ສຸພາສິດ 10 - ພຣະຄຳພີສັກສິສຸພາສິດຂອງໂຊໂລໂມນ ຊີວິດຝ່າຍສິນທຳ 1 ຕໍ່ໄປນີ້ ແມ່ນສຸພາສິດຂອງໂຊໂລໂມນ ລູກທີ່ມີປັນຍາເຮັດໃຫ້ພໍ່ແມ່ພາກພູມໃຈນຳ, ແຕ່ລູກທີ່ໂງ່ຈ້າເຮັດໃຫ້ພໍ່ແມ່ໂສກເສົ້າ. 2 ຊັບສົມບັດທີ່ໄດ້ມາໂດຍຄວາມບໍ່ສັດຊື່ຈະບໍ່ເປັນຜົນດີຫຍັງ, ແຕ່ຄວາມສັດຊື່ຊ່ວຍຊີວິດຂອງເຈົ້າໄວ້ໄດ້. 3 ພຣະເຈົ້າຢາເວບໍ່ປະປ່ອຍໃຫ້ຄົນຊອບທຳຕ້ອງອຶດຫິວ, ແຕ່ພຣະອົງຢັບຢັ້ງຄົນຊົ່ວບໍ່ໃຫ້ໄດ້ຕາມໃຈມັກ. 4 ຄົນຂີ້ຄ້ານຈະຍາກຈົນລົງ, ແຕ່ຄົນຂະຫຍັນຂັນແຂງກໍຈະຮັ່ງມີຂຶ້ນ. 5 ຄົນທີ່ຮອບຮູ້ກໍຮວບຮວມເອົາຜົນລະປູກໄວ້ຕາມລະດູການ, ແຕ່ຄົນທີ່ນອນຫລັບໃນລະດູເກັບກ່ຽວ ກໍເປັນທີ່ອັບອາຍຂາຍໜ້າ. 6 ຄົນຊອບທຳຈະໄດ້ຮັບພອນນາໆປະການ ຄຳເວົ້າຂອງຄົນຊົ່ວຊ້າຊ້ອນເຊື່ອງນິໄສອັນໂຫດຫ້ຽມ. 7 ຄົນຊອບທຳຈະມີຄົນຈົດຈຳໄວ້ເປັນຄວາມພອນ, ແຕ່ຄົນຊົ່ວຈະຖືກລືມໄລໄປຢ່າງໄວວາ. 8 ໃຈທີ່ປະກອບດ້ວຍປັນຍາກໍຍອມຮັບເອົາຄຳແນະນຳທີ່ດີ ຄົນທີ່ເວົ້າໂລເລກໍຈະເຖິງຄວາມພິນາດ. 9 ຄົນສັດຊື່ກໍປອດໄພແລະໝັ້ນຄົງ, ແຕ່ຄົນທີ່ບໍ່ຊື່ກົງ ກໍຈະຖືກຈັບໄດ້. 10 ຜູ້ທີ່ປົກປິດຄວາມຈິງໄວ້ສ້າງຄວາມເດືອດຮ້ອນແກ່ຕົນ, ແຕ່ຄົນທີ່ຕິຕຽນຢ່າງເປີດເຜີຍຈະສ້າງສັນຕິພາບ. 11 ປາກຂອງຄົນຊອບທຳເປັນນໍ້າພຸແຫ່ງຊີວິດ, ແຕ່ຄຳເວົ້າຂອງຄົນຊົ່ວຊ້າຊ້ອນເຊື່ອງນິໄສອັນໂຫດຫ້ຽມ. 12 ຄວາມກຽດຊັງສ້າງຄວາມເດືອດຮ້ອນ, ແຕ່ຄວາມຮັກໃຫ້ອະໄພແກ່ຜູ້ກະທຳຜິດ. 13 ປາກຂອງຄົນມີປັນຍາເວົ້າມີເຫດຜົນ, ແຕ່ໄມ້ແສ້ເໝາະສຳລັບຫລັງຂອງຄົນໂງ່ຈ້າ. 14 ຄົນມີປັນຍາສະສົມຄວາມຮູ້ໄວ້ເປັນສົມບັດຂອງຕົນ, ແຕ່ເມື່ອຄົນໂງ່ຈ້າເອີ່ຍປາກ ຄວາມເດືອດຮ້ອນກໍມາເຖິງໂລດ. 15 ຄວາມຮັ່ງມີຄຸ້ມຄອງຄົນຮັ່ງມີໄວ້ ສ່ວນຄວາມທຸກລຳບາກທຳລາຍຄົນຍາກຈົນ. 16 ເຮັດດີໄດ້ດີເປັນບຳເໜັດແຫ່ງຊີວິດ, ແຕ່ເຮັດຊົ່ວໄດ້ຊົ່ວເປັນໂທດກຳນຳມາສະໜອງ. 17 ຜູ້ທີ່ຍອມຮັບການດັດແປງກໍ່ສ້າງ ເຮັດໃຫ້ຊີວິດກ້າວໄປ, ແຕ່ຜູ້ທີ່ບໍ່ຍອມຮັບເອົາ ນຳຊີວິດສູ່ຄວາມພິນາດ. 18 ຜູ້ທີ່ອຳຄວາມກຽດຊັງໄວ້ ກໍເປັນຄົນຂີ້ຕົວະ ຜູ້ທີ່ຫາເວົ້າຂວັນຄົນ ກໍເປັນຄົນໂງ່ຈ້າ. 19 ຄົນເວົ້າຫລາຍກະຈາຍຄວາມຜິດພາດ, ແຕ່ຄົນສະຫລາດງັບປາກຂອງຕົນ. 20 ລີ້ນຂອງຄົນຊອບທຳເປັນຄືເງິນທີ່ຫລອມແລ້ວ ຄວາມຄິດຂອງຄົນຊົ່ວມີຄຸນຄ່າແຕ່ໜ້ອຍດຽວ. 21 ຄຳເວົ້າຂອງຄົນຊອບທຳລ້ຽງຄົນຈຳນວນຫລາຍ, ແຕ່ຄົນໂງ່ຈ້າຕາຍເພາະຄວາມເບົາປັນຍາ. 22 ພຣະພອນຂອງພຣະເຈົ້າຢາເວເຮັດໃຫ້ມະນຸດຮັ່ງມີ ແລະພຣະອົງບໍ່ໃຫ້ຄວາມໂສກເສົ້າເພາະເຈົ້າເປັນຄົນຮັ່ງມີ. 23 ຄົນໂງ່ຈ້າ ຖືວ່າການເຮັດຊົ່ວເປັນຄວາມສະໜຸກ, ແຕ່ຄົນສະຫລາດ ພໍໃຈໃນປັນຍາທີ່ຕົນມີຢູ່. 24 ສິ່ງໃດຄົນຊົ່ວຄິດຢ້ານ ມັນຈະມາເຖິງພວກເຂົາ, ແຕ່ສິ່ງໃດທີ່ຄົນຊອບທຳປາຖະໜາກໍຈະຊົງປະທານໃຫ້. 25 ເມື່ອລົມພະຍຸພັດຜ່ານ ຄົນຊົ່ວຮ້າຍກໍຖືກພັດໄປ, ແຕ່ຄົນສັດຊື່ປອດໄພຢູ່ເລື້ອຍໆ. 26 ນໍ້າສົ້ມກັບແຂ້ວແລະຄວັນໄຟກັບຕາບໍ່ຖືກກັນສັນໃດ ຄົນຂີ້ຄ້ານກັບນາຍຈ້າງກໍບໍ່ຫ່ອນຖືກກັນສັນນັ້ນ. 27 ຄົນຢ້ານຢຳພຣະເຈົ້າຢາເວຈະມີຊີວິດຍືນຍາວ, ແຕ່ຄົນຊົ່ວຮ້າຍຕາຍກ່ອນກຳນົດ. 28 ຄວາມຫວັງຂອງຄົນຊອບທຳນຳໄປສູ່ຄວາມຊົມຊື່ນຍິນດີ, ແຕ່ຄວາມຫວັງຂອງຄົນຊົ່ວອັບປີນຳໄປສູ່ຄວາມອັບປະໂຫຍດ. 29 ພຣະເຈົ້າຢາເວຄຸ້ມຄອງຄົນສັດຊື່, ແຕ່ພຣະອົງທຳລາຍຄົນທີ່ເຮັດຜິດ. 30 ຄົນຊອບທຳຈະມີຄວາມປອດໄພຢູ່ເລື້ອຍ, ແຕ່ຄົນຊົ່ວຮ້າຍຈະບໍ່ໝັ້ນຄົງຢູ່ໃນແຜ່ນດິນ. 31 ປາກຂອງຄົນຊອບທຳນຳປັນຍາມາໃຫ້, ແຕ່ຄົນເວົ້າຕົວະຄວນຖືກງັບປາກໄວ້. 32 ຄົນຊອບທຳເວົ້າແຕ່ສິ່ງທີ່ຖືກຕ້ອງ, ແຕ່ຄົນຊົ່ວຊ້າເວົ້າແຕ່ສິ່ງທີ່ເຮັດໃຫ້ຄົນເຈັບໃຈ. |
@ 2012 United Bible Societies. All Rights Reserved.