Biblia Todo Logo
Bìoball air-loidhne

- Sanasan -

ສຸພາສິດ 12 - ພຣະຄຳພີສັກສິ

1 ຄົນ​ທີ່​ມັກ​ຮຽນຮູ້​ກໍ​ຢາກ​ໃຫ້​ຄົນ​ເຕືອນ​ເມື່ອ​ຕົນ​ເຮັດ​ຜິດ, ແຕ່​ຄົນໂງ່ຈ້າ​ພັດ​ກຽດຊັງ​ການ​ດັດແປງ​ກໍ່ສ້າງ.

2 ພຣະເຈົ້າຢາເວ​ພໍໃຈ​ນຳ​ຄົນດີ, ແຕ່​ພຣະອົງ​ກ່າວໂທດ​ຄົນ​ທີ່​ວາງແຜນ​ອັນ​ຊົ່ວຮ້າຍ.

3 ມະນຸດ​ບໍ່​ຫ່ອນ​ຕັ້ງ​ຢູ່​ໄດ້​ດ້ວຍ​ການຊົ່ວ​ທີ່​ຕົນ​ກະທຳ, ແຕ່​ຮາກຖານ​ຂອງ​ຄົນ​ຊອບທຳ​ຈະ​ຢືນ​ຢູ່​ຢ່າງ​ໝັ້ນຄົງ.

4 ເມຍ​ທີ່​ດີ​ນຳ​ກຽດສັກສີ​ມາ​ສູ່​ຜົວ, ແຕ່​ເມຍ​ທີ່​ຊົ່ວ​ກໍ​ເປັນ​ດັ່ງ​ກະດູກ​ມີ​ມະເຮັງ.

5 ຄົນ​ສັດຊື່​ຈະ​ເຮັດ​ກັບ​ຄົນອື່ນ​ຢ່າງ​ເປັນທຳ, ແຕ່​ຄົນຊົ່ວ​ຫວັງ​ຢາກ​ຫລອກລວງ​ເທົ່ານັ້ນ.

6 ຄຳເວົ້າ​ຂອງ​ຄົນຊົ່ວ​ປະຫັດ​ປະຫານ, ແຕ່​ຄຳເວົ້າ​ຂອງ​ຄົນ​ຊອບທຳ​ຊ່ວຍ​ຄົນ​ໃຫ້​ພົ້ນ​ໄດ້.

7 ຄົນ​ຊົ່ວຮ້າຍ​ຫຼົ້ມຈົມ ແລະ​ສິ້ນ​ເຊື້ອສາຍ, ແຕ່​ຄອບຄົວ​ຂອງ​ຄົນ​ຊອບທຳ​ຍັງ​ດຳລົງ​ຢູ່.

8 ຄົນມີ​ປັນຍາ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ, ແຕ່​ຄົນໂງ່ຈ້າ​ຈະ​ໄດ້​ຮັບ​ຄຳ​ຫຍໍ້ຫຍັນ.

9 ເປັນ​ຄົນ​ທຳມະດາ​ຫາ​ລ້ຽງຊີບ, ກໍ​ດີ​ກວ່າ​ຖື​ຕົນ​ເປັນ​ຄົນ​ຍິ່ງໃຫຍ່​ແຕ່​ບໍ່ມີ​ເຂົ້າ​ກິນ.

10 ຄົນດີ​ເປັນ​ຫ່ວງ​ນຳ​ຝູງສັດ​ຂອງຕົນ, ແຕ່​ຄົນ​ຊົ່ວຊ້າ​ຊໍ້າ​ໂຫດຮ້າຍ​ຕໍ່​ຝູງສັດ.

11 ພໍ່ນາ​ທີ່​ດຸໝັ່ນ​ກໍ​ມີຢູ່​ມີກິນ​ບໍ່​ອຶດ, ແຕ່​ຄົນໂງ່ຈ້າ​ເສຍ​ເວລາ​ຍ້ອນ​ໂຄງການ​ທີ່​ບໍ່ມີ​ປະໂຫຍດ.

12 ຄົນຊົ່ວ​ປາຖະໜາ​ຫາ​ກຳໄລ​ໃນ​ທາງ​ສໍ້ໂກງ, ແຕ່​ຄົນ​ຊອບທຳ​ບາກບັ່ນ​ຫາ​ກຳໄລ​ໃນ​ທາງ​ຖືກຕ້ອງ.

13 ຄົນ​ຊົ່ວຮ້າຍ​ຖືກ​ບ້ວງແຮ້ວ​ຍ້ອນ​ຄຳເວົ້າ​ຂອງຕົນ, ແຕ່​ຄົນ​ສັດຊື່​ກໍ​ເອົາ​ຕົວ​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ.

14 ຈາກ​ຜົນ​ແຫ່ງ​ຖ້ອຍຄຳ​ຂອງຕົນ​ຄົນ​ກໍ​ອີ່ມໃຈ​ໃນ​ຄວາມດີ ແລະ​ຜົນງານ​ຈາກ​ມື​ຂອງ​ເຂົາ​ກໍ​ກັບ​ມາ​ຫາ​ເຂົາ.

15 ຄົນໂງ່ຈ້າ​ຄິດ​ແຕ່​ວ່າ​ຕົນເອງ​ຖືກ​ສະເໝີ, ແຕ່​ຄົນມີ​ປັນຍາ​ຍອມ​ຟັງ​ຄຳແນະນຳ​ຂອງ​ຄົນອື່ນ.

16 ຄົນ​ໂງ່ຈ້າ​ສະແດງ​ຄວາມຮ້າຍ​ອອກ​ໃຫ້​ເຫັນ​ຢ່າງ​ໄວວາ, ແຕ່​ຄົນມີ​ປັນຍາ​ບໍ່​ສົນໃຈ​ຕໍ່​ຄຳ​ຄົນ​ໝິ່ນປະໝາດ.

17 ຄຳ​ພະຍານ​ຈິງ ກໍ່​ໃຫ້​ເກີດ​ຄວາມ​ຍຸດຕິທຳ, ແຕ່​ຄຳ​ພະຍານ​ເທັດ ກໍ່​ໃຫ້​ເກີດ​ຄວາມ​ບໍ່​ຍຸດຕິທຳ.

18 ຄຳເວົ້າ​ທີ່​ບໍ່​ຄິດ ເຮັດ​ໃຫ້​ເຈັບຊໍ້າ​ດັ່ງ​ດາບ​ແທງ, ແຕ່​ຄຳເວົ້າ​ທີ່​ມີ​ປັນຍາ ປົວແປງ​ໃຫ້​ດີ​ໄດ້.

19 ເວົ້າ​ຄວາມຈິງ​ຍືນຍົງ​ຢູ່​ຕະຫລອດ, ແຕ່​ເວົ້າ​ຄວາມຕົວະ​ຢືນ​ຢູ່​ໄດ້​ຊົ່ວຄາວ.

20 ຜູ້​ວາງແຜນ​ຊົ່ວ ກໍ່​ໃຫ້​ເກີດ​ການ​ແຕກຕື່ນ​ຕົກໃຈ, ແຕ່​ຜູ້​ເຮັດ​ການດີ ກໍ່​ໃຫ້​ເກີດ​ຄວາມ​ສຸກລົ້ນ.

21 ຄົນ​ຊອບທຳ​ນັ້ນ ບໍ່​ພົບ​ເຫດຮ້າຍ, ແຕ່​ຄົນຊົ່ວຮ້າຍ​ທັງຫລາຍ ພົບ​ແຕ່​ຄວາມ​ເດືອດຮ້ອນ.

22 ພຣະເຈົ້າຢາເວ​ກຽດຊັງ​ຄົນ​ເວົ້າຕົວະ, ແຕ່​ຄົນ​ທີ່​ຮັກສາ​ວາຈາ ພຣະອົງ​ພໍໃຈ​ຍິ່ງ.

23 ຄົນມີ​ປັນຍາ​ເກັບກຳ​ຄວາມຮູ້​ຢ່າງ​ງຽບໆ​ສຳລັບ​ຕົນ, ແຕ່​ຄົນ​ອັບ​ປັນຍາ​ສະແດງ​ຄວາມ​ໂງ່ຈ້າ​ຂອງຕົນ​ອອກ​ມາ​ໃຫ້​ຮູ້.

24 ວຽກ​ໜັກ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ອຳນາດ, ແຕ່​ຄວາມ​ຂີ້ຄ້ານ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ທາດຮັບໃຊ້​ຄົນ.

25 ຄວາມ​ກະວົນ​ກະວາຍ ເຮັດ​ໃຫ້​ຄວາມສຸກ​ກາຍເປັນ​ຄວາມທຸກ, ແຕ່​ຄຳເວົ້າ​ທີ່​ດີ ເຮັດ​ໃຫ້​ມີ​ໃຈ​ຊື່ນບານ.

26 ຄົນ​ຊອບທຳ​ນຳ​ໝູ່ຄູ່​ໄປ​ສູ່​ທາງ​ທີ່​ຖືກຕ້ອງ, ແຕ່​ທາງ​ຂອງ​ຄົນຊົ່ວ​ນຳ​ໃຫ້​ຫລົງເສຍ​ໄປ.

27 ຄົນ​ຂີ້ຄ້ານ​ຈະ​ບໍ່ໄດ້​ຮັບ​ຕາມ​ທີ່​ຕົນ​ປາຖະໜາ, ແຕ່​ຄົນ​ທີ່​ດຸໝັ່ນ​ຊອກຫາ​ຈະ​ໄດ້​ສົມບັດ​ທີ່​ປະເສີດ.

28 ຄວາມ​ຊອບທຳ​ເປັນ​ທາງ​ໄປ​ສູ່​ຊີວິດ, ແຕ່​ຄວາມ​ຊົ່ວຮ້າຍ ເປັນ​ທາງ​ໄປ​ສູ່​ຄວາມຕາຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan