ຟີເລໂມນ 1 - ພຣະຄຳພີສັກສິ1 ຈາກ ໂປໂລ ຜູ້ຖືກຄຸກຢູ່ ເພື່ອເຫັນແກ່ພຣະຄຣິດເຈົ້າເຢຊູ ແລະຈາກຕີໂມທຽວນ້ອງຊາຍຂອງພວກເຮົາ. ເຖິງ ຟີເລໂມນ ເພື່ອນຮ່ວມງານທີ່ຮັກຂອງພວກເຮົາ 2 ແລະຄຣິສຕະຈັກທີ່ຢູ່ໃນເຮືອນຂອງເຈົ້າ ແລະ ອັບເຟຍ ນ້ອງສາວ, ກັບອາຂີໂປ ຜູ້ເປັນເພື່ອນທະຫານດ້ວຍກັນກັບເຮົາ. 3 ຂໍພຣະເຈົ້າ ພຣະບິດາເຈົ້າຂອງພວກເຮົາແລະອົງພຣະເຢຊູຄຣິດເຈົ້າ ຊົງໂຜດປະທານພຣະຄຸນແລະສັນຕິສຸກແກ່ພວກເຈົ້າເທີ້ນ. ຄວາມຮັກແລະຄວາມເຊື່ອ ຂອງຟີເລໂມນ 4 ຟີເລໂມນເອີຍ ທຸກເທື່ອທີ່ເຮົາພາວັນນາອະທິຖານ ເຮົາກໍລະນຶກເຖິງເຈົ້າ ແລະໂມທະນາຂອບພຣະຄຸນພຣະເຈົ້າຂອງເຮົາຢູ່ສະເໝີ. 5 ເພາະເຮົາໄດ້ຮັບຂ່າວເລື່ອງຄວາມຮັກແລະຄວາມເຊື່ອຂອງເຈົ້າ ທີ່ເຈົ້າມີຕໍ່ອົງພຣະເຢຊູເຈົ້າ ແລະຕໍ່ບັນດາໄພ່ພົນທັງປວງຂອງພຣະເຈົ້າ. 6 ເຮົາໄດ້ພາວັນນາອະທິຖານ ຂໍໃຫ້ການເຂົ້າສ່ວນໃນຄວາມເຊື່ອຂອງເຈົ້ານັ້ນ ຈົ່ງໄດ້ເກີດຜົນ ຄືເພີ່ມພູນຄວາມສັງເກດຮູ້ໃນການດີທຸກຢ່າງ ທີ່ພວກເຮົາມີໃນພຣະຄຣິດ. 7 ເຮົາມີຄວາມຍິນດີຫລາຍ ແລະໄດ້ຮັບຄວາມໜູນໃຈ ເພາະຄວາມຮັກຂອງເຈົ້າ ຈິດໃຈໄພ່ພົນຜູ້ບໍຣິສຸດຂອງພຣະເຈົ້າກໍໄດ້ຮັບຄວາມສົດຊື່ນຂຶ້ນເພາະເຈົ້າ. ໂປໂລຂໍຮ້ອງເລື່ອງໂອເນຊີໂມ 8 ເພາະເຫດທີ່ເປັນພີ່ນ້ອງກັນໃນພຣະຄຣິດ ເຮົາຈຶ່ງມີໃຈກ້າພໍທີ່ຈະສັ່ງເຈົ້າໃຫ້ເຮັດໃນສິ່ງທີ່ສົມຄວນເຮັດ. 9 ແຕ່ເພາະເຮົາຮັກເຈົ້າ ເຮົາຈຶ່ງຂໍຮ້ອງເຈົ້າດີກວ່າ ເຮົາຄືໂປໂລ ຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າ ແລະຖືກຄຸກຢູ່ໃນປະຈຸບັນນີ້ ກໍເພື່ອເຫັນແກ່ພຣະອົງດ້ວຍ. 10 ດັ່ງນັ້ນ ເຮົາຈຶ່ງຂໍຮ້ອງເຈົ້າເພື່ອໂອເນຊີໂມ ຜູ້ທີ່ເປັນລູກຂອງເຮົາໃນພຣະຄຣິດ. ດ້ວຍວ່າ, ເມື່ອເຮົາຖືກຄຸກຢູ່ນັ້ນ ເຮົາໄດ້ກາຍເປັນພໍ່ຂອງລາວຝ່າຍຄວາມເຊື່ອ. 11 ເມື່ອກ່ອນລາວບໍ່ເປັນປະໂຫຍດແກ່ເຈົ້າ ແຕ່ບັດນີ້ລາວເປັນປະໂຫຍດແກ່ເຈົ້າ ແລະແກ່ເຮົາເໝືອນກັນ. 12 ບັດນີ້ ເຮົາໄດ້ໃຊ້ລາວຄືນມາຫາເຈົ້າ ໂອເນຊີໂມຜູ້ນີ້ ເປັນໝາກຫົວໃຈຂອງເຮົາ. 13 ເຮົາຢາກໃຫ້ລາວຢູ່ກັບເຮົາ ເພື່ອວ່າລາວຈະໄດ້ບົວລະບັດຮັບໃຊ້ເຮົາແທນເຈົ້າ ໃນລະຫວ່າງທີ່ເຮົາຖືກຄຸກຢູ່ເພື່ອເຫັນແກ່ຂ່າວປະເສີດນັ້ນ. 14 ແຕ່ວ່າເຮົາບໍ່ຢາກເຮັດສິ່ງໃດ ກ່ອນໄດ້ຮັບຄວາມເຫັນຈາກເຈົ້າ ເພື່ອຄຸນຄວາມດີທີ່ເຈົ້າເຮັດນັ້ນຈະບໍ່ເປັນການຂົ່ມໃຈ ແຕ່ໃຫ້ເປັນຕາມຄວາມສະໝັກໃຈຂອງເຈົ້າດ້ວຍ. 15 ບາງທີ ໂອເນຊີໂມໄດ້ຈາກເຈົ້າໄປຊົ່ວໄລຍະໜຶ່ງ ເພື່ອວ່າເຈົ້າຈະໄດ້ຮັບລາວກັບຄືນມາຕະຫລອດໄປ, 16 ເພາະບັດນີ້ ລາວບໍ່ແມ່ນເປັນພຽງຄົນຮັບໃຊ້ຄົນໜຶ່ງເທົ່ານັ້ນ ແຕ່ດີກວ່າຄົນຮັບໃຊ້ອີກ ຄືເປັນອ້າຍນ້ອງທີ່ຮັກຄົນໜຶ່ງ, ລາວເປັນທີ່ຮັກແກ່ເຮົາຫລາຍ ແລະກໍຄົງເປັນທີ່ຮັກແກ່ເຈົ້າຫລາຍກວ່ານັ້ນອີກ ທັງໃນຖານະທີ່ເປັນເພື່ອນມະນຸດ ແລະໃນຖານະທີ່ເປັນພີ່ນ້ອງກັນໃນອົງພຣະຜູ້ເປັນເຈົ້າດ້ວຍ. 17 ເຫດສະນັ້ນ ຖ້າເຈົ້າຖືວ່າເຮົາເປັນເພື່ອນຮ່ວມງານຂອງເຈົ້າແລ້ວ ຈົ່ງຕ້ອນຮັບລາວໄວ້ເໝືອນກັບເຈົ້າຕ້ອນຮັບຕົວເຮົາເອງ. 18 ຖ້າລາວໄດ້ເຮັດຜິດພາດປະການໃດ ຫລືເປັນໜີ້ເຈົ້າຫຍັງແດ່ ກໍໃຫ້ເຈົ້າຄິດເອົານຳເຮົາ. 19 ຝ່າຍເຮົາ ໄດ້ລົງມືຂຽນໄວ້ວ່າ, “ເຮົາຈະໃຊ້ແທນຄືນໃຫ້ ແຕ່ສ່ວນເຈົ້າເປັນໜີ້ເຮົານັ້ນ ຄືຊີວິດຂອງເຈົ້າເອງ ເຮົາຈະບໍ່ອ້າງເຖິງ.” 20 ດັ່ງນັ້ນ ນ້ອງເອີຍ ຂໍໃຫ້ເຮົາໄດ້ຮັບປະໂຫຍດຈາກເຈົ້າໃນອົງພຣະຜູ້ເປັນເຈົ້າ; ຈົ່ງເຮັດໃຫ້ຈິດໃຈຂອງເຮົາສົດຊື່ນຂຶ້ນໃນພຣະຄຣິດ. 21 ເຮົາມີຄວາມໝັ້ນໃຈວ່າ ເຈົ້າຈະເຊື່ອຟັງເຮົາ ຈຶ່ງໄດ້ຂຽນຈົດໝາຍມາເຖິງເຈົ້າ ເພາະຮູ້ວ່າ ເຈົ້າຈະເຮັດລື່ນກວ່າທີ່ເຮົາເວົ້ານັ້ນອີກ. 22 ນອກນັ້ນ ຈົ່ງຈັດຕຽມຫ້ອງພັກໄວ້ສຳລັບເຮົາ ເພາະເຮົາຫວັງວ່າ ພຣະເຈົ້າຈະຊົງໂຜດໃຫ້ເຮົາມາຫາເຈົ້າ ຕາມຄຳພາວັນນາອະທິຖານຂອງພວກເຈົ້າ. ຄຳທັກທາຍ ແລະຄຳອວຍພອນສຸດທ້າຍ 23 ເອປາຟາ ຜູ້ຖືກຄຸກຢູ່ກັບເຮົາ ເພາະເຫັນແກ່ພຣະຄຣິດເຈົ້າເຢຊູ ກໍຝາກຄວາມຄິດເຖິງມາຫາເຈົ້າ 24 ເຊັ່ນດຽວກັນກັບມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາເພື່ອນຮ່ວມງານຂອງເຮົາ ກໍຝາກຄວາມຄິດເຖິງມາຫາພວກເຈົ້າດ້ວຍ. 25 ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ກັບຈິດວິນຍານຂອງພວກເຈົ້າເທີ້ນ. |
@ 2012 United Bible Societies. All Rights Reserved.