ສຸພາສິດ 1 - ພຣະຄຳພີສັກສິຄຸນຄ່າຂອງສຸພາສິດ 1 ສຸພາສິດເຫຼົ່ານີ້ເປັນຄຳເວົ້າຂອງເຈົ້າໂຊໂລໂມນ ກະສັດແຫ່ງຊາດອິດສະຣາເອນລູກຊາຍຂອງດາວິດ. 2 ທີ່ນີ້ແມ່ນສຸພາສິດຊຶ່ງຈະຊ່ວຍໃຫ້ທ່ານຮູ້ຈັກເຖິງຄຸນຄ່າຂອງປັນຍາກັບຄຳແນະນຳທີ່ດີ ແລະຈະຊ່ວຍໃຫ້ເຂົ້າໃຈເຖິງຄຳເວົ້າທີ່ມີຄວາມໝາຍອັນເລິກເຊິ່ງພິເສດ. 3 ຄຳສຸພາສິດສອນໃຫ້ຮູ້ຈັກເຖິງການດຳເນີນຊີວິດຢ່າງສະຫລາດໄດ້ ແລະໃຫ້ເປັນຄົນສັດຊື່, ຖືກຕ້ອງແລະເປັນທຳ. 4 ຄຳສຸພາສິດເຮັດໃຫ້ຄົນທີ່ຂາດປະສົບການ ຫລັກແຫລມໄດ້ ແລະສັ່ງສອນຄົນໜຸ່ມໃຫ້ມີປັນຍາຮອບຄອບ. 5 ຄຳສຸພາສິດເຫຼົ່ານີ້ຍັງເພີ່ມພູນຄວາມຮູ້ໃຫ້ແກ່ນັກປາດ ແລະຊີ້ແນວທາງໃຫ້ແກ່ຜູ້ທີ່ມີການສຶກສາ 6 ເພື່ອວ່າພວກເຂົາຈະເຂົ້າໃຈໄດ້ເຖິງຄວາມໝາຍອັນລັບເລິກຂອງຄຳສຸພາສິດ ແລະບັນຫາຕ່າງໆຂອງບັນດານັກປາດທີ່ຍົກຂຶ້ນມາ. ຄຳແນະນຳແລະຕັກເຕືອນ 7 ການຢຳເກງພຣະເຈົ້າຢາເວ ເປັນບໍ່ເກີດແຫ່ງປັນຍາ ຄົນໂງ່ຈ້າປະໝາດປັນຍາ ແລະການສຶກສາຮຽນຮູ້. 8 ລູກເອີຍ ຈົ່ງເອົາໃຈໃສ່ຕໍ່ສິ່ງທີ່ພໍ່ແມ່ບອກສອນ. 9 ຄຳສັ່ງສອນຂອງເພິ່ນຈະປັບປຸງນິໄສໃຈຄໍຂອງເຈົ້າໃຫ້ດີຂຶ້ນ ເປັນດັ່ງພວງມະໄລແຫ່ງພຣະຄຸນສຸບໃສ່ຫົວຂອງເຈົ້າ ແລະເປັນສາຍສ້ອຍຄ້ອງຄໍຂອງເຈົ້າ. 10 ລູກເອີຍ ເມື່ອຄົນບາບລໍ້ລວງເຈົ້າຢ່າສູ່ຍອມເຮັດຕາມພວກເຂົາ. 11 ຖ້າພວກເຂົາຊວນວ່າ, “ໄປກັບພວກເຮົາເທາະໄປຫາດັກໂຈມຕີຄົນທີ່ບໍ່ມີຄວາມຜິດມາຂ້າຖິ້ມ 12 ຈົ່ງຂ້າພວກເຂົາຖິ້ມທັງເປັນໃຫ້ເໝືອນດັ່ງຄວາມຕາຍກືນກິນມະນຸດ. 13 ພວກເຮົາຈະໄດ້ຂອງມີຄ່າຫລາຍໆຢ່າງມາໄວ້ຢູ່ເຕັມເຮືອນ. 14 ຈົ່ງມາຮ່ວມກັບພວກເຮົາເທາະ ແລະພວກເຮົາທຸກຄົນຈະໄດ້ຮັບສ່ວນແບ່ງທີ່ລັກມາໄດ້ນັ້ນ.” 15 ລູກເອີຍ ເຈົ້າຢ່າຍ່າງໄປກັບຄົນຢ່າງນັ້ນ ຈົ່ງຫລີກໜີຈາກພວກເຂົາ. 16 ເພາະຕີນຂອງພວກເຂົາແລ່ນໄປຫາຄວາມຊົ່ວຮ້າຍ ແລະຟ້າວຟັ່ງເຮັດໃຫ້ເລືອດຕົກ. 17 ການກາງຕາໜ່າງເພື່ອດັກຈັບນົກທີ່ມືນຕາເບິ່ງເຈົ້າຢູ່ນັ້ນກໍບໍ່ໄດ້ຜົນ 18 ແຕ່ຄົນຢ່າງນັ້ນ ກຳລັງຫ້າງແຮ້ວໃສ່ຕົນເອງເປັນແຮ້ວຊຶ່ງຈະຂ້າພວກເຂົາເອງ. 19 ການປຸ້ນຈີ້ຮຽກຮ້ອງເອົາຊີວິດຂອງນັກປຸ້ນຈີ້ສະເໝີ ອັນນີ້ ແມ່ນສິ່ງທີ່ເກີດຂຶ້ນກັບ ຜູ້ໃດກໍໄດ້ທີ່ໃຊ້ຊີວິດໂດຍອາໄສການຮຸນແຮງ. ຄຳເຊີນຊວນຂອງປັນຍາ 20 ຈົ່ງຟັງເຖີດ ປັນຍາພວມຮ້ອງອອກໄປຕາມຖະໜົນຫົນທາງແລະຕາມທີ່ສາທາລະນະ 21 ຮ້ອງສຽງດັງໆຢູ່ຕາມປະຕູເມືອງ ແລະຕາມທີ່ປະຊາຊົນມາປະຊຸມກັນວ່າ, 22 “ຄົນໂງ່ຈ້າເອີຍ ພວກເຈົ້າຢາກເປັນຄົນໂງ່ຈ້າຢູ່ອີກເຫິງປານໃດ? ພວກເຈົ້າຍັງຈະພໍໃຈກັບການດູໝິ່ນປະໝາດຄວາມຮູ້ຢູ່ບໍ? ພວກເຈົ້າຈະບໍ່ຮໍ່າຮຽນເອົາຈັກເທື່ອບໍ? 23 ຈົ່ງຟັງເມື່ອເຮົາກ່າວຕັກເຕືອນເຈົ້າ, ເຮົາຈະເທຄວາມຄິດອັນດີໃຫ້ແກ່ເຈົ້າ ແລະແຈກຢາຍຖ້ອຍຄຳຂອງເຮົາໃຫ້ແກ່ເຈົ້າ. 24 ເພາະເຮົາໄດ້ເອີ້ນຫາເຈົ້າແລະເຊີນເຈົ້າມາ, ແຕ່ເຈົ້າພັດບໍ່ຕອບເຮົາ. ເຮົາໄດ້ຍື່ນມືໃຫ້ເຈົ້າຈັບ, ແຕ່ເຈົ້າພັດເບີດເສີຍຢູ່. 25 ແລະເພາະເຈົ້າບໍ່ໄດ້ເອົາໃຈໃສ່ຕໍ່ຄຳແນະນຳຂອງເຮົາ ແລະບໍ່ຍອມໃຫ້ເຮົາຕັກເຕືອນກໍ່ສ້າງເຈົ້າ. 26 ສະນັ້ນ ເມື່ອເຈົ້າຕົກຢູ່ໃນຄວາມເດືອດຮ້ອນ ເຮົາຈະຫົວຂວັນໃສ່ເຈົ້າ. ເມື່ອເຈົ້າຢ້ານກົວຂວັນເສຍ ເຮົາຈະເຍາະເຍີ້ຍເຈົ້າ 27 ເມື່ອຄວາມຢ້ານອັນໃຫຍ່ມາກະທົບເຈົ້າດັ່ງລົມພະຍຸກ້າ ໂດຍນຳເອົາຄວາມທຸກຮ້ອນອັນໂຫດຫ້ຽມດັ່ງລົມຫົວກຸດ ເຈົ້າກໍຈະໄດ້ຮັບຄວາມເຈັບປວດແລະຄວາມທຸກລຳບາກ. 28 ເມື່ອນັ້ນແຫລະ ເຈົ້າຈະເອີ້ນຫາປັນຍາ, ແຕ່ເຮົາຈະບໍ່ຕອບເຈົ້າ. ເຈົ້າຈະຊອກຫາເຮົາໃນທົ່ວທຸກບ່ອນ, ແຕ່ເຈົ້າຈະບໍ່ພົບເຮົາ. 29 ເພາະເຈົ້າກຽດຊັງຄວາມຮູ້ ແລະປະຕິເສດທີ່ຈະຢ້ານຢຳພຣະເຈົ້າຢາເວ. 30 ເຈົ້າບໍ່ເຄີຍຕ້ອງການຄຳແນະນຳຈາກເຮົາເລີຍ ຫລືບໍ່ສົນໃຈຈັກເທື່ອເພື່ອໃຫ້ເຮົາຕັກເຕືອນກໍ່ສ້າງເຈົ້າ. 31 ດ້ວຍເຫດນີ້ ເຈົ້າຈຶ່ງຈະໄດ້ຮັບຜົນຕອບແທນຕາມທາງຂອງເຈົ້າ ຈົນເຈົ້າເບື່ອໜ່າຍຕໍ່ຄວາມຊົ່ວທີ່ເຈົ້າໄດ້ກະທຳມາ. 32 ຄົນໂງ່ຈ້າຕາຍຍ້ອນຂາດປັນຍາ ແລະຄວາມປະໝາດຂອງຄົນໂງ່ກໍເປັນທາງສູ່ຄວາມຈິບຫາຍວາຍວອດ. 33 ແຕ່ຜູ້ໃດກໍຕາມທີ່ຟັງເຮົາຈະປອດໄພ ແລະຈະມີຊີວິດຢູ່ໂດຍບໍ່ຢ້ານອັນຕະລາຍໃດໆທັງສິ້ນ.” |
@ 2012 United Bible Societies. All Rights Reserved.