳສະໜອງ ຄົນດີຈະມີບຳເໜັດຍ້ອນການດີທີ່ຕົນເຮັດນັ້ນ. 15 ຄົນມີປັນຍາຄິດກ່ອນຈຶ່ງກ້າວອອກໄປ, ແຕ່ຄົນໂງ່ຈ້າເຊື່ອທຸກສິ່ງທີ່ຕົນໄດ້ຍິນ. 16 ຄົນມີປັນຍາລະວັງຕົນໃຫ້ພົ້ນຄວາມເດືອດຮ້ອນ, ແຕ່ຄົນໂງ່ຈ້າຂາດຄວາມຢັບຢັ້ງຈຶ່ງລົງມືເຮັດໄປຢ່າງວ່ອງໄວ. 17 ຄົນໃຈຮ້ອນເຮັດສິ່ງທີ່ໂງ່ຈ້າໃຫ້ເຫັນ ແລະຄົນທີ່ມີເລ່ຫລ່ຽມກໍເປັນໜ້າກຽດຊັງ. 18 ຄົນເງີກງາກໄດ້ຄວາມໂງ່ງ່າວເປັນລາງວັນ, ແຕ່ຄົນຫລັກແຫລມໄດ້ຄວາມຮູ້ເປັນລາງວັນ. 19 ຄົນຊົ່ວຈະຕ້ອງກົ້ມຂາບຄົນຊອບທຳ ແລະຂໍຄວາມເຫັນໃຈຢ່າງນົບນ້ອມ. 20 ຄົນທຸກນັ້ນແມ່ນແຕ່ເພື່ອນບ້ານກໍຍັງກຽດຊັງ, ແຕ່ຄົນຮັ່ງມີພັດມີເພື່ອນຝູງຈົນນັບບໍ່ຖ້ວນ. 21 ຄວາມສຸກເປັນຂອງຜູ້ທີ່ເຮັດດີກັບຄົນຍາກຈົນ ການປະໝາດຄົນເປັນບາບຊະນິດໜຶ່ງ. 22 ຜູ້ທີ່ເຮັດດີຍ່ອມມີຄົນນັບຖືແລະວາງໃຈເຊື່ອ, ແຕ່ຜູ້ທີ່ເຮັດຊົ່ວພາຕົວສູນເສຍໄປ. 23 ຄົນມັກເຮັດວຽກຈະມີຢູ່ມີກິນ, ແຕ່ຄົນມັກນັ່ງຫລິ້ນຄຸຍກັນຈະທຸກລຳບາກ. 24 ຄວາມຮັ່ງມີເປັນລາງວັນຂອງຄົນມີປັນຍາ, ແຕ່ຄວາມໂງ່ຈ້າກໍເປັນຂອງຄົນໂງ່ຈ້າຕໍ່ໄປ. 25 ພະຍານທີ່ເວົ້າຄວາມຈິງກໍຊ່ວຍຊີວິດໃຫ້ພົ້ນ, ແຕ່ພະຍານເທັດເປັນການທໍລະຍົດຫັກຫລັງ. 26 ການຢຳເກງພຣະເຈົ້າຢາເວໃຫ້ມີຊີວິດອັນໝັ້ນຄົງ ແລະໃຫ້ຄອບຄົວຢູ່ຢ່າງປອດໄພໄດ້. 27 ການຢຳເກງພຣະເຈົ້າຢາເວເປັນນໍ້າພຸແຫ່ງຊີວິດ ແລະຊ່ວຍໃຫ້ພົ້ນຈາກບ້ວງແຮ້ວແຫ່ງຄວາມຕາຍ. 28 ມີໄພ່ພົນຫລາຍພາໃຫ້ກະສັດຍິ່ງໃຫຍ່ ກະສັດສິ້ນອຳນາດເພາະຂາດໄພ່ພົນ. 29 ຜູ້ທີ່ມິດງຽບສໍ່ໃຫ້ເຫັນເຖິງປັນຍາ, ແຕ່ຜູ້ທີ່ໂອຫັງກໍທັ່ງຄວາມໂງ່ຈ້າອອກມາໃຫ້ຮູ້. 30 ມີສັນຕິສຸກໃນຈິດໃຈເຮັດໃຫ້ມີສຸຂະພາບດີ, ແຕ່ຄວາມອິດສາພາໃຫ້ເກີດພະຍາດມະເຮັງໄດ້. 31 ຜູ້ທີ່ຂົ່ມເຫັງຄົນທຸກກໍດູຖູກພຣະເຈົ້າຜູ້ຊົງສ້າງເຂົາມາ, ແຕ່ຜູ້ທີ່ເມດຕາເຂົາກໍໃຫ້ກຽດພຣະເຈົ້າ. 32 ຄວາມຊົ່ວຈ່ອງຄົນຊົ່ວຮ້າຍລົງ, ແຕ່ຄວາມດີກໍປ້ອງກັນຄົນດີໄວ້. 33 ຄົນຊ່າງຄິດຄືຄົນມີປັນຍາ, ແຕ່ຄົນໂງ່ຈ້າຫາປັນຍາແທ້ບໍ່ມີເລີຍ. 34 ຄວາມຊອບທຳເຮັດໃຫ້ຊາດຍິ່ງໃຫຍ່ ບາບເຮັດໃຫ້ຊາດເສື່ອມເສຍ. 35 ກະສັດພໍໃຈນຳຂ້າຣາຊການທີ່ມີຄວາມສາມາດ, ແຕ່ຜູ້ທີ່ຫລົ້ມເຫລວຈະຖືກລົງໂທດ. |
@ 2012 United Bible Societies. All Rights Reserved.