ຈົດບັນຊີ 9 - ພຣະຄຳພີສັກສິປັດສະຄາຄັ້ງທີສອງ 1 ພຣະເຈົ້າຢາເວໄດ້ສັ່ງໂມເຊຢູ່ໃນຖິ່ນແຫ້ງແລ້ງກັນດານຊີນາຍ ເມື່ອເດືອນທີໜຶ່ງຂອງປີທີສອງ ຫລັງຈາກທີ່ປະຊາຊົນອິດສະຣາເອນໄດ້ອອກຈາກປະເທດເອຢິບ. ພຣະອົງກ່າວວ່າ, 2-3 “ໃນວັນທີສິບສີ່ ຂອງເດືອນນີ້ ຕັ້ງແຕ່ຕາເວັນຕົກດິນໄປ ໃຫ້ປະຊາຊົນອິດສະຣາເອນສະຫລອງປັດສະຄາ ຕາມລະບຽບການແລະກົດເກນທຸກຢ່າງທີ່ໄດ້ກຳນົດໄວ້.” 4 ສະນັ້ນ ໂມເຊຈຶ່ງໄດ້ບອກປະຊາຊົນອິດສະຣາເອນໃຫ້ສະຫລອງປັດສະຄາ. 5 ແລະໃນຕອນແລງຂອງວັນທີສິບສີ່ເດືອນທີໜຶ່ງ ພວກເຂົາໄດ້ຈັດພິທີຂຶ້ນຢູ່ໃນຖິ່ນແຫ້ງແລ້ງກັນດານຊີນາຍ. ປະຊາຊົນໄດ້ປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ທຸກປະການ. 6 ແຕ່ໄດ້ມີປະຊາຊົນບາງຄົນທີ່ເປັນມົນທິນ ຍ້ອນພວກເຂົາໄດ້ແຕະຕ້ອງຊາກສົບ ແລະພວກເຂົາບໍ່ສາມາດສະຫລອງປັດສະຄາໃນມື້ນັ້ນໄດ້. ພວກເຂົາຈຶ່ງໄດ້ໄປຖາມໂມເຊແລະອາໂຣນ 7 ແລະກ່າວວ່າ, “ພວກເຮົາເປັນມົນທິນຍ້ອນພວກເຮົາໄດ້ແຕະຕ້ອງຊາກສົບ, ແຕ່ເປັນຫຍັງພວກເຮົາຈຶ່ງຖືກຍົກເວັ້ນຈາກການຖວາຍບູຊາແກ່ພຣະເຈົ້າຢາເວ ກັບຊາວອິດສະຣາເອນຄົນອື່ນໆ?” 8 ໂມເຊຈຶ່ງຕອບວ່າ, “ຈົ່ງລໍຖ້າຈົນກວ່າຂ້າພະເຈົ້າໄດ້ຮັບຄຳແນະນຳ ຈາກພຣະເຈົ້າຢາເວກ່ຽວກັບເລື່ອງນີ້.” 9 ພຣະເຈົ້າຢາເວໄດ້ບອກໂມເຊ 10 ໃຫ້ກ່າວແກ່ປະຊາຊົນອິດສະຣາເອນດັ່ງນີ້: “ເມື່ອຜູ້ໃດໃນພວກເຈົ້າ ຫລືລູກຫລານຂອງພວກເຈົ້າເປັນມົນທິນ ຍ້ອນແຕະຕ້ອງຊາກສົບຫລືຍ້ອນເດີນທາງໄກ ແຕ່ຍັງຕ້ອງການທີ່ຈະຖືປັດສະຄາຖວາຍແກ່ພຣະເຈົ້າຢາເວຢູ່ 11 ຈົ່ງໃຫ້ພວກເຂົາສະຫລອງພິທີນີ້ໄດ້ເດືອນໜຶ່ງຕໍ່ມາ ຄືໃນຕອນແລງຂອງວັນທີສິບສີ່ຂອງເດືອນທີສອງ ຈົ່ງສະຫລອງພິທີນັ້ນດ້ວຍການກິນເຂົ້າຈີ່ບໍ່ມີເຊື້ອແປ້ງກັບຜັກຂົມ. 12 ຢ່າປະອາຫານໃດໆເຫຼືອໄວ້ຮອດມື້ອື່ນເຊົ້າ ແລະຢ່າຫັກກະດູກໃດໆຂອງສັດ. ຈົ່ງສະຫລອງປັດສະຄານີ້ຕາມລະບຽບທຸກຢ່າງທີ່ໄດ້ວາງໄວ້. 13 ແຕ່ຖ້າຜູ້ໃດຜູ້ໜຶ່ງຫາກບໍ່ເປັນມົນທິນແລະບໍ່ໄດ້ເດີນທາງໄກ, ຜູ້ນັ້ນບໍ່ໄດ້ຖືປັດສະຄາ, ກໍຢ່າຖືລາວວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ ເພາະລາວບໍ່ໄດ້ຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວຕາມກຳນົດທີ່ໄດ້ຖືກວາງໄວ້. ລາວຕ້ອງຮັບຜົນບາບກຳທີ່ຕົນໄດ້ກະທຳນັ້ນ. 14 ຖ້າຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ ຫາກຢາກຖືປັດສະຄາຂອງພຣະເຈົ້າຢາເວ ເຂົາຕ້ອງຖືຕາມລະບຽບການແລະກົດເກນທຸກຢ່າງ. ຈົ່ງໃຊ້ກົດບັນຍັດນີ້ສຳລັບທຸກໆຄົນ ບໍ່ວ່າເປັນຄົນອິດສະຣາເອນຫລືຄົນຕ່າງດ້າວກໍຕາມ.” ເມກແດງເປັນໄຟ ( ອພຍ 40:34-38 ) 15-16 ໃນມື້ຕັ້ງຫໍເຕັນສັກສິດ, ໄດ້ມີເມກມາປົກຄຸມຫໍເຕັນສັກສິດ, ຫໍເຕັນແຫ່ງພັນທະສັນຍາ. ແຕ່ຕອນກາງຄືນເມກໄດ້ປົກຄຸມຫໍເຕັນສັກສິດຈົນເຖິງຕອນເຊົ້າ. ແລະກາງຄືນເບິ່ງຄືໄຟ. 17 ເມື່ອໃດເມກລອຍຂຶ້ນໄປ ປະຊາຊົນອິດສະຣາເອນໄດ້ມ້າງຄ້າຍພັກເມື່ອນັ້ນ ແລະພວກເຂົາກໍຕັ້ງຄ້າຍພັກໃໝ່ອີກໃນບ່ອນທີ່ເມກລອຍລົງມາ. 18 ປະຊາຊົນໄດ້ມ້າງຄ້າຍພັກແລະຕັ້ງຄ້າຍພັກ ຕາມຄຳສັ່ງຂອງພຣະເຈົ້າຢາເວ. ຕາບໃດທີ່ເມກຍັງປົກຄຸມຫໍເຕັນສັກສິດຢູ່ ພວກເຂົາກໍຢູ່ໃນຄ້າຍພັກບ່ອນເກົ່າ. 19 ເມື່ອເມກປົກຄຸມຫໍເຕັນສັກສິດເປັນເວລານານ ພວກເຂົາຕ້ອງເຊື່ອຟັງພຣະເຈົ້າຢາເວແລະບໍ່ໄດ້ເຄື່ອນຍ້າຍໄປໃສ. 20 ບາງເທື່ອເມກໄດ້ປົກຄຸມຢູ່ເທິງຫໍເຕັນສັກສິດ ພຽງແຕ່ບໍ່ເທົ່າໃດວັນເທົ່ານັ້ນ; ໃນກໍລະນີໃດກໍຕາມ ພວກເຂົາຈະຢູ່ຕາມທີ່ພຣະເຈົ້າຢາເວສັ່ງຫລືຍົກຍ້າຍໄປກໍແມ່ນພຣະເຈົ້າຢາເວເປັນຜູ້ສັ່ງການ. 21 ບາງເທື່ອເມກໄດ້ປົກຄຸມຢູ່ພຽງຕອນແລງຫາຕອນເຊົ້າເທົ່ານັ້ນ ພວກເຂົາກໍຍົກຍ້າຍທັນທີ ທີ່ເມກລອຍຂຶ້ນໄປ ເມກລອຍຂຶ້ນເມື່ອໃດ ພວກເຂົາກໍຍົກຍ້າຍໄປເມື່ອນັ້ນ. 22 ບໍ່ວ່າຈະເປັນສອງມື້, ໜຶ່ງເດືອນ, ໜຶ່ງປີ ຫລືດົນນານກໍຕາມ, ຕາບໃດທີ່ເມກປົກຄຸມຫໍເຕັນສັກສິດຢູ່ ພວກເຂົາກໍຈະບໍ່ຍົກຍ້າຍໄປໃສເປັນເດັດຂາດ, ແຕ່ເມື່ອໃດທີ່ເມກລອຍຂຶ້ນໄປແລ້ວ ເມື່ອນັ້ນພວກເຂົາກໍຕ້ອງຍົກຍ້າຍໂລດ. 23 ພວກເຂົາຕັ້ງຄ້າຍພັກຕາມຄຳສັ່ງຂອງພຣະເຈົ້າຢາເວ, ຫລືມ້າງຄ້າຍພັກກໍຕາມຄຳສັ່ງຂອງພຣະເຈົ້າຢາເວ. ພວກເຂົາໄດ້ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ, ຕາມທີ່ພຣະເຈົ້າຢາເວໄດ້ບອກຜ່ານທາງໂມເຊ. |
@ 2012 United Bible Societies. All Rights Reserved.