ສຸພາສິດ 11 - ພຣະຄຳພີສັກສິ1 ພຣະເຈົ້າຢາເວກຽດຊັງຜູ້ທີ່ໃຊ້ຕາຊິງຂີ້ຫລັກ. ພຣະອົງດີໃຈນຳຜູ້ທີ່ຊັ່ງຕວງຢ່າງຖືກຕ້ອງ. 2 ຄົນອວດດີຈະຖືກອັບອາຍຂາຍໜ້າ, ແຕ່ປັນຍາຢູ່ກັບຄົນຖ່ອມຕົວຖ່ອມໃຈ. 3 ຄົນດີມີຄວາມສັດຊື່ນຳພາ, ແຕ່ຄົນຄົດລ້ຽວກໍຖືກທຳລາຍດ້ວຍຄວາມບໍ່ຈິງໃຈຂອງຕົນ. 4 ຄວາມຮັ່ງມີຈະຊ່ວຍຫຍັງບໍ່ໄດ້ໃນມື້ທີ່ປະເຊີນກັບຄວາມຕາຍ, ແຕ່ຄວາມສັດຊື່ຊ່ວຍຊີວິດຂອງຄົນໄວ້ໄດ້. 5 ຄວາມສັດຊື່ເຮັດໃຫ້ຄົນດີມີຊີວິດຢູ່ຢ່າງສຸກສະບາຍ, ແຕ່ຄົນຊົ່ວຮ້າຍພັດຕາຍໄປຍ້ອນຄວາມຊົ່ວທີ່ຕົນໄດ້ກະທຳໄວ້. 6 ຄວາມຊອບທຳຊ່ວຍກູ້ເອົາຄົນສັດຊື່ໄວ້, ແຕ່ຄົນຄົດລ້ຽວຈະຖືກບ້ວງແຮ້ວຍ້ອນຄວາມໂລບມາກຂອງຕົນ. 7 ເມື່ອຄົນຊົ່ວຮ້າຍຕາຍໄປຄວາມຫວັງຂອງລາວກໍຕາຍໄປດ້ວຍ. ການໄວ້ໃຈໃນຄວາມຮັ່ງມີກໍເປັນການສູນເປົ່າ. 8 ຄົນຊອບທຳໄດ້ຮັບການຄຸ້ມຄອງໃຫ້ພົ້ນຈາກຄວາມເດືອດຮ້ອນ, ແຕ່ຄົນຊົ່ວຮ້າຍເປັນຜູ້ຮັບເອົາແທນ. 9 ຄົນບໍ່ຮູ້ພຣະເຈົ້າທຳລາຍຄົນດ້ວຍຄຳເວົ້າຂອງຕົນ, ແຕ່ຄົນຊອບທຳພົ້ນໄພໂດຍອາໄສປັນຍາຊ່ວຍ. 10 ເມື່ອຄົນສັດຊື່ຮັ່ງມີເປັນດີຊາວເມືອງກໍເປັນສຸກໃຈ ແລະເມື່ອຄົນຊົ່ວຮ້າຍຕາຍໄປກໍຈະມີສຽງໂຮຮ້ອງຢ່າງຊົມຊື່ນ. 11 ຄົນຊອບທຳນຳຄວາມຈະເລີນມາສູ່ປະເທດຊາດ, ແຕ່ຄົນຊົ່ວຮ້າຍທຳລາຍປະເທດຊາດດ້ວຍຄຳເວົ້າຂອງຕົນ. 12 ຄົນໂງ່ຈ້າເວົ້າດູຖູກເພື່ອນບ້ານຂອງຕົນ, ແຕ່ຄົນມີປັນຍາມັກມິດງຽບຢູ່. 13 ບໍ່ມີໃຜຫ່ອນໄຂຄວາມລັບກັບຄົນປາກບອນ, ແຕ່ຄົນທີ່ໄວ້ໃຈໄດ້ກໍເກັບກຳຄວາມລັບໄວ້ໄດ້. 14 ຊາດຈະຫຼົ້ມຈົມແທ້ຫາກບໍ່ມີການນຳພາ. ມີທີ່ປຶກສາຫລາຍຄົນຮັບປະກັນຄວາມໝັ້ນຄົງໄດ້. 15 ຜູ້ທີ່ສັນຍາຈ່າຍໜີ້ໃຫ້ຄົນອື່ນກໍຫາຄວາມທຸກໃສ່ຕົນເອງ ຜູ້ທີ່ບໍ່ຫຍຸ້ງກ່ຽວນຳກໍຢູ່ຢ່າງສຸກສະບາຍຫາຍຮ້ອນ. 16 ຍິງງາມໃນຍ່ອມມີຄົນໃຫ້ກຽດ, ແຕ່ຍິງທີ່ໃຈຂີ້ດຽດຍ່ອມໄດ້ຮັບຄວາມອັບອາຍ. ຄົນຂີ້ຄ້ານຈະຫາເງິນຕິດຕົວກໍບໍ່ມີ, ແຕ່ຄົນທີ່ບຸກບືນດຸໝັ່ນຈະຮັ່ງມີເປັນດີຂຶ້ນ. 17 ຜູ້ມີເມດຕານຳບຳເໜັດມາສູ່ຕົນເອງ, ແຕ່ຜູ້ໂຫດຮ້າຍຍ່ອມທຳລາຍຕົນເອງ. 18 ຄົນຊົ່ວຮ້າຍບໍ່ໄດ້ຮັບສິ່ງໃດສິ່ງໜຶ່ງເລີຍ, ແຕ່ຄົນທີ່ຫວ່ານຄວາມຊອບທຳ ຍ່ອມໄດ້ຮັບບຳເໜັດເປັນແນ່ແທ້. 19 ຜູ້ທີ່ຕັ້ງໝັ້ນຢູ່ໃນຄວາມຊອບທຳຈະມີຊີວິດຢູ່, ແຕ່ຜູ້ທີ່ມັກເຮັດຜິດຢູ່ເລື້ອຍໆກໍຈະຕາຍ. 20 ພຣະເຈົ້າຢາເວກຽດຊັງຄົນມີໃຈຊົ່ວຊ້າ, ແຕ່ພຣະອົງຮັກຜູ້ທີ່ປະພຶດດີ. 21 ຄົນຊົ່ວຮ້າຍຈະຕ້ອງຖືກທຳລາຍຢ່າງແນ່ນອນ, ແຕ່ຄົນຊອບທຳຈະຜີກໜີໄປໄດ້. 22 ຜູ້ຍິງງາມແຕ່ບໍ່ສະຫລາດ ກໍປານວ່າເອົາແຫວນຄຳເກາະດັງໝູ. 23 ຄົນຊອບທຳຢາກກະທຳແຕ່ຄວາມດີ, ແຕ່ຄົນຊົ່ວນຳການລົງໂທດມາສູ່ຕົນ. 24 ຍິ່ງໃຫ້ຍິ່ງມີ ຍິ່ງຂີ້ຖີ່ຍິ່ງທຸກຈົນລົງ. 25 ຜູ້ທີ່ມີໃຈເຜື່ອແຜ່ຍ່ອມຈະເລີນຮຸ່ງເຮືອງ ຜູ້ທີ່ຊ່ວຍເຫລືອຄົນຍ່ອມໄດ້ຮັບຄວາມຊ່ວຍເຫລືອຕອບ. 26 ປະຊາຊົນປ້ອຍດ່າຜູ້ທີ່ສະສົມເຂົ້າໄວ້ຂາຍກິນກຳໄລ ແຕ່ຄຳຊົມເຊີຍກໍມີແກ່ຜູ້ທີ່ເອົາເຂົ້າອອກມາວາງຂາຍໜ້າຮ້ານ. 27 ຜູ້ທີ່ສະແຫວງຫາເຮັດຄວາມດີກໍໄດ້ຮັບຄວາມນັບຖື ແຕ່ຄວາມເດືອດຮ້ອນຈະມາເຖິງຜູ້ທີ່ສະແຫວງຫາຄວາມຊົ່ວ. 28 ຜູ້ທີ່ເພິ່ງໃນຊັບສົມບັດຂອງຕົນນັ້ນ ຈະຖືກທຳລາຍດັ່ງໃບໄມ້ຫລົ່ນໃນລະດູຮ້ອນ ແຕ່ຜູ້ທີ່ຊອບທຳຈະຈະເລີນຮຸ່ງເຮືອງດັ່ງໃບໄມ້ຂຽວອຸ່ມຊຸ່ມ. 29 ຜູ້ທີ່ເຮັດໃຫ້ຄົວເຮືອນລຳບາກກໍຈະບໍ່ມີຫຍັງໃນບັ້ນປາຍ. ຄົນໂງ່ຈ້າຈະເປັນຄົນຮັບໃຊ້ຢູ່ເລື້ອຍໄປຂອງຄົນມີປັນຍາ. 30 ຄວາມຊອບທຳ ໃຫ້ມີຊີວິດສັນໃດ ຄວາມຮຸນແຮງ ກໍເອົາຊີວິດໄປສັນນັ້ນ. 31 ຄົນຊອບທຳໄດ້ຮັບບຳເໜັດໃນແຜ່ນດິນໂລກນີ້ສັນໃດ ຄົນອະທຳກັບຄົນບາບຈະຕ້ອງຖືກລົງໂທດຢ່າງແນ່ແທ້ສັນນັ້ນ. |
@ 2012 United Bible Societies. All Rights Reserved.