ໂອບາດີຢາ 1 - ພຣະຄຳພີສັກສິ1 ຕໍ່ໄປນີ້ແມ່ນຄຳທຳນວາຍຂອງໂອບາດີຢາ ຄືສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວເຖິງຊົນຊາດເອໂດມ. ແລະສົ່ງຜູ້ນຳຂ່າວໄປຍັງຊົນຊາດທັງຫລາຍ ພວກເຮົາກໍໄດ້ຍິນຖ້ອຍຄຳຂອງພຣະອົງດັ່ງນີ້: ພວກເຂົາກ່າວແກ່ກັນແລະກັນວ່າ, “ຈົ່ງຕຽມພ້ອມ ໃຫ້ພວກເຮົາໄປເຮັດເສິກຕໍ່ສູ້ເອໂດມເທາະ.” ພຣະເຈົ້າຢາເວຈະລົງໂທດເອໂດມ 2 “ເຮົາຈະເຮັດໃຫ້ເຈົ້າອ່ອນກຳລັງ ທຸກໆຄົນຈະດູໝິ່ນປະໝາດເຈົ້າ. 3 ຄວາມອວດອົ່ງຂອງເຈົ້າໄດ້ລໍ້ລວງເຈົ້າເອງ ເມືອງເອກມີປ້ອມກຳແພງສ້າງດ້ວຍຫີນດານ; ເຮືອນຂອງເຈົ້າກໍຖືກສ້າງທີ່ເທິງພູເຂົາສູງທັງຫລາຍ ສະນັ້ນ ເຈົ້າຈຶ່ງຄິດວ່າ, ‘ໃຜຈະດຶງຂ້ອຍລົງໄດ້?’ 4 ເຖິງວ່າເຈົ້ານັ້ນສ້າງເຮືອນຂອງເຈົ້າຂຶ້ນມາ ສູງເທົ່າກັບຮັງຂອງນົກອິນຊີກໍຕາມ ເພື່ອໃຫ້ປາກົດເຫັນຄືວ່າຢູ່ທ່າມກາງດວງດາວ ເຖິງຢ່າງນັ້ນກໍຕາມ ເຮົາຈະດືງເຈົ້າລົງໃຫ້ໄດ້.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 5 “ເມື່ອພວກຂີ້ລັກມາໃນຕອນກາງຄືນ ພວກເຂົາກໍລັກເອົາສິ່ງທີ່ພວກເຂົາຕ້ອງການເທົ່ານັ້ນ. ເມື່ອເກັບໝາກອະງຸ່ນຄົນກໍປະໄວ້ພຽງໜ້ອຍດຽວ ແຕ່ສັດຕູຂອງເຈົ້າ ໄດ້ກຳຈັດເຈົ້າໃຫ້ໝົດກ້ຽງ. 6 ພວກເຈົ້າຜູ້ທີ່ເປັນເຊື້ອສາຍຂອງເອຊາວເອີຍ ຊັບສົມບັດຂອງພວກເຈົ້າຖືກປຸ້ນໄປເສຍແລ້ວ. 7 ພັນທະມິດຂອງພວກເຈົ້າໄດ້ຫລອກລວງພວກເຈົ້າສາແລ້ວ; ພວກເຂົາໄດ້ໄລ່ໃຫ້ໜີຈາກດິນແດນຂອງພວກເຈົ້າເອງແລ້ວ. ປະຊາຊົນທີ່ເຄີຍຢູ່ຢ່າງສະຫງົບສຸກກັບພວກເຈົ້າ ມາບັດນີ້ ພວກເຂົາກໍໄດ້ຕີຊະນະພວກເຈົ້າສາແລ້ວ. ພວກເພື່ອນເຫຼົ່ານັ້ນທີ່ໄດ້ກິນເຂົ້າຮ່ວມກັນ ຕ່າງກໍໄດ້ຫ້າງແຮ້ວດັກຈັບພວກເຈົ້າ; ພວກເຂົາຕ່າງກໍໄດ້ເວົ້າກ່ຽວກັບເຈົ້າວ່າ, ‘ຄວາມຫລັກແຫລມທີ່ລາວມີນັ້ນໄປໃສໝົດ?’ 8 ພຣະເຈົ້າຢາເວກ່າວວ່າ ໃນມື້ນັ້ນ ເຮົາຈະລົງໂທດທັນຄົນຫລັກແຫລມ ໃນເອໂດມໃຫ້ໝົດສິ້ນຕາມເທິງພູຂອງພວກເຂົາ ແລະກຳຈັດສະຕິປັນຍາທັງໝົດຂອງພວກເຂົາ. 9 ພວກນັກຮົບຂອງເຕມານຈະສະທ້ານຢ້ານກົວ ແລະທະຫານທຸກຄົນໃນເອໂດມຈະຖືກຂ້າກ້ຽງ. ເຫດຜົນທີ່ຊາດເອໂດມຖືກລົງໂທດ 10 ຍ້ອນວ່າພວກເຈົ້າໄດ້ລັກແລະສັງຫານ ອ້າຍເອື້ອຍນ້ອງຂອງຕົນເອງ ຄືເຊື້ອສາຍຂອງຢາໂຄບ. ພວກເຈົ້າຈຶ່ງຈະຖືກທຳລາຍເຊັ່ນກັນ ຈະຖືກລົດກຽດສັກສີໃຫ້ສູນສິ້ນຕະຫລອດໄປ. 11 ພວກເຈົ້າຢືນຢູ່ຊື່ໆໃນມື້ທີ່ສັດຕູພັງປະຕູເມືອງຂອງພວກເຂົາ ຕ່າງກໍຊົ່ວກັນໝົດເທົ່າກັບຄົນຕ່າງຊາດເຫຼົ່ານັ້ນ ທີ່ໄດ້ຂົນຊັບສົມບັດໜີໄປຈາກນະຄອນເຢຣູຊາເລັມ ແລະໄດ້ແບ່ງປັນໃນທ່າມກາງພວກເຂົາເຈົ້າ. 12 ພວກເຈົ້າບໍ່ຄວນສົມນໍ້າໜ້າອ້າຍເອື້ອຍນ້ອງຂອງຕົນເອງ ຄືຊາວຢູດາທັງໝົດທີ່ໄດ້ຮັບເຄາະກຳນັ້ນ. ພວກເຈົ້າບໍ່ຄວນຊົມຊື່ນໃນມື້ທີ່ພວກເຂົາຫຼົ້ມຈົມ ພວກເຈົ້າບໍ່ຄວນຫຍໍ້ຫຍັນເມື່ອພວກເຂົາຖືກລຳບາກ. 13 ພວກເຈົ້າບໍ່ຄວນເຂົ້າໄປໃນເມືອງຄົນຂອງເຮົາ ເພື່ອສົມນໍ້າໜ້າຄວາມທົນທຸກຂອງພວກເຂົາເຈົ້າ ແລະພາກັນຢຶດເອົາຄວາມຮັ່ງມີຂອງພວກເຂົາໄປ ໃນມື້ທີ່ພວກເຂົາໄດ້ຮັບຄວາມພິນາດ. 14 ພວກເຈົ້າບໍ່ຄວນຢືນຢູ່ທີ່ສີ່ແຍກຖະໜົນຫົນທາງ ເພື່ອຈັບກຸມເອົາຜູ້ທີ່ພະຍາຍາມປົບໜີໄປນັ້ນ. ພວກເຈົ້າບໍ່ຄວນຈັບພວກເຂົາສົ່ງໄປໃຫ້ພວກສັດຕູ ໃນມື້ທີ່ພວກເຂົາໄດ້ຮັບຄວາມທົນທຸກ. ພຣະເຈົ້າຈະຕັດສິນຊົນຊາດຕ່າງໆ 15 ວັນຂອງພຣະເຈົ້າຢາເວກໍຫຍັບເຂົ້າມາໃກ້ແລ້ວ ທີ່ຈະຕັດສິນໝົດທຸກຊົນຊາດ. ເອໂດມເອີຍ ສິ່ງທີ່ເຈົ້າໄດ້ເຮັດແກ່ພວກເຂົາສັນໃດ ກໍຈະຖືກເຮັດໃຫ້ຄືນແກ່ເຈົ້າສັນນັ້ນ. ເຈົ້າໄດ້ໃຫ້ແກ່ພວກເຂົາສິ່ງໃດ ພວກເຂົາກໍຈະໃຫ້ຄືນແກ່ເຈົ້າສິ່ງນັ້ນ. 16 ປະຊາຊົນຂອງເຮົາໄດ້ດື່ມ ທີ່ເນີນພູສັກສິດຂອງເຮົາ ຈາກຈອກແຫ່ງການລົງໂທດອັນຂົມຂື່ນ. ແຕ່ໝົດທຸກຊົນຊາດທີ່ຢູ່ອ້ອມແອ້ມພວກເຂົາຄືກັນ ກໍຈະໄດ້ດື່ມຈອກອັນຂົມຂື່ນນັ້ນໜັກກວ່າ; ພວກເຂົາຈະພາກັນດື່ມຈາກຈອກນັ້ນຈົນໝົດ ແລະຕ່າງກໍຈະສະຫລາຍໄປຈົນໝົດສິ້ນ. ຊາດອິດສະຣາເອນຈະໄດ້ຮັບໄຊຊະນະ 17 ແຕ່ບາງຄົນເຫຼືອຢູ່ທີ່ພູເຂົາຊີໂອນຈະໄດ້ພົ້ນໄພ ທີ່ນັ້ນຈະໄດ້ເປັນສະຖານທີ່ສັກສິດທີ່ສຸດແທ້ໆ. ປະຊາຊົນຂອງຢາໂຄບຈະໄດ້ເປັນກຳມະສິດ ດິນແດນທີ່ເປັນຂອງພວກເຂົາຕາມສິດທິທີ່ພວກເຂົາມີຢູ່. 18 ຄົນຂອງຢາໂຄບແລະໂຢເຊັບຈະເປັນດັ່ງໄຟ ຈະທຳລາຍຄົນຂອງເອຊາວດັ່ງໄຟໄໝ້ເຟືອງແຫ້ງ. ເຊື້ອສາຍເອຊາວຈະບໍ່ມີຜູ້ໃດໄດ້ລອດຊີວິດຢູ່.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ. 19 ຄົນຈາກພາກໃຕ້ຢູດາຍຈະເຂົ້າຄອບຄອງເອໂດມ ຄົນຈາກຕີນພູພາກຕາເວັນຕົກຈະຢຶດຟີລິດສະຕິນໄດ້ ຊາວອິດສະຣາເອນຈະໄດ້ເປັນກຳມະສິດດິນແດນ ຂອງເອຟຣາອິມແລະຊາມາເຣຍດ້ວຍ; ປະຊາຊົນຊາວເບັນຢາມິນກໍເຊັ່ນກັນ ຈະຢຶດຄອງເຂດແດນກີເລອາດ. 20 ຈາກທິດເໜືອກອງທັບຂອງພວກທີ່ຖືກຈັບໄປ ຈະຕ່າວກັບຄືນມາສູ່ດິນແດນອີກ; ພວກເຂົາຈະຕີຊະນະໂຟນີເຊຍ ແລະພາກເໜືອສຸດຂອງຊາເຣຟັດດ້ວຍ. ພວກທີ່ໄດ້ຖືກຈັບໄປຈາກນະຄອນເຢຣູຊາເລັມ ຄືພວກທີ່ໄດ້ອາໄສຢູ່ໃນເມືອງຊາກດິດນັ້ນ ພວກເຂົາຈະໂຈມຕີເມືອງເລັກເມືອງນ້ອຍທັງຫລາຍ ທີ່ຢູ່ໃນດິນແດນຢູດາຍທາງເຂດພາກໃຕ້ຄືເນເກັບ. 21 ພວກຜູ້ຊາຍທີ່ມີໄຊຊະນະຂອງເຢຣູຊາເລັມ ພວກເຂົາຈະໂຈມຕີເອົາເອໂດມໄດ້ ແລະທັງຈະປົກຄອງພວກເຂົາຄືກັນ ແລະອານາຈັກຈະເປັນຂອງພຣະເຈົ້າຢາເວ. |
@ 2012 United Bible Societies. All Rights Reserved.